05:00 | 05/06/2025

ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດ

ການຢ້ຽມຢາມລາວ ຂອງປະທານປະເທດຫວຽດນາມ: ສ້າງພະລັງແຮງໃໝ່ໃຫ້ແກ່ການພົວພັນຫວຽດນາມ-ລາວ ການຢ້ຽມຢາມລາວ ຂອງປະທານປະເທດຫວຽດນາມ: ສ້າງພະລັງແຮງໃໝ່ໃຫ້ແກ່ການພົວພັນຫວຽດນາມ-ລາວ
ງານພົບປະແລກປ່ຽນ ງານພົບປະແລກປ່ຽນ "ຫວຽດນາມ-ລາວ ຮ່ວມສາຍພູຫຼວງ": ຕໍ່ຍາວແຫຼ່ງຄວາມສາມັກຄີ

ໃນຊຸມປີຜ່ານມາ, ກຳລັງທີ່ກ່ຽວຂ້ອງຂອງນະຄອນເຫວ້ ຂອງ ສສ. ຫວຽດນາມ ກັບແຂວງສາລະວັນ ແລະແຂວງເຊກອງ ຂອງ ສປປ ລາວ ໄດ້ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພຢູ່ເຂດຊາຍແດນ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ອາເລື໊ອຍ ແມ່ນເມືອງພູດອຍຕັ້ງຢູ່ທາງທິດຕາເວັນຕົກຂອງນະຄອນເຫວ້, ມີເສັ້ນຊາຍແດນຕິດກັບເມືອງກາລຶມ (ແຂວງເຊກອງ) ແລະເມືອງສະໝ້ວຍ (ແຂວງສາລະວັນ) ຂອງ ສປປ ລາວ. ນີ້ແມ່ນບໍລິເວນທີ່ມີທີ່ຕັ້ງຍຸດທະສາດສຳຄັນທາງດ້ານການເມືອງ, ເສດຖະກິດ, ການທະຫານ, ການປ້ອງກັນຊາດ ແລະການຕ່າງປະເທດ. ໃນຊຸມປີຜ່ານມາ, ອຳນາດການປົກຄອງທ້ອງຖິ່ນ, ແນວໂຮມປະເທດຊາດຫວຽດນາມ ເມືອງອາເລື໊ອຍ, ທະຫານຊາຍແດນຍາມໃດກໍ່ສົມທົບກັນກັບກຳລັງທີ່ກ່ຽວຂ້ອງເຂົ້າຮ່ວມການສ້າງສາເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ມີສັນຕິພາບ, ມິດຕະພາບ ແລະການພັດທະນາຢ່າງແໜ້ນແຟ້ນ.

ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດ
ກໍາລັງທີ່ກ່ຽວຂ້ອງ ລົງຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ປະຊາຊົນຢູ່ຕາມບ້ານຊາຍແດນຂອງປະເທດເພື່ອນລາວ. ພາບ: N.Q.

ຄຽງຂ້າງນັ້ນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເມືອງອາເລື໊ອຍ ຍັງປະຕິບັດວຽກງານໂຄສະນາ, ຂົນຂວາຍປະຊາຊົນທຸກຊັ້ນວັນນະທີ່ຢູ່ໃນບໍລິເວນເມືອງປະຕິບັດແຜນນະໂຍບາຍ, ແນວທາງການພົວພັນຕ່າງປະເທດຂອງພັກ, ນະໂຍບາຍການຕ່າງປະເທດຂອງລັດ ໄດ້ເປັນຢ່າງດີ, ຄື: ໂຄສະນາຮູບແບບ, ແບບຢ່າງ ແລະບົດຮຽນທີ່ດີໃນການຈັດຕັ້ງການເຄື່ອນໄຫວເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບ, ສັນຕິພາບ, ຮ່ວມມືພ້ອມກັນພັດທະນາກັບເມືອງສະໝ້ວຍ (ແຂວງສາລະວັນ) ແລະເມືອງກາລຶມ (ແຂວງເຊກອງ) ຂອງ ສປປ ລາວ.

ໃນໂອກາດບຸນປີໃໝ່ລາວ 2025, ເປັນຄັ້ງທຳອິດຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເມືອງອາເລື໊ອຍ ໄດ້ສົມທົບກັບຫົວໜ່ວຍຕ່າງໆໜູນຊ່ວຍການຫາເງິນລ້ຽງຊີບ (ມອບແບ້ແມ່ພັນຄອບຄົວລະ 2 ໂຕ) ໃຫ້ 2 ຄອບຄົວ ຂຶ້ນກັບບ້ານເຊຊາບ (ເມືອງກາລຶມ, ແຂວງເຊກອງຂອງ ສປປ ລາວ).

ໂດຍໄດ້ຮັບເອົານ້ຳໃຈອັນລ້ຳຄ່ານັ້ນ, ທ່ານ ບຸນທອງ (ນາຍບ້ານເຊຊາບ) ໄດ້ສະແດງຄວາມຂອບໃຈມາຍັງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເມືອງອາເລື໊ອຍ, ຄ້າຍທະຫານຊາຍແດນກວາງເຍິມ ແລະກົມກອງທີ່ກ່ຽວຂ້ອງໃນໄລຍະຜ່ານມາໄດ້ເອົາໃຈໃສ່, ຊ່ວຍເຫຼືອປະຊາຊົນບ້ານເຊຊາບເປັນປະຈຳ. “ເນື່ອງໃນໂອກາດບຸນປີໃໝ່ລາວ, ປະຊາຊົນບ້ານເຊຊາບ ໄດ້ຮັບການໜູນຊ່ວຍການຫາເງິນລ້ຽງຊີບຢ່າງແທດຈິງ, ໄດ້ສະແດງໃຫ້ເຫັນສາຍພົວພັນສາມັກຄີ, ຄວາມສະໜິດຕິດພັນອັນບໍລິສຸດຜຸດຜ່ອງລະຫວ່າງປະຊາຊົນທີ່ຢູ່ສອງຟາກຊາຍແດນ, ພ້ອມກັນກໍ່ສ້າງເສັ້ນຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ”, ທ່ານ ບຸນທອງ ແບ່ງປັນ.

ນອກຈາກການໜູນຊ່ວຍການຫາເງິນລ້ຽງຊີບແລ້ວ, ໃນໂອກາດບຸນປີໃໝ່ລາວ 2025, ຄ້າຍທະຫານຊາຍແດນກວາງເຍິມ (ທະຫານຊາຍແດນນະຄອນເຫວ້) ຍັງໄດ້ສົມທົບກັບຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເມືອງອາເລື໊ອຍ ໄປຢ້ຽມຢາມ, ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະມອບຂອງຂວັນນັບຮ້ອຍອັນໃຫ້ປະຊາຊົນ ແລະກົມກອງປະກອບອາວຸດຂອງປະເທດເພື່ອນມິດລາວ ເຊິ່ງມີມູນຄ່າທັງໝົດ 300 ລ້ານກວ່າດົ່ງ.

ທ່ານນາງ ເລທິມາຍລວານ ຮອງປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເມືອງອາເລື໊ອຍ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ແນວໂຮມຍາມໃດກໍ່ຕັ້ງໜ້າຂົນຂວາຍປະຊາຊົນເຂົ້າຮ່ວມການຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກຳ, ໄພສັງຄົມຢູ່ເຂດຊາຍແດນ, ຮັກສາ, ປົກປັກຮັກສາອະທິປະໄຕຂອງປະເທດຊາດ, ກໍ່ສ້າງເສັ້ນຊາຍແດນໃຫ້ມີສັນຕິພາບ, ມິດຕະພາບລະຫວ່າງສອງປະເທດ. ສຸມໃສ່ຂົນຂວາຍມະຫາຊົນ, ປະຊາຊົນທີ່ຢູ່ເຂດຊາຍແດນເຂົ້າຮ່ວມບັນດາຂະບວນການ, ຄື: “ຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍດ້ວຍຕົນເອງ”; ແນະນຳກົມກອງທີ່ກ່ຽວຂ້ອງ, ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານທີ່ຢູ່ເຂດຊຸມຊົນ ແລະຕາແສງຊາຍແດນສະໜອງຂໍ້ມູນຂ່າວສານ, ສົມທົບກັບທະຫານຊາຍແດນ ແລະກໍາລັງປ້ອງກັນຄວາມສະຫງົບຊາຍແດນພ້ອມກັນຄົ້ນພົບ ແລະແກ້ໄຂກໍລະນີລະເມີດເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ.

ຫວຽດນາມ-ລາວ ຍາມໃດກໍ່ສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນ ກ້າວໄປຂ້າງໜ້າ ຫວຽດນາມ-ລາວ ຍາມໃດກໍ່ສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນ ກ້າວໄປຂ້າງໜ້າ

ຍສໝ - ພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຫວຽດນາມ ຍາມໃດກໍສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນບົນຈິດໃຈ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍແບ່ງປັນກັນ” ເພື່ອຈັບມືພ້ອມກັນກ້າວໄປຂ້າງໜ້າ. ນັ້ນແມ່ນຄໍາຢັ້ງຢືນຂອງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ລາວ, ເມື່ອໃຫ້ສໍາພາດຕໍ່ສື່ມວນຊົນ.

ສະມາຄົມມິດຕະພາບ ຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກ ສະມາຄົມມິດຕະພາບ ຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກ

ຍສໝ - ວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລາວ (ສະມາຄົມ) ໂດຍທ່ານ ຫງວຽນແມ້ງຮຸ່ງ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ອະດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ຮອງປະທານສະມາຄົມ ເປັນຫົວໜ້າຄະນະ, ໄດ້ມາອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ...

Link: https://huunghivietlao.thoidai.com.vn/detail-article-20915.html

In bài biết