ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນບຸນປີໃໝ່ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ
![]() | ເພີ່ມພຸນຄຸນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ ໃນໂອກາດບຸນປີໃໝ່ປະຈຳຊາດ |
![]() | ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ເຂົ້າຮ່ວມພິທີໄຫວ້ລາຊະທິດາໂຍ່ຍຮວາ |
ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ໄດ້ສົ່ງຄຳອວຍພອນປີໃໝ່ມາຍັງທ່ານ ບໍ່ວຽງຄຳ ວົງດາລາ ແລະ ຄອບຄົວ, ພ້ອມທັງບັນດາພະນັກງານສະມາຄົມມິດຕະພາບ ລາວ-ຫວຽດນາມ. ທ່ານເອກອັກຄະລັດຖະທູດ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາສັນຍານຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃນໄລຍະມໍ່ໆມານີ້. ທ່ານເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກ, ການຄຸ້ມຄອງຂອງລັດຖະບານ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ, ປະຊາຊົນລາວ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ໃນທຸກຂົງເຂດ.
![]() |
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ (ຢືນຢູ່ກາງ) ອວຍພອນບຸນປີໃໝ່ ທ່ານ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ບໍ່ວຽງຄຳ ວົງດາລາ (ທີ 4 ຈາກຂວາ). (ພາບ: ສະຖານທູດ ຫວຽດນາມ ປະຈຳ ລາວ) |
ທ່ານເອກອັກຄະລັດຖະທູດຢືນຢັນວ່າ ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງປະທານ ໂຮ່ຈີມິນ, ປະທານປະເທດ ໄກສອນ ພົມວິຫານ ແລະ ທ່ານປະທານ ສຸພານຸວົງ. ການພົວພັນນີ້ໄດ້ຮັບການຮັກສາ, ອອກເຫື່ອເທແຮງເພີ່ມພູນຄູນສ້າງ, ນັບມື້ນັບເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນຈາກບັນດາລຸ້ນການນຳ ແລະ ປະຊາຊົນສອງປະເທດ.
ເນັ້ນໜັກເຖິງມູນເຊື້ອຕິດພັນກັນລະຫວ່າງສອງຊາດ, ທ່ານເອກອັກຄະລັດຖະທູດ ໄດ້ຂອບອົກຂອບໃຈພັກ, ລັດ ແລະ ປະຊາຊົນລາວ ເພື່ອໜູນຊ່ວຍສຸດຈິດສຸດໃຈທີ່ມີຕໍ່ຫວຽດນາມ ໃນຂະບວນການຕໍ່ສູ້ຍາດເອົາເອກະລາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ພິເສດແມ່ນສ້າງເງື່ອນໄຂສະດວກໃຫ້ກອງທັບ ແລະ ປະຊາຊົນຫວຽດນາມ ເຂົ້າມາປົດປ່ອຍພາກໃຕ້.
ທ່ານເອກອັກຄະລັດຖະທູດຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງການພົວພັນພິເສດກັບລາວ. ທ່ານຕີລາຄາສູງບົດບາດຂອງສະມາຄົມມິດຕະພາບລາວ-ຫວຽດນາມ ໃນວຽກງານການໂຄສະນາເຜີຍແຜ່, ສຶກສາອົບຮົມລຸ້ນໜຸ່ມກ່ຽວກັບຄວາມສາມັກຄີລະຫວ່າງສອງປະເທດ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ. ທ່ານໄດ້ຂອບໃຈທ່ານປະທານສະມາຄົມ ບໍ່ວຽງຄຳ ວົງດາລາ ທີ່ໄດ້ສ້າງອຳນວຍຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວຂອງສະຖານທູດ ຫວຽດນາມ ປະຈຳ ລາວ, ພິເສດແມ່ນການປະສານງານໃນການຕ້ອນຮັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນໄລຍະມໍ່ໆມານີ້.
ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ສະມາຄົມມິດຕະພາບລາວ-ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ເປັນຂົວເຊື່ອມຕໍ່ສຳຄັນໃນບັນດາການເຄື່ອນໄຫວການທູດປະຊາຊົນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.
ທ່ານປະທານສະມາຄົມມິດຕະພາບລາວ-ຫວຽດນາມ ບໍ່ວຽງຄຳ ວົງດາລາ ໄດ້ເຫັນດີກັບການຕີລາຄາຂອງທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ໂດຍຢືນຢັນວ່າ ຄວາມໝາຍຂອງສາຍພົວພັນສາມັກຄີແບບພິເສດລະຫວ່າງ 2 ປະເທດ ຕ້ອງສືບຕໍ່ສຶກສາ ແລະ ໂຄສະນາໃຫ້ແກ່ບັນດາລຸ້ນອະນາຄົດ.
ໃນສະພາບການປ່ຽນແປງຫຼາຍຢ່າງຂອງໂລກ, ທ່ານຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍ່ຢືນຄຽງຂ້າງຫວຽດນາມ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີແບບພິເສດ. ສະມາຄົມມິດຕະພາບລາວ-ຫວຽດນາມ ສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວສາມັກຄີ ແລະ ການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ ແລະ ສອງລັດ ຢ່າງມີປະສິດທິຜົນ.
![]() | ສະມາຄົມມິດຕະພາບ ຫວຽດນາມ - ລາວ: ເຄິ່ງສະຕະວັດເພີ່ມພູນຄູນສ້າງມິດຕະພາບແບບພິເສດ ຫວຽດນາມ - ລາວ ຍສໝ - ວັນທີ 15 ມັງກອນ 1975, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ເປັນຂີດໝາຍສຳຄັນໃນການເພີ່ມທະວີການແລກປ່ຽນ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ. 50 ປີຜ່ານມາ, ສະມາຄົມໄດ້ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ... |
![]() | ຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ສປປ ລາວ ໄດ້ມາເຄື່ອນໄຫວ ເຮັດວຽກ ຢູ່ແຂວງໄຊສົມບູນ ຍສໝ - ເນື່ອງໃນໂອກາດ ທີ່ສະຫາຍ ນາງ ຫງວຽນ ຖິ ຖວດ ທີປຶກສາທູດ, ຮັບຜິດຊອບວຽກງານສະມາຄົມ ແລະ ຊຸມຊົນຊາວຫວຽດນາມ, ສະຖານທູດຫວຽດນາມປະຈຳລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ, ຊຶ່ງສະຫາຍໄດ້ຖືເອົາໂອກາດດັ່ງກ່າວ ເຂົ້າພົບປະ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ... |
ແທັງຮັ່ງ