12:35 | 09/06/2025

ຫວຽດ​ນາມ ລົງ​ນາມ​ໃນ​ບັນ​ດາ​ຂໍ້​ຕົກ​ລົງ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ມີ​ມູນ​ຄ່າ​ເກືອບ 3 ຕື້ USD ​ຈາກ ອາ​ເມ​ລິ​ກາ

ຫວຽດນາມ ຊອກ​ຫາ​ກາລະ​ໂອກາດ​ເພີ່ມ​ການ​ນຳ​ເຂົ້າ​ສິນຄ້າ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ​ຈາກ ອາ​ເມ​ລິ​ກາ
ກອງ​ທັບ ໄທ - ກຳ​ປູ​ເຈຍ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ
ຫວຽດ​ນາມ ລົງ​ນາມ​ໃນ​ບັນ​ດາ​ຂໍ້​ຕົກ​ລົງ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ມີ​ມູນ​ຄ່າ​ເກືອບ 3 ຕື້ USD ​ຈາກ ອາ​ເມ​ລິ​ກາ
ທ່ານລັດຖະມົນຕີ ໂດະດຶກຢຸຍ ເປັນປະທານວາລະປຶກສາຫາລືກ່ຽວກັບການເພີ່ມທະວີການແລກປ່ຽນການຄ້າສອງສົ້ນ (ພາບ: VOV)

ບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນຂອບເຂດການປະຕິບັດງານຂອງຄະນະຜູ້ແທນກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ຢູ່ບັນດາລັດ Iowa, Ohio, Maryland ແລະ ນະຄອນຫຼວງ ວໍຊິງຕັນ (ອາເມລິກາ) ແຕ່ວັນທີ 2 – 6 ມິຖຸນາ. ນີ້ແມ່ນບາດກ້າວສຳຄັນໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ.

ຄະນະປະຕິບັດງານໂດຍທ່ານລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ, ໂດະດຶກຢຸຍ ນຳໜ້າ ຄະນະຜູ້ແທນລວມມີຜູ້ຕາງໜ້າຂອງເກືອບ 50 ອົງການ, ວິສາຫະກິດກະສິກຳ ແລະ ສະຫະສະມາຄົມ ເດີນທາງໄປຍັງ ອາເມລິກາ ເພື່ອແນໃສ່ຊຸກຍູ້ການຄ້າສອງສົ້ນ. ເມື່ອຕີລາຄາກ່ຽວກັບໝາກຜົນຂອງການປະຕິບັດງານຄັ້ງນີ້, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດະດຶກຢຸຍ ຢັ້ງຢືນວ່າ:

“ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຫຼາຍສະບັບເພື່ອເພີ່ມທະວີການຊື້ຜະລິດຕະພັນກະເສດຈາກ ອາເມລິກາ ດ້ວຍຕົວເລກທີ່ໜ້າປະທັບໃຈ ເກືອບ 3 ຕື້ USD, ລື່ນກາຍຕົວເລກທີ່ໄດ້ວາງອອກໃນເບື້ອງຕົ້ນ, ແມ່ນ 2 ຕື້ USD, ຜ່ານນັ້ນປະກອບສ່ວນສຳຄັນເພື່ອສ້າງຄວາມດຸ່ນດ່ຽງໃນດຸນການຄ້າລະຫວ່າງສອງປະເທດ. ທີສອງແມ່ນ, ຜ່ານບັນດາເວທີປາໄສ, ການພົບປະ, ປະຊາຄົມວິສາຫະກິດຂອງ ຫວຽດນາມ ແລະ ອາເມລິກາ ໄດ້ມີຂໍ້ມູນຢ່າງຄົບຖ້ວນເພື່ອມີເງື່ອນໄຂສຳພັດ, ເປີດກວ້າງຕະຫຼາດ, ປະຕິບັດບັນດາການເຄື່ອນໄຫວຮ່ວມມື, ລົງທຶນ, ດຳເນີນທຸລະກິດໃນຂົງເຂດການຄ້າສິນກະເສດສອງສົ້ນລະຫວ່າງສອງປະເທດ.”

ອົງການ COPI (ອາ​ເມ​ລິ​ກາ) ຈັດ​ຕັ້ງ​ການ​ກວດ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ປະຊາຊົນ​ເກືອບ 1.000 ຄົນ​ຢູ່ ກວາງ​ນາມ ອົງການ COPI (ອາ​ເມ​ລິ​ກາ) ຈັດ​ຕັ້ງ​ການ​ກວດ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ປະຊາຊົນ​ເກືອບ 1.000 ຄົນ​ຢູ່ ກວາງ​ນາມ

ຍສໝ - ໃນລະຫວ່າງວັນທີ 23-29 ພຶດສະພາ, ອົງການ Children of Peace International (COPI/ອາ​ເມ​ລິ​ກາ) ໄດ້ສົມທົບກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ກວາງນາມ ເພື່ອຈັດຕັ້ງການກວດແຂ້ວ, ແນະນຳອະນາໄມປາກ ແລະ ມອບຂອງຂວັນໂດຍບໍ່ເສຍຄ່າໃຫ້ແກ່ນັກຮຽນ ແລະ ປະຊາຊົນເກືອບ 1.000 ຄົນຢູ່ເທດສະບານ ດ້ຽນບານ, ແຂວງກວາງນາມ.

ບັນດາ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ​ເພີ່ມຄວາມໄວການສົ່ງ​ອອກ​ໃນ​ໄລຍະ​ທີ່ ອາ​ເມ​ລິ​ກາ ຢຸດ​ຕິການ​ເກັບ​ພາສີ​​ຊົ່ວຄາວ ບັນດາ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ​ເພີ່ມຄວາມໄວການສົ່ງ​ອອກ​ໃນ​ໄລຍະ​ທີ່ ອາ​ເມ​ລິ​ກາ ຢຸດ​ຕິການ​ເກັບ​ພາສີ​​ຊົ່ວຄາວ

ຍສໝ - ​ເລື່ອງ​ອາ​ເມ​ລິ​ກາ​ຢຸດຕິ​ການ​ເກັບ​ພາສີ 46% ​ເປັນ​ເວລາ 90 ວັນ ​ເປີດ​ກາລະ​ໂອກາດ​ໃຫ້​ຫວຽດນາມ ​ເພີ່ມ​ທະວີ​ການ​ເຈລະຈາ ​ແລະ ​ເລັ່ງລັດ​ການ​ສົ່ງ​ອອກ​ກະສິກຳ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ສະພາບ​ການ​ຕະຫຼາດ​ທີ່​ຜັນ​ແປ​ໄປ, ອັດຕາ​ພາສີ​ຈາກ ອາ​ເມ​ລິ​ກາ ຮຽກຮ້ອງ​ໃຫ້​ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ກົງ​ໄປ​ກົງ​ມາ​ຈາກ​ບັນດາ​ອົງການ​ຄຸ້ມ​ຄອງ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ ​ເພື່ອ​ຮັບປະກັນ​ການ​ເຕີບ​ໂຕ​ການ​ສົ່ງ​ອອກ​ແບບ​ຍືນ​ຍົງ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20922.html

In bài biết