11:12 | 01/07/2025

ນັກສຶກສາຫວຽດນາມ ດຳລົງຊີວິດຢ່າງມີຄວາມຮັບຜິດຊອບ ແລະ ຮ່ຳຮຽນຢູ່ລາວຢ່າງຈິງຈັງ

ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນ
ບັກຢ່າງ: ນັກສຶກສາຫວຽດນາມ - ລາວ ໄດ້ແລກປ່ຽນວັດທະນະທຳ, ອາຫານການກິນ

ຕາມ​ຂໍ້​ມູນ​ຂອງ​ສະຖານທູດ​ຫວຽດນາມ ປະຈຳ ​ລາວ, ທີ່​ການພົບປະຄະນະ​ຮັບຜິດຊອບ​ວຽກງານ, ​ເລຂາທິການຄະນະບໍລິຫານງານລະຫວ່າງຊາວໜຸ່ມໄດ້​ລາຍ​ງານ​ກ່ຽວ​ກັບ ສະພາບການ​ການ​ສຶກສາ, ການບຳລຸງ​ສ້າງ ​ແລະ ວຽກງານການ​ສຶກສາ​ດ້ານ​ການ​ເມືອງ ​ແລະ ແນວຄິດຂອງ​ນັກ​ສຶກສາ​ຫວຽດນາມ. ບັນດານັກສຶກສາໄດ້ເຊື່ອມຊຶມຢ່າງຈິງຈັງກ່ຽວກັບການປະຕິບັດຕາມກົດໝາຍຂອງປະເທດເຈົ້າພາບ, ລະບຽບຂອງໂຮງຮຽນ ແລະ ລະບຽບການຂອງຄະນະ​ຊາວໜຸ່ມ ດ້ວຍຄຳຂວັນ: ຮ່ຳຮຽນເກັ່ງ, ມີຄວາມສາມັກຄີດີ, ມີລະບຽບວິໄນດີ, ດໍາລົງຊີວິດຢ່າງປອດໃສ ແລະ ສີວິໄລ.

ນັກສຶກສາຫວຽດນາມ ດຳລົງຊີວິດຢ່າງມີຄວາມຮັບຜິດຊອບ ແລະ ຮ່ຳຮຽນຢູ່ລາວຢ່າງຈິງຈັງ

ການ​ເຮັດວຽກລະ​ຫວ່າງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ ລາວ ຫງວຽນ​ມິງເຕີມ ກັບ ຄະ​ນະ​​ນັກ​ສຶກ​ສາ​ຫວຽດ​ນາມ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ລາວ)

​ໃນ​ສົກ​ຮຽນ 2024-2025, ມີ​ນັກ​ສຶກສາ​ຕ່າງປະ​ເທດ​ຫຼາຍ​ຄົນ​ໄດ້​ຮັບ​ໝາກຜົນ​ການ​ສຶກສາທີ່ດີ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ກິລາ, ວຽກ​ງານ​ຄະນະ​ຊາວ​ໜຸ່ມ, ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ໃນ​ບັນດາການ​ແຂ່ງຂັນ​ສິລະ​ປະ, ບານ​ເຕະ...

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ມິງເຕີມ ຕີ​ລາຄາ​ສູງ​ຈິດ​ໃຈຄວາມມາ​ນະ​ພະ​ຍາ​ຍາມ​ຮໍ່າຮຽນ​, ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ດ້ານ​ການ​ເມືອງ, ແນວຄິດ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ສຶກສາ ​ແລະ ວັດທະນະທຳ​ຂອງ​ປະ​ເທດ​ເຈົ້າພາບ​ຂອງ​ບັນດາ​ນັກ​ສຶກສາ​ຕ່າງປະເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຍ້ອງຍໍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ນັກ​ສຶກສາ​ຕ່າງປະ​ເທດໃນບັນດາການເຄື່ອນໄຫວທາງການທູດ, ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ຂອງ​ບັນດາ​ນັກ​ສຶກສາ ຫວຽດນາມ ​ເປັນ​ຜູ້​ກ້າຫານ, ມີ​ຄວາມ​ຮັບຜິດຊອບ ​ແລະ ສີວິໄລ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຍັງ​ຊີ້​ອອກ​ຢ່າງ ສັດຊື່ເຖິງ​ບາງ​ຈຸດ​ອ່ອນ​ທີ່​ຕ້ອງ​ແກ້​ໄຂ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ກ່ຽວຂ້ອງ​ເພີ່ມ​ທະວີ​ການ​ສົມທົບ​ກັບ​ຝ່າຍ​ລາວ ​ເພື່ອ​ແກ້​ໄຂ​ບັນດາ​ການ​ກະທຳ​ລະ​ເມີດ (ຖ້າ​ມີ), ​ເພື່ອ​ຮັກສາ​ພາບ​ພົດ​ຂອງ​ນັກ​ສຶກສາ​ຫວຽດນາມ ຢູ່​ລາວ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ: ຫ້ອງພັກ, ບັນດາຄະນະ​ປະຕິບັດ​ງານ​ຂອງ​ສະຖານທູດ​ຕ້ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບຄະນະ​ຮັບຜິດຊອບ​ວຽກງານ ແລະ ອົງການຄະນະຊາວໜຸ່ມ, ຍູ້ແຮງວຽກງານກຳນົດທິດແນວທາງ​ການ​ເມືອງ, ຊີວິດ​ການ​ເປັນ​ຢູ່, ກໍ່ສ້າງ​ຄວາມ​ສາມັກຄີ, ຮັກສາ​ລະບຽບ​ວິ​ໄນ​ພາຍ​ໃນ.

ນັກສຶກສາຫວຽດນາມ ດຳລົງຊີວິດຢ່າງມີຄວາມຮັບຜິດຊອບ ແລະ ຮ່ຳຮຽນຢູ່ລາວຢ່າງຈິງຈັງ

ບັນດາ​ຜູ້​ແທນ​ຖ່າຍຮູບ​ກັບ​ຜູ້ຕາງໜ້າ​ຄະນະ​​ນັກ​ສຶກສາ ຫວຽດນາມ ປະຈຳ ລາວ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ລາວ)

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ: “ແຕ່ລະນັກ​ສຶກສາ​ ​ຕ້ອງ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ວ່າ ການ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ແມ່ນ​ໜ້າທີ່ການ​ເມືອງ, ​ແມ່ນ​ໂອກາດ​ເພື່ອ​ຝຶກ​ຝົນ​ຫຼໍ່ຫຼອມ​ຄຸນນະທາດ, ຄຸນສົມບັດ ແລະ ສະຕິ​ປັນຍາ, ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ຂອງ​ນັກສຶກສາ​ຫວຽດນາມ ທີ່​ກ້າວໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ສາຍຕາ​ຂອງ​ເພື່ອນ​ມິດສາ​ກົນ ​ແລະ ປະຊາຊົນ​ລາວ ”.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ມິງເຕີມ ໄດ້​ແບ່ງ​ປັນ 3 ສິ່ງ​ທີ່​ລາວ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຄື: ຮຽນ​ເກັ່ງ - ເພື່ອ​ຕົນ​ເອງ, ຄອບ​ຄົວ ແລະ ປະ​ເທດ​ຊາດ; ດໍາລົງຊີວິດຢ່າງມີຄວາມຮັບຜິດຊອບ - ສໍາລັບຕົວເອງ ແລະ ຊຸມຊົນ; ​ແລະ ພູມໃຈ​ທີ່​ເປັນ​ຄົນ​ຫວຽດນາມ - ​ເຜີຍ​ແຜ່​ຄຸນຄ່າ​ຫວຽດນາມ ຢູ່​ລາວ ​ແລະ ອອກ​ໄປ​ສູ່​ໂລກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຢືນ​ຢັນ​ວ່າ ສະ​ຖານ​ທູດຍາມໃດກໍ່​ແມ່ນ​ບ່ອນອີງ, ພ້ອມ​ແລ້ວ​ທີ່​ຈະ​ຮັບ​ຟັງ ແລະ ຮ່ວມເດີນທາງພ້ອມ​ກັບ​ນັກ​ສຶກ​ສາ​ໃນ​ທຸກ​ສະ​ພາບ​ການ.

ນັກສຶກສາຫວຽດນາມ 4 ຄົນ ຍາດໄດ້ຫຼຽນຄຳໃນງານໂອລິມປິກຄອມຟິວເຕີສາກົນປີ 2023 ນັກສຶກສາຫວຽດນາມ 4 ຄົນ ຍາດໄດ້ຫຼຽນຄຳໃນງານໂອລິມປິກຄອມຟິວເຕີສາກົນປີ 2023

ຍສໝ - ນັກ​ສຶກ​ສາ​ຫວຽດ​ນາມ​ທັງ​ໝົດ 4 ຄົນ​ທີ່​ເຂົ້າ​ຮ່ວມ​ງານ​ໂອ​ລິມ​ປິກຄອມ​ຟິວ​ເຕີ​​ສາ​ກົນ​ປີ 2023 ໄດ້​ຮັບ​ຫຼຽນໄຊ, ໃນນັ້ນມີ 1 ຫຼຽນ​ຄຳ ແລະ 2 ຫຼຽນ​ເງິນ.

ງານແຂ່ງຂັນບານເຕະນັກຮຽນ, ນັກສຶກສາຫວຽດນາມ ຢູ່ອັງກິດ ງານແຂ່ງຂັນບານເຕະນັກຮຽນ, ນັກສຶກສາຫວຽດນາມ ຢູ່ອັງກິດ

ຍສໝ - ງານ​ແຂ່ງ​ຂັນ​ບານ​ເຕະນັກຮຽນ, ​ນັກ​ສຶກ​ສາ​ຫວຽດ​ນາມ ​ຢູ່​ອັງ​ກິດ (SVUK CUP 2022) ໄດ້​ດຳ​ເນີນ​​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Birmingham (ລາຊະອານາຈັກ​ອັງ​ກິດ). ​ເຫດການ​ດັ່ງກ່າວ​ໂດຍ​ການ​ສົມທົບກັນຈັດຕັ້ງລະຫວ່າງ​​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ຢູ່​ອັງກິດ (SVUK) ​ແລະ ສະມາຄົມ​ນັກ​ສຶກສາ ຫວຽດນາມ ມະຫາວິທະຍາ​ໄລ Aston..

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-20977.html

In bài biết