ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນປະສົບການກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບກັບລາວ
ຕອນບ່າຍວັນທີ 31 ມີນາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
![]() |
ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບທ່ານພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ. ພາບ: ມິແຫ້ງ |
ທ່ານພົນເອກ ຫງວຽນເຕິນເກືອງ ຢືນຢັນວ່າ ການຢ້ຽມຢາມຈະປະກອບສ່ວນສືບຕໍ່ພັດທະນາສາຍພົວພັນຮ່ວມມືແບບພິເສດລະຫວ່າງກອງທັບສອງປະເທດໃນໄລຍະຈະມາເຖິງ, ໃນນັ້ນມີເລື່ອງຫວຽດນາມ ໜູນຊ່ວຍລາວ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ (ສປຊ). ກະຊວງປ້ອງກັນປະເທດຫວຽດນາມ ຕີລາຄາສູງຄວາມຕັດສິນໃຈຂອງລາວ ໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແລະຜັນຂະຫຍາຍສ້າງຕັ້ງສູນຮັກສາສັນຕິພາບ. ກະຊວງປ້ອງກັນປະເທດຫວຽດນາມ ຈະມອບໝາຍໃຫ້ບັນດາອົງການທີ່ກ່ຽວຂ້ອງ, ຄື: ກົມຮັກສາສັນຕິພາບຫວຽດນາມ ແລະກົມການຕ່າງປະເທດ ແລກປ່ຽນ, ໜູນຊ່ວຍຝ່າຍລາວ ປະຕິບັດໜ້າທີ່ນີ້.
ທ່ານພົນເອກ ຫງວຽນເຕິນເກືອງ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນປະສົບການ, ໜູນຊ່ວຍລາວ ໃນການສ້າງກໍາລັງຮັກສາສັນຕິພາບສະຫະປະຊາຊາດ. ທ່ານພົນເອກ ຫງວຽນເຕິນເກືອງ ຖືວ່າ: ການຢ້ຽມຢາມຂອງທ່ານຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ແລະຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດລາວ ມາເຮັດວຽກຢູ່ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈທາງດ້ານການເມືອງຂອງລາວ ໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.
ທີ່ການຕ້ອນຮັບ, ທ່ານພົນຕີ ວັນທອງ ບຸດຕະວົງ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນການເຮັດວຽກກັບກົມຮັກສາສັນຕິພາບຫວຽດນາມ ກ່ອນໜ້ານັ້ນ; ຢືນຢັນວ່າ ໄດ້ມີການເຮັດວຽກທີ່ມີຄວາມໝາຍ ແລະມີປະສິດທິຜົນກັບກົມຮັກສາສັນຕິພາບຫວຽດນາມ; ຊົມເຊີຍຜົນງານທີ່ຫວຽດນາມ ບັນລຸໄດ້ໃນເກືອບ 11 ປີແຫ່ງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ເຊິ່ງໄດ້ຮັບການຕີລາຄາສູງຈາກການນຳ ສປຊ ແລະບັນດາປະເທດ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ບົດບາດຂອງຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ ຢູ່ພາກພື້ນ ແລະໃນໂລກ.
ທ່ານພົນຕີ ວັນທອງ ບຸດຕະວົງ ຢືນຢັນວ່າ: ບົດຮຽນປະສົບການຂອງ ຫວຽດນາມ ໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຈະແມ່ນບົດຮຽນປະສົບການອັນລ້ຳຄ່າຂອງກອງທັບປະຊາຊົນລາວ ໃນການສ້າງກຳລັງຮັກສາສັນຕິພາບ. ກອງທັບປະຊາຊົນລາວ ຫວັງວ່າ ຫວຽດນາມ ຈະຊ່ວຍສ້າງກຳລັງຮັກສາສັນຕິພາບ, ລະອຽດແມ່ນບັນດາຂົງເຂດ, ຄື: ສ້າງກອບນິຕິກໍາສຳລັບການເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ, ກໍ່ສ້າງພື້ນຖານໂຄງລ່າງ, ສຳນັກງານເຮັດວຽກ, ຝຶກແອບກໍາລັງ, ໃນນັ້ນມີການຈັດສົ່ງກຳລັງໄປຫວຽດນາມ ເພື່ອຝຶກແອບວິຊາການຮັກສາສັນຕິພາບ...
* ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນກອງທັບປະຊາຊົນລາວ ນໍາໂດຍທ່ານພົນຕີ ວັນທອງ ບຸດຕະວົງ ໄດ້ມີການເຮັດວຽກກັບທ່ານ ພົນຈັດຕະວາ ຟ້ານແມັ້ງທັງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ.
![]() |
ບັນຍາກາດທີ່ການເຮັດວຽກ. ພາບ: TTXVN |
ທີ່ການເຮັດວຽກ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການກັບ ລາວກ່ຽວກັບການເຄື່ອນໄຫວຮັສາສັນຕິພາບ ສປຊ. ໜູນຊ່ວຍລາວ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ແມ່ນແຜນນະໂຍບາຍ ແລະ ການຊີ້ນຳຂອງ ການນຳພັກ, ລັດ, ລັດຖະບານ ແລະ ກອງທັບປະຊາຊົນ ຫວຽດນາມ.
![]() |
ຜູ້ແທນສອງຝ່າຍຖ່າຍຮູບລວມ. ພາບ: TTXVN |
ສ່ວນທ່ານພົນຕີ ວັນທອງ ບຸດຕະວົງ ໄດ້ເນັ້ນໜັກວ່າ ຫວຽດນາມແມ່ນປະເທດທຳອິດທີ່ລາວມີຄວາມປາດຖະໜາຢາກ ຮ່ວມມື ແລະ ດຳເນີນການແລກປ່ຽນປະສົບການ ກ່ຽວກັບຂົງເຂດນີ້, ພ້ອມທັງໃຫ້ຮູ້ວ່າ ປັດຈຸບັນກອງທັບປະຊາຊົນ ລາວໄດ້ມີບັນດາກົມກອງພ້ອມແລ້ວທີ່ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບໃນຂົງເຂດນີ້ຄື: ເສນາຮັກ, ຄົ້ນຫາທຳລາຍລູກລະເບີດບໍ່ທັນແຕກ, ທະຫານຊ່າງແສງ ແລະ ກູ້ໄພກູ້ຊີບ.
![]() | ກະຊວງປ້ອງກັນປະເທດຫວຽດນາມ ພົບປະສັງສັນນັກຮົບເກົ່າ ລັດເຊຍ ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ສະຫະພັນລັດເຊຍ, ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະອະນຸກຳມະການຫວຽດນາມ ໃນຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນ ຫວຽດນາມ-ລັດເຊຍ ຖະຫວາຍດອກໄມ້ທີ່ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ນະຄອນ Saint Petersburg ແລະເປັນປະທານການພົບປະນັກຮົບເກົ່າ ພ້ອມດ້ວຍຍາດຕິພີ່ນ້ອງຂອງນະຄອນ Saint Petersburg ທີ່ໄດ້ຊ່ວຍຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ. |
![]() | ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ ເພື່ອໄອແລນເພີ່ມທະວີກັບອາຊຽນ ຍສໝ - ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະນາຍົກລັດຖະມົນຕີ Simon Harris ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງແທດຈິງ ແລະມີປະສິດທິຜົນພາຍຫຼັງເກືອບ 3 ທົດສະວັດແຫ່ງການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ. |