3 ໜ້າທີ່ຈຸດສຸມຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນອາຍຸການ 2025 - 2030
![]() | ໂຄສະນາວັດທະນະທຳ ຫວຽດນາມ ໃນພິທີສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ເຢຍລະມັນ ທີ່ Brechtfestival 2025 |
![]() | ປະກາດຂໍ້ຕົກລົງວ່າດ້ວຍການສ້າງຕັ້ງອົງຄະນະພັກສະຫະພັນບັນດາອົງການມິດຕະພາບຫວຽດນາມ |
![]() |
ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ (ສະມາຄົມ) ຄັ້ງທຳອິດ, ອາຍຸການ 2025 - 2030. (ພາບ: Minh Thu) |
ໂດຍເຂົ້າຮ່ວມກອງປະຊຸມໃຫຍ່ ມີທ່ານ ພົນໂທ ກົງທອງ ພົງວິຈິດ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ; ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ; ທ່ານ ຫງວຽນດັກວິງ, ກຳມະການສູນກາງພັກ, ປະທານຄະນະກຳມາທິການວັດທະນະທຳ-ສັງຄົມຂອງສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ພ້ອມດ້ວຍຜູ້ແທນ 160 ກວ່າຄົນທີ່ເປັນສະມາຊິກຂອງສະມາຄົມ.
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສະມ
າຄົມມິດຕະພາບຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ, ອາຍຸການ 2025 - 2030, ລວມມີ 15 ທ່ານ. ທ່ານ ພົນໂທ ເລກ໋ວກຮຸ່ງ, ຮອງລັດຖະມົນຕີກະຊວງຕຳຫຼວດ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມ.
3 ໜ້າທີ່ຈຸດສຸມ
ກ່າວຄຳປາໄສທີ່ກອງປະຊຸມໃຫຍ່, ທ່ານ ພົນເອກ ເລືອງຕາມກກວາງ ໃຫ້ຮູ້ວ່າ ໃນ 60 ປີຜ່ານມາ, ຕຳຫຼວດປະຊາຊົນຫວຽດນາມ ແລະ ຕຳຫຼວດປະຊາຊົນລາວ ຍາມໃດກໍ່ຮ່ວມເດີນທາງ, ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຕໍ່ສູ້ຕ້ານອາດຊະຍາກຳ, ປົກປັກຮັກສາອະທິປະໄຕ ແລະ ຄວາມໝັ້ນຄົງແຫ່ງຊາດ, ກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຫວຽດນາມ - ລາວ.
![]() |
ທ່ານ ພົນເອກ ເລືອງຕາມກກວາງ ກ່າວຄຳປາໄສທີ່ກອງປະຊຸມໃຫຍ່. |
ໃນສະພາບການປ່ຽນແປງຢ່າງສັບສົນຂອງໂລກ ແລະ ພາກພື້ນ, ການປັບປຸງແລະ ເປີດກວ້າງການຮ່ວມມືລະຫວ່າງກຳລັງຕຳຫຼວດສອງປະເທດບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການທີ່ຂາດບໍ່ໄດ້ເທົ່ານັ້ນ, ຫາກຍັງແມ່ນໜ້າທີ່ສຳຄັນ ເພື່ອປົກປັກຮັກສາຜົນປະໂຫຍດຂອງຊາດ, ຮັກສາສະຖຽນລະພາບດ້ານການເມືອງ ແລະ ຮັບປະກັນການພັດທະນາຂອງສອງປະເທດ.
ເພື່ອປະຕິບັດເປົ້າໝາຍເຫຼົ່ານີ້, ໃນອາຍຸການຈະມາເຖິງ, ທ່ານ ພົນເອກ ເລືອງຕາມກກວາງ ໄດ້ສະເໜີໃຫ້ສະມາຄົມຄວນສຸມໃສ່ຜັນຂະຫຍາຍ 3 ໜ້າທີ່ຄື:
ທີໜຶ່ງ, ສືບຕໍ່ຈັດຕັ້ງການເຄື່ອນໄຫວຕົວຈິງຫຼາຍຢ່າງ ເພື່ອເພີ່ມທະວີການຮ່ວມມືສອງຝ່າຍ. ຍູ້ແຮງວຽກງານໂຄສະນາເຜີຍແຜ່, ສຶກສາກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດໃນບັນດາກຳລັງຕຳຫຼວດ, ພິເສດແມ່ນລຸ້ນໜຸ່ມ. ການເຄື່ອນໄຫວແລກປ່ຽນ, ແບ່ງປັນປະສົບການ ແລະ ການຮ່ວມມືດ້ານການຝຶກອົບຮົມລະຫວ່າງສອງກຳລັງ ຈະໄດ້ຮັບການຊຸກຍູ້ເພື່ອຍົກສູງຄວາມສາມາດດ້ານວິຊາຊີບ, ເພີ່ມທະວີຄວາມເຂົ້າໃຈ, ສົມທົບກັນຢ່າງມີປະສິດທິຜົນໃນການແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງລວມ.
ທີສອງ, ເປີດກ້ວາງຂະໜາດການເຄື່ອນໄຫວຢູ່ບັນດາຫົວໜ່ວຍຕຳຫຼວດທ້ອງຖິ່ນ, ໂດຍສະເພາະແມ່ນບັນດາແຂວງຊາຍແດນ, ເຊິ່ງແມ່ນບ່ອນມີບົດບາດສຳຄັນໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ການຈັດຕັ້ງບັນດາໂຄງການຮ່ວມມືລະອຽດ, ເພີ່ມທະວີກອງປະຊຸມບັນຫາສະເພາະ, ການຊ້ອມຮົບຮ່ວມໃນຂົງເຂດຄວາມປອດໄພ ຈະສືບຕໍ່ຮັບການຜັນຂະຫຍາຍເພື່ອຍົກລະດັບຄວາມສາມາດໃນການຕອບສະໜອງຕໍ່ສະພາບການຕົວຈິງ.
ທີສາມ, ສົມທົບກັນຢ່າງແໜ້ນແຟ້ນກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ບັນດາອົງການທີ່ກ່ຽວຂ້ອງ ເພື່ອກໍ່ສ້າງບັນດາໂຄງການຮ່ວມມືຕາມຍຸດທະສາດພັດທະນາຂອງສອງປະເທດ, ຕິດຕາມບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ ແລະ ສອງລັດ. ພິເສດ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງ 2 ປະເທດ ແລະ ກະຊວງຕຳຫຼວດ, ສະມາຄົມຈະຈັດຕັ້ງບັນດາການເຄື່ອນໄຫວຕົວຈິງເພື່ອຮັບຮູ້ ແລະ ເຊີດຊູບັນດາບຸກຄົນ, ລວມໝູ່ທີ່ມີການປະກອບສ່ວນອັນພົ້ນເດັ່ນເຂົ້າໃນການປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ກຳລັງ.
ໂດຍເຊື່ອໝັ້ນໃນຄວາມຮັບຜິດຊອບ ແລະ ຄວາມໃກ້ຊິດສະໜິດສະໜົມຂອງຊາດ ແລະ ປະຊາຊົນລາວ, ທ່ານ ພົນເອກ ເລືອງຕາມກກວາງ ຫວັງວ່າ ສະມາຄົມຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່, ປະກອບສ່ວນສຳຄັນເຂົ້າໃນການປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
![]() |
ທ່ານ ພົນໂທ ກົງທອງ ພົງວິຈິດ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ກ່າວຄໍາປາໄສທີ່ກອງປະຊຸມ. (ພາບ: Minh Thu) |
ທ່ານ ກົງທອງ ພົງວິຈິດ, ຮອງລັດຖະມົນຕີປ້ອງກັນຄວາມສະຫງົບລາວ ໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ຜ່ານບັນດາໂຄງການຮ່ວມມື ແລະ ການລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສະກັດກັ້ນອາດຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ, ການຄ້າມະນຸດ ແລະ ອາດຊະຍາກຳຂ້າມຊາດອື່ນໆລະຫວ່າງສອງປະເທດ. ຫວຽດນາມ ກໍ່ສະໜັບສະໜູນລາວ ໃນຫຼາຍໂຄງການທີ່ສຳຄັນຄື: ກໍ່ສ້າງສະຖາບັນຕຳຫຼວດລາວ, ສູນຂໍ້ມູນ ແລະ ບັດປະຈຳຕົວພົນລະເມືອງ, ສູນຟື້ນຟູຢາເສບຕິດ ຢູ່ວຽງຈັນ...
ທ່ານ ກົງທອງ ພົງວິຈິດ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ, ປະຊາຊົນ ແລະ ກຳລັງຕຳຫຼວດຫວຽດນາມ ເພື່ອການສະໜັບສະໜູນແກ່ລາວ ຕະຫຼອດໄລຍະທີ່ຜ່ານມາ. ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຍຸດທະສາດການຮ່ວມມືລະຫວ່າງສອງກະຊວງຕຳຫຼວດຢ່າງມີປະສິດທິຜົນ, ສືບຕໍ່ປັບປຸງສາຍພົວພັນແບບພິເສດລະຫວ່າງສອງປະເທດໃນໄລຍະໃໝ່.
ຫຼາຍໝາກຜົນຢ່າງຕັ້ງໜ້າ
ຕາມບົດລາຍງານທີ່ກອງປະຊຸມໃຫຍ່, ສະມາຄົມມິດຕະພາບຫວຽດນາມ - ລາວ ໃນຂົງເຂດຕຳຫຼວດລາວ ໄດ້ຮັບການສ້າງຕັ້ງໃນປີ 2018 ເພື່ອປະກອບສ່ວນເພີ່ມທະວີຄວາມເຂົ້າໃຈລະຫວ່າງກຳລັງຕຳຫຼວດຂອງສອງປະເທດ, ປັບປຸງແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ນັບແຕ່ສ້າງຕັ້ງມາ, ສະມາຄົມໄດ້ສຸມໃສ່ຜັນຂະຫຍາຍຫລາຍໜ້າທີ່ຈຸດສຸມ ແລະ ບັນລຸໄດ້ຫລາຍບັນດາໝາກຜົນທີ່ດີ.
ສະມາຄົມໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນຫຼາຍການເຄື່ອນໄຫວ ໂດຍສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ວາງອອກ, ຊີ້ນຳຄື ເຂົ້າຮ່ວມກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ແຂວງ ໄທງວຽນ; ສົ່ງຄະນະປະຕິບັດງານມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ; ລະດົມບໍລິຈາກບັນດາການເຄື່ອນໄຫວການຕ່າງປະເທດປະຊາຊົນ, ໃນນັ້ນມີ 100 ລ້ານດົ່ງ ໃຫ້ທ່ານນາງ Kanchia - ຜູ້ຊ່ວຍຊີວິດທະຫານອາສາສະໝັກຫວຽດນາມ ຢູ່ສະໜາມຮົບລາວ. ສະມາຄົມຍັງໄດ້ມອບເງິນ 100 ລ້ານດົ່ງ ແລະ ໜ້າກາກການແພດ 1.000 ຜືນໃຫ້ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ເພື່ອປ້ອງກັນການແຜ່ລະບາດ Covid-19...
ຍ້ອນມີລັກສະນະເຄື່ອນໄຫວໃນຂະແໜງການຕຳຫຼວດ, ສະມາຄົມໄດ້ສົມທົບກັນຢ່າງຕັ້ງໜ້າເຂົ້າໃນວຽກງານການຕ່າງປະເທດຂອງກະຊວງຕຳຫຼວດ. ອີງຕາມແຜນການຮ່ວມມືປະຈຳປີ, ສະມາຄົມໄດ້ຕັ້ງໜ້າເຂົ້າຮ່ວມການແລກປ່ຽນຄະນະຜູ້ແທນຂັ້ນສູງ, ເພີ່ມທະວີການພົວພັນລະຫວ່າງສອງກະຊວງຕຳຫຼວດ, ແລະ ໂຄສະນາເຜີຍແຜ່ກ່ຽວກັບມິດຕະພາບຫວຽດນາມ - ລາວ ຢູ່ບັນດາກົມຕຳຫຼວດ ແລະ ໂຮງຮຽນຝຶກອົບຮົມກັບນັກຮຽນລາວ. ພ້ອມກັນນັ້ນ, ສົມທົບກັບສະຖານທູດລາວ ແລະ ຜູ້ຕາງໜ້າກະຊວງຕຳຫຼວດລາວ ປະຈຳຫວຽດນາມ ໃນວຽກງານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມພື້ນເມືອງ.
ນອກນັ້ນ, ສະມາຄົມຊຸກຍູ້ການເຄື່ອນໄຫວຮ່ວມມືຢູ່ບັນດາທ້ອງຖິ່ນເຂດຊາຍແດນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ. ຕຳຫຼວດ ແຂວງ ເຊີນລາ ຈັດກອງປະຊຸມພົບປະ, ຝຶກອົບຮົມໃຫ້ພະນັກງານຕຳຫຼວດ ຢູ່ບັນດາແຂວງພາກເໜືອຂອງລາວ ເປັນປະຈຳ. ຕຳຫຼວດແຂວງ ແທງຮ໋ວາ ເຂົ້າຮ່ວມກອງປະຊຸມພົຍປະແລກປ່ຽນກັບສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງຫົວພັນ. ຕຳຫຼວດແຂວງ ກວາງບິ່ງ ໄດ້ສົມທົບກັບຄະນະຊາວໜຸ່ມ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກັບຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຄຳມ່ວນ ໄລຍະ 2022 – 2024. ນອກຈາກນັ້ນ, ໃນໂອກາດບຸນປີໃໝ່ປະຈຳຊາດ, ຕຳຫຼວດບັນດາທ້ອງຖິ່ນຊາຍແດນ ໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນ, ແບ່ງປັນປະສົບການ, ອວຍພອນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນວຽກງານວິຊາສະເພາະ.
![]() |
ຄະນະບໍລິຫານງານສະມາຄົມມິດຕະພາບຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນອາຍຸການ 2025 - 2030 ໄດ້ເປີດຕົວກອງປະຊຸມໃຫຍ່. (ພາບ: Minh Thu) |
ດ້ວຍບັນດາໝາກຜົນທີ່ບັນລຸໄດ້, ໃນປີ 2023, ສະມາຄົມໄດ້ຮັບໃບຍ້ອງຍໍຈາກຄະນະປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຍ້ອນມີຫຼາຍການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນທາງການທູດລະຫວ່າງປະຊາຊົນກັບປະຊາຊົນ. ໃນປີ 2023, ທ່ານ ພົນໂທ ບຸ່ຍວັນນາມ, ອະດີດປະທານສະມາຄົມ, ກໍ່ໄດ້ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະເທດຊາດ” ເພື່ອເປັນການຮັບຮູ້ບັນດາການປະກອບສ່ວນອັນສຳຄັນຂອງລາວ ໃນການຊຸກຍູ້ການຮ່ວມມື ຫວຽດນາມ - ລາວ. |
![]() | ຫວຽດນາມ ເຂົ້າຮ່ວມການຊ້ອມຮົບທະຫານເຮືອຫຼາຍຝ່າຍ Komodo 2025 ຍສໝ - ວັນທີ 16 ກຸມພາ, ການຊ້ອມຮົບທະຫານເຮືອຫຼາຍຝ່າຍ Komodo 2025 (MNEK-5) ດ້ວຍຫົວຂໍ້ “ຄູ່ຮ່ວມມືເດີນທະເລ ເພື່ອສັນຕິພາບ ແລະສະຖຽນລະພາບ” ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ເກາະ Bali, ອິນໂດເນເຊຍ. |
![]() | ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ຫວຽດນາມ: ປີ 2025 ແມ່ນປີມິດຕະພາບລະຫວ່າງສອງປະເທດ ຍສໝ - ປີ 2025, ສະຖານທູດເຢຍລະມັນ ປະຈຳ ຮ່າໂນ້ຍ, ສະຖານກົງສຸນໃຫຍ່ເຢຍລະມັນ ປະຈຳ ນະຄອນໂຮ່ຈີມິນ ຈະສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງຫຼາຍເຫດການ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ. |
ມີງດຶກ