50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ: ໄຊຊະນະ ວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງພັດທະນາຂອງຫວຽດນາມ
ໄຊຊະນະ ດ້ຽນບຽນຝູ - ເປັນຂົວເຊື່ອມຕໍ່ຊ່ວຍໃຫ້ ຫວຽດນາມ ແລະ ອານເຊຣີ ແບ່ງປັນອະດີດ ແລະ ມຸ່ງໄປເຖິງອະນາຄົດ | |
ໂຮງໝໍສະໜາມໄດ້ຈັດໂຄງການອາສາສະໝັກຢູ່ຊູດານໃຕ້ ເພື່ອສະເຫຼີມສະຫຼອງວັນທີ 30 ເມສາ |
ຕາມທ່ານປະລິນຍາເອກ G. Weerasinghe ແລ້ວ, ຫວຽດນາມ ຕີເອົາໄຊຊະນະພວກຈັກກະພັດທີ່ເຂັ້ມແຂງທີ່ສຸດໃນໂລກ ແລະທ້ອນໂຮມປະເທດຊາດເປັນເອກະພາບ ໃນວັນທີ 30 ເມສາ 1975, ສຳເລັດພາລະກິດປົດປ່ອຍຊາດ ແລະສ້າງຕັ້ງປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມຂຶ້ນ. ໄຊຊະນະອັນຍິ່ງໃຫຍ່ນີ້ໄດ້ກາຍເປັນແຫຼ່ງບັນດານໃຈຂອງຊາດ, ນ້ຳໃຈພິລະອາດຫານ ແລະກຳລັງແຮງໃຫ້ແກ່ປະຊາຊົນ ຫວຽດນາມ ໃນໄລຍະຕໍ່ໄປຂອງການຕໍ່ສູ້, ແມ່ນການປົດປ່ອຍສັງຄົມ. ກຳລັງແຮງ ແລະແຮງ ບັນດານໃຈອັນໃຫຍ່ຫຼວງທີ່ໄດ້ຮັບການປົດປ່ອຍຍ້ອນໄຊຊະນະທີ່ກ່າວມາຂ້າງເທິງນັ້ນໄດ້ເປີດເສັ້ນທາງໃຫ້ແກ່ປະຊາຊົນຫວຽດນາມ ສືບຕໍ່ກໍ່ສ້າງສັງຄົມນິຍົມ ແລະຍາດໄດ້ຫຼາຍໄຊຊະນະ.
![]() |
ພາບເອກະສານ: TTXVN |
ບັນດາບັ້ນຮົບຂະໜາດໃຫຍ່ໄດ້ນຳເອົາໄຊຊະນະມາໃຫ້ປະຊາຊົນຫວຽດນາມ ກໍ່ແມ່ນແຫຼ່ງບັນດານໃຈໃຫ້ປະຊາຊົນ ແລະຂະບວນການປົດປ່ອຍຊາດຢູ່ອາຊີ, ອາຟະລິກາ, ອາເມລິກາ ລາຕີນ ໃນຄວາມມານະພະຍາຍາມຕໍ່ສູ້ຕ້ານລັດທິຈັກກະພັດເພື່ອປົດປ່ອຍປະເທດຊາດ. ພຶດຕິກຳຕົວຈິງໄດ້ສະແດງໃຫ້ໂລກເຫັນວ່າ ເສັ້ນທາງທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ໃນປີ 1975 ແມ່ນຖືກຕ້ອງ.
ນັບແຕ່ນັ້ນມາຈົນຮອດປະຈຸບັນ, ຫວຽດນາມ ໄດ້ມີບາດກ້າວເດີນອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ, ສັງຄົມ, ວັດທະນະທຳ ແລະໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບການພັດທະນາໄວທີ່ສຸດໃນໂລກ. ຫວຽດນາມ ພວມເດີນຕາມເສັ້ນທາງພັດທະນາທີ່ມີອະທິປະໄຕໃນພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແລະກາຍເປັນປະເທດອຸດສາຫະກຳ ດ້ວຍບັນດາຂະແໜງເສດຖະກິດກະສິກຳ ແລະການບໍລິການດີພໍສົມຄວນ.
ຄວາມສາມັກຄີທົ່ວປວງຊົນທັງຊາດແມ່ນປັດໄຈສຳຄັນຂອງໄຊຊະນະ ປີ 1975 ແລະກົງກັນຂ້າມ, ບັນດາໄຊຊະນະທີ່ຍິ່ງໃຫຍ່ຕໍ່ພວກຈັກກະພັດທີ່ເຂັ້ມແຂງທີ່ສຸດໃນໂລກ ພ້ອມກັບການເສຍສະຫຼະຊີວິດອັນໃຫຍ່ຫຼວງຂອງປະຊາຊົນໃນບັນດາບັ້ນຮົບໄດ້ກາຍເປັນແຫຼ່ງບັນດານໃຈ, ເປັນກຳລັງແຮງ ແລະຄວາມສາມັກຄີທົ່ວປວງຊົນທັງຊາດເພື່ອ ສືບຕໍ່ເສັ້ນທາງສ້າງສາປະເທດຊາດ.
![]() |
ທ່ານປະລິນຍາເອກ G. Weerasinghe ເລຂາທິການໃຫຍ່ພັກກອມມູນິດ ສີລັງກາ. ພາບ: TTXVN |
ເອກະລາດ, ເປັນເຈົ້າຕົນເອງ ແລະລັດທິຫຼາຍຝ່າຍໄດ້ກາຍເປັນເສົາຄ້ຳຫຼັກຂອງວິວັດທະນາການຕັດສິນໃຈຂອງປະເທດ ແລະສາກົນ, ປະກອບສ່ວນອັນໃຫຍ່ຫຼວງຊ່ວຍຫວຽດນາມ ບັນລຸໄດ້ການພັດທະນາເສດຖະກິດກໍ່ຄືຖານະບົດບາດ, ທີ່ຕັ້ງໃນທົ່ວໂລກ.
ທ່ານເລຂາທິການໃຫຍ່ Weerasinghe ຊີ້ອອກໃຫ້ເຫັນວ່າ ໃນບັ້ນຮົບທີ່ຍິ່ງໃຫຍ່ ແລະແກ່ຍາວເປັນເວລາຫຼາຍທົດສະວັດນີ້, ພັກກອມມູນິດຫວຽດນາມ ໄດ້ສວມບົດບາດຫຼັກແຫຼ່ງແກ່ນສານດ້ວຍການສ້າງລະບົບແນວຄິດຢ່າງຖືກຕ້ອງ, ປ່ຽນແປງຍຸດທະວິທີໄປຕາມການເວລາ, ສາມັກຄີບັນດາກຳລັງທົ່ວປວງຊົນທັງຊາດ ແລະສາກົນ. ການຮັບປະກັນຄວາມໝັ້ນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ຫວຽດນາມ, ພາຍໃຕ້ການນຳພາຂອງພັກກອມມູນິດໄດ້ສືບຕໍ່ຮັບປະກັນໃຫ້ຫວຽດນາມ ມີສະພາບແວດລ້ອມສຳຄັນທີ່ສຸດເພື່ອພັດທະນາເສດຖະກິດ-ສັງຄົມ, ຕາມນັ້ນແມ່ນຮັກສາຖານະບົດບາດ ແລະທີ່ຕັ້ງຂອງປະເທດໃນເວທີພາກພື້ນ ແລະສາກົນ.
ເປັນທີ່ຈະແຈ້ງແລ້ວວ່າ, ບັນດາບົດຮຽນຂອງການຕໍ່ສູ້ປົດປ່ອຍຊາດໄດ້ໝູນໃຊ້ເຂົ້າໃນການພັດທະນາຂອງຫວຽດນາມ ໃນປະຈຸບັນ. ບັນດາພາກສ່ວນຂອງສັງຄົມໄດ້ເຂົ້າຮ່ວມການພັດທະນາເສດຖະກິດດ້ວຍການເປີິດຫຼາຍເສັ້ນທາງທີ່ແຕກຕ່າງກັນຢ່າງມີປະສິດທິຜົນ. ບັນດານະໂຍບາຍທີ່ໝູນໃຊ້ຢູ່ໃນລະດັບພາກພື້ນ ແລະສາກົນ ກໍ່ໄດ້ນຳມາເຊິ່ງໝາກຜົນອັນໃຫຍ່ຫຼວງໃຫ້ແກ່ການພັດທະນາຕ່າງຝ່າຍຕ່າງມີຜົນປະໂຫຍດຂອງຫວຽດນາມ.
ໂລກພວມປະເຊີນໜ້າກັບການປະຕິວັດອຸດສາຫະກຳ 4.0 ແລະຫັນເປັນດີຈີຕອນແມ່ນຄຸນລັກສະນະຕົ້ນຕໍຂອງໄລຍະນີ້. ເຕັກໂນໂລຢີ robot, ປັນຍາປະດິດ (AI), ພະລັງງານທົດແທນ... ໄດ້ກາຍເປັນຄຳສັບທີ່ໃຊ້ຫຼາຍໃນໄລຍະນີ້. ບັນດາປະເທດພວມແກ່ງແຍ້ງຢ່າງຂ້ຽວຂາດ ແລະຫັນເປັນທັນສະໄໝແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຢູ່ທຸກປະເທດ ແລະຫວຽດນາມ ກໍ່ນອນຢູ່ໃນນັ້ນ.
ຕາມທ່ານເລຂາທິການໃຫຍ່ Weerasinghe ແລ້ວ, ການເຊື່ອມໂຍງເສດຖະກິດທົ່ວໂລກແມ່ນວິວັດທະນາການທີ່ບໍ່ສາມາດຕ່າວປີ້ນໄດ້ ແລະສິ່ງນີ້ໄດ້ອະພິປາຍໃນ “ຖະແຫຼງການກອມມູນິດ”. ຄຽງຄູ່ກັນນັ້ນ, ການຮ່ວມມືພາກພື້ນ, ສາກົນ ແລະເດີນຕາມລັດທິຫຼາຍຝ່າຍ ກໍ່ແມ່ນບັນດານະໂຍບາຍຫຼັກແຫຼ່ງທີ່ຫວຽດນາມ ໄດ້ຈັດຕັ້ງປະຕິບັດ. ນອກຈາກນັ້ນ, ການກູ້ມຕົນເອງ ແລະການພັດທະນາທີ່ມີອະທິປະໄຕ ກໍ່ແມ່ນສິ່ງທີ່ຈຳເປັນເພື່ອບັນລຸໄດ້ບັນດາເປົ້າໝາຍເສດຖະກິດໂດຍກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ວາງອອກ.
![]() | ສະຖານທູດລາວ ປະຈໍາ ແບນຊິກ, ກຳປູເຈຍ ອວຍພອນວັນຊາດຫວຽດນາມ ວັນທີ 2 ກັນຍາ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2024), ທ່ານ ເອກອັກຄະລັດຖະທູດ ລາວ ປະຈຳ ແບນຊິກ ແລະ ທ່ານ ເອກອັກຄະລັດຖະທູດ ລາວ ... |
![]() | ວັນທີ 25 ເມສາ 1954: ກອງກຳລັງທະຫານປະສົມ ຫວຽດນາມ - ລາວ ໄດ້ສະກັດກັ້ນ ແລະ ບຸກໂຈມຕີສັດຕູຕາມເສັ້ນທາງຖອນທະຫານ. ຍສໝ - ເພື່ອໃຫ້ມີກຳລັງຊ່ວຍໜູນໃຫ້ສະໜາມຮົບຫຼັກ ຢູ່ດ້ຽນບຽນຝູ ທີ່ພວມຢູ່ໃນສະພາບສຸກເສີນ, ວັນທີ 25 ເມສາ 1954, ຝ່າຍສັດຕູໄດ້ສົ່ງກອງທະຫານເຄື່ອນທີ່ເລກ 1 ພ້ອມດ້ວຍ 3 ກອງພັນ ແລະ 1 ກອງພັນປືນໃຫຍ່ ໄປຕາມເສັ້ນທາງເລກທີ 12 ຖອນທະຫານອອກສູ່ເມືອງທ່າແຂກ (ລາວ). ແຕ່ໃນລະຫວ່າງທາງທີ່ຈະຖອນທະຫານ ພວກເຂົາເຈົ້າໄດ້ຖືກກອງພັນໃຫຍ່ 18 ພ້ອມກຳລັງປະກອບອາວຸດລາວ ... |