ການນໍາຫວຽດນາມ ສົ່ງຈົດໝາຍອວຍພອນປີໃໝ່ລາວ ແລະກໍາປູເຈຍ
ທະຫານເຂດ 5: ຈັດກອງປະຊຸມບັນຊາການຮັບໃຊ້ກອງປະຊຸມປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ | |
ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່ |
ເນື່ອງໃນໂອກາດບຸນປີໃໝ່ຂອງ ສປປ ລາວ ແລະປີໃໝ່ Chol Chnam Thmay ຂອງລາຊະອານາຈັກກໍາປູເຈຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ສົ່ງຈົດໝາຍ ແລະຊໍ່ດອກໄມ້ມາຍັງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະທ່ານ Samdech Akka Moha Sena Padei Techo Hun Sen ປະທານພັກປະຊາຊົນກໍາປູເຈຍ; ທ່ານ ເລືອງເກື່ອງ ປະທານປະເທດໄດ້ສົ່ງຈົດໝາຍ ແລະຊໍ່ດອກໄມ້ອວຍພອນ ມາຍັງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະພະບາດ ສົມເດັດ ພະບໍລົມມະນຽດ ມະຫາກະສັດ Preah Bat Samdech Preah Boromneath Norodom Sihamoni; ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ສົ່ງຈົດໝາຍ ແລະຊໍ່ດອກໄມ້ອວຍພອນປີໃໝ່ ມາຍັງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະທ່ານ Samdech Moha Borvor Thipadei Hun Manet ນາຍົກລັດຖະມົນຕີກໍາປູເຈຍ; ທ່ານ ເຈິ່ງແທັງເໝີນ ປະທານສະພາແຫ່ງຊາດ ໄດ້ສົ່ງຈົດໝາຍ ແລະຊໍ່ດອກໄມ້ອວຍພອນປີໃໝ່ ມາຍັງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ທ່ານ Akka Moha Sena Padei Techo Hun Sen ປະທານສະພາສູງກໍາປູເຈຍ ແລະທ່ານນາງ Samdech Moha Rotsaphea Thipadei Khuon Sudary ປະທານສະພາແຫ່ງຊາດກໍາປູເຈຍ.
![]() |
ພາບປະກອບ. |
ໃນຈົດໝາຍສົ່ງໃຫ້ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະການນໍາຂັ້ນສູງລາວ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະການນໍາຂັ້ນສູງຫວຽດນາມ ອວຍພອນ ແລະແບ່ງປັນຄວາມເອກອ້າງທະນົງໃຈກ່ຽວກັບຜົນງານອັນໃຫຍ່ຫຼວງ ເຊິ່ງພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງບັນລຸໄດ້ໃນປີຜ່ານມາ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ, ນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໂດຍທ່ານ ທອງລຸນ ສີສຸລິດ ນໍາໜ້າ, ການບໍລິຫານຂອງລັດຖະບານ, ຕິດຕາມກວດກາຂອງສະພາແຫ່ງຊາດ, ປະເທດ ແລະປະຊາຊົນລາວ ອ້າຍນ້ອງຈະຜ່ານຜ່າຄວາມທຸກຍາກ, ສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່, ໃຫຍ່ຫຼວງກວ່າໃນກິດຈະການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນສໍາເລັດຜົນມຸ່ງໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ. ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວສໍາຄັນ ແລະຮອບດ້ານໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ການນໍາຫວຽດນາມ ພ້ອມທັງຢັ້ງຢືນວ່່າ ຍາມກໍ່ມີສະຕິອັນເລິກເຊິ່ງ ແລະຊົມຊື່ນທີ່ສຸດພ້ອມກັບການນໍາລາວ ປັບປຸງ ແລະເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ນັບມື້ນັບພັດທະນາຢ່າງມີປະສິດທິຜົນ, ແທດຈິງໃນສະພາບການໃໝ່ຄືໃນປະຈຸບັນ, ນໍາເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນຂອງແຕ່ລະປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.
ໃນຈົດໝາຍສົ່ງໃຫ້ ພະບາດ ສົມເດັດ ພະບໍລົມມະນຽດ ມະຫາກະສັດ Norodom Sihamoni, ປະທານສະພາສູງ Hun Sen ແລະການນໍາຂ້ັນສູງກໍາປູເຈຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະການນໍາຂັ້ນສູງຂອງຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນໂດຍຖືວ່າໃນປີຜ່ານມາ, ເຖິງວ່າຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງກໍ່ຕາມແຕ່ມີພື້ນຖານໝັ້ນແກ່ນໂດຍການນໍາກໍາປູເຈຍ ລຸ້ນຕ່າງໆກໍ່ສ້າງ, ປະຊາຊົນກໍາປູເຈຍ ບັນລຸໄດ້ຜົນງານປະທັບໃຈຫຼາຍຢ່າງ ແລະຮອບດ້ານໃນກິດຈະການສ້າງສາ ແລະພັດທະນາປະເທດ. ການນໍາຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການປົກຄອງປະເທດທີ່ສະຫຼາດສ່ອງໃສຂອງສົມເດັດ ພະບໍລົມມະນຽດ ມະຫາກະສັດ Norodom Sihamoni ແລະແນວທາງທີ່ຖືກຕ້ອງຂອງພັກປະຊາຊົນກໍາປູເຈຍ ໂດຍທ່ານປະທານ Hun Sen ເປັນຜູ້ນໍາພາ, ໂຄງການດຳເນີນງານຂອງພັກປະຊາຊົນກໍາປູເຈຍ ໄລຍະ 2023-2028 ແລະຍຸດທະສາດຫ້າລ່ຽມຂອງລັດຖະບານລາຊະອານາຈັກກໍາປູເຈຍ ຈະໄດ້ປະຕິບັດຢ່າງມີໄຊ, ນໍາເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນກໍາປູເຈຍ. ກ່ຽວກັບການພົວພັນສອງປະເທດ, ການນໍາຫວຽດນາມ ເຊື່ອໝັ້ນວ່າ ບັນດາໝາກຜົນທີ່ຕັ້ງໜ້າບັນລຸໄດ້ຢູ່ໃນການພົບປະຂັ້ນສູງລະຫວ່າງກົມການເມືອງພັກກອມມູນິດຫວຽດນາມ ແລະຄະນະປະຈໍາສູນກາງພັກປະຊາຊົນກໍາປູເຈຍ ແລະການພົບປະລະຫວ່າງຜູ້ນໍາສາມພັກ ຫວຽດນາມ-ກໍາປູເຈຍ-ລາວ ເມື່ອເດືອນກຸມພາ 2025 ຫວ່າງແລ້ວນີ້ ຈະໄດ້ສອງຝ່າຍສົມທົບກັນຫັນເປັນລະອຽດ, ປະກອບສ່ວນປັບປຸງ ແລະເຮັດໃຫ້ການພົວພັນບ້ານໃກ້ເຮືອນຄຽງທີ່ດີງາມ, ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງອັນຍາວນານລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າເກົ່າ, ເພື່ອຜົນປະໂຫຍດແທດຈິງຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.
![]() | ຄອບຄົວຊາວຫວຽດນາມ ກັບນັກສຶກສາລາວ ແລະກໍາປູເຈຍ ຍສໝ - ການເຄື່ອນໄຫວໃນລາຍການໄດ້ເຮັດໃຫ້ນັກສຶກສາລາວ, ກໍາປູເຈຍ ມີຄວາມຮູ້ກ່ຽວກັບວັດທະນະທຳ, ຄວາມງາມໃນການດຳລົງຊີວິດປະຈຳວັນຂອງຊາວຫວຽດນາມ ເວົ້າລວມ ແລະປະຊາຊົນນະຄອນໂຮ່ຈີມິນ ເວົ້າສະເພາະ, ປະກອບສ່ວນເພີ່ມຄວາມເຂົ້າໃຈ, ຄວາມຮັກແພງກັບຄອບຄົວຊາວ ຫວຽດນາມ ທີ່ໃຫ້ການອຸປະຖຳ, ກໍ່ຄືໄມຕີຈິດມິດຕະພາບ, ຄວາມສາມັກຄີກັບປະຊາຊົນຫວຽດນາມ ເວົ້າລວມ. |
![]() | ທະຫານເຂດ 5: ຈັດກອງປະຊຸມບັນຊາການຮັບໃຊ້ກອງປະຊຸມປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ ຍສໝ - ຫວ່າງແລ້ວນີ້, ກອງບັນຊາການທະຫານເຂດ 5, ຕັ້ງຢູ່ບໍລິເວນກອງບັນຊາການທະຫານເມືອງງອັກໂຮ່ຍ (ກອນຕູມ) ໄດ້ປະຊຸມເພື່ອກໍາແໜ້ນ, ຜັນຂະຫຍາຍໜ້າທີ່ໃຫ້ບັນດາກຳລັງ. |