10:48 | 02/06/2025

ຮ່າ​ໂນ້ຍ ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ອາ​ຟຼິກາ​ໃຕ້

​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ການພັດທະນາ​ການ​ພົວພັນ​ຫວຽດນາມ - ຣູ​ມາ​ນີ ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ
ຫວຽດນາມ - ແບນຊິກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ຄົ້ນຄວ້າ ​ແລະ ບຳລຸງ​ສ້າງ

ທີ່ໝູ່ບ້ານວັດທະນະທໍາ Lesedi - ຮູບແບບການທ່ອງທ່ຽວຊຸມຊົນທີ່ໂດດເດັ່ນດ້ວຍພື້ນທີ່ທົບທວນຄືນຊີວິດວັດທະນະທໍາຂອງປຊົນເຜົ່າ Zulu, Xhosa, Pedi ແລະ Basotho ຢ່າງມີຊີວິດຊີວາ - ຄະນະຜູ້ແທນໄດ້ຮຽນຮູ້ວິທີການອາຟຣິກາໃຕ້ປະສົມປະສານການອະນຸລັກວັດທະນະທໍາພື້ນເມືອງກັບການພັດທະນາການທ່ອງທ່ຽວແບບຍືນຍົງ. ຮູບ​ແບບ​ນີ້​ເຮັດ​ໃຫ້​ຄົນ​ເປັນ​ຈຸດ​ສູນ​ກາງ​ຂອງ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ, ພ້ອມກັນນັ້ນ ນຳການລົງຕົວຈິງຢ່າງມີຊີວິດຊີວາ ກ່ຽວກັບພິທີ, ອາຫານ, ຖາປັດຕະຍະ ແລະ ສິລະປະພື້ນເມືອງ.

ຮ່າ​ໂນ້ຍ ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ອາ​ຟຼິກາ​ໃຕ້
ຄະນະປະຕິບັດງານໄດ້​ໄປ​ຢ້ຽມຢາມ ​ແລະ ​ສຳ​ຫຼວດ​ໝູ່ບ້ານ​ວັດ​ທະ​ນະ​ທຳ Lesedi. (ພາບ: ໜັງສືພິມ ຮ່າໂນ້ຍໃໝ່)

ທ່ານ​ນາງ ຫງວຽນ​ລານເຮືອງ ​ໃຫ້​ຮູ້​ວ່າ “ປະຈຸ​ບັນ ຮ່າ​ໂນ້ຍ ມີ​ໝູ່​ບ້ານ​ຫັດຖະກຳ​ພື້ນ​ເມືອງ, ໝູ່​ບ້ານ​ບູຮານ ​ແລະ ຊຸມ​ຊົນ​ຢູ່​ອາ​ໄສ​ທີ່ມີປະເພນີອັນຍາວນານ ຫຼາຍ​ແຫ່ງ​ຄື: ໝູ່​ບ້ານ​ບູຮານ ເດືອງເລີມ, ໝູ່​ບ້ານດິນເຜົາ ບ໋າດຈາງ, ໝູ່​ບ້ານ​ຜ້າ​ໄໝ ວ້ານຟຸກ, ຫຼື ບັນດາໝູ່​ບ້ານ ກວານຮໍ່ ນອກນະຄອນ. ານ​ຮຽນ​ຮູ້​ຈາກຮູບແບບ Lesedi ສາມາດ​ເປີດ​ທິດ​ທາງ​ໃໝ່​ໃນ​ການ​ພັດທະນາ​ການທ່ອງທ່ຽວ​ວັດທະນະທຳ ສົມທົບ​ກັບ​ການ​ສຶກສາ​ປະສົບ​ການ, ສ້າງການຫາລ້ຽງຊີບແບບ​ຍືນ​ຍົງໃຫ້ຊາວທ້ອງ​ຖິ່ນ ​ແລະ ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ຫວຽດນາມ, ນະຄອນຫຼວງ​ຮ່າ​ໂນ້ຍ ອອກ​ສູ່​ໂລກ”.

​ໃນຂອບເຂດການໄປປະຕິບັດງານ, ຄະນະ​ຜູ້​ແທນ​ໄດ້​ມີ​ການ​ພົວພັນ​ກັບ​ຊາວ​ໜຸ່ມ ​ແລະ ນັກ​ສຶກສາ​ອາ​ຟຼິກາ​ໃຕ້. ​ເຂົາ​ເຈົ້າ​ສະ​ແດງ​ຄວາມ​ຮັກ​ແພງ​ເປັນ​ພິ​ເສດ​ຕໍ່​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ພິ​ເສດ​ແມ່ນ​ຊຸດເສື້ອຍາວ, ​ອາ​ຫານ​ພື້ນ​ເມືອງ ແລະ ຮູບພາບຂອງ​ຮ່າ​ໂນ້ຍ ທີ່ສັນຕິສຸກ, ເປັນມິດ.

ຄະນະຜູ້ແທນ ຍັງໄດ້ໄປຢ້ຽມຢາມ ແລະ ພົບປະກັບປະຊາຄົມຊາວຫວຽດນາມ ຢູ່ອາຟະລິກາໃຕ້, ຮັບຟັງການແບ່ງປັນ ແລະ ຊຸກຍູ້ຍາດຕິພີ່ນ້ອງ ເຊື່ອມໂຍງຢ່າງຕັ້ງໜ້າເຂົ້າສັງຄົມປະຈຳຖິ່ນ, ອະນຸລັກຮັກສາວັດທະນະທໍາຂອງຊາດ, ເສີມຂະຫຍາຍບົດບາດເປັນຂົວຕໍ່ໃນການຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງສອງປະເທດ.

ຢູ່​ນະ​ຄອນ​ຫຼວງ​ບໍ​ລິ​ຫານ Pretoria, ຄະ​ນະ​ໄດ້​ເຮັດ​ວຽກ​ກັບ​ສະ​ຖານ​ທູດ ​ຫວຽດ​ນາມ ປະ​ຈຳ ອາ​ຟ​ຣິ​ກາ​ໃຕ້. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອາ​ຟະ​ລິ​ກາ​ໃຕ້ ຮ່ວາງ​ສີເກື່ອງ ໃຫ້​ຮູ້​ວ່າ ອາ​ຟຼິກາ​ໃຕ້​ແມ່ນ​ພື້ນຖານ​ເສດຖະກິດ​ໃຫຍ່​ທີ່​ສຸດ​ຂອງ​ອາ​ຟຼິກາ, ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ຂົງ​ເຂດ​ກະສິກຳ, ອຸດສາຫະກຳ​ປຸງ​ແຕ່ງ, ບໍ່​ແຮ່, ການທ່ອງທ່ຽວ ​ແລະ ​ເຕັກ​ໂນ​ໂລ​ຢີ. ຫວຽດ​ນາມ ແລະ ອາ​ຟ​ຣິ​ກາ​ໃຕ້ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເມື່ອ​ປີ 1993 ແລະ ປະ​ຈຸ​ບັນ ອາ​ຟ​ຣິ​ກາ​ໃຕ້ ແມ່ນ​ຄູ່​ຮ່ວມ​ມື ແລະ ພັດ​ທະ​ນາ​ທຳ​ອິດ​ຂອງ​ຫວຽດ​ນາມ ຢູ່ ອາ​ຟ​ຣິ​ກາ. ຮ່າ​ໂນ້ຍ ​ແລະ ບັນດາ​ທ້ອງ​ຖິ່ນ​ອາ​ຟຼິກາ​ໃຕ້​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ອັນ​ໃຫຍ່​ຫຼວງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ວິທະຍາສາດ, ການ​ລົງທຶນ, ການທ່ອງທ່ຽວ, ວັດທະນະທຳ ​ແລະ ການ​ສຶກສາ.

ທ່ານ​ນາງ ຫງວຽນ​ລານເຮືອງ ໄດ້​ຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ຂອງ​ສະຖານທູດ, ພ້ອມທັງແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຮ່າ​ໂນ້ຍ. ທ່ານ​ນາງສະ​ເໜີ​ໃຫ້​ສະຖານທູດ​ສືບ​ຕໍ່​ແມ່ນ​ຂົວ​ຕໍ່​ເພື່ອ​ແນ​ໃສ່​ໂຄສະນາ​ຮູບ​ພາບ​ຮ່າ​ໂນ້ຍ; ສະໜັບສະໜູນ​ການ​ເຊື່ອມ​ໂຍງ​ວິສາຫະກິດ, ສົ່ງເສີມການ​ຄ້າ, ການ​ລົງທຶນ, ຈັດ​ຕັ້ງ​ງານ​ວາງສະ​ແດງ, ​ເຫດການໂຄສະນາສິນຄ້າ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ​ແລກປ່ຽນ​ວັດທະນະທຳ, ການ​ເຊື່ອມ​ຕໍ່​ການ​ຝຶກ​ອົບຮົມ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ລະຫວ່າງ​ຮ່າ​ໂນ້ຍ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ອາ​ຟຼິກາ​ໃຕ້.

ທ່ານນາງ ຢັ້ງຢືນວ່າ “ນະຄອນ ຮ່າໂນ້ຍ ປາດຖະໜາຢາກສົມທົບກັບນະຄອນຫຼວງ Pretoria, ຜ່ານສະຖານທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້ ແລະ ສະຖານທູດ ອາຟະລິກາໃຕ້ ປະຈຳ ຫວຽດນາມ ເພື່ອເຊື່ອມຕໍ່ບັນດາປະຊາຄົມວິສາຫະກິດ, ​ເພີ່ມ​ທະວີ​ການ​ຊຸກຍູ້​ກາລະ​ໂອກາດ​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ ​ແລະ ໜູນ​ຊ່ວຍ​ວິ​ສາ​ຫະກິດ. ນອກຈາກນັ້ນ, ດ້ວຍພື້ນຖານວັດທະນະທໍາທີ່ເປັນເອກະລັກສະເພາະທີ່ດຶງດູດ, ສອງຝ່າຍຕ້ອງສ້າງເງື່ອນໄຂເພື່ອເພີ່ມທະວີການພົບປະແລກປ່ຽນວັດທະນະທໍາ, ສິລະປະ; ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ​ໂຄສະນາ​ວັດທະນະທຳ​ລະຫວ່າງ​ນະຄອນຫຼວງ​ຮ່າ​ໂນ້ຍ ກັບ​ບັນດາ​ນະຄອນ​ໃຫຍ່​ຂອງ​ອາ​ຟຼິກາ​ໃຕ້, ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຜົນງານ​ລວມຂອງ​ການ​ພົວພັນ​ສອງ​ປະ​ເທດ ຫວຽດນາມ - ອາ​ຟຣິກາ​ໃຕ້”.

ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ

ຍສໝ - ວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ຫວຽດນາມ - ອິນໂດເນເຊຍ ມຸ່ງໄປເຖິງປີ 2045: ເພີ່ມທະວີການພົວພັນຄູ່ຮ່ວມມື, ເປີດກວ້າງການພົວພັນຮ່ວມມື ແລະ ເຮັດໃຫ້ການພົວພັນມິດຕະພາບເລິກເຊິ່ງກ່ວາອີກ”. ...

ຂີດ​ໝາຍ​ໃໝ່​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ສິງກະ​ໂປ ຂີດ​ໝາຍ​ໃໝ່​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ສິງກະ​ໂປ

ຍສໝ - ວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong, ທ່ານ ຮອງປະທານກອງທຶນສາກົນສິງກະໂປ Lian Wee Cheow ແລະ ທ່ານຮອງປະທານ - ເລຂາໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ...

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20896.html

In bài biết