ຫຼາຍວິທີແກ້ໄຂຢ່າງເເທດຈິງ ເພື່ອເປີດກ້ວາງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກໂນໂລຢີລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ
ເຂົ້າຮ່ວມການສົນທະນາມີທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi; ທ່ານ ເຈີ່ນມິງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ປະທານສະມາຄົມມິດຕະພາບຫວຽດນາມ - ອິນໂດເນເຊຍ, ພ້ອມກັບຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະ ວິສາຫະກິດ 2 ປະເທດ.
ວິໄສທັດລວມ
ກ່າວຄຳປາໄສທີ່ເຫດການ, ທ່ານປະທານສະມາຄົມມິດຕະພາບຫວຽດນາມ - ອິນໂດເນເຊຍ ເຈີ່ນມິງຮຸ່ງ ເນັ້ນໜັກເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ໄດ້ຮັບການເພີ່ມພຸນຄຸນສ້າງໂດຍການນຳລຸ້ນກ່ອນ.ອິນໂດເນເຊຍ ແມ່ນປະເທດອາຊີຕາເວັນອອກສ່ຽງໃຕ້ ແຫ່ງທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ໃນປີ 1955. ການຢ້ຽມຢາມຄັ້ງປະຫວັດສາດສອງຄັ້ງຂອງປະທານໂຮ່ຈິມິນ ແລະ ປະທານ Sukarno ໃນປີ 1959 ໄດ້ວາງພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນສອງຝ່າຍ.
![]() |
|
70 ປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ນັບມື້ນັບໃຫ້ປັບປຸງ, ພັດທະນາໃນຫລາຍຂົງເຂດ, ຈາກການເມືອງ, ເສດຖະກິດ, ການປ້ອງກັນປະເທດ ເຖິງການແລກປ່ຽນປະຊາຊົນ. ປະຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດອັນດຽວຂອງ ອິນໂດເນເຊຍ ຢູ່ ອາຊຽນ. ປີ 2024, ການຢ້ຽມຢາມຂັ້ນສູງສອງຄັ້ງຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ເດືອນມັງກອນ) ແລະ ທ່ານປະທານາທິບໍດີຊະນະໃນການເລືອກຕັ້ງ Prabowo Subianto (ກັນຍາ) ໄດ້ຢືນຢັນການພົວພັນສະໜິດສະໜົມລະຫວ່າງ 2 ປະເທດ.
ພິເສດ, ວັນທີ 10 ມີນາ 2025, ການຢ້ຽມຢາມທາງລັດຖະກິດຂອງ ທ່ານເລຂາທິການໃຫຍ່ ໂຕເລີມ ໄປຍັງ ອິນໂດເນເຊຍ ໄດ້ຂີດໝາຍບາດກ້າວອັນສຳຄັນ, ເມື່ອ 2 ຝ່າຍເຫັນດີຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນຂີດໝາຍປະຫວັດສາດ, ຊ່ວຍໃຫ້ ຫວຽດນາມ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທຳອິດຂອງ ອິນໂດເນເຊຍ ຢູ່ ອາຊຽນ, ເປີດກາລະໂອກາດຮ່ວມມືຢ່າງກວ້າງຂວາງໃນທຸກຂົງເຂດ.
ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi ໃຫ້ຄຳເຫັນວ່າ: ອິນໂດເນເຊຍ ແລະ ຫວຽດນາມ ມີວິໄສທັດລວມແມ່ນກາຍເປັນປະເທດພັດທະນາຮອດປີ 2045, ກົງກັບວັນຄົບຮອບ 100 ປີແຫ່ງວັນເອກະລາດຂອງແຕ່ລະປະເທດ.
![]() |
ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi ກ່າວຄຳປາໄສທີ່ກອງປະຊຸມສຳມະນາ. (ພາບ: Dinh Hoa) |
“ປະຈຸບັນ, ຕົວຊີ້ວັດດ້ານເສດຖະກິດຫຼາຍຕົວໄດ້ສະແດງໃຫ້ເຫັນວ່າ 2 ປະເທດພວມດຳເນີນໄປຕາມເສັ້ນທາງທີ່ຖືກຕ້ອງຂອງການພົວພັນຮ່ວມມື, ວົງເງິນການຄ້າສອງຝ່າຍບັນລຸ 16,7 ຕື້ USD ໃນປີ 2024. ການລົງທຶນສອງສົ້ນບັນລຸ 91,1 ລ້ານ USD ໃນປີ 2024 ດ້ວຍທ່າອ່ຽງການເຕີບໂຕຂອງການລົງທຶນຢ່າງວ່ອງໄວໃນບັນດາຂົງເຂດຍຸດທະສາດ, ເຊັ່ນ: ການພັດທະນາລະບົບນິເວດລົດໄຟຟ້າ, ເຕັກໂນໂລຢີດີຈີຕອນ, ຂະແໜງການເຕັກໂນໂລຢີສູງ...” ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi |
ຕາມທ່ານເອກອັກຄະລັດຖະທູດແລ້ວ, ເພື່ອຫັນວິໄສທັດລວມເປັນຕົວຈິງ, ພາກສ່ວນກ່ຽວຂ້ອງຕ້ອງຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພິເສດແມ່ນດ້ານເສດຖະກິດ ແລະ ການພັດທະນາ. ລັດຖະບານສອງປະເທດຕ້ອງຕີລາຄາບັນດາລະບຽບການພາສີ ແລະ ທີ່ບໍ່ແມ່ນພາສີ ເພື່ອສ້າງອໍານວຍຄວາມສະດວກໃຫ້ແກ່ການຮ່ວມມື ແລະ ການແຂ່ງຂັນທີ່ຍຸຕິທໍາ. ບັນດາວິສາຫະກິດຕ້ອງເພີ່ມທະວີການພົວພັນ ແລະ ຮຽນຮູ້ກ່ຽວກັບທ້ອງຕະຫຼາດຂອງແຕ່ລະປະເທດ, ໂດຍສະເພາະໃນຂົງເຂດການຄົ້ນຄວ້າ, ການພັດທະນາ ແລະ ເຕັກໂນໂລຢີ. ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຕ້ອງຊຸກຍູ້ບັນດາໂຄງການຮ່ວມມືຫຼາຍດ້ານ, ແລກປ່ຽນຜູ້ຊ່ຽວຊານ ແລະ ຮ່ວມມືກັບວິສາຫະກິດເພື່ອສ້າງບັນດາການຄົ້ນພົບທີ່ຊ່ວຍເພີ່ມຄວາມສາມາດແຂ່ງຂັນຂອງສອງປະເທດ. ຄຽງຂ້າງນັ້ນ, ສອງຝ່າຍຕ້ອງເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເລິກເຊິ່ງກ່ວາກ່ຽວກັບວັດທະນະທຳ, ຄຸນຄ່າ ແລະ ທັດສະນະຂອງແຕ່ລະປະເທດ, ເປັນພື້ນຖານໃນການກໍ່ສ້າງການຮ່ວມມືລະຫວ່າງປະຊາຊົນສອງປະເທດ.
ມຸ່ງໄປເປົ້າໝາຍ 18 ຕື້ USD
ທ່ານນາງ ຟ່ານທິຢ້ຽວລິງ, ຮອງຫົວໜ້າຫ້ອງວ່າການ ອາຊີຕາເວັນອອກສ່ຽງໃຕ້ - ອາຊີໃຕ້ ແລະ ການຮ່ວມມືພາກພື້ນ, ກົມພັດທະນາືທ້ອງຕະຫຼາດຕ່າງປະເທດ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຄຳເຫັນວ່າ: ການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ມີຫຼາຍຈຸດຄ້າຍຄືກັນ. ທັງສອງແມ່ນພື້ນຖານເສດຖະກິດທີ່ເຕີບໂຕໄວ ແລະ ໝັ້ນຄົງໃນພາກພື້ນອາຊຽນ, ດ້ວຍການເຕີບໂຕ GDP ຢ່າງໝັ້ນທ່ຽງ. ພ້ອມກັນນັ້ນ, ສອງປະເທດລ້ວນແຕ່ແມ່ນສະມາຊິກສຳຄັນຂອງອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນ.
ທັງ ຫວຽດນາມ ແລະ ອິນໂດເນເຊຍ ເອົາໃຈໃສ່ຍົກສູງທ່າແຮງໃນການສົ່ງອອກຜະລິດຕະພັນວັດຖຸດິບ ແລະ ຜະລິດຕະພັນກະເສດ. ສິ່ງດັ່ງກ່າວສ້າງຄວາມຄ້າຍຄືກັນໃນໂຄງປະກອບການຄ້າ, ເຮັດໃຫ້ສອງປະເທດມີການແລກປ່ຽນ ແລະ ເປີດກວ້າງກາລະໂອກາດຮ່ວມມື.
![]() |
ທ່ານນາງ ຟານທິຢ້ຽວລິງ, ຮອງຫົວໜ້າຫ້ອງວ່າການ ອາຊີຕາເວັນອອກສ່ຽງໃຕ້ - ອາຊີໃຕ້ ແລະ ການຮ່ວມມືພາກພື້ນ, ກົມພັດທະນາືທ້ອງຕະຫຼາດຕ່າງປະເທດ (ກະຊວງອຸດສາຫະກຳ ແລະ ການຄ້າ) ນຳສະເໜີປະກອບຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: Dinh Hoa) |
ເຖິງຢ່າງໃດກໍ່ຕາມ, ທ່ານນາງ ລິງ ກໍ່ຊີ້ອອກວ່າ ເຖິງວ່າວົງເງິນການຄ້າ 2 ຝ່າຍໄດ້ຮັບການເຕີບໂຕຢ່າງຕັ້ງໜ້າ, ແຕ່ຍັງບໍ່ທັນສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນການຮ່ວມມືຢ່າງຄົບຖ້ວນ. ປະຈຸບັນ, ວົງເງິນການຄ້າລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ກວມເອົາພຽງ 2,1% ຍອດວົງເງິນການນຳເຂົ້າ-ສົ່ງອອກຂອງຫວຽດນາມ ກັບໂລກ ແລະ 3,4% ຍອດວົງເງິນການຄ້າລະຫວ່າງອິນໂດເນເຊຍກັບໂລກ. ໃນຂະນະນັ້ນ, ຈຳນວນພົນລະເມືອງຂອງສອງປະເທດມີປະມານ 350 – 360 ລ້ານຄົນ, ໄດ້ສະແດງໃຫ້ເຫັນວ່າຍັງມີຊ່ອງຫວ່າງຫຼາຍຢ່າງໃນການຮ່ວມມື.
"ການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງ 2 ປະເທດ ຈະສືບຕໍ່ເຕີບໂຕຢ່າງຕັ້ງໜ້າ, ແລະ ສາມາດບັນລຸເປົ້າໝາຍວົງເງິນການຄ້າ 18 ຕື້ USD ໃນປີ 2025 ຕາມການນຳຂັ້ນສູງຂອງສອງປະເທດໄດ້ວາງອອກ”, ທ່ານນາງ ລິງ ເນັ້ນໜັກ.
ທ່ານ ຮສຈ.ປອ ຟ້າມວັນຖຸຍ, ຫົວໜ້າປະມວນວິຊາປະຫວັດສາດທົ່ວໂລກ, ຄະນະວິຊາປະຫວັດສາດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສະທຳ (ມະຫາວິທະຍາໄລແຫ່ງຊາດ, ຮ່າໂນ້ຍ) ເນັ້ນໜັກເຖິງບົດບາດຂອງການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳ ໃນການຊຸກຍູ້ການພົວພັນສອງຝ່າຍ. ທ່ານໄດ້ສະເໜີບາງທິດທາງເພື່ອເພີ່ມທະວີການພົວພັນທາງດ້ານວັດທະນະທຳ ແລະ ສັງຄົມລະຫວ່າງສອງປະເທດ. ລະອຽດແມ່ນ ເພີ່ມທະວີຄວາມເຂົ້າໃຈ ແລະ ແລກປ່ຽນດ້ານວັດທະນະທຳ, ຈັດຕັ້ງງານບຸນວັດທະນະທຳທົ່ວໄປ, ງານວາງສະແດງສິລະປະ, ແລກປ່ຽນນັກສິລະປິນ, ນຳໃຊ້ເຕັກໂນໂລຢີດີຈີຕອນໃຫ້ກວ້າງຂວາງ. ເປີດກວ້າງການຮ່ວມມືດ້ານການສຶກສາ ແລະ ຄົ້ນຄວ້າຜ່ານບັນດາໂຄງການແລກປ່ຽນນັກສຶກສາ, ຄູອາຈານ; ການຮ່ວມມືຄົ້ນຄ້ວາ, ສ້າງຕັ້ງໂຄງການລະດັບສອງ, ການຝຶກອົບຮົມສອງພາສາຫວຽດນາມ - Bahasa ອິນໂດເນເຊຍ. ເພີ່ມທະວີການເຊື່ອມຕໍ່ປະຊາຊົນໂດຍຜ່ານການທ່ອງທ່ຽວ, ກິລາ, ແລກປ່ຽນຊາວໜຸ່ມ, ອາສາສະໝັກສາກົນ...
ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາວິສາຫະກິດ ຫວຽດນາມ ແລະ ອິນໂດເນເຊຍ ໄດ້ແບ່ງປັນກາລະໂອກາດຮ່ວມມື ແລະ ສະເໜີບັນດາຂໍ້ລິເລີ່ມຊຸກຍູ້ການພົວພັນດ້ານການຄ້າ 2 ຝ່າຍ.
ທ່ານນາງ ຫງວຽນແອ໋ວງລິງ, ຜູ້ອຳນວຍການໃຫຍ່ບໍລິສັດ F&G ອາຫານ ຫວຽດນາມ ຈຳກັດ ໄດ້ເນັ້ນໜັກເຖິງຄວາມສາມາດຮ່ວມມືໃນໄລຍະຍາວ ແລະ ຍືນຍົງລະຫວ່າງວິສາຫະກິດຂອງ 2 ປະເທດ, ພິເສດແມ່ນໃນຂົງເຂດປຸງແຕ່ງ ແລະ ສົ່ງອອກຜະລິດຕະພັນກະເສດ. ທ່ານນາງ ປາດຖະໜາວ່າ ດ້ວຍການເຊື່ອມໂຍງ ແລະ ໜູນຊ່ວຍຂອງບັນດາອົງການຄຸ້ມຄອງ, ບັນດາວິສາຫະກິດ ຫວຽດນາມ ແລະ ອິນໂດເນເຊຍ ຈະໝູນໃຊ້ເຕັກໂນໂລຢີ ແລະ ທ້ອງຕະຫຼາດຢ່າງຄົບຖ້ວນເພື່ອພັດທະນາຮ່ວມກັນ, ພິເສດແມ່ນເປີດກວ້າງຕະຫຼາດອາຫານ Halal ໄປທົ່ວໂລກ.
![]() |
ທ່ານ Tommy Manawan, ຜູ້ອຳນວຍການການເງິນຂອງບໍລິສັດ Japfa Comfeed Vietnam ກ່າວຄຳປາໄສທີ່ກອງປະຊຸມສຳມະນາ. (ພາບ: Dinh Hoa) |
ໃນຂະນະນັ້ນ, ທ່ານ ເລຟູ໋ຕວານ, ປະທານສະພາບໍລິຫານບໍລິສັດ Investment Holdings ຈຳກັດ ໄດ້ເນັ້ນໜັກເຖິງບົດບາດຂອງການຄ້າເອເລັກໂຕນິກ ແລະ ການຫັນປ່ຽນດີຈີຕອນໃນການຊຸກຍູ້ການຄ້າສອງຝ່າຍ. ຕາມທ່ານແລ້ວ, ທັງຫວຽດນາມ ແລະ ອິນໂດເນເຊຍ ລ້ວນແຕ່ມີປະຊາກອນໜຸ່ມ, ມີຄວາມສາມາດດ້ານເຕັກໂນໂລຢີ, ອັດຕາການເຕີບໂຕດ້ານການຄ້າເອເລັກໂຕນິກແຖວໜ້າຢູ່ອາຊີຕາເວັນອອກສ່ຽງໃຕ້, ທັງໄດ້ຮັບຄຳໝັ້ນສັນຍາຢ່າງເຂັ້ມແຂງຈາກລັດຖະບານໃນການຊຸກຍູ້ການຫັນປ່ຽນດີຈີຕອນ. ບັນດາປັດໄຈດັ່ງກ່າວໄດ້ສ້າງເງື່ອນໄຂສະດວກໃຫ້ສອງປະເທດສ້າງລະບົບນິເວດການຄ້າເອເລັກໂຕຼນິກທີ່ໂປ່ງໃສ, ມີປະສິດທິຜົນ ແລະ ຍືນຍົງ.
ທ່ານ ຕວານ ໄດ້ສະເໜີຫຼາຍທິດທາງການຮ່ວມມືລະອຽດ, ໃນນັ້ນມີການສ້າງຊ່ອງທາງການຄ້າເອເລັກໂຕຼນິກສອງຝ່າຍ; ເຊື່ອມຕໍ່ພື້ນຖານ logistics, ການຈ່າຍເງິນ ແລະ ເວທີການຄວບຄຸມຄຸນນະພາບ; ພັດທະນາຜະລິດຕະພັນ OEM / ODM ທີ່ເຫມາະສົມສໍາລັບທ້ອງຕະຫຼາດທ້ອງຖິ່ນ; ຈັດໂຄງການເຄືອຂ່າຍທຸລະກິດອອນໄລນ໌ເປັນປົກກະຕິ.
ໂດຍຕີລາຄາຄວາມສາມາດພັດທະນາຂອງທ້ອງຕະຫຼາດອິນໂດເນເຊຍ, ທ່ານ ຫງວຽນດິງຈ໋ຽນ, ຜູ້ອຳນວຍການໃຫຍ່ການລົງທຶນຂອງບໍລິສັດຫຸ້ນສ່ວນຜະລິດ ແລະ ດຳເນີນທຸລະກິດ VinFast ໃຫ້ຄຳເຫັນວ່າ: ອິນໂດເນເຊຍ ມີປະຊາກອນຫຼາຍ, ເສດຖະກິດເຕີບໂຕໝັ້ນຄົງ ແລະ ບັນດານະໂຍບາຍໜູນຊ່ວຍຢ່າງຕັ້ງໜ້າ - ບັນດາປັດໄຈສຳຄັນເພື່ອໃຫ້ທັນກັບທ່າອ່ຽງໄຟຟ້າຂອງໂລກ. ສຳລັບ VinFast, ອິນໂດເນເຊຍແມ່ນໜຶ່ງໃນບັນດາທ້ອງຕະຫຼາດສຳຄັນທີ່ວິສາຫະກິດເອົາໃຈໃສ່ເປັນພິເສດ. ປະຈຸບັນ, VinFast ໄດ້ສ້າງຕັ້ງລະບົບຈຳໜ່າຍຢ່າງກວ້າງຂວາງຢູ່ອິນໂດເນເຊຍ. ບໍລິສັດຍັງກຳລັງກໍ່ສ້າງໂຮງງານປະກອບລົດຍົນ (CKD) ຄົບຊຸດຢູ່ເມືອງ Subang, ພາດເໜືອ Java, ດ້ວຍກຳລັງການຜະລິດ 50,000 ຄັນຕໍ່ປີ, ຄາດວ່າຈະດຳເນີນໃນປີ 2025.
ນອກຈາກ VinFast, ຫຼາຍວິສາຫະກິດຂອງທັງສອງປະເທດຍັງໄດ້ແນະນຳບັນດາຜະລິດຕະພັນ ແລະ ປຶກສາຫາລືກາລະໂອກາດຮ່ວມມືຢູ່ທີ່ເຫດການ, ໂດຍສະເພາະແມ່ນກຸ່ມບໍລິສັດ Ciputra ແລະ ບໍລິສັດ Japfa Comfeed Vietnam.
![]() |
ບັນດາຜູ້ແທນຖ່າຍຮູບທີ່ລະນຶກ. (ພາບ: Dinh Hoa) |
ກ່າວຄຳປາໄສທີ່ກອງປະຊຸມສຳມະນາ, ທ່ານ ເຈີ່ນມິງຮຸ່ງ ໄດ້ຕີລາຄາສູງບັນດາຄຳເຫັນການປະກອບສ່ວນຂອງຜູ້ຕາງໜ້າບັນດາອົງການຄຸ້ມຄອງ, ວິສາຫະກິດ ແລະ ນັກຄົ້ນຄ້ວາຂອງ 2 ປະເທດ. ທ່ານກ່າວວ່າ 7 ບົດນຳສະເໜີທີ່ເຫດການດັ່ງກ່າວໄດ້ວິເຄາະຢ່າງເລິກເຊິ່ງຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ, ພ້ອມກັນນັ້ນ ສະເໜີຫຼາຍວິທີແກ້ໄຂຕົວຈິງເພື່ອຂະຫຍາຍການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະ ເຕັກໂນໂລຢີ.
ຕາມທ່ານ ຮຸ່ງ ແລ້ວ, ບັນດາຂໍ້ລິເລີ່ມທີ່ກອງປະຊຸມສຳມະນາຈະແມ່ນພື້ນຖານອັນສຳຄັນເພື່ອໃຫ້ ຫວຽດນາມ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດທີ່ມີລາຍຮັບສູງໃນພາກພື້ນ ແລະ ໂລກໃນປີ 2045.
![]() | ນະຄອນໂຮ່ຈິມິນ ແລະ ຍີ່ປຸ່ນ ເປີດກວ້າງການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການແລກປ່ຽນປະຊາຊົນ ຍສໝ - ຕອນຄ່ຳວັນທີ 28 ກຸມພາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 65 ປີແຫ່ງວັນເກີດຂອງກະສັດຍີ່ປຸ່ນ Naruhito. ໂດຍເຂົ້າຮ່ວມພິທີມີທ່ານຮອງປະທານສະພາປະຊາຊົນນະຄອນໂຮ່ຈິມິນ, ປະທານສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ຮວິ່ງແທງເຍີນ ແລະ ກົງສູນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ... |
ມີງດຶກ