NUOY - ນຳອະພິນິຫານທາງການແພດມາປິ່ນປົວເດັກພິການຢູ່ຫວຽດນາມ
![]() | ChildCare Vietnam: ບ່ອນອີງໃຫ້ສຳລັບເດັກພິການ |
![]() | ມອບຂອງຂວັນ 1.330 ພູດ ໃຫ້ແກ່ເດັກພິການຢູ່ບັນດາແຂວງ, ນະຄອນ ຕາເວັນຕົກສ່ຽງໃຕ້ |
ຟື້ນຟູຊີວິດຄືນໃໝ່
ເມື່ອເບິ່ງນາງນ້ອຍ ໂດ້ເຕ້ວມິງ (ຊື່ຫຼິ້ນ ກໍ໋) ຍ່າງຕາມປົກກະຕິ, ມີຄົນຈຳນວນໜ້ອຍທີ່ຮູ້ວ່າ ນາງນ້ອຍເຄີຍຢູ່ໃກ້ເຂດແດນລະຫວ່າງຊີວິດກັບຄວາມຕາຍຫຼາຍເທື່ອ. ນາງນ້ອຍ ກໍ໋ ເກີດໃນປີ 2020 ທີ່ມີອາການຕ່າງໆຂອງພະຍາດPfeiffer type 2 - ຊຸນລະມຸນວຸ່ນວາຍກຳມະພັນທີ່ຫາຍາກ, ເຮັດໃຫ້ສະໝອງອັ່ງດ້ວຍນ້ຳ, ປິດຂະຫມ່ອມຢ່າງໄວ້, ພິການກະດູກສັນຫຼັງ.
ແມ່ຂອງເດັກນ້ອຍ, ທ່ານນາງ ໂດ້ທິທໍ, ໄດ້ຫວນຄືນເຖິງເດືອນທໍາອິດທີ່ສັບສົນວ່າ "ເມື່ອລູກເກີດມາ, ຂ້າພະເຈົ້າເຫັນວ່າໜ້າຂອງລາວແຕກຕ່າງກັນຄື ສັນດັງໂວບເລິກ, ຂໍ້ກະດູກຕີນມືທີ່ແຂງເກ່ເດ່. ມາຮອດເດືອນທີ 2 ຫົວຂອງລາວເລີ່ມໃຫຍ່ຜິດປົກກະຕິ. ພວກຂ້າພະເຈົ້າພາລາວໄປໂຮງໝໍໃຫຍ່ ແລະ ນ້ອຍທັງໝົດ, ແຕ່ບໍ່ມີອຸປະກອນພຽງພໍໃນການຜ່າຕັດ".
ອີງຕາມຜູ້ຊ່ຽວຊານ, ເວລາທອງສໍາລັບການເປີດກ້ວາງຫົວກະໂຫຼກໃຫ້ສະໝອງພັດທະນາແມ່ນຕັ້ງແຕ່ 6 ເດືອນຫາ 1 ປີ. ຢ່າງໃດກໍຕາມ, ການຜ່າຕັດຄັ້ງທໍາອິດໄດ້ຖືກປະຕິບັດເມື່ອ ນາງນ້ອຍ ກໍ໋ ມີອາຍຸ 10 ເດືອນ, ແຕ່ຫນ້າເສຍດາຍ, ມັນບໍ່ປະສົບຜົນສໍາເລັດ.
"ບໍ່ວ່າຜ່າຕັດ ຫຼື ບໍ່, ພວກເຮົາຕ້ອງຍອມຮັບຄວາມສ່ຽງທີ່ສູງຫຼາຍ. ແຕ່ຖ້າຜ່າຕັດທີ່ຈະມີໂອກາດ, ແຕ່ຖ້າບໍ່ຜ່າຕັດທີ່ຈະມີໂອກາດເປັນ 0", ທ່ານນາງ ທໍ ກ່າວ.
![]() |
ບັດຂອບໃຈທ່ານໝໍຂຽນໂດຍແມ່ຂອງນາງເດັກ ກໍ໋. |
ໃນການເດີນທາງທີ່ຫຍຸ້ງຍາກນັ້ນ, NUOY ໄດ້ກາຍເປັນຜູ້ຊ່ວຍເຫຼືອກູ້ຊີບຂອງນາງນ້ອຍ ກໍ໋. ທີມງານຜູ້ຊ່ຽວຊານຂອງ NUOY ໄດ້ນໍາອຸປະກອນທີ່ກ້າວຫນ້າມາຫວຽດນາມເຊັ່ນ ສະປິງຫົວກະໂຫຼກ (cranial spring) ແລະ ຂຸດຢືດຫົວກະໂຫຼກ (cranial distractor) - ເຕັກໂນໂລຢີທີ່ທັນສະໄຫມທີ່ຊ່ວຍໃຫ້ຫົວກະໂຫຼກເປີດກ້ວາງຕາມການພັດທະນາຂອງສະຫມອງ.
ທ່ານໝໍ ເຟືອງຫງວຽນ, ຜູ້ຮ່ວມກໍ່ຕັ້ງ, ຜູ້ອຳນວຍການວິຊາສະເພາະຂອງ NUOY ເລົ່າວ່າ “ພວກຂາ້ພະເຈົ້າຮັບຮູ້ໄດ້ວ່າ ມີເວລາສັ້ນໆເທົ່ານັ້ນທີ່ຈະແຊກແຊງ. ຖ້າບໍ່ປະຕິບັດໃນຕອນນີ້, ພວກ ຂາ້ພະເຈົ້າຈະພາດໂອກາດນີ້ໃນອະນາຄົດ”.
ນາງນ້ອຍ ກໍ໋ ໄດ້ຮັບການຜ່າຕັດ 4 ຄັ້ງໃນ 3 ປີທໍາອິດຂອງຊີວິດ. ຫຼັງຈາກການຜ່າຕັດສຸດທ້າຍເພື່ອມ້າງຕະປູກຽວ, ຫົວກະໂຫຼກຂອງເດັກນ້ອຍ ໄດ້ພັດທະນາເປັນປົກກະຕິ, ປັນຍາຊົນ ແລະ ຄວາມຮັບຮູ້ບໍ່ໄດ້ຮັບຜົນກະທົບ.
ທ່ານນາງ ທໍ ໄດ້ສະແດງຄວາມຄວາມຕື້ນຕັນໃຈວ່າ “ບັດນີ້, ຂ້າພະເຈົ້າບໍ່ຕ້ອງມີຄວາມຫວັງອີກຕໍ່ໄປ, ແຕ່ໝັ້ນໃຈຢ່າງເຕັມທີ່ວ່າ ລູກຈະມີຊີວິດທີ່ເຕັມປ່ຽມ".
ໃນບັດທີ່ສົ່ງໄປຫາທ່ານໝໍ, ທ່ານນາງຂຽນວ່າ "ໃນຖານະເປັນແມ່, ຂ້າພະເຈົ້າໄດ້ເກີດລູກ. ແຕ່ທ່ານໝໍທີ່ເປັນຜູ້ມອບຊີວິດໃຫ້ລູກ”.
ໃນປີ 2020, NUOY ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ດຳເນີນທຸລະກິດເປັນນິຕິບຸກຄົນເອກະລາດ, ດ້ວຍຊື່ທີ່ມາຈາກສອງຄຳ “ຫຼໍ່ລ້ຽງ” ແລະ “ການແພດ”, ສະແດງເຖິງຄວາມປາດຖະໜາໃນການດູແລຢ່າງຮອບດ້ານ, ຍາວນານ. |
25 ປີແຫ່ງການກ້າເບ້ຍຊີວິດ
NUOY ມີຕົ້ນກຳເນີດມາຈາກໂຄງການຮ່ວມມືສາກົນດ້ານການຜ່າຕັດປະຕິມາກຳ (R.I.C.E), ສ້າງຕັ້ງຂຶ້ນໂດຍສາດສະດາຈານ Joseph M. Rosen (ວິທະຍາໄລ Dartmouth, ອາເມລິກາ) ໃນປີ 2000. ໂຄງການດັ່ງກ່າວໄດ້ເຕົ້າໂຮມບັນດາທ່ານໝໍຜ່າຕັດອາສາສະໝັກຈາກຫຼາຍລັດຂອງ ອາເມລິກາ, ດ້ວຍຈຸດໝາຍປາຍທາງທຳອິດແມ່ນໂຮງໝໍເດັກສູນກາງ (ຮ່າໂນ້ຍ).
ສໍາລັບ 19 ປີ (2000-2019), R.I.C.E ໄດ້ນຳໂອກາດການປິ່ນປົວສໍາລັບເດັກນ້ອຍຫຼາຍພັນຄົນທີ່ມີຄວາມຜິດປົກກະຕິແຕ່ກໍາເນີດທີ່ຫາຍາກທີ່ຕ້ອງການເຕັກນິກພິເສດ. ໂດຍສະເລ່ຍແຕ່ລະປີ, ໂຄງການກວດພະຍາດເດັກນ້ອຍ 400 ຄົນ ແລະ ດຳເນີນການຜ່າຕັດໃຫ້ເດັກ 150 ຄົນຢູ່ບັນດາໂຮງໝໍໃຫຍ່ຄື ໂຮງໝໍເດັກສູນກາງ, ໂຮງໝໍ ແຊງໂປ່ນ, ໂຮງໝໍ ຫວຽດດຶກ, ໂຮງໝໍ ຮົ່ງຫງອກ.
![]() |
ການຜ່າຕັດໂດຍທ່ານໝໍ NUOY ແລະ ເພື່ອນຮ່ວມງານ. (ພາບ: NUOY) |
ແຕ່ຄໍາຖາມໃຫຍ່ຍັງຄົງຢູ່ວ່າ ເປັນຍັງເພື່ອຜົນກະທົບເຫຼົ່ານີ້ບໍ່ພຽງແຕ່ຢຸດຢູ່ບັນດາການຜ່າຕັດ ເທົ່ານັ້ນ ຫາກຍັງມີຄວາມຍືນຍົງ? ຈາກຄວາມເປັນຫ່ວງນັ້ນ, ໃນປີ 2020, NUOY ໄດ້ກຳເນີດມາດ້ວຍພາລະກິດທີ່ກວ້າງຂວາງຄື: ບໍ່ພຽງແຕ່ປິ່ນປົວເທົ່ານັ້ນ ຫາກຍັງປະກອບສ່ວນຍົກສູງຄວາມສາມາດທາງແພດຂອງຫວຽດນາມ.
NUOY ສຸມໃສ່ການຝຶກອົບຮົມ, ຖ່າຍທອດເຕັກໂນໂລຢີ, ສະຫນັບສະຫນູນການຄົ້ນຄວ້າທາງການແພດ ແລະ ການບໍລິຈາກອຸປະກອນທີ່ທັນສະໄຫມ. ຈາກອົງການອາສາສະໝັກທີ່ມີການເດີນທາງໄລຍະສັ້ນ, NUOY ໄດ້ກາຍເປັນຄູ່ຮ່ວມໃນໄລຍະຍາວດ້ວຍຂະແໜງການແພດຫວຽດນາມ, ໜູນຊ່ວຍບັນດາທ່ານໝໍພາຍໃນປະເທດເປັນເຈົ້າການເຕັກນິກທີ່ກ້າວໜ້າ ແລະ ເປີດກວ້າງກາລະໂອກາດປິ່ນປົວຄົນເຈັບໃຫ້ຫຼາຍຂຶ້ນ.
ຕາມຜູ້ຕາງໜ້າ NUOY ແລ້ວ, ໃນ 5 ປີຕໍ່ໜ້າ, ອົງການຈະເປີດກ້ວາງການເຄື່ອນໄຫວຢູ່ພາກໃຕ້ຫວຽດນາມ. ໃນປີ 2025, NUOY ໄດ້ຮ່ວມມືກັບ 3 ໂຮງໝໍໃຫຍ່ຂອງນະຄອນໂຮ່ຈີມິນຄື: ໂຮງໝໍເດັກ 2, ໂຮງໝໍເດັກນະຄອນ, ໂຮງໝໍແຂ້ວຄາງໜ້າສູນກາງນະຄອນໂຮ່ຈິມິນ ພ້ອມກັບມະຫາວິທະຍາໄລແພດສາດ ນະຄອນໂຮ່ຈິມິນ ເພື່ອສ້າງຕັ້ງສູນຜ່າຕັດກະໂຫຼກໜ້າ. ສູນນີ້ຈະຊ່ວຍຫຼຸດຄ່າກວດ, ປິ່ນປົວພະຍາດ ແລະ ພາລະຂອງສະຖານທີ່ປິ່ນປົວຢູ່ພາກເໜືອ.
ນອກຈາກນັ້ນ, NUOY ຈະຊຸກຍູ້ໂຄງການທຶນການສຶກສາ, ໜູນຊ່ວຍ 100% ຄ່າໃຊ້ຈ່າຍໃຫ້ແກ່ບັນດາທ່ານໝໍຫວຽດນາມ ໄປອາເມລິກາ ເພື່ອຝຶກຝົນຫຼໍ່ຫຼອມການຜ່າຕັດສ້າງຄືນໃໝ່ ແລະ ຄຸ້ມຄອງໂຮງໝໍ. ພ້ອມກັນນັ້ນ, ອົງການກໍ່ສ້າງເງື່ອນໄຂໃຫ້ແພດໝໍພາຍໃນປະເທດເຂົ້າຮ່ວມບັນດາກອງປະຊຸມການແພດສາກົນ, ຍົກສູງທີ່ຕັ້ງຂອງແພດສາດ ຫວຽດນາມ ໃນແຜນທີ່ໂລກເທື່ອລະກ້າວ.
![]() |
ທ່ານໝໍ ເຟືອງຫງວຽນ (ຊ້າຍສຸດ), ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ອໍານວຍການວິຊາສະເພາະຂອງ NUOY, ຖ່າຍຮູບກັບຄົນເຈັບເດັກນ້ອຍ. (ພາບ: NUOY) |
NUOY ຍັງວາງເປົ້າໝາຍເປີດກ້ວາງເຄື່ອນໄຫວໄປສູ່ພາກພື້ນອາຊີຕາເວັນອອກສຽງໃຕ້, ດ້ວຍຈຸດໝາຍປາຍທາງທຳອິດແມ່ນປະເທດລາວ. ພິເສດ, ບັນດາທ່ານໝໍຫວຽດນາມ ທີ່ໄດ້ຮັບການຝຶກອົບຮົມຈາກ NUOY ຈະກາຍເປັນອາຈານສອນລຸ້ນທີ 2, ຖ່າຍທອດບັນດາຄວາມຮູ້ ແລະ ເຕັກນິກຢ່າງກົງໄປກົງມາໃຫ້ບັນດາເພື່ອນຮ່ວມງານໃນພາກພື້ນ, ເປີດກວ້າງລະບົບຄຸນຄ່າແບບຍືນຍົງໃນຂົງເຂດແພດສາດຟື້ນຟູ.
ການຜ່າຕັດຫນຶ່ງສາມາດປ່ຽນຊະຕາກໍາຂອງເດັກນ້ອຍຕົນໜື່ງ. ໂຄງການຝຶກອົບຮົມຫນຶ່ງສາມາດປ່ຽນແປງຄົນລຸ້ນຫນຶ່ງ. 25 ປີທີ່ຜ່ານມາ, NUOY ໄດ້ເຮັດທັງສອງສິ່ງນີ້ - ຟື້ນຟູຊີວິດ ແລະ ຫວ່ານເມັດພືດໃຫ້ແກ່ອານາຄົດຂອງຢາຫວຽດ. ແລະ ການເດີນທາງຈະສືບຕໍ່, ດັ່ງນັ້ນບໍ່ມີເດັກນ້ອຍທີ່ຈະມີຊີວິດໂດຍບໍ່ມີຮອຍຍິ້ມທີ່ສົມບູນ.
![]() | ChildFund ຫວຽດນາມ ຈັດຊຸດຝຶກອົບຮົມກ່ຽວກັບການດູແລເດັກພິການ ເຫດການດັ່ງກ່າວມີການນຳ ແລະ ນັກຊ່ຽວຊານຈາກພະແນກສຶກສາອະນຸບານ ແລະ ປະຖົມ ແຂວງ ຮວ່າບິ່ງ, ບັນດາຜູ້ຄຸ້ມຄອງ ແລະ ຄູສອນສຳຄັນຂອງໂຮງຮຽນອະນຸບານ ແລະ ປະຖົມ 8 ເມືອງ/ນະຄອນໃນແຂວງຮ່ວາບິ່ງ ກໍ່ ຄືພໍ່ແມ່/ຜູ້ເບິ່ງແຍງດູແລເດັກພິການ ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. |
![]() | Operation Smile ຜ່າຕັດໃຫ້ແກ່ເດັກພິການແຕ່ກຳເນີດ 74 ຄົນ ຢູ່ແຂວງເຊີນລາ ແລະ ບັນດາແຂວງໃກ້ຄຽງ ຍສໝ - ເປົ້າໝາຍທີ່ຈຳໄດ້ຮັບການປິ່ນປົວ: ຄົນເຈັບສົບແວ່ງ, ເພດານໂວ່ຍັງທີ່ຍັງບໍ່ທັນໄດ້ຜ່າຕັດ, ພິການແຕ່ກຳເນີດ, ອາການພິການຕ່າງໆ. |
ມີງດຶກ