ສື່ມວນຊົນຫວຽດນາມ ແລະ ລາວ ສົມທົບກັນໂຄສະນາເຜີຍແຜ່ ແລະ ຖະແຫຼງຂ່າວຕ່າງປະເທດຢ່າງມີປະສິດທິຜົນ
![]() | ຫວຽດນາມ ແລະ ລາວ ຜັນຂະຫຍາຍບັນດາການເຄື່ອນໄຫວຄຸ້ມຄອງ ແລະ ພັດທະນາແຫຼ່ງຊັບພະຍາກອນອິນເຕີເນັດ |
![]() | ສາມແບບຢ່າງຂອງກໍ່ສ້າງ ແລະ ບຳລຸງນັກສຶກສາ ລາວ ທີ່ມີປະສິດທິຜົນ ແລະ ແທດຈິງ |
ຕາມສຳນັກຂ່າວສານ ຫວຽດນາມ, ກ່າວຄຳປາໄສທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ ໄດ້ຕີລາຄາສູງການສົມທົບກັນຢ່າງມີປະສິດທິຜົນລະຫວ່າງ 2 ປະເທດໃນຂົງ ວຽກງານໂຄສະນາ, ຂໍ້ມູນຂ່າວສານການຕ່າງປະເທດ. ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາອົງການຂ່າວໄດ້ປະກອບສ່ວນປັບປຸ່ງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ທ່ານເອກອັກຄະລັດຖະທູດສະເໜີບາງທິດທາງການຮ່ວມມືໃນໄລຍະຈະມາເຖິງເຊັ່ນ: ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການດ້ານວິຊາຊີບ; ສ້າງເງື່ອນໄຂສະດວກໃຫ້ແກ່ນັກຂ່າວໃນການເຮັດວຽກ, ພິເສດແມ່ນໃນບັນດາເຫດການໃຫຍ່; ຍູ້ແຮງບັນດາເນື້ອໃນໂຄສະນາກ່ຽວກັບການພົວພັນລະຫວ່າງສອງຝ່າຍ, ບັນດາຜົນງານປ່ຽນແປງໃໝ່, ນະໂຍບາຍພັດທະນາຂອງແຕ່ລະປະເທດ; ນຳໃຊ້ເຕັກໂນໂລຊີດິຈິຕອນເພື່ອເຂົ້າເຖິງໝູ່ປະຊາຊົນ, ໂດຍສະເພາະແມ່ນຊາວໜຸ່ມ. ທ່ານເອກອັກຄະລັດຖະທູດຍັງໄດ້ຮຽກຮ້ອງໃຫ້ຝ່າຍລາວ ສະໜັບສະໜູນການອອກອາກາດຊ່ອງໂທລະພາບພາກພາສາອັງກິດຂອງທະຍຸກະຈາຍສຽງຫວຽດນາມ ຢູ່ລາວ ຜ່ານພື້ນຖານໂຄງລ່າງ VL2000 ແລະ ເວທີ OTT.
![]() |
ການພົບປະກັບຜູ້ຕາງໜ້າອົງການຂ່າວລາວ ແລະ ອົງການຂ່າວຫວຽດນາມ ປະຈຳ ລາວ ໂດຍສະຖານທູດຫວຽດນາມ ປະຈຳລາວໃນຕອນເຊົ້າວັນທີ 17 ມິຖຸນາ. (ພາບ: VOV.VN) |
ທ່ານກຳມະການສູນກາງພັກ, ຮອງຫົວໜ້າໂຄສະນາອົບຮົມສູນກາງແນວພັກປະຊາຊົນປະຕິວັດລາວ ໄດ້ຢືນຢັນບົດບາດສຳຄັນຂອງສື່ມວນຊົນໃນການບຳລຸງສ້າງສາຍພົວພັນແບບພິເສດຫວຽດນາມ - ລາວ. ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນຂອງບັນດາອົງການຂ່າວຫວຽດນາມ ຢູ່ລາວ ໃນການເພີ່ມພູນຄູນສ້າງການພົວພັນແບບພິເສດຫວຽດນາມ - ລາວ ໃນການເຜີຍແຜ່ຂໍ້ມູນກ່ຽວກັບແນວທາງ, ນະໂຍບາຍຂອງພັກ ແລະ ລັດລາວ ເຖິງເພື່ອນມິດສາກົນ, ພ້ອມກັນນັ້ນ ກໍ່ປະກອບສ່ວນເຮັດໃຫ້ເລີກເຊິ່ງເຂົ້າໃນການພົວພັນທີ່ຕິດພັນກັນລະຫວ່າງສອງປະເທດ.
ການນຳສອງປະເທດເຫັນດີເປັນເອກະພາບສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂ່າວວິຊາຊີບ, ເພີ່ມທະວີການແລກປ່ຽນປະສົບການ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນການໂຄສະນາເຜີຍແຜ່, ມຸ່ງໄປເຖິງການກໍ່ສ້າງໜັງສືພິມປະຕິວັດທີ່ທັນສະໄໝ, ເຊື່ອມໂຍງເຂົ້າກັບການພັດທະນາແທດຈິງຂອງແຕ່ລະປະເທດ ແລະ ມິດຕະພາບແບບພິເສດຫວຽດນາມ - ລາວ.
ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ກະຊວງການຕ່າງປະເທດ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ໄດ້ມອບໃບຍ້ອງຍໍຂອງທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ໃຫ້ບັນດາລວມໝູ່ ແລະ ບຸກຄົນຂອງບັນດາອົງການຂ່າວຫວຽດນາມ ຢູ່ລາວ ເພື່ອມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານໂຄສະນາເຜີຍແຜ່ ແລະ ຖະແຫຼງຂ່າວຕ່າງປະເທດ.
![]() | ຫວຽດນາມ ແລະ ລາວ ມີສາຍພົວພັນແບບພິເສດ, ແມ່ນຊັບສິນອັນລ້ຳຄ່າ ແລະ ລ້ຳຄ່າ ຍສໝ - ຕອນບ່າຍວັນທີ 19 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບສະຫາຍ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດຮັບໜ້າທີ່ວຽກງານຢູ່ ຫວຽດນາມ. |
![]() | ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ ຍສໝ - ຕອນບ່າຍວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນ່າງ ຄຳປາວ ເອີນທະວັນ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນ ລາວ. ການພົບປະເພື່ອແນໃສ່ປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມື ແລະ ການແລກປ່ຽນປະຊາຊົນລະຫວ່າງ 2 ປະເທດຢ່າງແທດຈິງ ແລະ ມີປະສິດທິຜົນ. |
ແທັງຮັ່ງ