ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕ້ອນຮັບຍາດຕິພີ່ນ້ອງຂອງອະດີດນັກບິນ ອາເມລິກາ
ກ່າວຄຳປາໄສທີ່ການຕ້ອນຮັບ, ທ່ານຮອງປະທານ ດົງຮຸຍເກື່ອງ ໃຫ້ຮູ້ວ່າ ນັບແຕ່ສົງຄາມສິ້ນສຸດລົງ, ຫວຽດນາມ ແລະ ອາເມລິກາ, ພິເສດແມ່ນບັນດາອົງການປະຊາຊົນ, ນັກຮົບເກົ່າຂອງ 2 ປະເທດໄດ້ສົມທົບກັນຢ່າງຕັ້ງໜ້າເພື່ອຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມ.
![]() |
ທ່ານຮອງປະທານສະຫະພັນອົງການມິດຕະພາບຫວຽດນາມ ດົງຮຸຍເກືອງ (ຂວາ) ໄດ້ຕ້ອນຮັບທ່ານ Steven Charles Morrissey, ພີ່ນ້ອງອາດີດນັກບິນ ອາເມລິກາ ໃນວັນທີ 8 ເມສາ, ຢູ່ຮ່າໂນ້ຍ. (ພາບ: Dinh Hoa) |
ໃນວຽກງານຊອກຄົ້ນຫາທະຫານອາເມລິກາ ທີ່ຫາຍສາບສູນຢູ່ຫວຽດນາມ (MIA), ມາຮອດປະຈຸປັນ ໄດ້ພົບເຫັນຊາກສົບ 1.200 ກວ່າຄົນ ແລະ 700 ກວ່າສົບໄດ້ຮັບການຢັ້ງຢືນ. ຝ່າຍຫວຽດນາມ, ຍ້ອນມີຂໍ້ມູນຂ່າວສານ, ເອກະສານໂດຍຄູ່ຮ່ວມມືອາເມລິກາ ສະໜອງໃຫ້, ໄດ້ພົບເຫັນຊາກສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຫຼາຍຄົນ.
ຕາມທ່ານຮອງປະທານ ດົງຮຸຍເກື່ອງ ແລ້ວ, ໃນບົດປາໄສທີ່ວາລະປະຊຸມຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78 (19 ກັນຍາ 2023 ຢູ່ New York - ອາເມລິກາ), ທ່ານອະດີດປະທານາທິບໍດີ ອາເມລິກາ Joe Biden ໄດ້ຕີລາຄາສູງການພົວພັນ ຫວຽດນາມ - ອາເມລິກາ, ເນັ້ນໜັກວ່າ: “ເປັນເວລາຫຼາຍທົດສະວັດແລ້ວ, ບໍ່ມີໃຜຄາດຄິດວ່າມີມື້ໜຶ່ງທີ່ທ່ານປະທານາທິບໍດີຢືນຢູ່ຄຽງຂ້າງການນຳຫວຽດນາມ ຢູ່ຮ່າໂນ້ຍ ແລະ ໃຫ້ຄຳໝັ້ນສັນຍາຈະນຳການພົວພັນຮ່ວມມືລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງສຸດ”. ທ່ານ ເກື່ອງ ຢືນຢັນວ່າ “ໝາກຜົນນີ້ມີການປະກອບສ່ວນອັນໃຫຍ່ຫຼວງຈາກບັນດາອົງການປະຊາຊົນ, ນັກຮົບເກົ່າ ແລະ ຍາດພີ່ນ້ອງຂອງສອງປະເທດ”.
ທ່ານ Steven Charles Morrissey ໄດ້ສະແດງຄວາມຂອບໃຈສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະຖາບັນສັນຕິພາບຂອງອາເມລິກາ, ແລະ ບັນດາອົງການ, ອົງການຈັດຕັ້ງຂອງ 2 ປະເທດທີ່ໄດ້ໜູນຊ່ວຍທ່ານໃນການຊອກຫາຊາກສົບຂອງຕົນ. ທ່ານໄດ້ສະແດງຄວາມຮູ້ສຶກເມື່ອໄດ້ເຫັນບັນດາຄອບຄົວນັກຮົບເກົ່າຂອງທັງສອງປະເທດໄດ້ເອົາໃຈໃສ່ໃນອະດີດ ແລະ ຮ່ວມມືກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
ທ່ານ Steven Charles Morrissey ແລະ ທ່ານນາງ Joyceleane Claire Morrissey ແມ່ນລູກຊາຍ ແລະ ລູກເຂີຍຂອງທ່ານ ພັນໂທ Robert D. Morrissey. ວັນທີ 7 ພະຈິກ 1972, ໃນຂະນະທີ່ພວມປະຕິບັດໜ້າທີ່ຢູ່ຫວຽດນາມ, ຍົນຂອງທ່ານ Robert D. Morrissey ໄດ້ຫາຍສາບສູນ. ປີ 2011, ສະຖານທີ່ເກີດອຸບັດເຫດຍົນຕົກໄດ້ຖືກກຳນົດຢູ່ແຂວງກວາງບິ່ງ. ເຖິງຢ່າງໃດກໍຕາມ, ຍັງບໍ່ທັນໄດ້ພົບເຫັນຊາກສົບຂອງນັກບິນຄົນນີ້. ແຕ່ວັນທີ 5-16 ເມສາ 2025, ທ່ານ Steven Charles Morrissey ແລະ ທ່ານນາງ Joyceleane Claire Morrissey ໄດ້ໄປຢ້ຽມຢາມຫວຽດນາມ. ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອຮຽນຮູ້ກ່ຽວກັບສະຖານທີ່ເກີດອຸບັດຕິເຫດຂອງພໍ່ທີ່ເສຍຊີວິດ; ຢ້ຽມຢາມ ແລະ ເຮັດວຽກກັບອົງການທີ່ກ່ຽວຂ້ອງ; ຮຽນຮູ້ວັດທະນະທຳ, ປະເທດ ແລະ ປະຊາຊົນ ຫວຽດນາມ. |
![]() | ຫວຽດນາມ ສືບຕໍ່ປະສານສົມທົບ ແລະ ແລກປ່ຽນກັບ ອາເມລິກາ ຍສໝ - ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ອອກສຽງກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ການປະກາດຂອງອາເມລິກາ ກ່ຽວກັບການຕັດສິນໃຈເກັບພາສີສົ່ງອອກຂອງຫວຽດນາມ ໄປຍັງອາເມລິກາ. |
ມີງດຶກ