ເຂັ້ມຂຸ້ນໄປດ້ວຍນ້ຳໃຈມິດຕະພາບລະຫວ່າງດ້ຽນບຽນ-ພາກເໜືອລາວ
ໄຊຊະນະ ພາກເໜືອລາວ - ແມ່ນສັນຍາລັກແຫ່ງຄວາມສາມັກຄີ, ຕໍ່ສູ້ ຂອງ ຫວຽດ-ລາວ |
ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງດ້ຽນບຽນ (ຫວຽດນາມ) ແລະບັນດາແຂວງພາກເໜືອຂອງລາວ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ພັດທະນາຢ່າງເຂັ້ມແຂງໃນໄລຍະຜ່ານມາ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງໃນທຸກຂົງເຂດ.
ຄວາມສະໜິດຕິດພັນອັນແໜ້ນແຟ້ນດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ເທົ່ານັ້ນ, ຫາກຍັງເປັນພະຍານຫຼັກຖານໃຫ້ແກ່ນໍ້າໃຈຕິດພັນທີ່ໝັ້ນແກ່ນລະຫວ່າງປະຊາຊົນສອງປະເທດຢ່າງມີຊີວິດຊີວາ.
ປະຈຸບັນ, ແຂວງດ້ຽນບຽນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືກັບ 5 ແຂວງພາກເໜືອຂອງລາວ. ບົນພື້ນຖານນັ້ນ, ຫຼາຍການເຄື່ອນໄຫວຮ່ວມມືມິດຕະພາບໄດ້ຮັບການປະຕິບັດຢ່າງແທດຈິງໃນຫຼາຍຂົງເຂດ, ນັບແຕ່ການທູດປະຊາຊົນ, ເສດຖະກິດ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ, ກິລາເຖິງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະກອບສ່ວນເພີ່ມທະວີການພົວພັນແບບພິເສດຫວຽດນາມ - ລາວ.
![]() |
ພົນໂທ ສຸວອນ ເລືອງບຸນມີ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະຜູ້ແທນບັນດາແຂວງພາກເໜືອລາວ ພ້ອມກັບຄະນະປະຕິບັດງານ ຢ້ຽມຢາມຮູບແບບຕົ້ນມາກກາຢູ່ຕາແສງປູຍີ, ເມືອງດ້ຽນບຽນດົງ. |
ຈຸດພົ້ນເດັ່ນໃນການພົວພັນລະຫວ່າງແຂວງດ້ຽນບຽນ ກັບບັນດາແຂວງພາກເໜືອຂອງລາວ ແມ່ນວຽກງານການທູດປະຊາຊົນ. ບັນດາຝ່າຍຍາມໃດກໍ່ສ້າງເງື່ອນໄຂໃຫ້ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ບຸກຄົນ ແລະປະຊາຊົນພົບປະແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ, ຊອກຮູ້ວັດທະນະທຳ, ມູນເຊື້ອຂອງແຕ່ລະຝ່າຍ. ຮູບແບບແຮກສ່ຽວ “ບ້ານ-ບ້ານ” ລະຫວ່າງປະຊາຊົນທີ່ຢູ່ສອງຟາກຊາຍແດນໄດ້ກາຍເປັນຄວາມງາມທີ່ເປັນເອກະລັກສະເພາະ, ເຕັມໄປດ້ວຍນໍ້າໃຈສາມັກຄີ.
ປະຈຸບັນ, ມີ 8 ກຸ່ມບ້ານຂອງລາວ ທີ່ແຮກສ່ຽວກັບບັນດາບ້ານຂອງແຂວງດ້ຽນບຽນ, ສ້າງເປັນວົງຄະນາຍາດທີ່ສະໜິດສະໜົມທີ່ບໍ່ມີພົມແດນ. ທ່ານ ລໍ່ວັນຊົມ, ຕາແສງ ເມື່ອງລອຍ, ເມືອງ ດ້ຽນບຽນ ແບ່ງປັນວ່າ: “ປະຊາຊົນທີ່ຢູ່ຊາຍແດນເບື້ອງນັ້ນ ເຖິງວ່າມີສັນຊາດແຕກຕ່າງກັນກໍຕາມ, ແຕ່ອາລົມຈິດແມ່ນຄືຄົນໃນຄອບຄົວດຽວກັນ. ພວກຂ້າພະເຈົ້າໄດ້ຂໍອະນຸຍາດເພື່ອຈັດຕັ້ງການໄປຢ້ຽມຢາມຖາມຂ່າວກັນເປັນປະຈຳ, ໜູນຊ່ວຍກັນທຳມາຫາກິນ, ແບ່ງປັນບົດຮຽນໃນການຜະລິດ ແລະພ້ອມກັນຮັກສາເສັ້ນຊາຍແດນໃຫ້ມີສັນຕິພາບ”.
ພ້ອມກັບການເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ສອງຝ່າຍໄດ້ຍູ້ແຮງການຮ່ວມມືພັດທະນາເສດຖະກິດ. ການເຄື່ອນໄຫວສົ່ງເສີມການຄ້າ, ໂຄສະນາຜະລິດຕະພັນລະຫວ່າງແຂວງດ້ຽນບຽນ ແລະ 3 ແຂວງພາກເໜືອຂອງລາວ ບັນລຸໝາກຜົນທີ່ເປັນໜ້າປະທັບໃຈ. ຍອດວົງເງິນນໍາເຂົ້າ-ສົ່ງອອກສິນຄ້າ, ການບໍລິການລະຫວ່າງແຂວງດ້ຽນບຽນ ກັບແຂວງຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ ນັບແຕ່ເດືອນສິງຫາ 2022 ມາຮອດປັດຈຸບັນ ບັນລຸຫຼາຍກວ່າ 140 ລ້ານໂດລາສະຫະລັດ, ໃນນັ້ນ ມູນຄ່າການນໍາເຂົ້າຈາກລາວ ກວມເອົາກວ່າ 50 ລ້ານໂດລາສະຫະລັດ.
ຄຽງຂ້າງນັ້ນ, ທັງສອງຝ່າຍກໍ່ໄດ້ເອົາໃຈໃສ່ເຖິງການຝຶກອົບຮົມ, ການບຳລຸງສ້າງພະນັກງານ. ແຕ່ລະປີ, ແຂວງດ້ຽນບຽນ ໄດ້ມອບທຶນການສຶກສາໃຫ້ນັກຮຽນ, ພະນັກງານຂອງບັນດາແຂວງພາກເໜືອຂອງລາວ 90 ທຶນ ມາຮ່ຳຮຽນຢູ່ບັນດາຮາກຖານການສຶກສາຢູ່ໃນແຂວງ ແລະຢູ່ມະຫາວິທະຍາໄລ ໄຕບັກ. ນອກຈາກນັ້ນ, ແຂວງດ້ຽນບຽນ ຍັງໄດ້ຈັດຊຸດຝຶກອົບຮົມທິດສະດີການເມືອງຂັ້ນກາງ, ຊຸດບຳລຸງສ້າງໃນການລົງປະຕິບັດຕົວຈິງ ແລະຝຶກອົບຮົມທັກສະໃຫ້ແກ່ພະນັກງານຂອງລາວ, ຂະໜາດປະມານ 30 ຄົນ/ຊຸດ.
ໃນຂົງເຂດສາທາລະນະສຸກ, ສອງຝ່າຍໄດ້ເພີ່ມທະວີການສົມທົບກັນໃນການປ້ອງກັນ, ຕ້ານພະຍາດ, ພິເສດແມ່ນຢູ່ເຂດຊາຍແດນ. ຄະນະຜູ້ແທນພະນັກງານສາທາລະນະສຸກໄດ້ແລກປ່ຽນບັນດາປະສົບການໃນການຄຸ້ມຄອງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການກວດ ແລະປິ່ນປົວພະຍາດ, ການສະໜອງອຸປະກອນການແພດ, ຍົກສູງກໍາລັງຄວາມສາມາດດ້ານການເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນຢູ່ເຂດຊາຍແດນ.
ແຂວງດ້ຽນບຽນ ແລະບັນດາແຂວງພາກເໜືອຂອງລາວ ຍັງຍູ້ແຮງການຮ່ວມມືດ້ານວັດທະນະທຳ, ກິລາ ແລະການທ່ອງທ່ຽວ. ສອງຝ່າຍໄດ້ສົມທົບກັນຈັດຕັ້ງບັນດາໂຄງການສົ່ງເສີມການທ່ອງທ່ຽວ, ສຳຫຼວດການລົງທຶນ ແລະໂຄສະນາຈຸດນັດພົບ, ຄາດຄະເນວ່າ ຈະເປີດເສັ້ນທາງທ່ອງທ່ຽວລົດຖີບຈາກໄທ ຜ່ານລາວ ມາຫວຽດນາມ ໃນປີ 2025. ແຂວງດ້ຽນບຽນ ກໍ່ໄດ້ເຊີນຜູ້ແທນບັນດາແຂວງພາກເໜືອຂອງລາວ ມາເຂົ້າຮ່ວມບັນດາເຫດການວັດທະນະທໍາທີ່ສຳຄັນເປັນປົກກະຕິ ຄື: ວັນບຸນພົບປະແລກປ່ຽນວັດທະນະທຳ-ກິລາ-ການທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ-ລາວ, ງານບຸນດອກສ້ຽວປ່າ...
ເພື່ອຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສອງຝ່າຍໄດ້ຊີ້ນຳບັນດາກຳລັງທີ່ກ່ຽວຂ້ອງປະຕິບັດບັນດາຂໍ້ຕົກລົງກ່ຽວກັບການຄຸ້ມຄອງຊາຍແດນຢ່າງເຂັ້ມງວດ, ເພີ່ມທະວີການລາດຕະເວນສອງຝ່າຍເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ. ວຽກງານແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນແກ້ໄຂບັນຫາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໄດ້ຮັບການປະຕິບັດຢ່າງຮັດກຸມ, ປະກອບສ່ວນຮັກສາສະຖຽນລະພາບໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະຝ່າຍ. ນອກຈາກນັ້ນ, ວຽກງານຮ່ວມມືດ້ານຕຸລາການລະຫວ່າງສອງຝ່າຍ ກໍ່ບັນລຸໄດ້ໝາກຜົນທີ່ພົ້ນເດັ່ນຫຼາຍຢ່າງ. ພິເສດແມ່ນສອງຝ່າຍໄດ້ເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່, ປຸກລະດົມປະຊາຊົນປະຕິບັດກົດໝາຍ, ຮີດຄອງປະເພນີຂອງແຕ່ລະປະເທດ, ປະຕິບັດກົດລະບຽບຊາຍແດນຢ່າງເຂັ້ມງວດ, ສ້າງເສັ້ນຊາຍແດນໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.
ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ພິເສດແມ່ນລະຫວ່າງແຂວງດ້ຽນບຽນ ແລະບັນດາແຂວງພາກເໜືອຂອງລາວ ໄດ້ ແລະພວມພັດທະນາຢ່າງແຂງແຮງໃນໄລຍະຜ່ານມາ. ນີ້ບໍ່ພຽງແຕ່ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດເທົ່ານັ້ນ, ຫາກຍັງແມ່ນສັນຍາລັກ ແຫ່ງຄວາມສັກສິດຂອງນ້ຳໃຈສັດຊື່ບໍລິສຸດ, ສະໜິດຕິດພັນລະຫວ່າງສອງຊາດເວົ້າລວມ ແລະຂອງແຂວງດ້ຽນບຽນ ກັບບັນດາແຂວງພາກເໜືອຂອງລາວ ເວົ້າສະເພາະອີກດ້ວຍ.
![]() | ຊາວຫວຽດນາມ ອາໄສຢູ່ພາກເໜືອລາວ ສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ ປີມະໂລງ ປີ 2024 ຢ່າງເບີກບານມ່ວນຊື່ນ ຍສໝ - ໃນທ່າມກາງບັນຍາກາດອັນອົບອຸ່ນ ແລະສະໜິດສະໜົມ, ເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບ, ມິດສະຫາຍອ້າຍນ້ອງ, ຊາວຫວຽດນາມ ອາໄສຢູ່ປະເທດເພື່ອນມິດລາວ ໄດ້ເຕົ້າໂຮມ, ພ້ອມກັນຮັບປະທານອາຫານພື້ນເມືອງ ແລະຊົມການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນແຫ່ງບ້ານເກີດເມືອງນອນ ຢູ່ຊາຍຄາລວມຂອງສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ແລະພ້ອມກັນຟ້ອນລໍາວົງສາມັກຄີທີ່ເປັນປະເພນີຂອງປະຊາຊົນລາວບັນດາເຜົ່າ. |
![]() | ງານພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາມິດຕະພາບລະຫວ່າງນັກຮຽນແຂວງດ້ຽນບຽນ (ຫວຽດນາມ) ກັບນັກຮຽນ 6 ແຂວງພາກເໜືອຂອງ ລາວ ປີ 2024 ຍສໝ - ລາຍການແມ່ນເພື່ອແນໃສ່ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ແລະການພົວພັນສາກົນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດໃນຕະຫຼອດໄລຍະປະຫວັດສາດອັນສະຫງ່າງາມຂອງສອງປະເທດອ້າຍນ້ອງຫວຽດນາມ - ລາວ. |