ຄະນະກໍ່ສ້າງເລກທີ 64 - 60 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ
![]() | ການຮ່ວມມືດ້ານການຜະລິດເຂົ້າສານ: ສັນຍາລັກສະແດງໃຫ້ເຫັນເຖິງການພົວພັນມິດຕະພາບຫວຽດນາມ - ກູບາ |
![]() | ຫວຽດນາມ - ສ.ເຊັກໂກ ຊຸກຍູ້ການຮ່ວມມືດ້ານການສຶກສາ, ຄົ້ນຄ້ວາ ແລະ ນະວັດຕະກຳ |
ການເດີນທາງຂອງຄະນະດັ່ງກ່າວໄດ້ເລີ່ມຂຶ້ນໃນວັນທີ 23 ກໍລະກົດ 1964, ໃນໄລຍະທີ່ ອາເມລິກາ ເປີດກ້ວາງການສົງຄາມທຳລາຍຢູ່ພາກເໜືອ ຫວຽດນາມ ແລະ ລາວ. ຈາກສອງສະຖານທີ່ກໍ່ສ້າງ B1 ແລະ B2, ຫົວໜ່ວຍຮັບຜິດຊອບເປີດ ແລະ ຮັກສາເສັ້ນທາງຍຸດທະສາດເຊື່ອມຕໍ່ ຊຳເໜືອ - ຊຽງຂວາງ, ເພື່ອຮັບໃຊ້ທະຫານອາສາສະໝັກຫວຽດນາມ ແລະ ກຳລັງທະຫານປະຕິວັດລາວ ຢູ່ບັນດາສະໜາມຮົບຫົວພັນ, ຜົ້ງສາລີ...
![]() |
ບັນດາການເຄື່ອນໄຫວຂອງຄະນະກໍ່ສ້າງເລກທີ 64 ໄດ້ປະກອບສ່ວນອັນສຳຄັນເຂົ້າໃນໄຊຊະນະໃນສົງຄາມຕໍ່ຕ້ານອາເມລິກາ ກູ້ຊາດຂອງປະຊາຊົນລາວ. (ພາບ: VOV) |
ພາຍຫຼັງວັນທີ 30 ເມສາ 1975, ເມື່ອປະເທດລາວສຸມໃສ່ການບູລະນະປະຕິສັງຂອນ, ຄະນະກໍ່ສ້າງເລກທີ 64 ໄດ້ຜັນຂະຫຍາຍກິດຈະການການດຳລົງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ- ຈາກໂຮງຮຽນ, ໂຮງໝໍ, ເຂື່ອນໄຟຟ້ານ້ຳຕົກ ໄປສູ່ພື້ນຖານໂຄງລ່າງຄົມມະນາຄົມ - ຕາມຂໍ້ຕົກລົງສອງຝ່າຍ ເພື່ອສະໜັບສະໜູນການພັດທະນາແບບຍືນຍົງໃຫ້ແກ່ປະເທດເພື່ອນມິດ. ຮອດປີ 1982, ໜ່ວຍນີ້ໄດ້ຮັບການປ່ຽນໂຄງປະກອບເປັນສະຫະພັນລັດວິສາຫະກິດຄົມມະນາຄົມຂົນສົ່ງ 8, ຈາກນັ້ນໄດ້ສືບຕໍ່ປ່ຽນເປັນບໍລິສັດໃຫຍ່ກໍ່ສ້າງຄົມມະນາຄົມ 8 ໃນປີ 1989.
ຕະຫຼອດ 60 ປີຜ່ານມາ, ຄະນະໄດ້ສ້າງຂີດໝາຍອັນເລິກເຊິ່ງຢູ່ລາວ ຄື: ເສັ້ນທາງ, ວຽກງານຊົນລະປະທານ, ພົນລະເຮືອນ, ອຸດສາຫະກຳ... ບໍ່ພຽງແຕ່ດີເດັ່ນໃນວຽກງານວິສະວະກຳ-ກໍ່ສ້າງ-ໃຫ້ຄຳປຶກສາ-ຜະລິດວັດສະດຸ-ສົ່ງອອກອຸປະກອນ ເທົ່ານັ້ນ ຫົວໜ່ວຍນີ້ຫາກຍັງສ້າງຮູບພາບຂອງນ້ຳໃຈມິດຕະພາບ ຫວຽດນາມ-ລາວ ອັນບໍລິສຸດຜຸດຜ່ອງ.
![]() |
ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ. (ພາບ: VOV) |
ດ້ວຍການປະກອບສ່ວນອັນໃຫຍ່ຫຼວງ, ຄະນະ ແລະ ພະນັກງານໄດ້ຮັບລາງວັນອັນສູງສົ່ງຫຼາຍຢ່າງຄື: ວິລະຊົນກອງທັບ, ວິລະຊົນແຫ່ງການອອກແຮງງານ, ຫຼຽນກາເອກະລາດ, ຫຼຽນກາແຮງງານຂອງບັນດາຊັ້ນວັນນະຈາກຫວຽດນາມ; ລາວຍັງໄດ້ມອບຫຼຽນໄຊເອກະລາດຊັ້ນໜຶ່ງ ແລະ ຊັ້ນສອງໃຫ້ບັນດາກົມກອງລວມໝູ່ ແລະ ບຸກຄົນທີ່ກ່ຽວຂ້ອງນັບຮ້ອຍຫຼຽນ.
ອກຈາກພິທີຫຼັກແຫຼ່ງແລ້ວ, ວັນສະເຫຼີມສະຫຼອງຍັງເປັນໂອກາດ ເພື່ອພົບປະ ແລະ ຢັ້ງຢືນຄືນຄຳໝັ້ນສັນຍາທີ່ຈະໄປພ້ອມໆກັນ, ສືບຕໍ່ບໍາລຸງສ້າງ ແລະ ພັດທະນາສາຍພົວພັນຮ່ວມມືລະຫວ່າງສອງປະເທດນັບມື້ນັບພັດທະນາ, ຮັບປະກັນການກໍ່ສ້າງພື້ນຖານໂຄງລ່າງ, ເຕັກໂນໂລຢີ ແລະ ສັງຄົມໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງການເຊື່ອມໂຍງ ແລະ ພັດທະນາແບບຍືນຍົງຂອງລາວ.
![]() | ເພີ່ມທະວີການແລກປ່ຽນປະຊາຊົນ ເພື່ອຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ອິນເດຍ - ຫວຽດນາມ ຍສໝ - ນັ້ນແມ່ນຄຳປາໄສຂອງທ່ານ Hari Babu Kambhampati - ຜູ້ວ່າການລັດ Odisha, ອິນເດຍ ເນື່ອງໃນໂອກາດການຢ້ຽມຢາມນະຄອນ ດານັງ ໃນວັນທີ 2 ມິຖຸນາ 2025. |
![]() | ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 64 ປີແຫ່ງວັນໄຊຊະນະ Giron ຍສໝ - ຕອນບ່າຍວັນທີ 16 ເມສາ, ຢູ່ແຂວງວິ້ງຟຸກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ ສົມທົບກັບສະຖານທູດ ກູບາ ປະຈຳ ຫວຽດນາມ ໄດ້ຈັດຕັ້ງໂຄງການພົບປະມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960 – 2025) ... |
ມີງດຶກ