15:53 | 01/07/2025

ຄະນະ, ຫົວໜ່ວຍ 19 ແຫ່ງຂອງອົງການຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ຕາມ​ຮູບ​ແບບ​ໃໝ່.

ອັດ​ກອ​ງ​ປະ​ຊຸມ​ທົ່ວ​ປະ​ເທດ​ຝືກ​ອົບ​ຮົບ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ພັກ, ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕາ​ແສງ
ປະ​ທານ​ປະ​ເທດ ເລືອງ​ເກື່ອງ ພົບ​ປະ​ກັບ​ນັກ​ສິ​ລະ​ປະ​​ການ​ຢູ່​ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ

ທ່ານ ໂດ້ວັນ​ຈ໋ຽນ, ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ​ເລຂາທິການຄະນະພັກ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງຄະນະສູນກາງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເປັນ​ປະທານ​ກອງ​ປະຊຸມ.

ຄະນະ, ຫົວໜ່ວຍ 19 ແຫ່ງຂອງອົງການຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ຕາມ​ຮູບ​ແບບ​ໃໝ່.
ກອງປະຊຸມໄດ້ປະກາດບັນດາຂໍ້ຕົກລົງກ່ຽວກັບວຽກງານພະນັກງານ. (ພາບ: Dinh Hoa)

ຕາມບັນດາຂໍ້ຕົກລົງທີ່​ໄດ້​ປະກາດ​ແລ້ວ, ອົງການຄະນະກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ລວມມີຄະນະ, ຫົວໜ່ວຍ 19 ແຫ່ງ. ໃນນັ້ນ, ບັນດາຄະນະເປັນເສນາທິການ, ຊ່ວຍວຽກໃຊ້ລວມ ​ລວມມີ: ຄະນະ​ຈັດ​ຕັ້ງ, ຄະນະ​ກວດກາ; ຄະ​ນະປະຊາທິປະໄຕ, ຕິດຕາມກວດກາ ແລະ ຕີລາຄາຄຸນະພາບສັງຄົມ; ຄະນະວຽກງານສັງຄົມ; ຄະນະ​ໂຄສະນາສຶກສາ; ຄະນະ​ຊົນ​ເຜົ່າ ​ແລະ ສາສະໜາ; ຄະນະການທູດປະຊາຊົນ; ຄະນະວຽກງານສະມາຄົມມະຫາຊົນ; ພະແນກການເງິນ - ແຜນການ, ຫ້ອງການອົງການ.

ບັນດາຄະນະສະເພາະລວມມີ: ຄະນະວຽກງານກຳມະບານ; ຄະນະການພົວພັນແຮງງານ; ຄະນະວຽກງານຊາວກະສິກອນ; ຄະນະວຽກງານຄະນະຜູ້ແທນ; ຄະນະວຽກງານຊາວໜຸ່ມ; ຄະນະວຽກງານແມ່ຍິງ.

ບັນດາໜ່ວຍງານພາລະກິດປະກອບມີ: ສະຖາບັນການຝຶກອົບຮົມ, ບຳລຸງສ້າງພະນັກງານ ແລະ ຄົ້ນຄ້ວາວິທະຍາສາດ; ຫ້ອງ​ວ່າການຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີສາສະໜາກາໂຕລິກຫວຽດ​ນາມ; ຫໍພິພິທະພັນແນວໂຮມປະເທດຊາດຫວຽດນາມ; ໜັງສືພິມ Dai Doan Ket.

ຍອກຈຳນວນໃນບັນດາຄະນະ, ຫົວໜ່ວຍທັງໝົດ 446 ຄົນ. ໃນນັ້ນ, ເປັນຫົວໜ້າ 141 ຄົນ; ລັດຖະກອນ 236 ຄົນ; ຂ້າລັດຖະການຂຶ້ນກັບບັນດາຄະນະ, ຫົວໜ່ວຍໃຊ້ລວມ 69 ຄົນ.

ຄະນະ, ຫົວໜ່ວຍ 19 ແຫ່ງຂອງອົງການຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ຕາມ​ຮູບ​ແບບ​ໃໝ່.
ທ່ານ​ປະ​ທານ ໂດ້ວັນຈ໋ຽນ ກ່າວ​ຄຳ​ປາໄສ​ທີ່​ກອງ​ປະ​ຊຸມ. (ພາບ: Dinh Hoa)

ກ່າວ​ຄຳ​ປາໄສທີ່ມອບ​ໝາຍ​ໜ້າທີ່​ໃຫ້​ບັນດາຄະນະ, ຫົວໜ່ວຍເຄື່ອນໄຫວຕາມຮູບແບບໃໝ່ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານ ໂດ້ວັນຈ໋ຽນ ຖື​ວ່າ ນີ້​ແມ່ນ​ເຫດການ​ພິ​ເສດ, ປະຕິບັດ​ນະ​ໂຍບາຍ​ໃຫຍ່​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ນຳ 5 ອົງການ​ການ​ເມືອງ - ສັງຄົມ ມາຫຼັງຄາເຮືອນຮ່ວມແຫ່ງ​ຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

ທ່ານສະເໜີໃຫ້ຫົວໜ້າຄະນະ, ພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງອົງການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຄົ້ນຄວ້າຢ່າງຮອບຄອບກ່ຽວກັບຂໍ້ຕົກລົງຂອງກົມການເມືອງກ່ຽວກັບການສ້າງຕັ້ງອົງຄະນະພັກແນວໂຮມປະເທດຊາດ, ບັນດາອົງຄະນະສູນກາງ; ມະຕິ​ເລກທີ 304-QD/TW ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ບັນດາ​ໜ້າ​ທີ່, ການຈັດ​ຕັ້ງ​ກົນໄກຂຂອງອົງການຄະນະກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ; ບັນດາຂໍ້ຕົກລົງກ່ຽວ​ກັບ​ໜ້າ​ທີ່, ການຈັດ​ຕັ້ງ​ກົນໄກຂຂອງຄະນະ, ຫົວໜ່ວຍ. ດ້ວຍ​ເຫດ​ນີ້, ​ ຈະ​ຍຶດໝັ້ນ​ບັນດາ​ຮູບ​ແບບ​ການຈັດ​ຕັ້ງ, ວິທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງການ​ການ​ເມືອງ​ - ສັງຄົມ​ພາຍ​ໃຕ້​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ສົມທົບ​ກັນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ແຕ່ລະ​ອົງການ.

ທ່ານໃຫ້​ຂໍ້​ສັງ​ເກດ​ວ່າ ພະນັກງານທັງໝົດ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງຈິດໃຈຊີ້ນຳ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມທີ່​ກອງ​ປະຊຸມ​ເຮັດ​ວຽກ ​ແລະ ມອບ​ຂໍ້ຕົກລົງຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ອົງການຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ. ບົນ​ຈິດ​ໃຈ​ນັ້ນ, ຫົວໜ້າ​ຄະນະ, ຫົວໜ່ວຍ, ພະນັກງານສະມາຊິກ​ພັກ, ​ລັດຖະກອນ, ຜູ້ອອກແຮງງານຕ້ອງ​ເຮັດ​ວຽກ​ງານອຸດົມ​ຄະຕິ​ດ້ອຍຕົນເອງ; ເປັນເຈົ້າການໃນການກຳນົດໜ້າທີ່ຕ້ອງເຮັດທັນທີ ​ແລະ ​ໄລຍະ​ຍາວ​ໃຫ້​ແກ່​ທີ່ຕັ້ງວຽກ​ງານ ​ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ ດ້ວຍ​ຄຳ​ຂວັນ “​ເຮັດ​ບົດບາດ​ຂອງ​ຕົນ​ໃຫ້​ດີ ​ແລະ ຮູ້​ບົດຮຽນ​ດີ”.

ຄະນະ, ຫົວໜ່ວຍ 19 ແຫ່ງຂອງອົງການຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ຕາມ​ຮູບ​ແບບ​ໃໝ່.
ທ່ານ​ປະ​ທານຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໂດ້ວັນຈ໋ຽນ ແລະ ທ່ານຮອງ​ປະ​ທານ - ເລ​ຂາ​ທິ​ການ​ໃຫຍ່ຄະນະກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ທູ​ຮ່າ ໄດ້ມອບຂໍ້ຕົກລົງ ແລະ ມອບ​ດອກ​ໄມ້​ຊົມ​ເຊີຍຄະນະໂຄ​ສະ​ນາສຶກສາ. (ພາບ: Dinh Hoa)

ທ່ານ ​ໂດ້​ວັນ​ຈ໋ຽນ​ ຮຽກຮ້ອງ​​ແຕ່​ວັນ​ທີ 1 ກໍລະກົດ​ນີ້​ເປັນ​ຕົ້ນ​ໄປ, ບັນດາຄະນະ, ຫົວໜ່ວຍ​ຕ້ອງ​ສ້າງ​ສະຖຽນ​ລະ​ພາບ​ໂດຍ​ໄວ, ຈັດ​ຕັ້ງ​ສຳນັກງານ​ຕາມ​ແຜນ​ວາດ​ທີ່​ຄະນະ​ປະຈຳ​ສະພາ​ໄດ້​ຮັບຮອງ. ຫົວໜ້າຄະນະ, ໜ່ວຍພັກ ຕ້ອງເປັນເອກະພາບ ແລະ ມອບໝາຍໜ້າທີ່ວິຊາສະເພາະໃຫ້ພະນັກງານ-ລັດຖະກອນແຕ່ລະຄົນຕາມໜ້າທີ່ ແລະ ໜ້າທີ່ທີ່ໄດ້ຮັບມອບໝາຍ; ພ້ອມ​ກັນ​ນັ້ນ, ກໍ່​ສ້າງ​ລະບຽບ​ການ​ດ້ານ​ການ​ເຮັດ​ວຽກ ​ແລະ ຍື່ນ​ສະ​ເໜີ​ຮັບຮອງ​ເອົາ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ.

ຕາມ​ການ​ມອບ​ໝາຍ​ຂອງ​ຄະນະ​ປະຈຳ, ບັນດາ​ຄະນະ, ຫົວໜ່ວຍ​ຕ້ອງ​ສຸມ​ໃສ່​ປະຕິບັດ 6 ໜ້າ​ທີ່​ສຳຄັນ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງຄະນະສູນ​ກາງ​ແຕ່​ນີ້​ຮອດ​ທ້າຍ​ປີ 2025.

ພິ​ເສດ​ແມ່ນ​ຕ້ອງ​ກຳ​ແໜ້ນ​ສະພາບ​ການ​ປະຕິບັດ​ຕົວ​ແບບ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ການ​ເມືອງ - ສັງຄົມ, ບັນດາ​ສະມາຄົມມະຫາຊົນຕາມ​ຕົວ​ແບບ​ໃໝ່​ຂອງ​ທ້ອງ​ຖິ່ນ 2 ຂັ້ນ (ແຂວງ ​ແລະ ຕາແສງ). ເປັນເຈົ້າການໃນການກຳ​ແໜ້ນ​ຂໍ້​ຫຍຸ້ງຍາກ ​ແລະ ​ອຸປະສັກ​ຕ່າງໆ ​ເພື່ອ​ໃຫ້​ຄຳ​ແນະນຳ ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ​ທີ່​ເໝາະ​ສົມ, ຮັບປະກັນ​ການ​ດຳ​ເນີນ​ງານ​ຢ່າງ​ຄ່ອງ​ແຄ້ວ, ມີ​ປະສິດທິ​ຜົນ​ຕາມ​ກຳນົດ​ເວລາ ​ແລະ ຕາມ​ຄວາມ​ຕ້ອງການ.

ທ່ານ ໂດ໋ວັນ​ຈ໋ຽນ ສົ່ງ​ສານ​ຄວາມ​ສາ​ມັກ​ຄີ​ເຖິງ​ບັນ​ດາ​ພະນັກງານ, ລັດຖະກອນ, ແລະ ຜູ້​ອອກ​ແຮງ​ງານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ທັງໝົດ; ​ເນັ້ນ​ໜັກ​ວ່າ ກົນ​ໄກ​ໃໝ່​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ​ຕ້ອງ​ສຸມ​ໃສ່​ຮາກ​ຖານ​ຢ່າງ​ແໜ້ນ​ແຟ້ນ, ຕິດ​ຕາມ​ເຂດ​ທີ່ຢູ່​ອາ​ໄສ, ​ໃກ້​ຊິດ​ກັບ​ປະຊາຊົນ, ຮັບ​ໃຊ້​ປະຊາຊົນ; ພ້ອມ​ກັນ​ນັ້ນ, ​ໃຫ້​ສຳ​ເລັດ​ຈິດ​ໃຈ “​ກົນໄກ​ໃໝ່​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ແນວ​ຄິດ​ໃໝ່”.

ຜູ້ຕາງໜ້າ​ໃຫ້​ພະນັກງານ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ, ທ່ານ ກາວ​ຊວນ​ຖາວ, ຫົວໜ້າຄະນະວຽກງານສັງຄົມ, ໄດ້ສະ​ແດງ​ຄວາມ​ຕັດສິນ​ໃຈ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ນະວັດຕະກຳ, ພະຍາຍາມ​ຢ່າງ​ສຸດ​ຂີດ​ເພື່ອສຳເລັດໜ້າທີ່ເປັນເສນາທິການ, ຊ່ວຍວຽກ, ຮັບ​ໃຊ້​ການ​ນຳພາ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ບັນດາ​ອົງການ​ການ​ເມືອງ - ​ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ເນັ້ນ​ໜັກ​ວ່າ ໃນ​ໄວໆ​ນີ້, ​ຈະ​ພ້ອມກັບຄະນະສ້າງ​ສະຖຽນ​ລະ​ພາບ​ໃນ​ການຈັດ​ຕັ້ງ, ມອບ​ໜ້າ​ທີ່​ວຽກ​ງານ​ໃຫ້​ທັນ​ການ.

ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ

ຍສໝ - ນັບແຕ່ວັນທີ 5 – 14 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ. ແອັດໂຕເນຍ ຢ່າງເປັນທາງການ ເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 ຢູ່ສ.ຝລັ່ງ ແລະ ຢ້ຽມຢາມ ລາຊະອານາຈັກ ສະວິດຢ່າງເປັນທາງການ. ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ...

ມອບຈົດໝາຍທາງການຄັດຄ້ານບັນດາ​ການ​ເຄື່ອນ​ໄຫວ​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ເຈື່ອງ​ຊາ ມອບຈົດໝາຍທາງການຄັດຄ້ານບັນດາ​ການ​ເຄື່ອນ​ໄຫວ​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ເຈື່ອງ​ຊາ

ຍສໝ - ຫວຽດນາມ ​ໄດ້​ສື່ສານ ​ແລະ ມອບຈົດໝາຍທາງການຄັດຄ້ານບັນດາ​​ປະ​ເທດ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ເກາະ ຮ່ວາຍເອີນ ​ແລະ ບັນດາ​ສິ່ງທີ່ຄົງຕົວເປັນເອກະລາດ​ທີ່​ກ່ຽວຂ້ອງ​ຂອງ​ເຈື່ອງ​ຊາ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20982.html

In bài biết