ພິທີມອບລາງວັນການປະກວດແຕ້ມຮູບ “ແດນມາກ ໃນສາຍຕາຂອງນ້ອງ: ບັນດາແນວຄວາມຄິດສີຂຽວ”
![]() | 4 ໜ້າທີ່ສຳຄັນຂອງສະມາຄົມນັກຊ່ຽວຊານ ແລະ ຊົນຊັ້ນປັນຍາຊົນຫວຽດນາມ ຢູ່ ແດນມາກ ໃນປີ 2024 |
![]() | ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີນໍ້າໃຈມິດຕະພາບ ຫວຽດນາມ - ແດນມາກ |
![]() |
ຄະນະຈັດຕັ້ງໄດ້ມອບ 02 ລາງວັນທີ 1 ແລະ 01 ລາງວັນພິເສດໃຫ້ແກ່ການປະກວດຮູບແຕ້ມ “ແດນມາກໃນສາຍຕາຂອງນ້ອງ”. (ພາບ: ມາຍແອັງ) |
ຜັນຂະຫຍາຍນັບແຕ່ໃນເດືອນກັນຍາ 2024, ການປະກວດໄດ້ດຶງດູດຫຼາຍກ່ວາ 24,600 ຜົນງານເຂົ້າຮ່ວມຂອງບັນດານັກສຶກສາຈາກ 260 ໂຮງຮຽນ ແລະ ສະໂມສອນໃນທົ່ວປະເທດ. ດ້ວຍຫົວຂໍ້ “ບັນດາແນວຄວາມຄິດສີຂຽວ”, ການປະກວດໄດ້ປຸກຄວາມຄິດປະດິດສ້າງຂອງບັນດານັກຮຽນ, ສົ່ງເສີມໃຫ້ເຂົາເຈົ້າຮຽນຮູ້ກ່ຽວກັບບັນດາສິ່ງທ້າທາຍສຳລັບສິ່ງແວດລ້ອມ ແລະ ສະເໜີວິທີແກ້ໄຂເພື່ອປົກປັກຮັກສາທຳມະຊາດແບບຍືນຍົງ.
![]() |
ນັກສຶກສາ ຫງວຽນຮ່ວາງທິ້ງ ແລະ ຜົນງານຂອງຕົນໄດ້ຮັບລາງວັນພິເສດ “ໂລກສີຂຽວ - ອະນາຄົດສີຂຽວ”. (ພາບ: ມາຍແອັງ) |
ຄະນະກຳມະການໄດ້ຄັດເລືອກ, ມອບ 74 ລາງວັນບຸກຄົນລວມມີ: 01 ລາງວັນພິເສດ, 02 ລາງວັນທີ 1, 04 ລາງວັນທີ 2, 08 ລາງວັນທີ 3, 50 ລາງວັນທີ 4 ແລະ 09 ລາງວັນຄວາມຫວັງ. ຄະນະຈັດຕັ້ງຍັງໄດ້ມອບລາງວັນລວມ 05 ລາງວັນລວມໝູ່ ໃຫ້ບັນດາຫົວໜ່ວຍທີ່ມີຜົນງານຄຸນນະພາບຫຼາຍຢ່າງ. ໃນນັ້ນ, ລາງວັນພິເສດແມ່ນໄດ້ມອບໃຫ້ແກ່ຜົນງານ “ໂລກສີຂຽວ - ອະນາຄົດສີຂຽວ” ຂອງນ້ອງ ຫງວຽນຮວ່າງທິ້ງ, ນັກຮຽນຢູ່ໂຮງຮຽນ ຮ່າໂນ້ຍ Victoria (ຮ່າໂນ້ຍ).
![]() |
ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳ ຫວຽດນາມ Nicolai Prytz. (ພາບ: ມາຍແອັງ) |
ກ່າວຄຳປາໄສທີ່ພິທີມອບລາງວັນ, ທ່ານເອກອັກຄະລັດຖະທູດແດນມາກ ປະຈຳ ຫວຽດນາມ, ທ່ານ Nicolai Prytz ໃຫ້ຮູ້ວ່າ: ໄວໜຸ່ມມີບົດບາດສຳຄັນໃນການກໍ່ສ້າງສັງຄົມ ແລະ ຊຸກຍູ້ບັນດາການປ່ຽນແປງຢ່າງຕັ້ງໜ້າ. ການປະກວດບໍ່ພຽງແຕ່ແມ່ນສະໜາມຫຼິ້ນເທົ່ານັ້ນ, ຫາກຍັງເປັນຫຼັກຖານພະຍານກ່ຽວກັບຄວາມຄິດປະດິດສ້າງ ແລະ ຄວາມຮັບຜິດຊອບຂອງຊາວໜຸ່ມ ຫວຽດນາມ ໃນການສ້າງອະນາຄົດທີ່ຂຽວສົດງົດງາມ, ຍືນຍົງ. ຜ່ານການປະກວດ, ຊາວໜຸ່ມ ຫວຽດນາມ ມີບັນດາເວທີສະແດງມຸມມອງຂອງຕົນໃນຂະບວນການຫັນປ່ຽນຂຽວຂອງປະເທດຊາດ.
ຕາມທ່ານ ເລງອກຕ໋ວນ, ຮອງຫົວໜ້າກົມການປ່ຽນແປງຂອງດິນຟ້າອາກາດ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ), ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ແດນມາກ ແລ້ວ, ນັບແຕ່ຄັ້ງທຳອິດໄດ້ຈັດຂຶ້ນໃນປີ 2016, ການປະກວດຍາມໃດກໍ່ໄດ້ຮັບການເຂົ້າຮ່ວມຢ່າງຕັ້ງໜ້າຈາກບັນດານັກຮຽນ. ຜ່ານບັນດາຮູບແຕ້ມທີ່ບໍລິສຸດ, ເຕັມໄປດ້ວຍຄວາມຈິນຕະນາການ, ບັນດາເດັກນ້ອຍໄດ້ສະແດງຄວາມຮັບຮູ້ຢ່າງເລິກເຊິ່ງກ່ອນບັນດາສິ່ງທ້າທາຍທົ່ວໂລກເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມ ແລະ ສຳຄັນກວ່ານັ້ນແມ່ນຄວາມເຊື່ອໝັ້ນຂອງເຂົາເຈົ້າໃນການກະທຳຢ່າງຕັ້ງໜ້າໃຫ້ດາລາສີຂຽວ.
![]() | ການພົວພັນລະຫວ່າງຫວຽດນາມ - ແດນມາກ ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ ຍສໝ - ນັບແຕ່ເມືຶ່ອສ້າງຕັ້ງການພົວພັນທາງການທູດມາແຕ່ປີ 1971, ການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະແດນມາກ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ, ພິເສດແມ່ນນັບແຕ່ສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2013 ແລະສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ໃນຕົ້ນເດືອນພະຈິກນີ້. |
![]() | ທ່ານຮອງປະທານປະເທດຫວຽດນາມ ນາງ ຫວໍທິແອັງຊັວນ ຕ້ອນຮັບປະທານສະມາຄົມມິດຕະພາບ ແດນມາກ - ຫວຽດນາມ ຍສໝ - ຕອນບ່າຍວັນທີ 20 ພະຈິກ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມແດນມາກ ຢ່າງເປັນທາງການ, ພາຍຫຼັງເດີນທາງມາຮອດ Copenhagen, ທ່ານຮອງປະທານປະເທດ ນາງ ຫວໍທິແອັງຊັວນ ຕ້ອນຮັບປະທານສະມາຄົມມິດຕະພາບ ແດນມາກ - ຫວຽດນາມ (DAVIFO). |
ແທັງຮັ່ງ