ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ມອບປື້ມໃຫ້ໂຮງຮຽນຢູ່ ຫວຽດນາມ 11 ແຫ່ງ
![]() | ສະມາຄົມມິດຕະພາບ ຫວຽດນາມ - ມຽນມາ ຂຽນໄວ້ອາໄລໃນລະນຶກເຖິງຜູ້ປະສົບໄພແຜ່ນດິນໄຫວ |
![]() | ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໄດ້ຮັບຫຼຽນໄຂແຮງງານຊັ້ນ 1 |
ພິທີມອບປື້ມໂດຍສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ສົມທົບກັບສະໂມສອນ Matsudo Chuoh ຢູ່ສະຖານກົງສູນໃຫຍ່ ຍີ່ປຸ່ນ ປະຈຳ ນະຄອນ ໂຮ່ຈີມິນ ຈັດຕັ້ງ.
![]() |
ທ່ານ Furudate Seike, ຮອງຫົວໜ້າກົງສູນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ໂຮ່ຈີມິນ. (ພາບ: My Dung) |
ຢູ່ທີ່ນີ້, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ໄດ້ມອບຊຸດປື້ມອ້າງອີງ, ປຶ້ມພາສາຕ່າງປະເທດ... ໃຫ້ແກ່ໂຮງຮຽນຂອງນະຄອນ ໂຮ່ຈີມິນ 11 ແຫ່ງ, ນັບແຕ່ໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍຄື: ໂຮງຮຽນປະຖົມ ບາວແຊນ (ເມືອງ 5), ໂຮງຮຽນມັດທະຍົມຕອນຕົ້ນ ກີມດົງ (ເມືອງ 5); ໂຮງຮຽນປະຖົມ ເຈີ່ນບິ່ງຈ້ອງ (ເມືອງ 5), ໂຮງຮຽນມັດທະຍົມຕອນຕົ້ນ ຮົງບາງ (ເມືອງ 5), ໂຮງຮຽນ ມັດທະຍົມຕອນປາຍ ເຢືອງວັນທີ (ຖູດຶກ) ແລະ ບາງຫົວໜ່ວຍທີ່ພັກອາໄສສະເພາະ.
ຕາມສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ແລ້ວ, ປຶ້ມທີ່ໂຮງຮຽນໄດ້ຮັບແມ່ນອີງໃສ່ຄວາມຕ້ອງການຕົວຈິງຂອງແຕ່ລະໂຮງຮຽນສຳລັບປຶ້ມອ້າງອີງ, ປຶ້ມແບບຮຽນ, ປຶ້ມພາສາຕ່າງປະເທດ... ທີ່ນັກຮຽນ ແລະ ຄູອາຈານຂອງໂຮງຮຽນຕ້ອງການ.
ນອກຈາກປຶ້ມແລ້ວ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ຍັງໄດ້ມອບອຸປະກອນການຮຽນ, ເຄື່ອງໃຊ້ສອຍ, ຄອມພີວເຕີ ແລະ ອື່ນໆໃຫ້ໂຮງຮຽນ ແລະ ທີ່ພັກເຊົາອີກດ້ວຍ.
“ໃນການມອບປຶ້ມຄັ້ງນີ້, ໂຮງຮຽນຂອງພວກເຮົາໄດ້ຮັບປຶ້ມ 16 ຫົວ, ມີທັງໝົດ 76 ປື້ມ, ນີ້ແມ່ນປື້ມອ້າງອີງທັງໝົດທີ່ໂຮງຮຽນເຫັນວ່າມີຄວາມຈຳເປັນຕໍ່ຂະບວນການຮຽນ-ການສອນຂອງນັກຮຽນ ແລະ ຄູ-ອາຈານ, ເຂົາເຈົ້າໄດ້ບໍລິຈາກຕາມຄວາມຕ້ອງການຂອງໂຮງຮຽນ, ສະນັ້ນ ໂຮງຮຽນເຫັນວ່າມີຄວາມໝາຍຫຼາຍ”, ອາຈານ ແທງຈຸກ - ອຳນວຍການໂຮງຮຽນໂຮງຮຽນມັດທະຍົມຕອນປາຍ ເຢືອງມິງທີ, ໜຶ່ງໃນບັນດາທີ່ໄດ້ຮັບປຶ້ມຄັ້ງນີ້ ແບ່ງປັນ.
ຕາມອາຈານ ຈຸກ ແລ້ວ, ພາຍຫຼັງໄດ້ຮັບປຶ້ມ 16 ຫົວ, ໂຮງຮຽນສືບຕໍ່ໄດ້ຮັບປຶ້ມຈາກສະມາຄົມນີ້ຕາມບັນດາລາຍການທີ່ຕົນໄດ້ຮັບ.
![]() |
ວັນທີ 4 ເມສາ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ໄດ້ມອບປື້ມໃຫ້ຜູ້ຕາງໜ້າບັນດາໂຮງຮຽນ(ພາບ: My Dung) |
ກ່າວຄຳປາໄສທີ່ພິທີ, ທ່ານ ໄທວັນນາມ, ປະທານສະມາຄົມ Rotary Yoneyama ຫວຽດນາມ ຂຶ້ນກັບສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວມອບປຶ້ມ, ມອບອຸປະກອນໂຮງຮຽນ, ເຄື່ອງໃຊ້ຈຳເປັນ, ມອບທຶນສຶກສາ... ໃຫ້ນັກສຶກສາ ຫວຽດນາມ ໄດ້ຮັບການປະຕິບັດມາເປັນເວລາ 10 ປີແລ້ວ.
“ພວກຂ້າພະເຈົ້າຢາກນຳສິ່ງທີ່ດີທີ່ສຸດມາໃຫ້ສັງຄົມ ແລະ ອະນາຄົດຂອງລຸ້ນໜຸ່ມ", ທ່ານ ນາມ ຢືນຢັນ.
![]() | ບັນດາການເຄື່ອນໄຫວທີ່ອຸດົມສົມບູນໃນງານບຸນວັດທະນະທຳຫວຽດນາມ ຢູ່ Sakai, ຍີ່ປຸ່ນ ຍສໝ - ແຕ່ວັນທີ 29-30 ມີນາ, “ວັນບຸນວັດທະນະທຳ ຫວຽດນາມ 2025” ຈະດຳເນີນຢູ່ ຍີ່ປຸ່ນ. ນີ້ແມ່ນເຫດການ ໄດ້ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນຄົບຮອບ 50 ປີແຫ່ງການປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 - 30 ເມສາ 2025), ຄົບຮອບ 80 ... |
![]() | ເຊີດຊູພາສາຫວຽດນາມ: ເຜີຍແຜ່ຄວາມຮັກແພງໃຫ້ແກ່ເດັກນ້ອຍຢູ່ນະຄອນ New York, ອາເມລິກາ ຍສໝ - ຄະນະປະຈຳຫວຽດນາມປະຈຳສະຫະປະຊາຊາດ ໄດ້ສົມທົບກັບມະຫາວິທະຍາໄລ Columbia ເພື່ອຈັດຕັ້ງເປີດຫ້ອງຮຽນພາສາຫວຽດນາມ ໂດຍບໍ່ເສຍຄ່າສຳລັບເດັກນ້ອຍຂອງຊຸມຊົນ ຫວຽດນາມ ໃນອາຍຸ 6-14 ປີ. |
ມີງດຶກ