ດ່າໜັງ – ອາເມລິກາ: ເພີ່ມທະວີຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນປະຊາຊົນ
![]() | ຍ່າງເພື່ອສັນຕິພາບຂອງມະນຸດຢູ່ ດ່າໜັງ: ເຜີຍແຜ່ນ້ຳໃຈສາມັກຄີ ແລະ ຄວາມຮັກແພງ |
![]() | ດ່າໜັງ: ເຕັມໄປດ້ວຍສີສັນວັດທະນະທຳ ລັດເຊຍ ໃນງານບຸນອຳລາລະດູໜາວຢ່າງຄຶກຄັກ |
ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ດ່າໜັງ ເລວັນຈຸງ ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນ ແລະ ຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ, ພິເສດແມ່ນການແນະນຳ ແລະ ຮຽກຮ້ອງບັນດານັກລົງທຶນຍຸດທະສາດໃນບັນດາຂົງເຂດສຳຄັນຄື: ອຸດສາຫະກໍາຈິບແຜງ, ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີສູງ, ວັດຖຸດິບໃໝ່, ພະລັງງານສະອາດ, ການຄ້າ - ການບໍລິການ, ການແພດ, ສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານ ເລວັນຈຸງ ກ່າວວ່າ: “ນະຄອນຫວັງວ່າຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ການຮ່ວມເດີນທາງຂອງບັນດາອົງການສາກົນໃນຄວາມມານະພະຍາຍາມປິ່ນປົວບາດເຈັບຈາກສົງຄາມ, ຊຸກຍູ້ສັນຕິພາບ ແລະ ເພີ່ມທະວີການພົວພັນຄວາມເປັນມະນຸດລະຫວ່າງ 2 ປະເທດ.
![]() |
ທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ດ່າໜັງ ເລວັນຈຸງ ໄດ້ຖ່າຍຮູບທີ່ລະນຶກກັບສະພາຜູ້ອາວຸໂສແຫ່ງຊາດ ອາເມລິກາ ແລະ ກອງທຶນຄືນດີ ແລະ ພັດທະນາ. (ພາບ: ຫງວຽດແອັງ/danang.gov.vn) |
ທ່ານ Frank Joyce, ຫົວໜ້າສະພາຜູ້ອາວຸໂສແຫ່ງຊາດ ອາເມລິກາ ປາດຖະໜາວ່າ ບັນດາທ້ອງຖິ່ນຂອງ 2 ປະເທດ, ພິເສດແມ່ນນະຄອນ ດ່າໜັງ ຈະສືບຕໍ່ເປີດກວ້າງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ປະກອບສ່ວນສ້າງສັນຕິພາບແບບຍືນຍົງ, ການຮ່ວມມືພັດທະນາໃນໄລຍະຍາວ ແລະ ວັດທະນາຖາວອນໃຫ້ທັງ 2 ຝ່າຍ.
ຫວ່າງມໍ່ໆມານີ້, ອາເມລິກາ ຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນຂອງນະຄອນ ດ່າຫນັງ, ໃນບັນດາຂົງເຂດລົງທຶນ, ການຄ້າ, ການສຶກສາ ແລະ ບຳລຸງສ້າງ; ບັນດາໂຄງການຊ່ວຍເຫຼືອດ້ານການພັດທະນາຢ່າງເປັນທາງການ (ODA), ໂຄງການຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ ອາເມລິກາ (NGO) ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນຢູ່ນະຄອນ ດ່າໜັງ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ.
ວົງເງິນການນຳເຂົ້າ ແລະ ສົ່ງອອກສິນຄ້າລະຫວ່າງນະຄອນ ດ່າຫນັງ ແລະ ອາເມລິກາ ແມ່ນມີຄວາມໝັ້ນຄົງ ແລະ ໄດ້ຮັບການເຕີບໂຕໃນໄລຍະມໍ່ໆມານີ້. ອາເມລິກາ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງນະຄອນ ດ່າຫນັງ ໃນຫຼາຍດ້ານຄື: ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຕ່າງປະເທດ, ວັດທະນະທຳ...
ດ່າໜັງ ມີການພົວພັນຮ່ວມມືຢ່າງເປັນທາງການກັບ 3 ນະຄອນຂອງ ອາເມລິກາ ຄື: ນະຄອນ Oakland, ລັດ California; ນະຄອນ Pittsburgh, ລັດ Pennsylvania ແລະ ນະຄອນ Houston, ລັດ Texas.
![]() | SEEDS ມອບໂອກາດການຮໍ່າຮຽນໃຫ້ແກ່ ນັກຮຽນ, ນັກສຶກສາ 196 ຄົນ ທີ່ມີສະພາບຄວາມຫຍຸ້ງຍາກຢູ່ ດ່າໜັງ ຍສໝ - ຄະນະກໍາມະການປະຊາຊົນ ນະຄອນດ່າໜັງ ຫາກໍ່ໄດ້ປະກາດໃຊ້ ມະຕິສະບັບເລກທີ 2017/QD-UBND ວ່າດ້ວຍການອະນຸມັດການຮັບເອົາເງິນກວ່າ 4,1 ຕື້ດົ່ງ ຈາກໂຄງການທຶນໜູນຊ່ວຍການສຶກສາ ແລະ ພັດທະນາທັກສະຂອງ SEEDS ໃຫ້ນັກຮຽນ, ນັກສຶກສາ 196 ຄົນ ທີ່ມີຜົນການຮຽນເກັ່ງແຕ່ມີສະພາບຄວາມຫຍຸ້ງຍາກ ຢູ່ເຂດນະຄອນ ໂດຍອົງການ Pacific Links Foundation ອຸປະຖໍາ. |
![]() | ດ່າໜັງ ຕ້ອນຮັບຖ້ຽວບິນທຳອິດຈາກມານີລາ (ຟີລິບປິນ) ຍສໝ - ໃນ ເວລາ 9:30 ໂມງຂອງວັນທີ 7 ທັນວານີ້, ຖ້ຽວບິນທຳອິດໝາຍເລກ 5J 5756 ຈາກນະຄອນຫຼວງມະນີລາ (ຟີລິບປິນ) ໄດ້ລົງຈອດຢູ່ສະໜາມບິນສາກົນດ່ານັງ, ໄດ້ນຳເອົາຜູ້ໂດຍສານຟີລິບປິນ 177 ຄົນໄປຢ້ຽມຢາມ ແລະ ປະສົບກັບການບໍລິການທ່ອງທ່ຽວຢູ່ຖະໜົນດານັງ. |
ແທັງຮັ່ງ