ການພົບປະແລກປ່ຽນວັດທະນະທຳ - ມິດຕະພາບ 2025: ເຊື່ອມຕໍ່ກັບປະຊາຄົມ, ເຜີຍແຜ່ຮູບພາບຫວຽດນາມເປັນມິດ
ເຫດການມີການເຂົ້າຮ່ວມຂອງ ທ່ານ ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ Meynardo Los Banos Montealegre, ພ້ອມດ້ວຍບັນດາກົງສຸນໃຫຍ່, ຮອງກົງສຸນໃຫຍ່ ແລະ ຜູ້ຕາງໜ້າບັນດາສະຖານກົງສຸນໃຫຍ່ ລາວ, ກຳປູເຈຍ, ໄທ, ອິນໂດເນເຊຍ, ສ.ເກົາຫຼີ, ອັງກິດ, ລັດເຊຍ, ກູບາ...
ໂຄງການໄດ້ແນະນຳກວ່າ 20 ລາຍການສິລະປະທີ່ດີເດັ່ນພິເສດ, ເຂັ້ມໄປດ້ວຍສີສັນວັດທະນະທຳມູນເຊື້ອຂອງຫຼາຍປະເທດ, ປະກອບສ່ວນສ້າງພື້ນທີ່ແລກປ່ຽນທີ່ມີຊີວິດຊີວາ, ຫຼາຍສີສັນ.
![]() |
ລາຍການສະແດງໜຶ່ງທີ່ສະແດງຢູ່ລາຍການພົບປະແລກປ່ຽນວັດທະນະທຳ - ມິດຕະພາບປີ 2025. (ຮູບ: ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ) |
ກ່າວຄຳປາໄສທີ່ເຫດການນີ້, ທ່ານ ໂຮ່ຊວນເລີມ, ຮອງປະທານ - ເລຂາທິການໃຫຍ່ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນນອນຢູ່ໃນຂອບເຂດການຮ່ວມມືທາງການທູດລະຫວ່າງປະຊາຊົນໄລຍະ 2023 – 2025 ລະຫວ່າງໜ່ວຍງານນີ້ ແລະ ເຂດທ່ອງທ່ຽວວັດທະນະທຳ ຊວຍຕ໋ຽນ, ເພື່ອເພີ່ມທະວີຄວາມເຂົ້ົ້າໃຈ, ສະໜິດຕິດພັນລະຫວ່າງປະຊາຊົນຫວຽດນາມ ກັບ ໝູ່ເພື່ອນສາກົນ, ຜ່ານນັ້ນ ກໍ່ປະກອບສ່ວນແຜ່ຮູບພາບປະເທດຊາດ.
ທ່ານຢັ້ງຢືນວ່າ ວັດທະນະທຳ - ສິລະປະແມ່ນຂົວເຊື່ອມຕໍ່ທີ່ສຳຄັນໃນວຽກງານການພົວພັນທາງການທູດລະຫວ່າງປະຊາຊົນ, ບໍ່ພຽງແຕ່ສະແດງໃຫ້ເຫັນສີສັນສະເພາະຂອງແຕ່ລະປະເທດເທົ່ານັ້ນ, ຫາກຍັງຊ່ວຍເພີ່ມທະວີຄວາມສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາປະເທດ.
ທ່ານເຊື່ອໝັ້ນວ່າໂຄງການຈະປະກອບສ່ວນສົ່ງເສີມຂໍ້ມູນຂ່າວສານກ່ຽວກັບຫວຽດນາມເປັນມິດ, ຄວາມໃນໃຈ1ຢ່າງຕັ້ງໜ້າ; ພ້ອມກັນນັ້ນ ສ້າງກາລະໂອກາດແລກປ່ຽນ, ຮຽນຮູ້ໃຫ້ປະຊາຄົມຊາວຕ່າງປະເທດທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ, ປະກອບສ່ວນຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາ.
![]() |
ບັນດາຫົວໜ່ວຍທີ່ໄດ້ຮັບຫຼຽນກາລະນຶກຈາກສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈິມິນ. (ຮູບ: ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ) |
ເນື່ອງໃນໂອກາດນີ້, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈິມິນ ໄດ້ມອບຫຼຽນກາທີ່ລະນຶກໃຫ້ບັນດາຫົວໜ່ວຍພາຍໃນ ແລະ ຕ່າງປະເທດທີ່ເຂົ້າຮ່ວມລາຍການສະແດງສິລະປະ.
![]() | ສະຫະພັນມິດຕະພາບແຂວງ ດົ່ງນາຍ ບັນລຸໄດ້ບັນດາໝາກຜົນຕັ້ງໜ້າໃນການພັດທະນາບັນດາສະມາຄົມມິດຕະພາບສະມາຊິກ ຍສໝ - ສິ່ງດັ່ງກ່າວປະກອບສ່ວນແຜ່ຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ເວົ້າລວມ ແລະ ດົ່ງນາຍ ເວົ້າສະເພາະກັບເພື່ອນມິດສາກົນ, ພິເສດແມ່ນບັນດາປະເທດທີ່ພວມລົງທຶນຢູ່ ດົ່ງນາຍ. |
![]() | “ສະຫະພັນບັນດາອົງການມິດຕະພາບຫວຽດນາມ: 74 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືສາກົນ” ຍສໝ - ວັນທີ 17 ພະຈິກ 1950 ໄດ້ເຂົ້າໃນປະຫວັດສາດຄືເປັນຂີດໝາຍສຳຄັນ, ສະໜິດຕິດພັນການປະຕິວັດ ຫວຽດນາມ ກັບຂະບວນການກ້າວໜ້າຂອງປະຊາຊົນໂລກ ແລະ ຫຼັງຈາກນັ້ນ ໄດ້ຮັບຮູ້ຢ່າງເປັນທາງການວ່າແມ່ນວັນມູນເຊື້ອຂອງບັນດາອົງການມິດຕະພາບ ຫວຽດນາມ, ກຳລັງຫຼັກແຫຼ່ງໃນວຽກງານການທູດປະຊາຊົນ. |
ແທັງຮັ່ງ