ທະຫານເຂດ 4 ເຂົ້າຢ້ຽມຂໍ່ານັບ ແລະອວຍພອນປີໃໝ່ນາຍົກລັດຖະມົນຕີລາວ
ທະຫານເຂດ 7 ເປັນຈຸດເລີ່ມຕົ້ນໃນພິທີເຄື່ອນທັບຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ກໍາປູເຈຍ | |
ໂຄງການພົບປະແລກປ່ຽນລະຫວ່າງນັກສຶກສາ ລາວ - ກຳປູເຈຍ ແລະ ນັກຮຽນໂຮງຮຽນການທະຫານ ທະຫານເຂດ 7 ຫວຽດນາມ ທີ່ຟົດຟື້ນ |
ທ່ານພົນຕີ ຮ່າເຖາະບິ່ງ ໄດ້ລາຍງານໃຫ້ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ຮັບຊາບກ່ຽວກັບໝາກຜົນອັນພົ້ນເດັ່ນຂອງກໍາລັງປະກອບອາວຸດທະຫານເຂດ 4 ໃນໄລຍະຜ່ານມາ. ທ່ານພົນຕີ ຮ່າເຖາະບິ່ງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີລາວ ຈະສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອທະຫານເຂດ 4 ແລະ ບໍລິສັດໃຫຍ່ຮ່ວມມືເສດຖະກິດ ປະຕິບັດບັນດາໂຄງການພັດທະນາເສດຖະກິດ, ຜະລິດດຳເນີນທຸລະກິດຢ່າງມີປະສິດທິຜົນ; ຈັດຕັ້ງການສຳຫຼວດ ແລະຜັນຂະຫຍາຍປະຕິບັດໂຄງການກໍ່ສ້າງ 3 ກຸ່ມບ້ານໃໝ່ຢູ່ແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ອັດຕະປື ຖືກກັບຄວາມຄືບໜ້າ ແລະມີຄຸນນະພາບ. ພ້ອມກັນນັ້ນ, ຊີ້ນຳຄະນະປະຕິບັດງານພິເສດຂອງລັດຖະບານ ແລະທ້ອງຖິ່ນຕ່າງໆຂອງລາວ ສົມທົບກັນ, ສ້າງເງື່ອນໄຂສະດວກເພື່ອຊ່ວຍໃຫ້ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ລາວ ໃຫ້ບັນລຸໄດ້ໝາກຜົນທີ່ດີ.
![]() |
![]() |
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ຕ້ອນຮັບທ່ານພົນຕີ ຮ່າເຖາະບິ່ງ ພ້ອມດ້ວຍຄະນະປະຕິບັດງານກອງບັນຊາການທະຫານເຂດ 4. ພາບ: ເຈິ່ນຢູງ |
ສ່ວນທ່ານນາຍົກລັດຖະມົນຕີລາວ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ການຮ່ວມມື ແລະການຊ່ວຍເຫຼືອຂອງທະຫານເຂດ 4 ເວົ້າລວມ, ບໍລິສັດໃຫຍ່ຮ່ວມມືເສດຖະກິດເວົ້າສະເພາະ ໃນການຮ່ວມມືຜັນຂະຫຍາຍໂຄງການພັດທະນາເສດຖະກິດຢູ່ລາວ, ເປັນຕົ້ນແມ່ນໂຄງການຍຸດທະສາດໃນບໍລິເວນສຳຄັນ, ຍູ້ແຮງການຜະລິດດຳເນີນທຸລະກິດຕິດພັນກັບການຊ່ວຍເຫຼືອປະຊາຊົນຢູ່ເຂດປະສົບກັບຄວາມຫຍຸ້ງຍາກ ແລະຢູ່ເຂດຊາຍແດນພັດທະນາເສດຖະກິດ, ເຮັດໃຫ້ການດໍາລົງຊີວິດເປັນປົກກະຕິ.
![]() |
ຄະນະປະຕິບັດງານກອງບັນຊາການທະຫານເຂດ 4 ອວຍພອນປີໃໝ່ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: ເຈິ່ນຢູງ |
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ສົ່ງຄໍາອວຍພອນມາຍັງສະຫາຍການນຳອະດີດກອງບັນຊາການທະຫານເຂດ 4, ພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4 ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະສອງກອງທັບ ລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາ, ຂຽວສົດງົດງາມໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
![]() | ທະຫານເຂດ 4 ກວດກາວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ ຍສໝ - ສະຫາຍພັນເອກພິເສດ ດວ່ານຊວນເບື່ອງ ຫວັງວ່າໃນໄລຍະຈະມາເຖິງ, ຄະນະປະຕິບັດງານພິເສດແຂວງຊຽງຂວາງ ຈະສືບຕໍ່ເອົາໃຈໃສ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. |
![]() | ທະຫານເຂດ 5: ຈັດກອງປະຊຸມບັນຊາການຮັບໃຊ້ກອງປະຊຸມປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ ຍສໝ - ຫວ່າງແລ້ວນີ້, ກອງບັນຊາການທະຫານເຂດ 5, ຕັ້ງຢູ່ບໍລິເວນກອງບັນຊາການທະຫານເມືອງງອັກໂຮ່ຍ (ກອນຕູມ) ໄດ້ປະຊຸມເພື່ອກໍາແໜ້ນ, ຜັນຂະຫຍາຍໜ້າທີ່ໃຫ້ບັນດາກຳລັງ. |