ເປັນຄັ້ງທຳອິດ, ປຶ້ມພາສາຫວຽດນາມ ໄດ້ມີຢູ່ຫໍສະໝຸດໃຫຍ່ທີ່ສຸດຂອງນະຄອນຫຼວງແບນຊິກ
![]() | ທ່ານປະທານ ຄໍາໄຕ ສີພັນດອນ: ການນຳດີເດັ່ນຂອງລາວ, ເພື່ອນມິດທີ່ຍິ່ງໃຫຍ່ຂອງຫວຽດນາມ |
![]() | ເຫດການ “ວັນວັດທະນະທຳຫວຽດນາມ ຢູ່ Tyumen” ຖືກຈັດຂຶ້ນເປັນຄັ້ງທຳອິດ |
ເປັນຄັ້ງທຳອິດ, ປຶ້ມພາສາຫວຽດນາມ ໄດ້ປະກົດຕົວຢ່າງເປັນທາງການຢູ່ຊັ້ນວາງຂອງຫໍສະໝຸດ Muntpunt - ຫໍສະໝຸດສູນກາງ ແລະ ໃຫຍ່ທີ່ສຸດຢູ່ນະຄອນຫຼວງ Brussels (ແບນຊິກ). ນີ້ແມ່ນໝາກຜົນແຫ່ງຂໍ້ລິເລີ່ມຂອງສະມາຄົມໃຫຍ່ຊາວຫວຽດນາມ ຢູ່ແບນຊິກ (UGVB) ປະຕິບັດ, ເພື່ອກໍ່ສ້າງ “ແຈຫວຽດນາມ” ແຫ່ງໜຶ່ງ ເພື່ອຮັບໃຊ້ເດັກນ້ອຍຊາວຫວຽດນາມ ອາຍຸ 0-6 ປີ ອາໄສຢູ່ ແບນຊິກ.
ແຈຫວຽດນາມ ລວມມີ: ນິທານພື້ນເມືອງຫວຽດນາມ, ບົດກະວີຂອງເດັກນ້ອຍ ແລະ ກາຕູນ - ເນື້ອໃນທີ່ທັງມີຄຸນຄ່າສຶກສາ ແລະ ທັງເຊື່ອມຕໍ່ວັດທະນະທໍາພື້ນເມືອງກັບໄວໜຸ່ມໃນສະພາບແວດລ້ອມທີ່ຫຼາກຫຼາຍວັດທະນະທໍາ. ຈຸດພົ້ນເດັ່ນຂອງຊຸດປຶ້ມແມ່ນນິທານພື້ນເມືອງຄື: ເລື່ອງກົກໄຜ່ມີໜຶ່ງຮ້ອຍປ້ອງ, ບົດກາບກອນທີ່ຄຸ້ນເຄີຍ, ພາສາລຽບງ່າຍທີ່ຊ່ວຍໃຫ້ເດັກນ້ອຍເຂົ້າໃກ້ ແລະ ຮັກສາການນຳໃຊ້ພາສາຫວຽດນາມຢ່າງເປັນທຳມະຊາດ.
![]() |
ປຶ້ມພາສາຫວຽດນາມ ດ້ປະກົດຂຶ້ນຢ່າງເປັນທາງການຢູ່ຊັ້ນວາງຂອງຫໍສະໝຸດ Muntpunt. (ພາບ: TTXVN) |
ເນື່ອງໃນໂອກາດນີ້, ນັກປະພັນ, ນັກຂ່າວ ກ່ຽວບິກເຟືອງ, ປະຈຸບັນ ອາໄສຢູ່ປະເທດ ແບນຊິກ ໄດ້ມອບໃຫ້ຫໍສະໝຸດດ້ວຍຊຸດປຶ້ມເລື່ອງລາວດ້ວຍພາບ “ສັນຍານລັບ OGO”, ແມ່ນຜົນງານທີ່ວາດພາບຊີວິດຂອງເດັກນ້ອຍໃນບັນດາຄອບຄົວຫຼາຍວັດທະນະທຳ.
ຕາມທ່ານນາງ ເຮືອງ ແລ້ວ, ເດັກນ້ອຍອ່ານໜັງສືດ້ວຍພາສາແມ່ບໍ່ພຽງແຕ່ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈເອກະລັກວັດທະນະທຳຂອງຕົນເທົ່ານັ້ນ, ຫາກຍັງເປັນຂົວຕໍ່ໃຫ້ພໍ່ແມ່ - ຜູ້ດຳລົງຊີວິດໃນສະພາບແວດລ້ອມຫຼາຍພາສາ - ໄດ້ໃກ້ຊິດກັບລູກອີກດ້ວຍ.
ທ່ານນາງ Brenda, ຜູ້ທີ່ຮັບຜິດຊອບຂອງພາກສ່ວນຂອງເດັກນ້ອຍຢູ່ຫໍສະຫມຸດ Muntpunt ກ່າວວ່າ ການຊ່ວຍເຫຼືອຊຸມຊົນຄົນອົບພະຍົບຮັກສາພາສາພື້ນເມືອງຂອງເຂົາເຈົ້າແມ່ນບູລິມະສິດສໍາລັບຫ້ອງສະຫມຸດ. "ເດັກນ້ອຍທີ່ໄດ້ສໍາຜັດກັບຫນັງສືໃນພາສາຕົ້ນສະບັບຂອງພວກເຂົາໃນສະຖານທີ່ສາທາລະນະຈະສ້າງນິໄສການອ່ານແບບຍືນຍົງ, ໃນຂະນະທີ່ຮັກສາການເຊື່ອມຕໍ່ກັບຮາກຂອງພວກເຂົາ", ທ່ານນາງແບ່ງປັນ.
ທ່ານນາງ ຫງວຽນຈຸງຖຸຍ, ຜູ້ຮັບຜິດຊອບຄະນະວັດທະນະທຳ ແລະ ສັງຄົມ UGVB ໃຫ້ຮູ້ວ່າ: ນອກຈາກບໍລິຈາກປຶ້ມແລ້ວ, ສະມາຄົມໃຫຍ່ຍັງປາດຖະໜາຢາກສ້າງພື້ນຖານວັດທະນະທຳຫວຽດນາມ ຢ່າງແທ້ຈິງ ເຊິ່ງເປັນບ່ອນໃຫ້ເດັກນ້ອຍສາມາດອ່ານປຶ້ມ, ຫລິ້ນເກມພື້ນເມືອງ ແລະ ສື່ສານດ້ວຍພາສາ ຫວຽດນາມ ໃນບັນຍາກາດທີ່ເປັນມິດ.
ເດັກນ້ອຍ ຫວູຮົງເງີນ (ອາຍຸ 13 ປີ) ໃນເວລາທີ່ອ່ານປື້ມພາສາຫວຽດນາມ ຢູ່ຫໍສະໝຸດ ກ່າວວ່າ “ຫຼານຮູ້ສຶກຄືກັບຢູ່ຫວຽດນາມ, ອ່ານປຶ້ມກັບພໍ່ເຖົ້າແມ່ເຖົ້າຄືກັບຕອນກັບບ້ານ”. ເດັກນ້ອຍ Lisa (9 ປີ), ເກີດ ແລະ ເຕີບໃຫຍ່ຢູ່ປະເທດແບນຊິກ, ໄດ້ເຮັດໃຫ້ຫລາຍຄົນປະຫລາດໃຈເມື່ອນາງອ່ານບົດກະວີຫວຽດນາມ ຢ່າງຄ່ອງແຄ້ວ. Lisa ບອກວ່າ ແມ່ຂອງຫຼານມັກຮ້ອງເພງກ່ອມ ແລະ ເລົ່ານິທານເປັນພາສາຫວຽດນາມ, ສະນັ້ນ ລາວມັກອ່ານປຶ້ມເປັນພາສານີ້ແທ້ໆ, ເຖິງວ່າການຂຽນຍັງຫຍຸ້ງຍາກກໍ່ຕາມ.
ຫຼາຍຄອບຄົວຊາວຫວຽດນາມ ຢູ່ແບນຊິກ ໄດ້ສ້າງຕັ້ງກຸ່ມນ້ອຍຢ່າງຕັ້ງໜ້າ ເພື່ອແບ່ງປັນປະສົບການໃນການຮັກສາພາສາຫວຽດນາມ, ຈັດຕັ້ງບັນດາລາຍການເລົ່ານິທານ, ຮ້ອງເພງກ່ອມ, ສອນໜັງສືຢູ່ບ້ານ. ບັນດາການເຄື່ອນໄຫວເຫຼົ່ານີ້ປະກອບສ່ວນສ້າງປະຊາຄົມທີ່ໃກ້ຊິດສະໜິດສະໜົມທີ່ສະໜັບສະໜູນເຊິ່ງກັນແລະກັນໃນການເດີນທາງຂອງການລ້ຽງດູລູກໃນສະພາບແວດລ້ອມວັດທະນະທຳທີ່ຫຼາກຫຼາຍ.
![]() | ສ້າງເງື່ອນໄຂດີທີ່ສຸດໃຫ້ນັກສຶກສາລາວໄປຮຽນຢູ່ ຫາຍເຢືອງ ຍສໝ - ສະຫາຍ ຮອງເລຂາຜູ້ປະຈຳການຄະນະພັກແຂວງ ເລວັນຮ້ຽວ ເນັ້ນໜັກວ່າ ການບຳລຸງສ້າງນັກຮຽນ, ນັກສຶກສາລາວ ແມ່ນໜ້າທີ່ການເມືອງສຳຄັນຂອງແຂວງ ຫາຍເຢືອງ. |
ມີງດຶກ