ການແລກປ່ຽນມິດຕະພາບຫວຽດນາມ - ອາເມລິກາ: ເຜີຍແຜ່ຈິດໃຈປອງດອງ ແລະ ພັດທະນາ
![]() | ສົມທົບກັນກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ |
![]() | ສ້າງບາດກ້າວບຸກທະລຸ ແລະ ຊຸກຍູ້ຄວາມຕ້ອງການໃຫ້ການທ່ອງທ່ຽວ ຫວຽດນາມ - ລາວ ພັດທະນາ |
ໂດຍເຂົ້າຮ່ວມລາຍການມີທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ; ທ່ານ Marc E. Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ; ທ່ານ ໂຮ່ກີມິນ, ຮອງປະທານຄະນະປະຈຳຄະນະກຳມະການປະຊາຊົນນະຄອນ ດ່າຫນັງ; ພ້ອມກັບການນຳບັນດາພະແນກ, ຄະນະ, ຂະແໜງການ, ສະຫະພັນບັນດາອົງການມິດຕະພາບທ້ອງຖີ່ນ, ບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ວິສາຫະກິດ ຫວຽດນາມ - ອາເມລິກາ, ບັນດາອົງການບໍ່ຂຶ້ນກັບລັດຖະບານ, ບຸກຄົນ ແລະ ຄອບຄົວອາເມລິກາ ຢູ່ນະຄອນ ດ່າຫນັງ, ຜູ້ຮຽນ, ນັກສຶກສາ, ນັກຮຽນ ແລະ ປະຊາຊົນທ້ອງຖິ່ນ.
ໃນລາຍການລວມມີຫຼາຍການເຄື່ອນໄຫວຄື: ການແລກປ່ຽນສິລະປະ, ກິລາ, ບັນດາການລະຫຼິ້ນພື້ນເມືອງຂອງສອງປະເທດ; ງານວາງສະແດງບັນດາຮ້ານວາງສະແດງວັດທະນະທຳ, ອາຫານການກິນ ຫວຽດນາມ - ອາເມລິກາ ແລະ ບັນດາຜົນງານທີ່ບັນລຸໄດ້ໃນການພົວພັນທາງການຕ່າງປະເທດຫວຽດນາມ - ອາເມລິກາ, ໄດ້ແນະນຳນະຄອນ ດ່າໜັງ, ສະຫະພັນບັນດາອົງການມິດຕະພາບ ແລະ ສະມາຄົມ ຫວຽດນາມ - ອາເມລິກາ , ສັນຖະວະໄມຕີການທູດ ປະຈຳ ຫວຽດນາມ, ບັນດາການເຄື່ອນໄຫວຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ, ບັນດາວິສາຫະກິດ ຫວຽດນາມ - ອາເມລິກາ... ລາຍການເພື່ອແນໃສ່ເຊີດຊູພື້ນຖານວັດທະນະທຳ ແລະ ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ອາເມລິກາ, ສຶກສາໃຫ້ລຸ້ນໜຸ່ມກ່ຽວກັບສາຍພົວພັນມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ອາເມລິກາ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນປະຊາຊົນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.
![]() |
ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ກ່າວຄຳປາໄສທີ່ລາຍການ. (ພາບ: VOV) |
ກ່າວຄຳປາໄສທີ່ໄຂລາຍການ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ເນັ້ນໜັກວ່າ: 3 ທົດສະວັດຜ່ານມາ, ນັບແຕ່ເວລາປະຫວັດສາດວັນທີ 12 ກໍລະກົດ 1995, 2 ປະເທດທີ່ປະສົບກັບສົງຄາມ ໄດ້ມານະພະຍາຍາມຮ່ວມກັນ “ເອົາອະດີດໄວ້, ຜ່ານຜ່າຄວາມແຕກຕ່າງ, ເສີມຂະຫຍາຍຄວາມຄ້າຍຄືກັນ, ມຸ່ງໄປເຖິງອະນາຄົດ”. ການຮ່ວມແຮງຮ່ວມໃຈຊຸກຍູ້ການເດີນທາງປອງດອງກັນ, ສ້າງການພົວພັນມິດຕະພາບ, ການຮ່ວມມື, ສະເໝີພາບ ແລະ ສອງຝ່າຍມີຜົນປະໂຫຍດດຽວກັນ.
ການພົວພັນຮ່ວມມື, ມິດຕະພາບລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງບໍ່ຢຸດຢັ້ງ ດ້ວຍບັນດາຜົນງານອັນໃຫຍ່ຫຼວງໃນຫຼາຍຂົງເຂດ, ຈາກການເມືອງ - ການທູດ, ເສດຖະກິດ - ການຄ້າ ເຖິງວັດທະນະທຳ - ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ ແລະ ການແກ້ໄຂຜົນຮ້າຍຫຼັງຈາກສົງຄາມ. ບັນດາອົງການຈັດຕັ້ງຂອງຊາວ ຫວຽດນາມ, ໃນນັ້ນ ມີສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະມາຄົມ ຫວຽດນາມ - ອາເມລິກາ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ສົມທົບກັບບັນດາຄູ່ຮ່ວມມື ອາເມລິກາ ປະຕິບັດຫຼາຍການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ, ປະກອບສ່ວນແກ້ໄຂຜົນສະທ້ອນຂອງສົງຄາມ, ການແລກປ່ຽນວັດທະນະທຳ, ການສຶກສາ, ການເຊື່ອມຕໍ່ດ້ານການຄ້າ ແລະ ການລົງທຶນ...
ທ່ານ ຟານແອງເຊີນ ສະແດງຄວາມເຊື່ອໝັ້ນຢ່າງເຂັ້ມແຂງວ່າ ໃນໄລຍະໃໝ່, ການແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ມີການປະກອບສ່ວນອັນໃຫຍ່ຫຼວງ, ສ້າງພື້ນຖານສັງຄົມຢ່າງຕັ້ງໜ້າ ແລະ ສະດວກສະບາຍ, ຊຸກຍູ້ການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ”. ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຍິນດີເປັນພາກສ່ວນທີ່ຕັ້ງໜ້າໃນຂະບວນການພັດທະນາຂອງສາຍພົວພັນນັ້ນ.
![]() |
ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper ກ່າວຄຳປາໄສທີ່ລາຍການ. (ພາບ: ສຳນັກຂ່າວສານ ຫວຽດນາມ) |
ທ່ານ Marc Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: “ເຫດການພົບປະແລກປ່ຽນມິດຕະພາບນີ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການພົວພັນລະຫວ່າງປະຊາຊົນ ແລະ ປະຊາຊົນ, ເຊິ່ງເປັນພື້ນຖານຂອງການພົວພັນ ຫວຽດນາມ - ອາເມລິກາ ”.
![]() |
ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ Marc Knapper ຢ້ຽມຢາມບັນດາຮ້ານວາງສະແດງຢູ່ບັນດາລາຍການ. (ພາບ: ໜັງສືພິມ ໄວໜຸ່ມ) |
ທ່ານ ໂຮ່ກິມິນ, ຮອງປະທານຄະນະປະຈຳຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໃຫ້ຮູ້ວ່າ: ການພົວພັນມິດຕະພາບ ລະຫວ່າງນະຄອນ ດ່ານັງ ກັບ ບັນດາທ້ອງຖິ່ນ ແລະ ບັນດາອົງການຂອງອາເມລິກາ ໃນຊຸມປີມໍ່ໆມານີ້ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ ໂດຍຜ່ານການຢ້ຽມຢາມ ແລະ ແລກປ່ຽນຄະນະລະຫວ່າງສອງປະເທດ.
ອາເມລິກາ ກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືລົງທຶນແຖວໜ້າຢູ່ນະຄອນ ດ່າຫນັງ. ມາຮອດປະຈຸບັນ, ນະຄອນ ດ່າຫນັງ ໄດ້ດຶງດູດ 89 ໂຄງການ FDI ຂອງ ອາເມລິກາ ດ້ວຍຍອດຈຳນວນທຶນລົງທຶນ 511 ລ້ານ USD, ຢືນອັນດັບທີ 3 ກ່ຽວກັບແຫຼ່ງທຶນ FDI ຂອງນະຄອນ.
![]() |
ການສະແດງຢູ່ໃນເຫດການ. (ພາບ: KT) |
ທ່ານ ໂຮ່ກິມິນ ເຊື່ອໝັ້ນວ່າ ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງທາງດ້ານອະວະກາດ ແລະ ແຫຼ່ງກຳລັງ ໃນໄລຍະຈະມາເຖິງ, ນະຄອນ ດ່າໜັງ ຈະກາຍເປັນໜຶ່ງໃນບັນດາທ້ອງຖິ່ນທີ່ສົດໃສຂອງຫວຽດນາມ ເຂົ້າຮ່ວມການສ້າງໂຄງປະກອບລະບົບຕ່ອງໂສ້ທົ່ວໂລກຄືນໃໝ່ ໂດຍອາເມລິກາ ໄດ້ລິເລີ່ມ; ດ່າໜັງ ແລະ ອາເມລິກາ ຈະສືບຕໍ່ມີບາດກ້າວຍາວກວ່າ, ໝັ້ນແກ່ນກວ່າໃນໃນຊຸມປີXຕໍ່ຫນ້າ ເພື່ອຈັບຈຸດທີ່ຕັ້ງການພົວພັນມິດຕະພາບ, ຮອບດ້ານ, ໝັ້ນຄົງ ແລະ ຍາວນານ.
![]() | ຊຸກຍູ້, ຮັກສາ ແລະ ພັດທະນາສາຍພົວພັນແບບພິເສດລະຫວ່າງປະຊາຊົນ ແລະ ກອງທັບຫວຽດນາມ - ລາວ ຍສໝ - ວັນທີ 22 ກັນຍານີ້, ຄະນະຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດລາວ ນຳໂດຍທ່ານພົນໂທ ບົວໄລ - ພົມມະວົງ, ຫົວໜ້າກົມກໍ່ສ້າງພື້ນຖານ, ກົມໃຫຍ່ການເມືອງ. ຄະນະຜູ້ແທນກອງທັບປະຊາຊົນລາວ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານເຂດ 15. |
![]() | ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ ຍສໝ - ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ ອາເມລິກາ ຮັບຮູ້ກົດລະບຽບເສດຖະກິດຕະຫຼາດຂອງ ຫວຽດນາມ, ຈຳກັດບັນດາມາດຕະການດ້ານເຕັກນິກ ແລະ ປ້ອງກັນການຄ້າ ເພື່ອສ້າງຄວາມສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງໄປ ອາເມລິກາ |
ແທັງຮັ່ງ