16:18 | 09/06/2025

ເພີ່ມທະວີການສົມທົບກັນລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນຫວຽດນາມ - ລາວ

ກອງປະຊຸມແຮກສ່ຽວກຸ່ມບ້ານທີ່ຢູ່ສອງຝັ່ງຊາຍແດນຫວຽດນາມ - ລາວ
ກອງປະຊຸມສະຫຼຸບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2
ເພີ່ມທະວີການສົມທົບກັນລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນຫວຽດນາມ - ລາວ

Đội hình tuần tra song phương giữa Đồn Biên phòng Cửa khẩu quốc tế Nậm Cắn và Đại đội Bảo vệ biên giới 221.

ກຳລັງການ​ລາດ​ຕະ​ເວນ​ສອງ​ຝ່າຍລະ​ຫວ່າງ ປ້ອມປ້ອງກັນຊາຍແດນດ່ານ​ສາກົນ ນໍ້າກັ້ນ ແລະ ກອງຮ້ອຍ​ປ້ອງ​ກັນ​ຊາຍ​ແດນ 221.

ຜ່ານ​ຜ່າ​ສະພາບ​ດິນ​ຟ້າ​ອາກາດ​ຝົນ, ຖະໜົນ​ຫົນທາງ​ທີ່​ເປ່​ເພຊ່ອງພູ​ທີ່​ອັນຕະລາຍ, ກໍາລັງ​ຂອງ​ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ກວດກາ, ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ. ພ້ອມ​ກັນ​ນັ້ນ, ກໍ່​ໄດ້​ຈັດ​ຕັ້ງ​ການ​ເຮັດ​ຄວາມ​ສະ​ອາດ​ເຂດ​ຫຼັກ​ໝາຍ ແລະ ​ແລກປ່ຽນ​ຂໍ້​ມູນ​ຂ່າວສານທີ່​ກ່ຽວຂ້ອງ​ກັບ​ສະພາບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່ເສັ້ນທາງ​ຊາຍ​ແດນ.

ເພີ່ມທະວີການສົມທົບກັນລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນຫວຽດນາມ - ລາວ

ຂ້າມຫ້ວຍເພື່ອລາດຕະເວນຊາຍແດນ.

ການເຄື່ອນໄຫວ​ລາດຕະ​ເວນ​ໄດ້​ດຳ​ເນີນ​ໄປ​ຕາມ​ແຜນການ, ຮັບປະກັນ​ຄວາມ​ປອດ​ໄພ​ຢ່າງ​ແທ້​ຈິງ​ໃຫ້​ແກ່​ປະຊາຊົນ, ອາວຸດ ແລະ ປະກອບ. ສອງ​ຝ່າຍ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ລົງ​ນາມ​ໃນ​ສັນຍາ​ວ່າດ້ວຍ ສົມທົບ​ກັນ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຄົ້ົ້ນພົບ, ສະກັດ​ກັ້ນ​ບັນດາພຶດຕິກຳລະເມີດ​ລະບຽບ​ການ​ຊາຍ​ແດນ​ຢ່າງ​ທັນ​ການ, ປະກອບສ່ວນ​ຮັກສາ​ຄວາມໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາແບບຍືນຍົງ.

ເພີ່ມທະວີການສົມທົບກັນລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນຫວຽດນາມ - ລາວ

ສອງ​ຝ່າຍ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວ​ສານ​ທີ່​ກ່ຽວຂ້ອງ​ຢູ່​ຫຼັກ​ໝາຍ 404.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 4 ມິຖຸນາ​ນີ້, , ຄ້າຍທະຫານປ້ອງກັນຊາຍແດນ ແຫ້ງຢິ້ກ (ທະຫານປ້ອງກັນຊາຍແດນ ​ເຫງ້ອານ) ກໍ່​ໄດ້​ສົມທົບ​ກັບ​ກອງຮ້ອຍ​ປ້ອງ​ກັນ​ຊາຍ​ແດນ 216, ​ແຂວງ ຫົວພັນ (ລາວ) ຈັດ​ຕັ້ງ​ແຕ່​ຫຼັກ 367 ຫາ​ ຫຼັກ 368.

ເພີ່ມທະວີການສົມທົບກັນລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນຫວຽດນາມ - ລາວ

ຄ້າຍທະຫານປ້ອງກັນຊາຍແດນ ແຫ້ງຢິ້ກ ແລະ ກອງຮ້ອຍ​ປ້ອງ​ກັນ​ຊາຍ​ແດນ 216 (​ແຂວງ ຫົວພັນ) ​ໄດ້​ແລກປ່ຽນ​ສະພາບການໃນ​ຂະບວນການ​ລາດຕະ​ເວນ.

ສອງຝ່າຍຍັງໄດ້ສົມທົບກັນກວດກາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ສະພາບຄວາມປອດໄພຂອງລະບົບຫຼັກໝາຍຊາຍແດນ; ພ້ອມ​ກັນ​ນັ້ນ, ​ກໍ່​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເສັ້ນ​ຊາຍ​ແດນ​ທີ່​ກ່ຽວຂ້ອງ.

ຄໍາແນະນໍາສໍາລັບການຈັດຕັ້ງປະຕິບັດສັນຍາການຄ້າຊາຍແດນ ຫວຽດນາມ - ລາວ ຄໍາແນະນໍາສໍາລັບການຈັດຕັ້ງປະຕິບັດສັນຍາການຄ້າຊາຍແດນ ຫວຽດນາມ - ລາວ

ຍສໝ - ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 56/2018/TT - BCT ກ່ຽວກັບການແນະນໍາການຈັດຕັ້ງປະຕິບັດມາດຕາ ຈໍານວນຫນຶ່ງຂອງສັນຍາການຄ້າຊາຍແດນລະຫວ່າງ ລັດຖະບານແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ, ມີຜົນບັງຄັບໃຊ້ແຕ່ວັນທີ 18 ກຸມພາ ປີ 2019 ເປັນຕົ້ນໄປ.

ອັດຊຸດຝຶກອົບຮົມວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນຫວຽດນາມ - ລາວ ອັດຊຸດຝຶກອົບຮົມວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນຫວຽດນາມ - ລາວ

ວັນທີ 30 ພະຈິກ, ທະຫານຊາຍແດນແຂວງກວາງຈິ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມ ວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນໃຫ້ບັນດາພະນັກງານສັງກັດກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ແລະສາລະວັນ (ສປປ ລາວ) ປີ 2018.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-20923.html

In bài biết