ຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍ, ຂົນຂວາຍປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ
![]() | ມອບຈົດໝາຍທາງການຄັດຄ້ານບັນດາການເຄື່ອນໄຫວລະເມີດອະທິປະໄຕຂອງຫວຽດນາມ ສຳລັບເຈື່ອງຊາ |
![]() | ປະຊາຄົມຊາວຫວຽດນາມ ຢູ່ ອຸດສະເບກິດສະຖານ ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນ |
ຂໍ້ມູນກັບຄະນະຜູ້ແທນກ່ຽວກັບສະພາບການປະຊາຄົມຢູ່ບໍລິເວັນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຫວູໂຮ່ ໃຫ້ຮູ້ວ່າ ປະຈຸບັນ ມີຊາວຫວຽດນາມ ປະມານ 350.000 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ຫຼາຍແຂວງ, ນະຄອນຂອງ ສ.ເກົາຫຼີ, ສຸມໃສ່ຢູ່ Seoul, Incheon, Gyeongbuk, Gyeongnam, Busan... ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ກໍ່ແມ່ນຊຸມຊົນໜຸ່ມ, ໃນລະດັບການເຕີບໂຕ ແລະ ເຊື່ອມໂຍງຢ່າງວ່ອງໄວ. ສະມາຄົມ ຫວຽດນາມ ຢູ່ ສ.ເກົາຫຼີ ແມ່ນມີຄວາມຫຼາກຫຼາຍ, ສ້າງຕັ້ງຂື້ນບົນພື້ນຖານບັນດາຂົງເຂດ, ອຸດສາຫະກໍາ, ລັກສະນະທີ່ແຕກຕ່າງກັນ ແລະ ເຄື່ອນໄຫວຕາມທິດທາງນັບມື້ນັບຕັ້ງໜ້າ ແລະ ມີປະສິດທິຜົນ.
![]() |
ທ່ານປະທານຄະນະກຳມະການໄດ້ກ່າວປາໄສທີ່ກອງປະຊຸມເຮັດວຽກ ແລະ ພົບປະກັບປະຊາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ. (ພາບ: ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ) |
ຜູ້ຕາງໜ້າບັນດາສະມາຄົມໃຫ້ຮູ້ວ່າ ໃນໄລຍະມໍ່ໆມານີ້, ດ້ວຍການຮ່ວມເດີນທາງ, ໜູນຊ່ວຍຂອງຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ສະຖານທູດ, ສະມາຄົມໄດ້ສືບຕໍ່ປັບປຸງການຈັດຕັ້ງ, ຜັນຂະຫຍາຍຫຼາຍການເຄື່ອນໄຫວເພື່ອໜູນຊ່ວຍປະຊາຄົມເຊື່ອມໂຍງເຂົ້າກັບສັງຄົມປະຈຳຖິ່ນ, ຮັກສາສະຖຽນລະພາບຊີວິດ, ກໍ່ສ້າງ ແລະ ຮັກສາບັນດາຫ້ອງຮຽນສອນ, ຮຽນພາສາຫວຽດນາມ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ໂຄສະນາວັດທະນະທຳ, ຊຸກຍູ້ການລົງທຶນ, ໂດຍຜ່ານນັ້ນ ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ປະກອບສ່ວນສ້າງສາບ້ານເກີດເມືອງນອນຂອງຫວຽດນາມ.
ເນື່ອງໃນໂອກາດນີ້, ປະຊາຊົນຍັງໄດ້ປຶກສາຫາລືກັບຄະນະຜູ້ແທນກ່ຽວກັບແຜນການເຄື່ອນໄຫວທີ່ຈະມາເຖິງ, ພ້ອມທັງສະເໜີບາງຂໍ້ສະເໜີ ແລະ ປາດຖະໜາຄື: ຮຽກຮ້ອງຄະນະກຳມະການຈັດຕັ້ງບັນດາການເຄື່ອນໄຫວສຳລັບຊາວຫວຽດນາມຢູ່ຕ່າງປະເທດ, ສືບຕໍ່ໜູນຊ່ວຍກໍ່ສ້າງຕູ້ປຶ້ມພາສາຫວຽດນາມ ຢູ່ທ້ອງຖິ່ນທີ່ມີຊາວ ຫວຽດນາມ ເປັນຈຳນວນຫຼວງຫຼາຍ, ເພີ່ມທະວີການໂຄສະນາສຶກສາໃຫ້ຊາວໜຸ່ມກ່ຽວກັບກົດໝາຍ ແລະ ຮີດຄອງປະເພນີຢູ່ທ້ອງຖິ່ນ, ໜູນຊ່ວຍບັນດາເຄືອຂ່າຍນະວັດຕະກຳ ເຊື່ອມໂຍງກັບບັນດາທ້ອງຖິ່ນ, ອົງການ, ອົງການຈັດຕັ້ງພາຍໃນປະເທດ, ສືບຕໍ່ເອົາໃຈໃສ່ເຖິງວຽກງານຍ້ອງຍໍ, ອວຍພອນຊາວຫວຽດນາມຢູ່ຕ່າງປະເທດ...
ກ່ຽວກັບນະໂຍບາຍ, ກົດໝາຍກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຍາດຕິພີ່ນ້ອງປາດຖະໜາຢາກໄດ້ສັນຊາດຫວຽດນາມຄືນໃໝ່, ພ້ອມທັງ ຮັກສາສັນຊາດຕ່າງປະເທດໃຫ້ມີຄວາມໝັ້ນຄົງໃນການດຳເນີນທຸລະກິດ ແລະ ດຳລົງຊີວິດຢູ່ຕ່າງປະເທດ, ກໍ່ຄືນັບມື້ນັບຕິດພັນ ແລະ ປະກອບສ່ວນເພີ່ມທະວີການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ທ່ານປະທານຄະນະກຳມະການ ຫງວຽນຈຸງກຽນ ໄດ້ຕອບບາງຄຳຖາມຂອງປະຊາຊົນ; ຢືນຢັນວ່າ ພັກ ແລະ ລັດຂອງ ຫວຽດນາມ ຍາມໃດກໍ່ເຄົາລົບການປະກອບສ່ວນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເອົາໃຈໃສ່ເປັນພິເສດ ເຖິງພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ. ຫວ່າງມໍ່ໆມານີ້, ຫຼາຍຂໍ້ກຳນົດນະໂຍບາຍຕໍ່ຊາວຫວຽດນາມຢູ່ຕ່າງປະເທດໄດ້ສືບຕໍ່ກຳນົດໄວ້, ໃນນັ້ນມີກົດໝາຍປັບປຸງ 03 ສະບັບໂດຍສະພາແຫ່ງຊາດໄດ້ຮັບການຮັບຮອງເອົາ, ໃນນັ້ນມີກົດໝາຍວ່າດ້ວຍຕົວຕົນ, ກົດໝາຍວ່າດ້ວຍເຮືອນຢູ່, ກົດໝາຍວ່າດ້ວຍທີ່ດິນ. ປະຈຸບັນ, ສະພາແຫ່ງຊາດພວມຄົ້ນຄ້ວາ, ພິຈາລະນາປັບປຸງ ແລະ ປະກາດໃຊ້ຮ່າງກົດໝາຍກ່ວາ 30 ສະບັບໃນຫຼາຍຂົງເຂດ, ໃນນັ້ນມີກົດໝາຍວ່າດ້ວຍສັນຊາດພວມໄດ້ຮັບການປັບປຸງ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ຊາວຕ່າງປະເທດ ແລະ ຊາວຫວຽດນາມ ຢູ່ຕ່າງປະເທດ ເມື່ອປະຕິບັດບັນດາຂັ້ນຕອນເຂົ້າສັນຊາດຫວຽດນາມຄືນໃໝ່, ບັນລຸຄວາມມຸ່ງມາດປາດຖະໜາອັນຊອບທຳຂອງຊາວຕ່າງປະເທດ.
ທ່ານປະທານຄະນະກຳມະການໄດ້ແບ່ງປັນຄວາມຫຍຸ້ງຍາກໃຫ້ປະຊາຄົມ ແລະ ປາດຖະໜາວ່າ ຈະສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ ເພື່ອກໍ່ສ້າງປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ເພີ່ມທະວີບົດບາດຂອງສະມາຄົມໃນການໜູນຊ່ວຍພີ່ນ້ອງຮ່ວມຊາດໃນສະພາບຫຍຸ້ງຍາກ, ເພີ່ມທະວີຄວາມຮັບຮູ້ກ່ຽວກັບການປະຕິບັດກົດໝາຍ, ເຂົ້າໃຈວັດທະນະທຳ ແລະ ພາສາ, ດ້ວຍເຫດນີ້ຈຶ່ງປັບປຸງຮູບພາບດີງາມ ແລະ ທີ່ຕັ້ງຂອງປະຊາຄົມປະຈຳຖິ່ນ. ທ່ານປະທານຄະນະກຳມະການ ໄດ້ຊຸກຍູ້ສະມາຄົມນັກສຶກສາ ຫວຽດນາມ ຢູ່ ສ.ເກົາຫຼີ ດ້ວຍຄວາມຂະຫຍັນຂັນເຄື່ອນ ແລະ ບຸກເບີກ, ຕ້ອງລະດົມຢ່າງຕັ້ງໜ້າບັນດາສະມາຊິກເຂົ້າຮ່ວມການສອນພາສາຫວຽດນາມ ໃຫ້ແກ່ລູກຫຼານຊາວຫວຽດນາມ ຢູ່ຕ່າງປະເທດ, ຊຸກຍູ້ການເຄື່ອນໄຫວວັດທະນະທຳ ແລະ ກິລາ ແລະ ໜູນຊ່ວຍປະຊາຄົມພ້ອມກັບການຮ່ຳຮຽນ ແລະ ແນະນຳອາຊີບ.
![]() |
ຄະນະຜູ້ແທນໄດ້ຖ່າຍຮູບທີ່ລະນຶກກັບທ່ານເອກອັກຄະລັດຖະທູດ, ກົງສຸນໃຫຍ່ ແລະ ສະມາຄົມຊາວຫວຽດນາມ ປະຈຳ ສ.ເກົາຫຼີ. (ພາບ: ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ) |
ທ່ານປະທານຄະນະກຳມະການໄດ້ເຊີນປະຊາຊົນເຂົ້າຮ່ວມລາຍການ, ເຫດການສຳລັບຊາວ ຫວຽດນາມ ຢູ່ຕ່າງປະເທດ ທີ່ຄະນະກຳມະການຈະເປັນປະທານແລະ ສົມທົບກັນ ເພື່ອຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ, ວັນທີ 2 ກັນຍາ ຈະມາເຖິງ. ເນື່ອງໃນໂອກາດນີ້, ທ່ານປະທານຄະນະກຳມະການກໍ່ໄດ້ມອບປື້ມເກືອບ 400 ຫົວກ່ຽວກັບການສອນ ແລະ ຮຽນພາສາຫວຽດນາມ, ປຶ້ມປະຫວັດສາດ, ວັດທະນະທຳ, ເລື່ອງດ້ວຍພາບພາສາຫວຽດນາມ... ໃຫ້ສະຫະສະມາຄົມຊາວຫວຽດນາມຢູ່ ສ.ເກົ່າຫຼີ ເພື່ອໜູນຊ່ວຍບັນດາຫ້ອງຮຽນຂອງຊຸມຊົນ, ປະກອບສ່ວນຊຸກຍູ້ການຮຽນການສອນພາສາຫວຽດນາມ ໃນຂົງເຂດ.
ທີ່ການພົບປະ, ທ່ານນາງກົງສຸນໃຫຍ່ຫວຽດນາມ ປະຈຳ Busan ຜູ້ທຳອິດ ດວານເຟືອງລານ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບປະຊາຊົນເປັນຄັ້ງທຳອິດ; ແບ່ງປັນກ່ຽວກັບແຜນການສ້າງຕັ້ງກົງສຸນໃຫຍ່; ຢືນຢັນວ່າ ວຽກງານຊຸມຊົນແມ່ນໜຶ່ງໃນບັນດາວຽກງານສຳຄັນຂອງຫ້ອງການຜູ້ຕາງໜ້າ ແລະ ພ້ອມແລ້ວທີ່ຈະໄປພ້ອມກັບ, ໜູນຊ່ວຍ ແລະ ສົມທົບກັບປະຊາຊົນໃນໄລຍະຈະມາເຖິງໃນການປະຕິບັດບັນດາການເຄື່ອນໄຫວຂອງຊຸມຊົນ.
ຄະນະປະຕິບັດງານໄດ້ໄປຢ້ຽມຢາມສໍານັກງານໃຫຍ່ຂອງບໍລິສັດ PLKOREA TRADING CO.,LTD ທີ່ Incheon ຂອງຄອບຄົວທ່ານ ຫວູໝ້າວ, ຊາວຫວຽດນາມ ໄດ້ອາໄສຢູ່ ແລະ ເຮັດວຽກຢູ່ ສ.ເກົາຫຼີ ຕັ້ງແຕ່ຕົ້ນຊຸມປີ 2010. ທ່ານ ຫວູໝ້າວ ໂດຍມີຄວາມຮູ້ສຶກຕື້ນຕັນໃຈເມື່ອຄະນະປະຕິບັດງານໄດ້ໄປຢ້ຽມຢາມ; ໄດ້ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກໃນການດຳເນີນທຸລະກິດນັບແຕ່ເລີ່ມດຳເນີນທຸລະກິດ ແລະ ສະແດງໃຫ້ເຫັນວ່າ ເຖິງວ່າດຳລົງຊີວິດຢູ່ ສ.ເກົາຫຼີ, ແຕ່ຍາມໃດກໍ່ປາດຖະໜາຢາກເຖິງບ້ານເກີດເມືອງນອນ. ທ່ານປະທານຄະນະກຳມະການ ຫງວຽນຈຸງກຽນ ຕີລາຄາສູງບັນດາຄວາມມານະພະຍາຍາມລຸກຂຶ້ນ, ຊຸກຍູ້ໃຫ້ລາວ ແລະ ຄອບຄົວຜ່ານຜ່າອຸປະສັກຕ່າງໆເພື່ອສືບຕໍ່ພັດທະນາທຸລະກິດ, ຮັກສາຮີດຄອງປະເພນີວັດທະນະທຳຫວຽດນາມ ແລະ ສົມທົບກັບສະມາຄົມໜູນຊ່ວຍພີ່ນ້ອງຮ່ວມຊາດໃນສະພາບຫຍຸ້ງຍາກຢູ່ ສ.ເກົາຫຼີ.
ຄະນະປະຕິບັດງານ ໄດ້ຮັບຟັງ ແລະ ສັງເກດຄຳເຫັນ ແລະ ໃບສະເໜີຂອງປະຊາຊົນ ແລະ ຢືນຢັນວ່າ ໃນໄລຍະຈະມາເຖິງ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງໃນການປະຕິບັດວຽກງານຊຸມຊົນ, ເຮັດໃຫ້ດີກ່ວາອີກຕາມຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ.
![]() | ເພີ່ມທະວີການພົວພັນ ແລະ ສະໜັບສະໜູນການພັດທະນາຂອງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ຍສໝ - ວັນທີ 6 ເມສາ, ສະຫະພັນສະມາຄົມບັນດາສະມາຄົມຫວຽດນາມ ຢູ່ຍີ່ປຸ່ນ (ສະຫະພັນສະມາຄົມ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອາຍຸການ 2025 – 2028, ປຶກສາຫາລື ແລະ ສະເໜີບັນດາທິດທາງການເຄື່ອນໄຫວໃນອາຍຸການໃຫມ່ ເພື່ອແນໃສ່ເພີ່ມທະວີການພົວພັນ, ຊຸກຍູ້ການພັດທະນາປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ. |
![]() | ຄວາມຮັກແພງຂອງຊາວຫວຽດນາມ ໃນເຫດແຜ່ນດິນໄຫວຢູ່ໄທ ຍສໝ - ພາຍຫຼັງເຫດແຜ່ນດິນໄຫວຢູ່ໄທໃນວັນທີ 28 ມີນາ, ຕາມແຫຼ່ງຂ່າວຈາກປະຊາຄົມຊາວຫວຽດນາມ ຢູ່ ໄທ, ກ່ຽວກັບບັນດາກຸ່ມຊຸມຊົນ, ຊາວຫວຽດນາມ ຫຼາຍຄົນໄດ້ແບ່ງປັນສະພາບການ, ສະໜອງຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແລະ ຮຽກຮ້ອງຊ່ວຍເຫຼືອ, ສະແດງໃຫ້ເຫັນຈິດໃຈສາມັກຄີ, ເຊື່ອມໂຍງເຂົ້າກັບຄວາມຫຍຸ້ງຍາກ. |
ມີງດຶກ