09:38 | 03/07/2025

ງານພົບປະມິດຕະພາບສະເຫຼີມສະຫຼອງ 158 ປີແຫ່ງວັນຊາດການາດາ ຢູ່ນະຄອນໂຮ່ຈີມິນ

ສະເຫຼີມສະຫຼອງບຸນປີໃໝ່ລາວ, ກຳປູເຈຍ, ມຽນມາ ແລະ ໄທ ຢູ່ນະຄອນໂຮ່ຈີມິນ
ນັກສຶກສາລາວ ແລະກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ໄດ້ຮັບການໜູນຊ່ວຍດ້ວຍວິທີການຮຽນຢູ່ມະຫາວິທະຍາໄລ

ກ່າວ​ຄຳປາໄສທີ່​ການ​ພົບ​ປະ, ທ່ານ​ນາງ ຫງວຽນເຖແທງ, ຮອງ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ກາ​ນາ​ດາ ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ ນັບ​ແຕ່​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1973, ການ​ພົວພັນ ຫວຽດນາມ - ກາ​ນາ​ດາ ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ການ​ທູດ, ການ​ຄ້າ, ການ​ລົງທຶນ, ການ​ຮ່ວມ​ມື​ພັດທະນາ, ການ​ສຶກສາ ​ແລະ ການ​ແລກປ່ຽນ​ປະຊາຊົນ.

ປະຈຸ​ບັນ, ກາ​ນາ​ດາ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ​ສອງ​ຂອງ​ຫວຽດນາມ ​ຢູ່ເຂດທະວີບອາ​ເມ​ລິ​ກາ, ນ​ຂະນະ​ທີ່ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ກາ​ນາ​ດາ​ໃນ​ອາ​ຊຽນ ​ແລະ ນອນໃນກຸ່ມ 40 ​ຄູ່​ຮ່ວມ​ມື​ການ​ຄ້າ​ແຖວໜ້າຂອງ​ກາ​ນາ​ດາ​ຢູ່​ພາກ​ພື້ນ​ອິນ​ໂດ​ປາຊີ​ຟິກ.​

ງານພົບປະມິດຕະພາບສະເຫຼີມສະຫຼອງ 158 ປີແຫ່ງວັນຊາດການາດາ ຢູ່ນະຄອນໂຮ່ຈີມິນ
ກອງ​ປະ​ຊຸມ​ສະ​ເຫຼີມ​ສະ​ຫຼອງ 158 ປີແຫ່ງວັນ​ຊາດກາ​ນາ​ດາ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. (ພາບ: ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ)

ຕາມທ່ານ​ນາງ ຫງວຽນເຖແທງ ແລ້ວ, ປະຈຸ​ບັນ, ກາ​ນາ​ດາ ​ແມ່ນ​ສະຖານ​ທີ່​ທີ່​ມີ​ຄວາມ​ນິຍົມ​ຂອງ​ນັກ​ສຶກສາ ຫວຽດນາມ, ດ້ວຍ​ນັກ​ສຶກສາ​ຕ່າງປະເທດປະມານ 20.000 ຄົນ​ພວມ​ຮ່ຳຮຽນ​ຢູ່​ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ຢູ່​ປະ​ເທດ​ນີ້. ປະຊາຄົມຊາວຫວຽດນາມ ຢູ່ການາດາ ມີປະມານ 275.000 ຄົນ ໄດ້ສົມທົບກັນຢ່າງເລິກເຊິ່ງ, ກວ້າງຂວາງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຊີວິດດ້ານເສດຖະກິດ, ວັດທະນະທຳ, ສັງຄົມຂອງປະເທດປະຈຳຖິ່ນ, ພ້ອມກັນນັ້ນກໍ່ກາຍເປັນຂົວເຊື່ອມຕໍ່ດ້ານມະນຸດສະທຳແບບຍືນຍົງລະຫວ່າງ 2 ປະເທດ.

ງານພົບປະມິດຕະພາບສະເຫຼີມສະຫຼອງ 158 ປີແຫ່ງວັນຊາດການາດາ ຢູ່ນະຄອນໂຮ່ຈີມິນ
ບັນດາຜູ້ແທນຖ່າຍຮູບທີ່ລະນຶກຢູ່ກອງປະຊຸມ. (ພາບ: ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ)

ກ່າວ​ຄຳ​ປາໄສທີ່​ກອງ​ປະຊຸມ, ທ່ານ​ນາງ Annie Dube, ກົງສຸນ​ໃຫຍ່ ກາ​ນາ​ດາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ ບົດບາດ​ເປັນ​ປະທານ G7 ​ໃນ​ປີ 2025 ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ກາ​ນາ​ດາ ຊຸກຍູ້​ບັນດາ​ເປົ້າໝາຍລວມ​ຄື: ປົກ​ປັກ​ຮັກສາ​ບັນດາ​ປະຊາ​ຄົມ, ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ, ​ເລັ່ງລັດ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ປັບປຸງການ​ພົວພັນ​ຄູ່​ຮ່ວມ​ມື. ທ່ານ​ນາງ​ກ່າວ​ວ່າ ກາ​ນາ​ດາ​ ພວມ​ຜັນຂະຫຍາຍ​ຍຸດ​ທະ​ສາດ​ອິນ​ໂດ​ປາ​ຊີ​ຟິກ ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ພັນທະ​ມິດ​ ແລະ ຄູ່​ຮ່ວມ​ມື​ການ​ຄ້າ, ມຸ່ງ​ໄປ​ສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ ​ແລະ ​ການ​ຮ່ວມ​ມື​ທົ່ວ​ໂລກ.

ໃນ​ຂອບ​ເຂດ​ຍຸດ​ທະ​ສາດ​ນີ້, ກາ​ນາ​ດາ ພວມ​ດຳ​ເນີນ​ການ​ເຈລະຈາ​ການ​ຄ້າ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ​ໃນ​ນັ້ນ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ.

ໂດຍສະ​ຫລຸບ​ຄຳ​ປາ​ໄສ​, ທ່ານ​ນາງ Annie Dube ເນັ້ນໜັກວ່າ “ໂລກ​ຂອງ​ພວກ​ເຮົາ​ມີ​ຄວາມ​ເຊື່ອມ​ຕໍ່​ກັນ​ຢ່າງ​ເລິກ​ເຊິ່ງ. ແລະ ພວກເຮົາທຸກຄົນດີຂຶ້ນເມື່ອພວກເຮົາເຮັດວຽກຮ່ວມກັນ".

ຊາຍຄາມິດຕະພາບຂອງນັກສຶກສາລາວ ຢູ່ນະຄອນໂຮ່ຈີມິນ ຊາຍຄາມິດຕະພາບຂອງນັກສຶກສາລາວ ຢູ່ນະຄອນໂຮ່ຈີມິນ

ຍສໝ - ເກືອບ 20 ປີ​ມາ​ນີ້, ຫໍ​ພັກ​ນັກ​ສຶກ​ສາ​ລາວ ຢູ່​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ກາຍ​ເປັນ​ຊາຍ​ຄາ​ລວມ​ຂອງ​ນັກ​ສຶກ​ສາ​ລາວ​ຫຼາຍ​ລຸ້ນ​ຄົນ, ເປັນ​ບ່ອນ​ສະໜິດຕິດພັນ​ປະຊາຄົມນັກ​ສຶກ​ສາ ລາວ ກັບ​ຊາວ​ນະ​ຄອນ, ພິ​ເສດ​ແມ່ນ​ລຸ້ນ​ໜຸ່ມ​ຢູ່​ຫວຽດ​ນາມ.

ແນະນໍາວັດທະນະທໍາອາຫານການກິນອີຕາລີ ຢູ່ນະຄອນໂຮ່ຈີມິນ ແນະນໍາວັດທະນະທໍາອາຫານການກິນອີຕາລີ ຢູ່ນະຄອນໂຮ່ຈີມິນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດ ສ. ອີຕາລີ (2-6-1946/2-6-2022), ວັນທີ 3 ມິຖຸນາ, ສະຖານກົງສູນໃຫຍ່ ສ. ອີຕາລີ ປະຈໍາ ໂຮ່ຈີມິນ ໄດ້ສົມທົບກັບບາງກົມກອງ, ວິສາຫະກິດຂອງອີຕາລີ ຈັດຕັ້ງ Roadshow ເຫຼົ້າແວງອີຕາລີ ຄັ້ງທໍາອິດ ຢູ່ນະຄອນໂຮ່ຈີມິນ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20988.html

In bài biết