ແພດໜຸ່ມຫວຽດນາມ ກວດພະຍາດ ແລະ ມອບຢາໃຫ້ຄົນລາວໂດຍບໍ່ເສຍຄ່າ
![]() | ກວດພະຍາດ, ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນ |
![]() | ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ |
ວັນທີ 16 ມີນາ, ສູນກາງສະມາຄົມສະຫະພັນຊາວໜຸ່ມຫວຽດນາມ ໄດ້ສົມທົບກັບສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງ ຈັດຕັ້ງໂຄງການກວດກາ ແລະ ປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນແຂວງຜົ້ງສາລີ (ສປປ ລາວ).
![]() |
ທ່ານນາງ ກ່ຽວທິຮັ່ງຟຸກ - ກົງສຸນໃຫຍ່ຫວຽດນາມ ປະຈຳແຂວງ ຫຼວງພະບາງ ກ່າວຄຳປາໄສທີ່ໂຄງການ. |
ໂດຍເຂົ້າຮ່ວມໂຄງການມີທ່ານ ຫງວຽນກິມກຸຍ - ກຳມະການຄະນະປະຈຳ, ຫົວໜ້າຄະນະແນວໂຮມຊາວໜຸ່ມສູນກາງຄະນະ, ຮອງປະທານປະຈຳສູນກາງສະມາຄົມສະຫະພັນຊາວໜຸ່ມຫວຽດນາມ, ຫົວໜ້າຄະນະປະຕິບັດງານ; ທ່ານນາງ ກ່ຽວທິຮັ່ງຟຸກ - ກົງສຸນໃຫຍ່ຫວຽດນາມ ປະຈຳແຂວງ ຫຼວງພະບາງ.
ກ່າວຄຳປາໄສທີ່ໂຄງການ, ທ່ານນາງ ກ່ຽວທິຮັ່ງຟຸກ - ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳແຂວງ ຫຼວງພະບາງ ຫວັງວ່າ ໂຄງການຈະປະກອບສ່ວນຊ່ວຍເຫຼືອປະຊາຊົນຢູ່ເມືອງບຸນເໜືອ, ແຂວງ ຜົ້ງສາລີ ມີເງື່ອນໄຂຮັກສາສຸຂະພາບ; ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ.
![]() |
ໂດຍເຂົ້າຮ່ວມໂຄງການມີບັນດາທ່ານໝໍ ແລະ ພະຍາບານທີ່ມີປະສົບການຈາກສະມາຄົມແພດໜຸ່ມ ຫວຽດນາມ. ໂຄງການດັ່ງກ່າວໄດ້ສຸມໃສ່ການປະຕິບັດການກວດທົ່ວໄປ, ກວດກາພະຍາດທີ່ມີຄວາມສ່ຽງ, ແລະ ສະໜອງຢາ ແລະ ຜະລິດຕະພັນປິ່ນປົວສຸຂະພາບໂດຍບໍ່ເສຍຄ່າ. ນອກນັ້ນ, ໂຄງການຍັງໄດ້ມອບຂອງຂວັນ 300 ກວ່າພູດໃຫ້ປະຊາຊົນ.
ໂຄງການກວດພະຍາດ ແລະ ແຈກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງຜົ້ງສາລີ ແລະ ຫຼວງພະບາງ (ສປປ ລາວ) ເປັນການເຄື່ອນໄຫວຕອບສະໜອງໂຄງການເດືອນຊາວໜຸ່ມປີ 2025 ແລະ ເດືອນ ມີນາ ຊາຍແດນປີ 2025. ໃນຂອບເຂດຂອງໂຄງການ, ຄະນະປະຕິບັດງານຈະມອບຂອງຂວັນ ແລະ ກິດຈະກຳທີ່ມີຄວາມໝາຍຫຼາຍຢ່າງໃຫ້ແກ່ໄວໜຸ່ມຂອງປະເທດເພື່ອນມິດ.
ການເຄື່ອນໄຫວສະແດງໃຫ້ເຫັນຈິດໃຈອາສາສະໝັກຂອງຊາວໜຸ່ມຫວຽດນາມ ໃນການດູແລຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ລາວ.
![]() | ກວດພະຍາດ ແລະ ແຈກຢາຍຢຸກຢາໃຫ້ປະຊາຊົນລາວ 2.000 ຄົນ ຍສໝ - ວັນທີ 15 ກໍລະກົດນີ້, ຄະນະຊາວໜຸ່ມນະຄອນດານັງ ໄດ້ຈັດຕັ້ງລາຍການອາສາສະໝັກສາກົນຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ປີ 2023. |
![]() | ພິທີມອບເຮືອນເອື້ອອາທອນ, ກວດພະຍາດ ແລະ ແຈກຢາໃຫ້ແກ່ປະຊາຊົນ ລາວ ຍສໝ - ໃນວັນທີ 26 ກໍລະກົດ, ທີ່ບ້ານວັງຕັດໃຫຍ່, ກຸ່ມບ້ານວັງຕັດ, ເມືອງໄຊເສດຖາ, ແຂວງ ອັດຕະປື, ລາວ, ກອງເສດຖະກິດ-ປ້ອງກັນຊາດ 385 (ພົນລະພາກຫຼວງ 15) ໄດ້ຈັດພິທີເປີດນໍາໃຊ້ ແລະ ມອບ-ຮັບເຮືອນແຫ່ງສາຍຈິດມິດໃຈ ໃຫ້ແກ່ພໍ່ເຖົ້າ ເຢັນ ໄຊຍະຈວກ. |
ມີງດຶກ