ນະຄອນໂຮ່ຈີມິນ ອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ໂຮມຊຸມນຸມສະສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ | |
ສະມາຄົມມິດຕະພາບ ຫວຽດນາມ-ລາວ ຊົມເຊີຍວັນຊາດ ລາວ ຄົບຮອບ 49 ປີ |
ທີ່ການພົບປະ, ທ່ານ ຫງວຽນແທງງີ້ ໄດ້ສົ່ງພອນໄຊອັນປະເສີດມາຍັງທ່ານ ພອນສີ ບຸນມີໄຊ ຫົວໜ້າກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ, ພ້ອມທັງຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ ທີ່ພັກ, ລັດ ແລະປະຊາຊົນລາວ ບັນລຸໄດ້ໃນ 70 ປີຜ່ານມາ. ທ່ານ ຫງວຽນແທງງີ້ ເນັ້ນໜັກວ່າ ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ. ໃນນັ້ນມີສາຍພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະ 4 ທ້ອງຖິ່ນແຮກສ່ຽວຂອງລາວ, ຄື: ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະແຂວງຫົວພັນ.
ທ່ານ ຫງວຽນແທງງີ້ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ບັນດາຜົນງານອັນໃໝ່ຫຼາຍຢ່າງ ແລະໃຫຍ່ຫຼວງກວ່າອີກໃນພາລະກິດປ່ຽນແປງໃໝ່ປະເທດຊາດ.
![]() |
ບັນຍາກາດທີ່ການຕ້ອນຮັບ. ພາບ: ແທງຟອງ |
ເນື່ອງໃນໂອກາດນີ້, ທ່ານ ພອນສີ ບຸນມີໄຊ ໄດ້ສະແດງຄວາມເຄົາລົບນັບຖືຢ່າງສູງຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ໄດ້ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ຍາດເອົາເອກະລາດ ແລະທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດໃນປະຈຸບັນ.
ທ່ານ ພອນສີ ບຸນມີໄຊ ຂອບໃຈນະຄອນໂຮ່ຈີມິນ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງແທດຈິງແກ່ບັນດາທ້ອງຖິ່ນຂອງລາວ ໃນຕະຫຼອດໄລຍະຜ່ານມາ. ທ່ານ ຫວັງວ່າ ການນຳນະຄອນໂຮ່ຈີມິນ ຈະສືບຕໍ່ສະຫງວນໃຫ້ການໜູນຊ່ວຍ, ຊ່ວຍເຫຼືອບັນດາທ້ອງຖິ່ນຂອງລາວ. ຜ່ານນັ້ນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.
![]() | ສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ: ເພີ່ມທະວີສາຍພົວພັນແບບພິເສດຫວຽດນາມ-ລາວ ຍສໝ - ຊົມເຊີຍບັນດາຜົນງານທີ່ມີຄວາມໝາຍປະຫວັດສາດ ທີ່ປະເທດລາວ ບັນລຸໄດ້ໃນໄລຍະ 49 ປີຜ່ານມາ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນກິດຈະການປ່ຽນແປງໃໝ່ຂອງລາວຢ່າງແຂງແຮງ ແລະຮອບດ້ານ; ເຊື່ອໝັ້ນວ່າ, ໂດຍສືບຕໍ່ມູນເຊື້ອຂອງລຸ້ນກ່ອນ ແລະ ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນງານໃໝ່ ແລະໃຫຍ່ຫຼວງກວ່າອີກ, ສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ສາມັກຄີ, ... |
![]() | ຖ່າຍທອດສົດງານສະເຫຼີມສະຫຼອງ 70 ປີ ເຫດການເຕົ້າໂຮມອອກມາພາກເໜືອ - ຄວາມຮັກແພງກັນຢ່າງເລິກເຊິ່ງ ຍສໝ - ລາຍການຖ່າຍທອດສົດງານສະເຫຼີມສະຫຼອງ 70 ປີ ເຫດການເຕົ້າໂຮມອອກມາພາກເໜືອ - ຄວາມຮັກແພງກັນຢ່າງເລິກເຊິ່ງ ແນໃສ່ຈຳບັນດາຂີດໝາຍປະຫວັດສາດຂອງຊາດ ດ້ວຍການປະກອບສ່ວນ ແລະ ການເສຍສະຫຼະຂອງລຸ້ນກ່ອນໃຫ້ແກ່ສັນຕິພາບ, ເອກະລາດ, ຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງຊາດ. |