11:00 | 28/05/2025

ຊຸກ​ຍູ້​ຜັນ​ຂະ​ຫຍາຍ 2 ໂຄງ​ການ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ​ທີ່​ສຳ​ຄັນ​ລະ​ຫວ່​າງ ຫວຽດ​ນາມ ແລະ ລາວ

ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ
50 ປີ​ແຫ່ງ​ວັນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ: ເປັນ​ຂົວ​ຕໍ່​ທີ່​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ປະ​ເທດຊາດ
ຊຸກ​ຍູ້​ຜັນ​ຂະ​ຫຍາຍ 2 ໂຄງ​ການ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ​ທີ່​ສຳ​ຄັນ​ລະ​ຫວ່​າງ ຫວຽດ​ນາມ ແລະ ລາວ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ພາບ: VOV)

ເນື່ອງໃນໂອກາດມາຢ້ຽມຢາມ ມາເລເຊຍຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 26 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາກະຊວງຂະແໜງການທີ່ກ່ຽວຂ້ອງສອງປະເທດຕັ້ງໜ້າສົມທົບກັນ, ແລກປ່ຽນເພື່ອຜັນຂະຫຍາຍບັນດາໂຄງການສຳຄັນຢ່າງມີປະສິດທິຜົນເພື່ອເຊື່ອມຕໍ່ສອງພື້ນຖານເສດຖະກິດກ່ຽວກັບຄົມມະນາຄົມ, ພື້ນຖານໂຄງລ່າງ, ການຄ້າ, ແຫຼ່ງຊັບພະຍາກອນມະນຸດ, ລະບົບສະໜອງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ຕັ້ງໜ້າແບ່ງປັນບົດຮຽນປະສົບການ, ໜູນຊ່ວຍລາວໃນວິວັດການສ້າງແນວທາງ, ນະໂຍບາຍພັດທະນາປະເທດຊາດ, ການສຶກສາ - ບຳລຸງສ້າງ, ການຫັນເປັນດີຈີຕອນ.

ສ່ວນທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຢັ້ງຢືນລັດຖະບານ ລາວຈະສົມທົບກັບລັດຖະບານ ຫວຽດນາມ ຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດຢ່າງມີປະສິດທິພົນ, ຖືກຕາມລະດັບຄວາມຄືບໜ້າ, ແທດຈິງ ເພື່ອສະເຫຼີມສະຫຼອງບັນດາວັນບຸນສຳຄັນຂອງສອງພັກ, ສອງລັດ ໃນປີ 2025.

ຕາມ vovworld.vn

https://vovworld.vn/lo-LA/ຂາວເດນ/ຊກຍຜນຂະຫຍາຍ-2-ໂຄງການເຊອມຕຄມມະນາຄມທສຳຄນລະຫວາງ-ຫວຽດນາມ-ແລະ-ລາວ-1395014.vov

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຈະໄປຢ້ຽມ​ຢາມ ລາວ ແລະ ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຈະໄປຢ້ຽມ​ຢາມ ລາວ ແລະ ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ

ຍສໝ - ຕາມ​​ແຈ້ງການຂອງ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ, ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສອນ​ໄຊ ສີ​ພັນ​ດອນ, ທ່ານ​ນາຍົກລັດຖະມົນຕີ ສສ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ຈະ​ໄປຢ້ຽມຢາມ ລາວ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ ແຕ່​ວັນ​ທີ 09-10 ມັງກອນ 2025.

​ກິນ​ເຂົ້າ​ຢູ່ 3 ປະ​ເທດໃນວັນດຽວ: ການ​ເດີນ​ທາງ​ເຊື່ອມ​ຕໍ່ ​ຫວຽດ​ນາມ - ລາວ - ໄທ ໂດຍຜ່ານ​ມໍ​ລະ​ດົກ, ວັດ​ທະ​ນະ​ທຳ ແລະ ອາ​ຫານ ​ກິນ​ເຂົ້າ​ຢູ່ 3 ປະ​ເທດໃນວັນດຽວ: ການ​ເດີນ​ທາງ​ເຊື່ອມ​ຕໍ່ ​ຫວຽດ​ນາມ - ລາວ - ໄທ ໂດຍຜ່ານ​ມໍ​ລະ​ດົກ, ວັດ​ທະ​ນະ​ທຳ ແລະ ອາ​ຫານ

ຍສໝ​ - “ອາຫານເຊົ້າຢູ່ໄທ, ອາຫານທ່ຽງຢູ່ລາວ ແລະ ອາຫານຄ່ຳຢູ່ຫວຽດນາມ” ບໍ່ພຽງແຕ່ແມ່ນຄຳຂວັນເທົ່ານັ້ນ, ຫາກຍັງແມ່ນການເດີນທາງຕົວຈິງທີ່ເຕັມໄປດ້ວຍຄວາມຮັກແພງຂອງພວກຂາ້ພະເຈົ້າເມື່ອເຂົ້າຮ່ວມ tour ການທ່ອງທ່ຽວທາງບົກບົນແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ (EWEC)”, ທ່ານ ຫງວຽນແທ່ງລວນ, ອາຈານຜູ້ໜຶ່ງມາຈາກ​ແຂວງ ກວາງ​ຈີ້ ແບ່ງປັນ. ທ່ານຫາກໍ່​​ສຳ​ຜັດ​ tour “ກິນ​ເຂົ້າ​ຢູ່ 3 ປະ​ເທດໃນວັນດຽວ” ກັບໝູ່​ເພື່ອນ​ໃນ​ເວລາ 5 ວັນ ...

ຕາມ vovworld.vn

Link: https://huunghivietlao.thoidai.com.vn/detail-article-20885.html

In bài biết