10:40 | 31/05/2025

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ

ເລຂາທິການໃຫຍ່ ໂຕເລິມ ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ
ເລຂາທິການໃຫຍ່ ໂຕເລິມ ຈະໄປໄຫວ້ອາໄລທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ທອງສະລິດ ມັງໜໍ່ເມັກ. (ພາບ: TTXVN)

ວັນທີ 30 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ທອງສະລິດ ມັງໜໍ່ເມັກ ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 29 – 30 ພຶດສະພາ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງເລື່ອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ໃນໄລຍະຜ່ານມາໄດ້ສົມທົບກັບຫ້ອງວ່າການສູນກາງພັກ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການປະສານງານ, ກວດກາ, ກະຕຸກຊຸກຍູ້ ແລະ ຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມື ຫວຽດນາມ - ລາວ ໃຫ້ມີປະສິດທິຜົນ; ການແບ່ງປັນຂໍ້ມູນ, ບົດຮຽນ, ປະສົບການ, ພິເສດແມ່ນໃນວຽກງານໃຫ້ຄຳປຶກສາສ້າງລາຍການເຮັດວຽກຂອງກົມການເມືອງ, ຄະນະເລຂາ, ວຽກງານກະກຽມກອງປະຊຸມໃຫຍ່ຂອງແຕ່ລະພັກ, ປະກອບສ່ວນຍົກສູງຄຸນນະພາບການຄົ້ນຄວ້າ, ໃຫ້ຄຳປຶກສາຮັບໃຊ້ການນຳ 2 ພັກ.

ສ່ວນທ່ານ ທອງສະລິດ ມັງໜໍ່ເມັກ ຢືນຢັນວ່າ, ໃນບໍ່ວ່າສະພາບການໃດ, ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ກໍ່ຈະມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ ແລະ ເພີ່ມພູນຄຸນສ້າງໃຫ້ສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ, ເພື່ອຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນແຕ່ລະປະເທດ.

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້ຕົ້ນປີໃໝ່ປີມະເສັງຢູ່ ຮືງອຽນ ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້ຕົ້ນປີໃໝ່ປີມະເສັງຢູ່ ຮືງອຽນ

ຍສໝ - ການນຳແຂວງ ຮືງອຽນ ໃຫ້ຮູ້ວ່າ ນັບແຕ່ປີ 2022 ມາຮອດປະຈຸບັນ, ທົ່ວແຂວງໄດ້ປູກຕົ້ນໄມ້ກວ່າ 126.000 ຕົ້ນ

ເລຂາທິການໃຫຍ່ ໂຕເລິມ ໂອ້ລົມທາງໂທລະສັບກັບການນໍາກູບາ ເລຂາທິການໃຫຍ່ ໂຕເລິມ ໂອ້ລົມທາງໂທລະສັບກັບການນໍາກູບາ

ຍສໝ - ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລິມ ຢືນ​ຢັນ​ຫຼັກ​ໝັ້ນ​ຂອງ​ຫວຽດ​ນາມ ໃນ​ການ​ສະ​ໜັບ​ສະ​ໜູນ​ບັນ​ດາ​ມະ​ຕິ​ຂອງສະ​ພາ​ສະ​ຫະ​ປະ​ຊາ​ຊາດ ໃນການຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ຂວ້ຳ​ບາດ​ຕໍ່ ກູ​ບາ ຄືນໃໝ່.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20887.html

In bài biết