10:36 | 09/06/2025

ຫວຽດນາມ - ສ.ເຊັກ​ໂກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ຄົ້ນ​ຄ້ວາ ​ແລະ ນະວັດຕະກຳ

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ
ຮ່າ​ໂນ້ຍ ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ອາ​ຟຼິກາ​ໃຕ້

ເຫກການໂດຍທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫງວຽນ​ວັນ​ຟຸກ ພ້ອມທັງທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກ​ໂກ ເຢືອງຮ່ວາຍນາມ ເປັນປະທານຮ່ວມ, ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ບັນດາ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຄົ້ນຄວ້າ, ວິ​ສາ​ຫະກິດ 2 ປະ​ເທດ ​ແລະ ສະຫະພັນ​ອຸດສາຫະກຳ ​ສ.ເຊັກ​ໂກ (SPCR).

ຫວຽດນາມ - ສ.ເຊັກ​ໂກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ຄົ້ນ​ຄ້ວາ ​ແລະ ນະວັດຕະກຳ
ເອກະສານຮ່ວມມືຫຼາຍສະບັບໄດ້ລົງນາມໃນກອງປະຊຸມໂຕະມົນກ່ຽວກັບການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ. (ພາບ: ສະຖານທູດຫວຽດນາມ ປະຈຳ ເຊັກໂກ)

ຕາມ​ຂໍ້​ມູນຈາກ​ສະຖານທູດ​ຫວຽດນາມ ປະຈຳ ​ສ.ເຊັກ​ໂກ ແລ້ວ, ກ່າວ​ຄຳປາໄສທີ່​ໄຂ​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ເຢືອງຮ່ວາຍນາມ ໃຫ້ຮູ້ວ່າ ກອງ​ປະຊຸມ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ຂອງ​ສອງ​ປະ​ເທດ, ​ເປີດ​ກາລະ​ໂອກາດ​ໃໝ່​ຫຼາຍ​ຢ່າງ​ໃນ​ການ​ບຳລຸງ​ສ້າງ, ຄົ້ນ​ຄ້ວາ ​ແລະ ນະວັດຕະກຳ. ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ວັນ​ຟຸກ ກໍ່ໄດ້ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ ຫວຽດນາມ ​ແລະ ສ.ເຊັກ​ໂກ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ​ແລະ ສັນຍາລະອຽດ. ທ່ານ​ເນັ້ນ​ໜັກ​ວ່າ “ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ບໍ່​ໄດ້​ຢຸດຕິ​ການ​ແລກປ່ຽນ​ດ້ານ​ວິຊາ​ການ ເທົ່ານັ້ນ, ​ແຕ່​ຕ້ອງ​ເປີດກ້ວາງໄປເຖິງການ​ຄົ້ນຄວ້າ​ນຳ​ໃຊ້ ​ແລະ ການເຊື່ອມຕໍ່ກັບ​ວິ​ສາ​ຫະກິດ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ”.

ກ່າວ​ຄຳ​ປາໄສທີ່​ກອງ​ປະຊຸມ, ທ່ານ Lukas Martin, ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ ສາທາລະນະ​ລັດ ເຊັກ​ໂກ (SPCR) ​ໃຫ້​ຮູ້​ວ່າ ສ.ເຊັກ​ໂກ ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ນັກ​ສຶກ​ສາ​ສາ​ກົນ, ໃນ​ນັ້ນ​ມີ​ນັກ​ສຶກ​ສາ​ຫວຽດ​ນາມ. ທ່ານ​ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ໜູນ​ຊ່ວຍ​ທຶນ​ສຶກສາ ​ແລະ ກໍ່ສ້າງ​ບັນດາ​ໂຄງການ​ຝຶກ​ອົບຮົມ​ທີ່​ເໝາະ​ສົມ​ກັບ​ທ້ອງ​ຕະຫຼາດ​ແຮງ​ງານ. ທ່ານ​ກໍ່​ສະ​ເໜີ​ເພີ່ມ​ວົງ​ເງິນ​ທຶນ​ສຶກສາ​ໃຫ້​ນັກ​ສຶກສາ​ຫວຽດນາມ, ຖື​ວ່າ​ນີ້​ແມ່ນ​ການ​ລົງທຶນ​ຍຸດ​ທະ​ສາດ​ເພື່ອ​ອະນາຄົດ​ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ.

​ໃນ​ຂອບ​ເຂດ​ກອງ​ປະຊຸມ, ບັນດາ​ເອກະສານ​ການ​ຮ່ວມ​ມື​ຫຼາຍ​ສະບັບ​ໄດ້​ຮັບ​ການ​ລົງ​ນາມ, ພິ​ເສດ​ແມ່ນ​ຂໍ້​ສະ​ເໜີ​ສ້າງ​ຕັ້ງ​ສູນ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ຄົ້ນ​ຄ້ວາ ຫວຽດນາມ - ສ.ເຊັກ​ໂກ, ວາງ​ພື້ນຖານ​ການ​ສຶກສາ​ແບບ​ຍືນ​ຍົງ ​ແລະ ຍາວ​ນານ. ບັນດາ​ຝ່າຍ​ກໍ່​ເຫັນ​ດີເປັນເອກະພາບເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດນະວັດຕະກຳ ແລະ ການ​ຫັນປ່ຽນ​ດີ​ຈີ​ຕອນ, ​ເພື່ອປັບ​ຕົວ​ເຂົ້າ​ກັບ​ສະພາບ​ການ​ໂລກາພິວັດ.

ກໍ່​ໃນ​ວັນ​ດຽວ​ກັນ, ສະຫະພັນ​ບັນດາ​ສະມາຄົມ​ຫວຽດນາມ ຢູ່ ສາທາລະນະ​ລັດ ເຊັກ​ໂກ ​ໄດ້​ສົມທົບ​ກັບ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ແລະ ມະຫາວິທະຍາ​ໄລ​ຈຳນວນ​ໜຶ່ງ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ຮ່ວມ​ມື​ດ້ານ​ການ​ສຶກສາ, ວິທະຍາສາດ, ​ເຕັກ​ໂນ​ໂລຢີ, ແລະ ການ​ຫັນປ່ຽນ​ດີ​ຈີ​ຕອນ”. ເຫດການດັ່ງກ່າວເພື່ອແນໃສ່ຊຸກຍູ້ການຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນຂົງເຂດການສຶກສາມະຫາວິທະຍາໄລ, ການຄົ້ນຄວ້າວິທະຍາສາດ ແລະ ການຫັນເປັນດີຈີຕອນ.

ຫວຽດນາມ - ສ.ເຊັກ​ໂກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ຄົ້ນ​ຄ້ວາ ​ແລະ ນະວັດຕະກຳ
ກອງປະຊຸມສຳມະນາ “ການຮ່ວມມືດ້ານການສຶກສາ, ວິທະຍາສາດ, ເຕັກໂນໂລຢີ ແລະ ການຫັນເປັນດີຈີຕອນ”. (ພາບ: ສະຫະພັນຊາວຫວຽດນາມ ປະຈຳ ສ.ເຊັກໂກ)

ຕາມ​ຂໍ້​ມູນ​ຂອງ​ສະຫະພັນ​ບັນດາ​ສະມາຄົມ​ຊາວ ຫວຽດນາມ ປະຈຳ ສ.​ເຊັກ​ໂກ, ກອງ​ປະຊຸມ​ສຳ​ມະ​ນາ​ລວມມີ​ບັນດາ​ຫົວ​ຂໍ້​ຄື: ສະພາບ​ຕົວຈິງ ​ແລະ ທິດ​ທາງ​ແກ້​ໄຂ​ການ​ສອນ​ພາສາ​ຫວຽດນາມ ຢູ່​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເຊັກ​ໂກ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ຄົ້ນຄວ້າ​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ຂອງ​ສອງ​ປະ​ເທດ; ເສີມຂະຫຍາຍບົດບາດ​ຂອງທີມນັກ​ປັນຍາ​ຊົນ​ຢູ່​ຕ່າງປະ​ເທດ; ສະ​ເໜີ​ກົນ​ໄກ​ເຊື່ອມ​ຕໍ່​ແບບ​ຍືນ​ຍົງ​ລະ​ຫວ່າງ​ສະ​ຖາ​ບັນ​ການ​ສຶກ​ສາ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ກ່າວ​ຄຳປາໄສທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ເຢືອງຫວຽດຢຸງ, ຮອງ​ປະທານ​ສະຫະພັນ​ບັນດາ​ສະມາຄົມ​ຊາວ ຫວຽດນາມ ປະຈຳ ສ.​ເຊັກ​ໂກ ​ໃຫ້​ຮູ້​ວ່າ ນັບ​ແຕ່​ປະຊາ​ຄົມ​ຊາວ ຫວຽດນາມ ​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ ສ.ເຊັກ​ໂກ (ກໍ​ລະ​ກົດ 2013), ການ​ປົກ​ປັກ​ຮັກ​ສາ​ພາ​ສາ, ວັດ​ທະ​ນະ​ທໍາ​ ແລະ ​ລັກ​ສະ​ນະ​ຂອງ​ຊາດ​ໄດ້​ກາຍ​ເປັນ​ອັນ​ຮີບ​ດ່ວນ​ກວ່າ​ທີ່​ຜ່ານ​ມາ. ການສຶກສາເປັນຊ່ອງທາງທີ່ມີປະສິດທິພາບໃນການຖ່າຍທອດ ແລະ ຮັກສາຄຸນຄ່າເຫຼົ່ານີ້. ທ່ານກໍ່ປາດ​ຖະໜາ​ວ່າ ການ​ສົນທະນາ​ຈະ​ເປີດ​ກວ້າງ​ບັນດາ​ຂໍ້​ຕົກລົງລະອຽດ, ປະກອບສ່ວນ​ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ໄລຍະ​ຍາວ, ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ບັນດາ​ສະ​ຖາ​ບັນ​ການ​ສຶກສາ ​- ຄົ້ນ​ຄ້ວາ​ຫວຽດນາມ ກັບບັນດາ​ຄູ່​ຮ່ວມ​ມື​ຢູ່ ສ.​ເຊັກ​ໂກ, ໂດຍຜ່ານການຮ່ວມເດີນທາງຂອງທີມນັກປັນຍາ​ຊົນຊາວ ຫວຽດນາມ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ຟຸກ ເນັ້ນ​ໜັກ​ເຖິງ​ບັນ​ດາ​ການ​ພັດ​ທະ​ນາ​ຢ່າງຕັ້ງໜ້າໃນ​ດ້ານ​ການ​ສຶກ​ສາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ພາຍຫຼັງ​ການ​ຢ້ຽມ​ຢາມ ສ.ເຊັກ​ໂກ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ໃນ​ຕົ້ນ​ປີ​ນີ້. ພິ​ເສດ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ, ວາງ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານຢືນຢັນ​ວ່າ 2 ປະ​ເທດ​ພວມ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຝຶກ​ອົບຮົມ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ຂອງ​ສອງ​ປະ​ເທດ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະວັດ​ຕະກຳ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ. ທ່ານກໍ່ປາດ​ຖະໜາ​ຢາກ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ພິ​ເສດ​ແມ່ນທີມນັກ​ປັນຍາ​ຊົນໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ຄົ້ນຄວ້າ​ວິທະຍາສາດ​ໃຫ້​ແກ່​ປະ​ເທດ. ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໃຫ້​ຄຳ​ໝັ້ນ​ສັນຍາ​ພ້ອມ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ຜ່ານ​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ສອນ​ພາສາ​ຫວຽດນາມ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ນັກ​ປັນຍາ​ຊົນ​ຢູ່​ຕ່າງປະ​ເທດ​ປະກອບສ່ວນ​ເຂົ້າ​ໃນ​ປະ​ເທດ.

ຫວຽດນາມ - ສ.ເຊັກ​ໂກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ຄົ້ນ​ຄ້ວາ ​ແລະ ນະວັດຕະກຳ
ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ຫວຽດນາມ ​ແລະ ສະຫະພັນ​ບັນດາ​ສະມາຄົມ​ຫວຽດນາມ ປະຈຳ ສ.​ເຊັກ​ໂກ. (ພາບ: secviet.cz)

ໃນ​ຂອບ​ເຂດ​ຂອງ​ໂຄງການ, ​ໄດ້​ມີ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ຫວຽດນາມ ​ແລະ ສະຫະພັນ​ບັນດາ​ສະມາຄົມ​ຊາວ​ຫວຽດນາມ ປະຈຳ ສ.​ເຊັກ​ໂກ. ສັນຍາ​ດັ່ງກ່າວ​ເປີດ​ແງ່​ຫວັງ​ສະ​ເພາະ​ໃນ​ການ​ປະຕິບັດ​ບັນດາ​ໂຄງການ​ຝຶກ​ອົບຮົມ​ຮ່ວມ, ​ແລກປ່ຽນ​ດ້ານ​ວິຊາ​ການ, ຄົ້ນ​ຄ້ວາ​ຮ່ວມ, ພ້ອມ​ທັງ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ສຶກສາ ​ແລະ ວັດທະນະທຳມ່ງໄປເຖິງຊຸມ​ຊົນ.

ຫວຽດນາມ - ແບນຊິກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ຄົ້ນຄວ້າ ​ແລະ ບຳລຸງ​ສ້າງ ຫວຽດນາມ - ແບນຊິກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ຄົ້ນຄວ້າ ​ແລະ ບຳລຸງ​ສ້າງ

ຍສໝ - ວັນທີ 1 ເມສາ, ມະຫາວິທະຍາໄລແຫ່ງຊາດຫວຽດນາມ ສົມທົບກັບຄະນະຜູ້ແທນ Wallonie-Bruxelles ປະຈໍາ ຫວຽດນາມ, ມະຫາວິທະຍາໄລ KU Leuven ແລະ Vrije Universiteit Brussel (VUB) ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວິຊາການ ແລະ ການເຊື່ອມຕໍ່.

ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ

ຍສໝ - ວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ຫວຽດນາມ - ອິນໂດເນເຊຍ ມຸ່ງໄປເຖິງປີ 2045: ເພີ່ມທະວີການພົວພັນຄູ່ຮ່ວມມື, ເປີດກວ້າງການພົວພັນຮ່ວມມື ແລະ ເຮັດໃຫ້ການພົວພັນມິດຕະພາບເລິກເຊິ່ງກ່ວາອີກ”. ...

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20920.html

In bài biết