ອັນໃດແມ່ນກຳລັງໜູນທີ່ຊ່ວຍໃຫ້ GDP ຂອງຫວຽດນາມບັນລຸໄດ້ 8%?
![]() | ສ້າງສະພາບແວດລ້ອມທີ່ສະດວກ ເພື່ອຊ່ວຍໃຫ້ນັກສຶກສາລາວ ອຸ່ນອ່ຽງໃຈຮຳຮຽນ |
![]() | ສ້າງບາດກ້າວ ເພື່ອຊ່ວຍຍົກສູງວຽກງານເບິ່ງແຍງດູແລດ້ານສຸຂະພາບໃຫ້ແກ່ທົ່ວປະຊາຊົນ |
ໃນບົດລາຍງານໃໝ່ຂອງ VinaCapital ເມື່ອບໍ່ດົນມານີ້, ສະພາແຫ່ງຊາດຫວຽດນາມ ຫາກໍໄດ້ຮັບຮອງເອົາຢ່າງເປັນທາງການກ່ຽວກັບແຜນການເພີ່ມການລົງທຶນສ່ວຍລັດໃນປີ 2025 ຈາກ 6% ຂອງ GDP ຂຶ້ນເປັນ 7% GDP; ພ້ອມທັງ ຍັກເປົ້າໝາຍເຕີບໂຕ GDP ປີ 2025 ໄດ້ຍົກຂຶ້ນເຖິງ 8%. ສະນັ້ນ, ການເພີ່ມຈັບຈ່າຍ 1% ຂອງ GDP ເຂົ້າໃນບັນດາພື້ນຖານໂຄງລ່າງ ຄາດວ່າ ຈະຊ່ວຍໃຫ້ ຫວຽດນາມ ບັນລຸເປົ້າໝາຍເຕີບໂຕ GDP ໃໝ່, ພ້ອມທັງໜູນຊ່ວຍບັນດາແງ່ຫວັງເຕີບໂຕໃນໄລຍະຍາວ ແລະ ດຶງດູດ FDI ເຂົ້າຫວຽດນາມ.
ລະອຽດ, ແຜນການລົງທຶນພາກລັດຂອງຫວຽດນາມ ໃນປີນີ້ ຈະເພີ່ມຂຶ້ນເປັນ 36 ຕື້ USD (ທຽບກັບ 31 ຕື້ USD ທີ່ໄດ້ອະນຸມັດໃນທ້າຍປີຜ່ານມາ) ແລະ ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ປີ 2024. ນີ້ຄາດວ່າຈະຊົດເຊີຍຄວາມເສຍປຽບທີ່ອາດຈະສົ່ງຜົນກະທົບຕໍ່ການເຕີບໂຕຂອງ GDP ໃນປີນີ້, ເມື່ອການເຕີບໂຕຂອງການສົ່ງອອກໄປອາເມລິກາຄາດວ່າຈະຊ້າລົງຫຼັງຈາກເພີ່ມຂຶ້ນທີ່ຫນ້າປະທັບໃຈ 23% ໃນ 2024.
![]() |
ທ່ານ Michael Kokalari, ຜູ້ອຳນວຍການຫ້ອງວ່າການວິເຄາະເສດຖະກິດມະຫາພາກ ແລະ ຄົ້ນຄ້ວາທ້ອງຕະຫຼາດ (VinaCapital). (ພາບ: ໜັງສືພິມ ການລົງທຶນ) |
ນອກນີ້, ບາງການເຄື່ອນໄຫວຫຼ້າສຸດຂອງລັດຖະບານຍັງສະແດງໃຫ້ເຫັນຄວາມຕັດສິນໃຈຂອງຕົນໃນການເບີກຈ່າຍເງິນລົງທຶນສ່ວນລັດໃນປີນີ້, ເຊັ່ນ: ການລິເລີ່ມ, ອະນຸມັດແຜນການນະໂຍບາຍການລົງທຶນຂອງຫຼາຍໂຄງການຂະໜາດໃຫຍ່; ແລ່ນລົດໄຟ metro ສາຍທຳອິດຢູ່ນະຄອນ ໂຮ່ຈີມິນ ໃນເດືອນທັນວາ 2024; ປະກາດໃຊ້ກົດໝາຍທີ່ກ່ຽວຂ້ອງຢ່າງເປັນທາງການ ເພື່ອເລັ່ງລັດຂະບວນການອະນຸມັດໂຄງການ, ເຮັດໃຫ້ການຈັດສັນການລົງທຶນງ່າຍ ແລະ ຊຸກຍູ້ການເຂົ້າຮ່ວມຂອງພາກເອກະຊົນໃຫ້ຫຼາຍຂຶ້ນໃນໂຄງການພື້ນຖານໂຄງລ່າງ...
ທີ່ກ່ຽວກັບທ່າແຮ່ງບົ່ມຊ້ອນປີການເງິນ, ທ່ານ Michael Kokalari - ຜູ້ອຳນວຍການຫ້ອງວ່າການວິເຄາະເສດຖະກິດມະຫາພາກ ແລະ ຄົ້ນຄ້ວາທ້ອງຕະຫຼາດ VinaCapital ໃຫ້ຮູ້ວ່າ ຫວຽດນາມ ມີແຫຼ່ງຊັບພະຍາກອນອຸດົມສົມບູນເພື່ອເພີ່ມທະວີການລົງທືນຂອງລັດ, ໃນນັ້ນໜີ້ສິນຂອງລັດຖະບານຕ່ຳກວ່າ 40% GDP ແລະ ງົບປະມານບໍ່ທັນໄດ້ຈ່າຍຄາດຄະເນເຖິງ 40 ຕື້ USD.
ອຸປະສັກຕົ້ນຕໍໃນການຊຸກຍູ້ການເບີກຈ່າຍການລົງທຶນຂອງລັດແມ່ນຄວາມຫຍຸ້ງຍາກໃນກົນໄກນະໂຍບາຍໃນຂະບວນການອະນຸມັດແລະພັດທະນາໂຄງການຂະຫນາດໃຫຍ່. ດັ່ງນັ້ນ, ການຜ່ານກົດໝາຍຈະຊ່ວຍເລັ່ງຄວາມຄືບໜ້າ ແລະ ຮັບປະກັນການເບີກຈ່າຍເງິນເດືອນໃຫ້ບັນລຸເປົ້າໝາຍ.
ຕາມທ່ານ Kokalari ແລ້ວ, ເຖິງວ່າ ຫວຽດນາມ ພວມປະເຊີນໜ້າກັບສິ່ງທ້າທາຍໃນການເຕີບໂຕການສົ່ງອອກ, ພິເສດແມ່ນຕະຫຼາດ ອາເມລິກາ, ແຕ່ການເພີ່ມການລົງທຶນຂອງລັດ 40% ຈະປະກອບສ່ວນປະມານ 2% ໃຫ້ແກ່ຄາດໝາຍເຕີບໂຕ GDP 8% ໃນປີ 2025. ການລົງທຶນສາທາລະນະຈະເປັນປັດໃຈສຳຄັນຊ່ວຍໃຫ້ ຫວຽດນາມ ຮັກສາການເຕີບໂຕຢ່າງແຂງແຮງໃນສະພາບການໂລກປະສົບກັບຄວາມຫຍຸ້ງຍາກ.
ນອກຈາກນັ້ນ, ທ່ານ Michael Kokalari ຍັງຄາດຄະເນວ່າ ໃນປີ 2025, ອາລົມຈິດຂອງນັກລົງທຶນຕ່າງປະເທດຈະດີຂຶ້ນເມື່ອທຽບໃສ່ປີ 2024, ຄາດວ່າ ກະແສເງິນລົງທຶນ FDI ຈະສືບຕໍ່ໄຫຼເຂົ້າຫວຽດນາມ. ນະໂຍບາຍເສດຖະກິດໝັ້ນຄົງ, ຄຽງຄູ່ກັບຫວຽດນາມ ບັນລຸມາດຖານສາກົນເກືອບທັງໝົດເພື່ອຍົກລະດັບເຂົ້າສູ່ສະພາບຕະຫຼາດທີ່ພົ້ນເດັ່ນ, ຄາດວ່າຈະດຶງດູດແຫຼ່ງທຶນລົງທຶນຈາກຕະຫຼາດສາກົນໃຫ້ຫຼາຍກວ່າອີກ. ທ່ານກໍ່ໃຫ້ຮູ້ວ່າ: ສືບຕໍ່ຊຸກຍູ້ການປະຕິຮູບດ້ານບໍລິຫານ ແລະ ເຮັດໃຫ້ລະບຽບການເປັນງ່າຍດາຍ ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະ ການເຄື່ອນໄຫວລົງທຶນຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.
![]() | ຫວຽດນາມ ນອນຢູ່ໃນ 6 ປະເທດ ອາຊຽນ ທີ່ມີການເຕີບໂຕ GDP ທີ່ດີ ຍສໝ - ທະນາຄານ Maybank ໃຫ້ຮູ້ວ່າ: ປະເທດສະມາຊິກອາຊຽນ 6 ປະເທດ ລວມມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ, ຄາດຄະເນວ່າ ຈະບັນລຸ 4,5 – 4,7% ໃນ ປີ 2024 ແລະ ... |
ມີງດຶກ