VSAK: ເຊື່ອມຕໍ່ຊຸມຊົນ, ຍົກສູງຮູບພາບຂອງນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ
![]() | ນັກສຶກສາຫວຽດນາມ ແລະ ສ.ເກົາຫຼີ ພົບປະແລກປ່ຽນວັດທະນະທຳຢູ່ ບິ່ງເຢືອງ |
![]() | ງານແຂ່ງຂັນບານເຕະທີ່ຟົດຟື້ນຂອງ ຊາວຫວຽດນາມອາໄສ ຢູ່ ສ.ເກົາຫຼີ |
ໂດຍເຂົ້າຮ່ວມກອງປະຊຸມໃຫຍ່ມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຫວູໂຮ່, ຜູ້ຕາງໜ້າບັນດາຄະນະ, ຂະແໜງການ, ພະນັກງານສະຖານທູດ ແລະ ຜູ້ແທນ 90 ກວ່າຄົນທີ່ຕາງໜ້າໃຫ້ສາຂາສະມາຄົມຫວຽດນາມ ໃນທົ່ວ ສ.ເກົາຫຼີ. ເຂົ້າຮ່ວມກອງປະຊຸມໃຫຍ່ ຍັງມີຜູ້ຕາງໜ້ສູນກາງສະມາຄົມນັກສຶກສາ ຫວຽດນາມ ຫງວຽນບ໋າກ໋າດ, ກໍາມະການຄະນະບໍລິຫານງານສູນກາງພັກ, ຮອງຫົວໜ້າຄະນະຊາວໜຸ່ມໂຮງຮຽນສູນກາງຄະນະ; ທ່ານ ຮອງປະທານສູນກາງສະມາຄົມນັກສຶກສາຫວຽດນາມ ເຈີ່ນຮ່ວາຍມິງ, ກຳມະການຄະນະບໍລິຫານງານ, ຮອງຫົວໜ້າຄະນະແນວໂຮມຊາວໜຸ່ມສູນກາງສະມາຄົມສະຫະພັນຊາວໜຸ່ມ.
![]() |
ກອງປະຊຸມໃຫຍ່ຜູ້ຕາງໜ້ານັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ ຊຸດທີ 10, ອາຍຸການ 2025-2028. (ພາບ: VSAK) |
ກ່າວຄຳປາໄສທີ່ກອງປະຊຸມໃຫຍ່, ທ່ານປະທານ VSAK ຊຸດທີ 10 ຫງວຽນເຈີນຮືງ ຢືນຢັນວ່າ ບັນດາຜົນງານເຊິ່ງສະມາຄົມບັນລຸໄດ້ໃນ 2 ປີຜ່ານມາ ໄດ້ສ່ອງແສນໃຫ້ເຫັນຄວາມມານະພະຍາຍາມຮ່ວມ ແລະ ຄວາມເຫັນດີເຫັນພ້ອມຂອງທຸກສາຂາ, ໝູ່ຄະນະ, ນັກສຶກສາ ແລະ ຊາວໜຸ່ມ ຫວຽດນາມ ດຳລົງຊີວິດ ແລະ ຮ່ຳຮຽນຢູ່ ສ.ເກົາຫຼີ.
“ໃນອາຍຸການທີ່ຈະມາເຖິງ, VSAK ຈະສືບຕໍ່ປະດິດສ້າງ, ຍົກສູງຄຸນນະພາບ, ຍົກສູງບົດບາດ, ກຽດສັກສີຂອງນັກສຶກສາ ຫວຽດນາມ ເພື່ອທັງຕອບສະໜອງຄວາມຕ້ອງການ ແລະ ຄວາມມຸ່ງມາດປາດຖະໜາຂອງນັກສຶກສາ ທັງສຳເລັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ, ເໝາະສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ, ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ສູນກາງສະມາຄົມນັກສຶກສາ ຫວຽດນາມ”.
![]() |
ທ່ານ ປະທານ VSAK ຊຸດທີ 10 ຫງວຽນເຈີ່ນຮືງ. (ພາບ: VSAK) |
ຕາງໜ້າໃຫ້ສູນກາງສະມາຄົມນັກສຶກສາຫວຽດນາມ, ທ່ານ ຫງວຽນບ໋າກ໋າດ ໄດ້ຍ້ອງຍໍຄວາມຕັ້ງໜ້າຂອງ VSAK ໃນອາຍຸການ 2023-2025, ໄດ້ຮັບຮູ້ບັນດາການປະກອບສ່ວນຂອງສະມາຄົມໃນການຜັນຂະຫຍາຍດບັນດາການເຄື່ອນໄຫວສ້າງສະພາບແວດລ້ອມໃຫ້ນັກສຶກສາໄປຮ່ຳຮຽນ, ສ້າງສັນ, ຄົ້ນຄວ້າວິທະຍາສາດຢູ່ຕ່າງປະເທດ.
ທ່ານ ຫງວຽນບ໋າກ໋າດ ຫວັງວ່າ ໃນອາຍຸການໃໝ່, VSAK ຂຸດທີ 10 ຈະສືບຕໍ່ກໍ່ສ້າງເຄືອຂ່າຍນັກປັນຍາຊົນໜຸ່ມ ຫວຽດນາມ ຢູ່ ສ.ເກົາຫຼີ. ພ້ອມກັນນັ້ນ, ຊຸກຍູ້ການເຄື່ອນໄຫວແລກປ່ຽນຄວາມຮູ້, ເຊື່ອມໂຍງຜູ້ຊ່ຽວຊານ, ໜູນຊ່ວຍນັກສຶກສາຄົ້ນຄວ້າ ແລະ ເລີ່ມຕົ້ນໃນຂົງເຂດວິທະຍາສາດເຕັກໂນໂລຢີ. VSAK ຕ້ອງມີບົດບາດນຳພານັກສຶກສາໄປສູ່ບ້ານເກີດເມືອງນອນ, ປະກອບສ່ວນສະຕິປັນຍາ, ໂຄງການຄົ້ນຄ້ວາ, ແນວຄິດເລີ່ມຕົ້ນເພື່ອປະກອບສ່ວນກໍ່ສ້າງ ແລະ ພັດທະນາປະເທດ.
ທີ່ກອງປະຊຸມໃຫຍ່, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໄດ້ຍ້ອງຍໍບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ VSAK ໃນອາຍຸການທີ່ຜ່ານມາ, ພິເສດແມ່ນບັນດາການເຄື່ອນໄຫວສົມທົບກັບປະຊາຄົມ ແລະ ຍົກສູງຮູບພາບຂອງນັກສຶກສາ ຫວຽດນາມ ຢູ່ຕ່າງປະເທດ. ໃນສະພາບການຂອງປະເທດຊາດໃນຍຸກໃໝ່ ແລະ ສະພາບການຢູ່ພາຍໃນ ແລະ ສາກົນທີ່ມີການປ່ຽນແປງຢ່າງວ່ອງໄວ, ພົນລະເມືອງຫວຽດນາມ ທຸກຄົນ - ໃນນັ້ນມີຊາວໜຸ່ມ, ນັກສຶກສາ ຕ້ອງເສີມຂະຫຍາຍຄວາມເກັ່ງກ້າສາມາດ ແລະ ສະຕິປັນຍາຂອງຊາວຫວຽດນາມ ໂດຍໄວ, ຍາດແຍ່ງກາລະໂອກາດ, ຜ່ານຜ່າທຸກອຸປະສັກ ແລະ ສິ່ງທ້າທາຍເພື່ອຊຸກຍູ້ການພັດທະນາປະເທດຊາດ.
ທ່ານເອກອັກຄະລັດຖະທູດ ໄດ້ສົ່ງສານຮຽກຮ້ອງໃຫ້ບັນດານັກສຶກສາຈົ່ງມີຄວາມຮັກແພງຕໍ່ບ້ານເກີດເມືອງນອນ ແລະ ປະຊາຊົນ ຫວຽດນາມ. ໃນສະພາບການຮ່ຳຮຽນຢູ່ຕ່າງປະເທດ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກລຳບາກກໍ່ຕາມ, ແຕ່ຕ້ອງມານະພະຍາຍາມຮ່ຳຮຽນໃຫ້ດີ, ສົມທົບກັນສຶກສາກັບພາກປະຕິບັດ, ມີຈິດໃຈພົນລະເມືອງທີ່ດີ, ປະຕິບັດກົດໝາຍປະຈຳຖິ່ນ ກໍ່ຄືກົດໝາຍພາຍໃນປະເທດ ເພື່ອປະກອບສ່ວນພັດທະນາຢ່າງເຂັ້ມແຂງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ.
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານຊຸດທີ 10 (ອາຍຸການ 2025-2028) ລວມມີ ກຳມະການ 25 ທ່ານ ແລະ ຜູ້ຮ່ວມງານ 27 ທ່ານ ຕາງໜ້າໃຫ້ນັກສຶກສາ ຫວຽດນາມ ຢູ່ ສ.ເກົາຫຼີ ກ່ວາ 100.000 ຄົນ. ຄະນະບໍລິຫານງານໄດ້ດຳເນີນກອງປະຊຸມຄັ້ງທຳອິດ, ເລືອກຕັ້ງປະທານ, ຮອງປະທານ 02 ທ່ານ ແລະ ບັນດາຕຳແໜ່ງຕົ້ນຕໍ່ຂອງສະມາຄົມ.
ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ມອບໃບຍ້ອງຍໍໃຫ້ຜູ້ຕາງໜ້າບັນດາສາຂາສະມາຄົມນັກສຶກສາ ຫວຽດນາມ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວຂອງ VSAK ຊຸດທີ 9.
![]() | VKBIA ຮ່ວມມືຍຸດທະສາດໃນການກໍ່ສ້າງຂົງເຂດກົດໝາຍແລະເສດຖະກິດ, ການຄ້າສາກົນກັບ ສ.ເກົາຫຼີ ຍສໝ - ສອງຝ່າຍເຫັນດີເປັນເອກະສັນກ່ຽວກັບບັນດາເນື້ອໃນ ແລະ ຫວັງວ່າ ການຮ່ວມມືຍຸດທະສາດຄັ້ງນີ້ ຈະນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງ ໃຫ້ແກ່ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໃນໄລຍະຈະມາເຖິງຂອງຫວຽດນາມ ແລະ ສ.ເກົາຫຼີ. |
![]() | ສ.ເກົາຫຼີ ຈະຜະລິດວີດີໂອໂຄສະນາການທ່ອງທ່ຽວ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ຍສໝ - ສູນ ສ.ເກົາຫຼີ - ອາຊຽນ ໃນວັນທີ 1 ກັນຍາ ໃຫ້ຮູ້ວ່າ ຈະຜະລິດ ແລະ ລົງບັນດາວີດີໂອໂຄສະນາກ່ຽວການທ່ອງທ່ຽວບັນດາປະເທດຂຶ້ນກັບອາຊຽນ ໃນສະພາບການປະຊາຊົນຍັງບໍ່ທັນສາມາດໄປທ່ອງທ່ຽວຍ້ອນໂລກລະບາດໂຄວິດ - 19. |
ມີງດຶກ