ເຕັກໂນໂລຢີ: ຂົວຕໍ່ສຳຄັນເພື່ອໃຫ້ວັດທະນະທຳ ຫວຽດນາມ ໄປສູ່ໂລກ
![]() | ຊຸກຍູ້ຜັນຂະຫຍາຍ 2 ໂຄງການເຊື່ອມຕໍ່ຄົມມະນາຄົມທີ່ສຳຄັນລະຫວ່າງ ຫວຽດນາມ ແລະ ລາວ |
![]() | ເຫດການ “ວັນວັດທະນະທຳຫວຽດນາມ ຢູ່ Tyumen” ຖືກຈັດຂຶ້ນເປັນຄັ້ງທຳອິດ |
ຫວຽດນາມ ພວມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຄວາມມຸ່ງຫວັງບືນຕົວຂຶ້ນຢ່າງແຮງ, ຢັ້ງຢືນທີ່ຕັ້ງບົດບາດບົນເວທີສາກົນ. ໃນນັ້ນ, ວັດທະນະທຳ ໄດ້ ແລະ ພວມແມ່ນແຫຼ່ງກຳລັງແຮງພາຍໃນໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ, ທັງແມ່ນຂົວຕໍ່ມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ເພື່ອນມິດສາກົນ ໃນສະພາບການເຊື່ອມໂຍງ ແລະ ຮ່ວມມືສາກົນທີ່ນັບມື້ນັບເລິກເຊິ່ງກ້ວາງຂວາງ.
![]() |
(ພາບ: ເລຮຽວ/VOV) |
ພື້ນຖານໂຄງລ່າງດີຈີຕອນ: ພື້ນຖານໃຫ້ແກ່ການປະດິດຄິດສ້າງ ແລະ ແຜ່ກະຈາຍວັດທະນະທຳ ຫວຽດນາມ
![]() |
ທ່ານຮອງສາດສະດາຈານ, ປອ ບຸ່ຍຮ່ວາຍເຊີນ ກຳມະການຜູ້ປະຈຳການກຳມາທິການວັດທະນະທຳ, ການສຶກສາຂອງສະພາແຫ່ງຊາດ ຫວຽດນາມ (ພາບ: ຮ່າເຟືອງ/VOV) |
ຕາມທ່ານຮອງສາດສະດາຈານ, ປອ ບຸ່ຍຮ່ວາຍເຊີນ ກຳມະການຜູ້ປະຈຳການກຳມາທິການວັດທະນະທຳ, ການສຶກສາຂອງສະພາແຫ່ງຊາດ ຫວຽດນາມ, ການຫັນເປັນດີຈີຕອນ ບໍ່ພຽງແຕ່ແມ່ນເຄື່ອງມືອະນຸລັກຮັກສາເທົ່ານັ້ນ, ຫາກຍັງແມ່ນຂໍ້ກຸນແຈເພື່ອແຜ່ກະຈາຍວັດທະນະທຳຢ່າງກ້ວາງຂວາງ ແລະ ເລິກເຊິ່ງກ່ວາອີກດ້ວຍ. ການຫັນເປັນດີຈີຕອນໃນການຜະລິດ ແລະ ແຈກຢາຍເນື້ອໃນວັດທະນະທຳແມ່ນທ່າອ່ຽງ, ແມ່ນສິ່ງທີ່ແນ່ນອນໃນວິວັດການນຳວັດທະນະທຳ ຫວຽດນາມ ເຊື່ອມຕົວເຂົ້າກັບໂລກ. ທ່ານຮອງສາດສະດາຈານ, ປອ ບຸ່ຍຮ່ວາຍເຊີນ ໃຫ້ຮູ້ວ່າ:
ໃນຍຸກສະໄໝປະຈຸບັນ, ເມື່ອໂລກນັບມື້ນັບໄດ້ຕິດພັນກັນດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານ, ວັດທະນະທຳບໍ່ແມ່ນເລື່ອງລາວພາຍໃນປະເທດແລ້ວ, ຫາກໄດ້ກາຍເປັນພາສາລວມ, ແມ່ນຮູບແບບທາງການທູດໃໝ່ແລະແມ່ນສິດອຳນາດສຳຄັນໃນການພົວພັນສາກົນຄືການພັດທະນາແບບຍືນຍົງ
ມະຕິເລກທີ 57 -NQ/TW ຂອງກົມການເມືອງກ່ຽວກັບບຸກທະລຸພັດທະນາວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ຕ້ອງກຳນົດຄວນຍູ້ແຮງການຫັນເປັນດີຈີຕອນເພື່ອພັດທະນາອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທິງ, ສ້າງ ແລະ ພັດທະນາບັນດາຜະລິດຕະພັນວັດທະນະທຳດີຈີຕອນຄຸນນະພາບສູງ, ຊຸກຍູ້ການສ້າງພື້ນຖານຂໍ້ມູນກ່ຽວກັບວັດທະນະທຳ, ມໍລະດົກວັດທະນະທຳ. ກ່ຽວກັບບັນຫານີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ນັ້ນໜັກວ່າ:
ຍູ້ແຮງການຫັນເປັນດີຈີຕອນເພື່ອພັດທະນາອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທິງ. ສ້າງ ແລະ ພັດທະນາບັນດາຜະລິດຕະພັນວັດທະນະທຳດີຈີຕອນທີ່ມີຄຸນນະພາບສູງ. ຊຸກຍູ້ການສ້າງຂໍ້ມູນກ່ຽວກັບ ວັດທະນະທຳ, ມໍລະດົກວັດທະນະທຳ. ຫັນສີສັນວັດທະນະທຳຂອງ ຫວຽດນາມ ເປັນວັດທະນະທຳສາກົນ; ຫັນສິ່ງຍອດຍິ່ງດ້ານວັດທະນະທຳຂອງໂລກ ເປັນວັດທະນະທຳຂອງ ຫວຽດນາມ.
ການດັດປັບໃນຄວາມເປັນຫຼາຍຮູບຫຼາຍແບບ
ຕາມທ່ານຮອງສາດສະດາຈານ, ປອ ບຸ່ຍຮ່ວາຍເຊີນ, ຢູ່ທິດກົງກັນຂ້າມ, ຜ່ານເຕັກໂນໂລຊີ, ການຫັນວັດທະນະທຳຂອງໂລກ ເປັນຂອງ ຫວຽດນາມ ແມ່ນການສ່ອງແສງຈິດໃຈຢາກເປີດກວ້າງມູມມອງ, ເປີດອົກເປີດໃຈ ແລະ ເປັນເຈົ້າການໃນການຮ່ຳຮຽນ, ແມ່ນເງື່ອນໄຂເພື່ອໃຫ້ປະເທດໜຶ່ງທັງເຊື່ອມໂຍງສຳເລັດຜົນ ທັງຮັກສາຄຸນນະທາດສະເພາະ.
ຫວຽດນາມ ມີພື້ນຖານວັດທະນະທຳຂອງປະຫວັດສາດນັບພັນໆປີ, ມີ 54 ຊົນເຜົ່າອ້າຍນ້ອງ ແລະ ສາງມໍລະດົກທີ່ອຸດົມສົມບູນ. ຫວຽດນາມ ຍັງມີລຸ້ນໜຸ່ມທີ່ນັບມືມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ມີຈີນຕະນາການທົ່ວໂລກ, ຮູ້ຄັດເລືອກສິ່ງຍອດຍິ່ງທີ່ດີ ແລະ ກ້າວໜ້າ, ໝູນໃຊ້ເຕັກໂນໂລຊີ ເພື່ອຮັບໃຊ້ການພັດທະນາຢູ່ພາຍໃນປະເທດ. ຍ້ອນເຫດນັ້ນ, ຫວຽດນາມ ຍັງຮັກສາໄດ້ສີສັນ, ທັງເປີດກ້ວາງໄດ້ບັນຍາກາດວັດທະນະທຳ ແລະ ຈິນຕະນາການ, ເຮັດໃຫ້ແຫຼ່ງກຳລັງປະດິດຄິດສ້າງຮັ່ງມີຂຶ້ນຕື່ມ. ທ່ານຮອງສາດສະດາຈານ, ປອ ບຸ່ຍຮ່ວາຍເຊີນ ເວົ້າຕໍ່ໄປວ່າ:
ເລື່ອງຮັບຮູ້ສິ່ງຍອດຍິ່ງດ້ານວັດທະນະທຳໂລກຢ່າງມີການຄັດເລືອກ ໄດ້ຊ່ວຍໃຫ້ຊີວິດດ້ານວັດທະນະທຳຢູ່ພາຍໃນປະເທດມີຄວາມອຸດົມສົມບູນຂຶ້ນຕື່ມ, ຊ່ວຍໄວໜຸ່ມລຸ້ນຕ່າງໆເປີດກ້ວາງວິໄສທັດ, ເປີດກ້ວາງການສຳຜັດກັບບັນດາມາດຖານທົ່ວໂລກ ຫາກບໍ່ສູນເສຍພື້ນຖານມູນເຊື້ອ. ຂ້າພະເຈົ້າຄິດວ່າ ນັ້ນແມ່ນວິທີທີ່ພວກຂ້າພະເຈົ້າສ້າງສັງຄົມທີ່ຮູ້ການໂອ້ລົມສົນທະນາ, ຮູ້ການຮັບຟັງ ແລະ ຮູ້ປັບຕົວໃນຄວາມເປັນຫຼາຍຮູບຫຼາຍແບບ.
ການຫັນວັດທະນະທຳ ຫວຽດນາມ ເປັນສາກົນ ແລະ ຫັນວັດທະນະທຳ ສາກົນ ເປັນຂອງ ຫວຽດນາມ ຈະນຳໂລກຫຍັບມໍ່ເຂົ້າກັບ ຫວຽດນາມ ກ່ວາ ແລະ ນຳ ຫວຽດນາມ ກ້າວໄປສູ່ໂລກຢ່າງແຮງກ່ວາ. ສິ່ງດັ່ງກ່າວໄດ້ຮັບການໜູນຊ່ວຍຢ່າງແຮງຍ້ອນເຕັກໂນໂລຊີ, ຍ້ອນການຫັນເປັນດີຈີຕອນ, ໃນນັ້ນ, ມະຕິເລກທີ 57 ສວມບົດບາດສຳຄັນທີ່ສຸດ.
![]() | ຫຼາຍວິທີແກ້ໄຂຢ່າງເເທດຈິງ ເພື່ອເປີດກ້ວາງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກໂນໂລຢີລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຍສໝ - ວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ຫວຽດນາມ - ອິນໂດເນເຊຍ ມຸ່ງໄປເຖິງປີ 2045: ເພີ່ມທະວີການພົວພັນຄູ່ຮ່ວມມື, ເປີດກວ້າງການພົວພັນຮ່ວມມື ແລະ ເຮັດໃຫ້ການພົວພັນມິດຕະພາບເລິກເຊິ່ງກ່ວາອີກ”. ... |
![]() | ວັດທະນະທໍາຊາຫວຽດນາມ ປະກາຍແຈ້ງຢູ່ໃນປະເທດການາດາ ຍສໝ - ຊາວຫວຽດນາມ ມັກດື່ມຊາດ້ວຍວິທີທີ່ເປັນເອກະລັກສະເພາະ. ວິທີການດື່ມຊາຂອງຫວຽດນາມ ແມ່ນແບບບໍ່ຕົບແຕ່ງ ແລະ ລຽບງ່າຍ, ແຕ່ຍັງສະແດງໃຫ້ເຫັນຄວາມລະອຽດອ່ອນໃນແຕ່ລະການດື່ມຊາ. |
ມີງດຶກ