ຫວຽດນາມ ສືບຕໍ່ປະສານສົມທົບ ແລະ ແລກປ່ຽນກັບ ອາເມລິກາ
ວັນທີ 4 ເມສາ 2025, ໃນເວລາຕອບຄຳຖາມຂອງນັກຂ່າວທີ່ຖາມເຖິງປະຕິກິລິຍາຂອງຫວຽດນາມ ຕໍ່ການປະກາດຂອງອາເມລິກາ ກ່ຽວກັບການຕັດສິນໃຈເກັບພາສີສົ່ງອອກຂອງຫວຽດນາມ ໄປຍັງອາເມລິກາ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ໃຫ້ຮູ້ວ່າ:
![]() |
ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ |
“ຫວຽດນາມ ເສຍໃຈຕໍ່ການປະກາດຂອງອາເມລິກາກ່ຽວກັບການຕັດສິນໃຈເກັບພາສີຕໍ່ສິນຄ້າສົ່ງອອກຂອງຫວຽດນາມ ໄປຍັງອາເມລິກາ.
ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຂໍ້ຕົກລົງດັ່ງກ່າວບໍ່ສອດຄ່ອງກັບສະພາບຕົວຈິງຂອງການຮ່ວມມືດ້ານເສດຖະກິດ - ການຄ້າທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ສະທ້ອນເຖິງຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ, ຈະສົ່ງຜົນສະທ້ອນບໍ່ດີຕໍ່ການພົວພັນເສດຖະກິດ - ການຄ້າສອງຝ່າຍ, ຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ.
ໃນໄລຍະມໍ່ໆມານີ້, ຫວຽດນາມ ໄດ້ແລກປ່ຽນ ແລະ ປຶກສາຫາລືຢ່າງຕັ້ງໜ້າ ບັນດາມາດຕະການສະເພາະກັບ ອາເມລິກາ ເພື່ອລົບລ້າງສິ່ງກີດຂວາງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ 2 ຝ່າຍ, ມຸ່ງໄປເຖິງການຄ້າທີ່ຍຸດຕິທຳ, ຍືນຍົງ ແລະ ຮັດແໜ້ນຜົນປະໂຫຍດຂອງສອງຝ່າຍ.
ຫວຽດນາມ ຈະສືບຕໍ່ສົມທົບ ແລະ ແລກປ່ຽນກັບຝ່າຍ ອາເມລິກາ ບົນຈິດໃຈກໍ່ສ້າງ ແລະ ຮ່ວມມື ເພື່ອຊອກຫາວິທີແກ້ໄຂຕົວຈິງ, ປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດ 2 ຝ່າຍພັດທະນາຢ່າງໝັ້ນຄົງ, ຍືນຍົງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດຂອງ 2 ປະເທດ”.
ຕອນເຊົ້າວັນທີ 3 ເມສານີ້ (ຕາມເວລາຫວຽດນາມ), ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດອັດຕາພາສີນຳເຂົ້າຂອງ 180 ກວ່າພື້ນຖານເສດຖະກິດ, ໃນນັ້ນມີ ຫວຽດນາມ ຈະຍອມຮັບອັດຕາ 46%.
ທ່ານ Trump ຍັງໄດ້ກ່າວອີກວ່າ ຈະໜູນໃຊ້ພາສີນຳເຂົ້າ 10% ສຳລັບສິນຄ້າທັງໝົດທີ່ນຳເຂົ້າໃນອາເມລິການັບແຕ່ວັນທີ 5 ເມສານີ້ເປັນຕົ້ນໄປ.ນັ້ນໝາຍຄວາມວ່າທຸກປະເທດ ແລະ ເຂດແຄວ້ນລ້ວນແຕ່ຕ້ອງເສຍພາສີນຳເຂົ້າ 10%. ຈາກນັ້ນ, ນັບແຕ່ວັນທີ 9 ເມສາເປັນຕົ້ນໄປ, ຄູ່ຄ້າລາຍໃຫຍ່ທີ່ສຸດຂອງປະເທດຈະຖືກເກັບພາສີທີ່ສູງຂື້ນ, ອີງຕາມຕາຕະລາງທີ່ທ່ານ Trump ປະກາດ.
ຕອນບ່າຍວັນທີ 3 ເມສາ, ທີ່ການປະຊຸມຂ່າວປະຈຳໄຕມາດທີ 1 ປີ 2025 ຂອງກະຊວງການເງິນ, ທ່ານ ຫງວຽນດຶກຈີ ຮອງລັດຖະມົນຕີກະຊວງການເງິນ ເນັ້ນໜັກວ່າ: ຫວຽດນາມ ໄດ້ຕັ້ງໜ້າກວດກາ ແລະ ປັບປຸງອັດຕາພາສີນໍາເຂົ້າສິນຄ້າຫຼາຍປະເພດ, ພິເສດແມ່ນສິນຄ້ານໍາເຂົ້າຈາກ ອາເມລິກາ. ນີ້ບໍ່ພຽງແຕ່ເປັນການປະຕິບັດຕາມນະໂຍບາຍພາສີໃຫມ່ຂອງສະຫະລັດເທົ່ານັ້ນ, ແຕ່ຍັງເພື່ອກ້າວໄປສູ່ການດຸ່ນດ່ຽງການຄ້າທີ່ຍືນຍົງກວ່າ.
“ພວກຂ້າພະເຈົ້າຕ້ອງມານະພະຍາຍາມຢ່າງບໍ່ຢຸດຢັ້ງ ແລະ ສືບຕໍ່ເຈລະຈາກັບສະຫະລັດ ເພື່ອບັນລຸການດຸ່ນດ່ຽງການຄ້າທີ່ສົມເຫດສົມຜົນ, ແຕ່ຄວນຢູ່ໃນທິດທາງຂອງການພັດທະນາເຊິ່ງກັນ ແລະກັນ ແທນທີ່ຈະຮັດແຄບການຄ້າ. ສິ່ງທີ່ສໍາຄັນທີ່ສຸດແມ່ນຮັບປະກັນຜົນປະໂຫຍດຂອງວິສາຫະກິດ ແລະຜູ້ບໍລິໂພກຂອງສອງປະເທດ", ທ່ານ ຫງວຽນດຶກຈີ ແບ່ງປັນ.
![]() | ເຊີດຊູພາສາຫວຽດນາມ: ເຜີຍແຜ່ຄວາມຮັກແພງໃຫ້ແກ່ເດັກນ້ອຍຢູ່ນະຄອນ New York, ອາເມລິກາ ຍສໝ - ຄະນະປະຈຳຫວຽດນາມປະຈຳສະຫະປະຊາຊາດ ໄດ້ສົມທົບກັບມະຫາວິທະຍາໄລ Columbia ເພື່ອຈັດຕັ້ງເປີດຫ້ອງຮຽນພາສາຫວຽດນາມ ໂດຍບໍ່ເສຍຄ່າສຳລັບເດັກນ້ອຍຂອງຊຸມຊົນ ຫວຽດນາມ ໃນອາຍຸ 6-14 ປີ. |
![]() | ການພົບປະ, ແລກປ່ຽນກັບບັນດາອະດີດນັກສຶກສາຫວຽດນາມ ທີ່ຮ່ຳຮຽນຢູ່ກວາງຊີ, ຈີນ ຍສໝ - ວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ຈີນ ສົມທົບກັບສູນວັດທະນະທຳ ຈີນ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມພົບປະລະຫວ່າງຄະນະຜູ້ແທນແຂວງກວາງຊີ, ຈີນ ກັບຜູ້ຕາງໜ້ານັກຮຽນ ແລະ ນັກສຶກສາຫວຽດນາມ ລຸ້ນໃໝ່ທີ່ເຄີຍຮຽນຢູ່ແຂວງກວາງຊີ. ເຫດການແມ່ນເພື່ອຫວນຄືນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ຈີນ ແລະ ... |
ມີງດຶກ