11:17 | 22/06/2025

ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະເທດຊາດ” ໃຫ້ແກ່ນັກທຸລະກິດ ສ.ເກົາຫຼີ ທີ່ໄດ້ປະກອບສ່ວນການກຸສົນຫຼາຍຢ່າງໃຫ້ແກ່ຫວຽດນາມ

ຜັນຂະຫຍາຍການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ຂົນຂວາຍ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ
ສົມທົບກັນຢ່າງມີປະສິດທິຜົນໃນການຊຸກຍູ້ການແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

ຕາມການລາຍງານຂອງບໍລິສັດຫຸ້ນສ່ວນ DK ENC ຫວຽດນາມ, ນອກຈາກບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນການພັດທະນາຂະແໜງການອຸດສາຫະກຳ golf ຫວຽດນາມ, ທ່ານ Jang Chin Hyuk ກໍ່ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວການກຸສົນ ແລະ ຄວາມຮັບຜິດຊອບທາງສັງຄົມ.

ປີ 2021, ທ່ານ​ໄດ້​ມອບ​ເງິນ​ຈຳນວນ 500 ລ້ານ​ດົ່ງ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເຈືອງ​ໝີ(ຮ່າ​ໂນ້ຍ) ​ເພື່ອ​ໜູນ​ຊ່ວຍ​ການ​ຕ້ານ​ພະຍາດ​ໂຄ​ວິດ-19. ປີ 2022, ທ່ານ​ໄດ້​ສືບ​ຕໍ່​ບໍລິຈາກ 100 ລ້ານ​ດົ່ງ​ໃຫ້​ລາຍການ “ລະດູບານໃໝ່​ແຫ່ງ​ການ​ກຸສົນ” ​ແລະ ອຸປະຖຳຂອງຂວັນ​ທີ່​ມີ​ມູນ​ຄ່າ 100 ລ້ານ​ດົ່ງ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ​ຢູ່​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ຮ່ວາງ​ວັນ​ທູ (​ເມືອງ ເຈືອງ​ມີ, ຮ່າ​ໂນ້ຍ). ​ໃນ​ປີ 2024, ພາຍຫຼັງ​ພາຍຸ​ Yagi ​ໄດ້​ພັດ​ເຂົ້າ​ຝັ່ງ, ທ່ານ​​ເຂົ້າ​ຮ່ວມ​ການ​ສະໜອງ​ອຸປະກອນ, ໂຕະ​ຮຽນ, ຕັ່ງ​ນັ່ງ, ​ເຄື່ອງ​ໃຊ້​ຈຳ​ເປັນ, ​ໄດ້​ບໍລິຈາກ 100 ລ້ານ​ດົ່ງ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ຢູ່​ເຂດຖືກ​ປະສົບ​ໄພ.

ນອກຈາກນັ້ນ, ຍັງໄດ້ປະກອບສ່ວນເຂົ້າໃນບັນດາກອງທຶນ, ການເຄື່ອນໄຫວການກຸສົນຄືກອງທຶນ “ຫົວໃຈໃຫ້ນ້ອງ” ເພື່ອຊ່ວຍເຫຼືອເດັກນ້ອຍທີ່ເປັນພະຍາດຫົວໃຈມາແຕ່ກຳເນີດ, ໄດ້ສະໜັບສະໜູນຄ່າໃຊ້ຈ່າຍໃນການຈັດການແຂ່ງຂັນ ກ໊ອຟ ເພື່ອລະດົມທຶນຊ່ວຍເຫຼືອຄົນເຈັບທີ່ເປັນມະເຮັງ ເອີ້ນວ່າ ການແຂ່ງຂັນ ກ໊ອຟ ການກຸສົນຈາກ ໂຮງໝໍ K.

​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ພັດທະນາ​ການ​ສຶກສາ ​ແລະ ​ແລກປ່ຽນ​ວັດທະນະທຳ, ທ່ານ​ໄດ້​ໜູນ​ຊ່ວຍ 200 ລ້ານ​ດົ່ງ/ປີ ​ໃຫ້​ແກ່​ງານ​ບຸນ​ເສັ້ນທາງ​ວັດທະນະທຳ​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ. ປີ 2020, ທ່ານ​ໄດ້​ໜູນ​ຊ່ວຍ 500 ລ້ານ​ດົ່ງ​ໃຫ້​ໂຮງຮຽນ​ສາກົນ​ສ.​ເກົາຫຼີ (2020) ເພື່ອໜູນ​ຊ່ວຍ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໃຫ້​ແກ່​ລຸ້ນໜຸ່ມ.

ນອກຈາກ​ບັນດາການ​ເຄື່ອນ​ໄຫວ​ກຸສົນ​, ທ່ານ Jang Chin Hyuk ກໍ່​ຕັ້ງໜ້າ​ຊຸກຍູ້​​ທາງ​ການ​ທູດ, ​ເສດຖະກິດ ​ແລະ ວັດທະນະທຳ​ລະຫວ່າງ ສ.​ເກົາຫຼີ ​ແລະ ຫວຽດນາມ. ທ່ານ​ເຂົ້າ​ຮ່ວມ ​ແລະ ສະໜັບສະໜູນ​ບັນດາ​ລາຍການ​ເຊື່ອມ​ຕໍ່ວິສາຫະກິດ, ສະໜັບສະໜູນ​ການ​ເຈລະຈາ​ການ​ຮ່ວມ​ມື, ລົງ​ນາມ​ໃນບັນດາຂໍ້ຕົກລົງ​​ຮ່ວມ​ມື​ທີ່​ສຳຄັນ, ສະໜັບສະໜູນ​ການຈັດ​ຕັ້ງ​ບັນດາ​ເຫດການ ​ແລະ ບັນດາ​ລາຍການແລກປ່ຽນ​ວັດທະນະທຳ. ຜ່ານນັ້ນ, ທ່ານກໍ່ເຂົ້າ​ຮ່ວມເຜີຍແຜ່​ ​ຫວຽດນາມ ​ເປັນ​ຈຸດໝາຍປາຍທາງ​ທີ່​ເປັນ​ມິດ, ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ແລພ ນັກ​ລົງທຶນ ສ.​ເກົາຫຼີ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ດ້ານ​ເສດຖະກິດ, ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ.

ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະເທດຊາດ” ໃຫ້ແກ່ນັກທຸລະກິດ ສ.ເກົາຫຼີ ທີ່ໄດ້ປະກອບສ່ວນການກຸສົນຫຼາຍຢ່າງໃຫ້ແກ່ຫວຽດນາມ

ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານ​ແອງ​ເຊີນ (ເບື້ອງຂວາ) ໄດ້ມອບຫຼຽນກາ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະຊາຊາດ” ໃຫ້ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ DK ENC ຫວຽດນາມ Jang Chin Hyuk, ວັນທີ 18 ມິຖຸນາ ຢູ່ຮ່າໂນ້ຍ. (ຮູບ: ດີ່ງຮວາ)

ກ່າວ​ຄຳ​ປາໃສ​ທີ່​ພິທີ​ມອບຫຼຽນກາລະນຶກ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ ຫວຽດນາມ - ສ.​ເກົາຫຼີ ​ໃນ 33 ປີ​ແຫ່ງ​ນັບແຕ່ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (22 ທັນວາ 1992 – 22ທັນວາ 2025). ທ່ານ​ກ່າວ​ວ່າ, ຫວຽດນາມ​ສາມາດ​ອີງ​ໃສ່​ຮູບ​ແບບ, ປະສົບການ​ການ​ພັດທະນາ​ເສດຖະກິດຂອງ ສ.​ເກົາຫຼີ ​ໃນ​ໄລຍະ​ພັດທະນາ​​ໃນ​ປະຈຸ​ບັນຂອງ​ປະ​ເທດ.

ຕາມ​ທ່ານ​ຟານ​ແອງ​ເຊີນ​ແລ້ວ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ຂອງ​ການ​ພົວພັນ​ສອງ​ຝ່າຍ. ຄຽງ​ຂ້າງ​ບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ, ນັກ​ວິ​ສາ​ຫະກິດ ສ.​ເກົາຫຼີ ຫຼາຍ​ຄົນ​ກໍ່​ຕັ້ງໜ້າ​ໜູນ​ຊ່ວຍ, ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ກຸສົນ, ປະກອບສ່ວນ​ເຂົ້າ​ໃນ​ຂົງ​ເຂດຮັບ​ປະກັນ​ສັງຄົມ​ຢູ່ ຫວຽດນາມ. ​ໃນ​ນັ້ນ, ທ່ານ Jang Chin Hyuk ​ແມ່ນ​ນັກທຸລະກິດ​ທີ່​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ, ​ເດັກນ້ອຍມີສະພາບການທີ່ທຸກຍາກ, ຜູ້​ເປັນ​ພະຍາດ​ມະ​ເຮັງ​ຢູ່ ຫວຽດນາມ.

ທ່ານ Jang Chin Hyuk ​ແບ່ງປັນ​ວ່າ: ​ໃນ​ເກືອບ 20 ປີ​ແຫ່ງ​ການ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ໄດ້​ເຫັນ​ປະຈັກ​ຕາ​ການ​ພັດທະນາ​ເສດຖະກິດສັງຄົມ​ທີ່​ປະ​ທັບ​ໃຈ​ຂອງ​ຫວຽດນາມ. ນີ້​ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ສາຍ​ເຫດ​ທີ່​ເຮັດ​ໃຫ້​ຫວຽດນາມ ​ກາຍ​ເປັນ​ຈຸດໝາຍປາຍທາງ​​ທີ່​ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ ສ.​ເກົາຫຼີ.

ທ່ານ Jang Chin Hyuk ປາດ​ຖະໜາ​ຢາກ​ສືບ​ຕໍ່​ຮັກສາ​ການ​ພົວພັນ​ຮ່ວມ​ມື​ທີ່ດີເລີດ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ​ຫວຽດນາມ, ​ໃນ​ນັ້ນ ​ມີ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ. ທ່ານຢືນຢັນ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ດ້ວຍຫຼຽນກາລະນຶກ “​ເພື່ອ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດຊາດ” ​ແລະ ມານະ​ພະຍາຍາມ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ງານບຸນກິລາ EPS ຄັ້ງທີ 2: ເຊື່ອມໂຍງເຂົ້າກັບປະຊາຄົມຊາວຫວຽດນາມ, ເຜີຍແຜ່ຄມິດຕະພາບຫວຽດນາມ - ສ.ເກົາຫຼີ ງານບຸນກິລາ EPS ຄັ້ງທີ 2: ເຊື່ອມໂຍງເຂົ້າກັບປະຊາຄົມຊາວຫວຽດນາມ, ເຜີຍແຜ່ຄມິດຕະພາບຫວຽດນາມ - ສ.ເກົາຫຼີ

ຍສໝ - ວັນ​ທີ 8 ມິຖຸນາ​ປີ 2025, ຫ້ອງ​ການ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດນາມ ປະຈຳ ສ.​ເກົາຫຼີ (EPS) ສົມທົບ​ກັບ​ສະຫະພັນ​ບານ​ເຕະ ຫວຽດນາມ ປະຈຳ ສ.​ເກົາຫຼີ (VFAK) ​ໄດ້​ຈັດ​ຕັ້ງ​ງານບຸນ​​​ກິລາ​ແຮງ​ງານ EPS ເປີດກວ້າງຄັ້ງ​ທີ 2 ຢູ່​ນະຄອນ Hwaseong. ເຫດການ​ໄດ້​ດຶງ​ດູດ​ຜູ້​ແທນ, ນັກ​ກິລາ 200 ກວ່າ​ຄົນ ...

ຊາວ ບັກຢາງ ຢູ່ ສ.ເກົາຫຼີ: ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານ ແລະ ຊີວິດ ຊາວ ບັກຢາງ ຢູ່ ສ.ເກົາຫຼີ: ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານ ແລະ ຊີວິດ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ສະມາຄົມໄທບ້ານ ບັກ​ຢາງ ຢູ່ ສ.​ເກົາຫຼີ ຫາກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ພົບປະໃນ​ຕົ້ນ​ປີ​ຢູ່​ນະຄອນ Incheon, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ຈັດ​ຕັ້ງ​ຫວຽດນາມ ​ແລະ ສ.​ເກົາຫຼີ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-20960.html

In bài biết