ຫວຽດນາມໃຫ້ຄຳໝັ້ນສັນຍາຜັນຂະຫຍາຍໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ
![]() | ຫວຽດນາມ ແລະອົດສະຕາລີ ແລກປ່ຽນບົດຮຽນກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ |
![]() | ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະພາສັນຕິພາບໂລກ ສືບຕໍ່ຮ່ວມມືເພື່ອສັນຕິພາບ |
ການສຳມະນາມີການເຂົ້າຮ່ວມຂອງຜູ້ແທນຈາກບັນດາປະເທດເຂົ້າຮ່ວມ ARF, ບັນດາອົງການທີ່ກ່ຽວຂ້ອງຂອງສະຫະປະຊາຊາດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມມື ອາຊຽນ ກໍ່ຄືນັກຊ່ຽວຊານ, ນັກຄົ້ນຄ້ວາຈາກພາຍໃນ ແລະ ນອກພາກພື້ນ.
ກ່າວຄຳປາໄສທີ່ການສຳມະນາ, ທ່ານ ເອກອັກຄະລັດຖະທູດ ເຈີ່ນດຶກບິ່ງ, ຫົວໜ້າກົມ ອາຊຽນ, ກະຊວງການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງມະຕິ 1325 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ທີ່ໄດ້ຮັບຮອງເອົາໃນປີ 2000 ພ້ອມກັບບັນດາມະຕິທີ່ກ່ຽວຂ້ອງ, ຂີດໝາຍບາດກ້າວໃຫຍ່ໃນຄວາມຮັບຮູ້ ແລະ ການເຂົ້າເຖິງສຳລັບບົດບາດ, ການປະກອບສ່ວນຂອງແມ່ຍິງເຂົ້າໃນບັນດາບັນຫາສັນຕິພາບ ແລະ ຄວາມໝັ້ນຄົງ, ຄວາມຕ້ອງການຕ້ອງຮັບປະກັນການບົດບາດການເຂົ້າຮ່ວມມີຂອງແມ່ຍິງໃນທຸກຂັ້ນຂອງຂະບວນການສັນຕິພາບ.
![]() |
ບັນຍາກາດທີ່ການສຳມະນາ. |
ໃນສະພາບການສະເຫຼີມສະຫຼອງຄົບຮອບ 25 ປີ ໃນການກຳເນີດຂອງມະຕິເລກທີ 1325, ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດເຂົ້າຮ່ວມ ARF ພ້ອມກັບກວດກາຄືນບັນດາຄວາມຄືບໜ້າທີ່ບັນລຸໄດ້, ຮັບຮູ້ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ແລກປ່ຽນທິດທາງ, ມາດຕະການເພື່ອແນໃສ່ຊຸກຍູ້ໂຄງການດຳເນີນງານທີ່ສຳຄັນນີ້. ເນື່ອງໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ເຈີ່ນດຶກບິ່ງ ໄດ້ຢືນຢັນຄືນຄຳໝັ້ນສັນຍາ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນຜັນຂະຫຍາຍໂຄງການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ໃນນັ້ນ ມີການຕັດສິນໃຈຜັນຂະຫຍາຍໂຄງການກະທຳແຫ່ງຊາດກ່ຽວກັບ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ໄລຍະ 2024-2030 ຢ່າງມີປະສິດທິຜົນ ກໍ່ຄືປະກອບສ່ວນປະຕິບັດບັນດາໂຄງການກະທຳຂອງພາກພື້ນ ແລະ ສາກົນ.
ແບ່ງປັນຄຳເຫັນຂອງທ່ານ ເອກອັກຄະລັດຖະທູດ ເຈີ່ນດຶກບິ່ງ, ທ່ານ ເອກອັກຄະລັດຖະທູດ ອົດສະຕາລີ ກ່ຽວກັບຄວາມສະເໝີພາບທາງເພດ Stephanie Copus Campbell ແລະ ທ່ານ ເອກອັກຄະລັດຖະທູດ ການາດາ ກ່ຽວກັບ PNHBAN Jacqueline O’Neil ລ້ວນແຕ່ໄດ້ຍົກສູງຄວາມສຳຄັນຂອງມະຕິເລກທີ 1325 ແລະ ບັນດາມະຕິທີ່ກ່ຽວຂ້ອງ, ຮອງຮັບບາງໝາກຜົນໃນຂະບວນການຜັນຂະຫຍາຍດຳເນີນງານຂອງແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງໃນໄລຍະມໍ່ໆມານີ້.
![]() |
ບັນດາຜູ້ແທນຖ່າຍຮູບທີ່ລະນຶກຢູ່ການສຳມະນາ. |
ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບບັນດາໝາກຜົນ ແລະ ຄວາມຫຍຸ້ງຍາກໃນການຜັນຂະຫຍາຍໂຄງການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ໃນໄລຍະ 25 ປີຜ່ານມາ, ບັນດາຜູ້ແທນໄດ້ຊົມເຊີຍຫຼາຍປະເທດ ແລະ ພາກພື້ນ, ໃນນັ້ນ ມີອາຊຽນ ທີ່ໄດ້ສ້າງຕັ້ງໂຄງການກະທຳແຫ່ງຊາດ ແລະ ພາກພື້ນກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ; ເປັນເອກະພາບມະຕິເລກທີ 1325 ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ ໄດ້ນຳມາເຊິ່ງບັນດາການຫັນປ່ຽນໃນຄວາມຮັບຮູ້ ກໍ່ຄືການເຂົ້າເຖິງກ່ຽວກັບບົດບາດຂອງແມ່ຍິງໃນບັນດາບັນຫາສັນຕິພາບ ແລະ ຄວາມໝັ້ນຄົງຢ່າງເຂັ້ມແຂງ, ປະກອບສ່ວນຍົກສູງປະສິດທິຜົນ ແລະ ຄວາມຍືນຍົງຂອງບັນດາຂະບວນການສັນຕິພາບກວ່າອີກ.
ກ່ຽວກັບທິດທາງການຊຸກຍູ້ໃນໄລຍະຈະມາເຖິງ, ບັນດາຜູ້ແທນໄດ້ເນັ້ນໜັກເຖິງຕ້ອງຮັບປະກັນຜັນຂະຫຍາຍຢ່າງມີປະສິດທິຜົນຜ່ານການຈັດສັນແຫຼ່ງກຳລັງຢ່າງພຽງພໍ ແລະ ມີການປະສານງານລະຫວ່າງຂະແໜງການຢ່າງມີປະສິດທິຜົນ, ພ້ອມກັນນັ້ນ ກໍ່ປຶກສາຫາລືຄວາມສາມາດໝູນໃຊ້ກ່ຽວກັບການພັດທະນາຂອງບັນດາເຕັກໂນໂລຢີທີ່ພົ້ນເດັ່ນເພື່ອປະຕິບັດໂຄງການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງໃຫ້ດີຂຶ້ນ.
ພາຍຫຼັງການສຳມະນາ ARF ຄັ້ງທີ 1 ກ່ຽວກັບຫົວຂໍ້ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ຈັດຂຶ້ນໃນປີ 2021, ການຈັດຕັ້ງຂອງການສຳມະນາຄັ້ງນີ້ ແມ່ນຢູ່ໃນຂອບເຂດການປະຕິບັດຖະແຫຼງການຮ່ວມຂອງ ARF ກ່ຽວກັບການຊຸກຍູ້ດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (2019), ແຜນການປະຕິບັດງານ ຮ່າໂນ້ຍ II (2020-2025) ແລະ ບັນດາຂອບເຂດ, ຂະບວນການທີ່ກ່ຽວຂ້ອງ. ການສຳມະນາກໍ່ຍັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນຄວາມຕັດສິນໃຈ ແລະ ໃຫ້ຄຳໝັ້ນສັນຍາປະກອບສ່ວນເພີ່ມທະວີໃນການຊຸກຍູ້ດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງທັງລະດັບຊາດ, ພາກພື້ນ ແລະ ສາກົນ.
![]() | ຫວຽດນາມ ປະກາດໂຄງການປະຕິບັດງານແຫ່ງຊາດຄັ້ງທຳອິດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ຍສໝ - ວັນທີ 8 ສິງຫາ, ລັດຖະບານຫວຽດນາມ ໄດ້ປະກາດຢ່າງເປັນທາງການຂອງໂຄງການກະທຳແຫ່ງຊາດ (NAP) ຄັ້ງທໍາອິດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ, ເຊິ່ງເປັນຂີດໝາຍປະຫວັດສາດໃນຄໍາໝັ້ນສັນຍາຂອງຫວຽດນາມ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະການມອບສິດໃຫ້ແກ່ແມ່ຍິງໃນຂົງເຂດສັນຕິພາບ ແລະຄວາມໝັ້ນຄົງ. |
ແທັງຮັ່ງ