ນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນ 2 ເດືອນຕົ້ນປີເພີ່ມຂຶ້ນກວ່າ 30%
ຕາມຈຳນວນຕົວເລກຂອງກົມໃຫຍ່ສະຖິຕິ ໄດ້ປະກາດໃນວັນທີ 6 ມີນານີ້, ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນ 1,9 ລ້ານເທື່ອຄົນໃນເດືອນກຸມພາ, ເທົ່າກັບ 90% ເມື່ອທຽບໃສ່ເດືອນມັງກອນ ແລະ 130% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນ 2 ເດືອນຕົ້ນປີ, ຈຳນວນນັກທ່ອງທ່ຽວສາກົນທີ່ບັນລຸເກືອບ 4 ລ້ານເທື່ອຄົນ, ເພີ່ມຂຶ້ນ 30,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ພິຈາລະນາກ່ຽວກັບຂອບຂະໜາດຂອງຕະຫຼາດ, ຈີນ ສືບຕໍ່ແມ່ນຕະຫຼາດທີ່ສົ່ງນັກທ່ອງທ່ຽວໃຫຍ່ທີ່ສຸດດ້ວຍ 956 ພັນເທື່ອຄົນ, ກວມເອົາ 27,7% ຂອງຈຳນວນນັກທ່ອງທ່ຽວສາກົນທັງໝົດ (ເພີ່ມຂຶ້ນ 77,8%). ສ.ເກົາຫຼີ ຢືນອັນດັບທີ 2 ດ້ວຍນັກທ່ອງທ່ຽວ 885 ພັນເທື່ອຄົນ (ເພີ່ມຂຶ້ນ 4.9%). ນີ້ແມ່ນສອງຕະຫຼາດສົ່ງນັກທ່ອງທ່ຽວໃຫຍ່ທີ່ສຸດ, ປະກອບສ່ວນ 46% ຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນ 2 ເດືອນຕົ້ນປີ 2025.
ຫຼັງຈາກນັ້ນ, ໄຕ້ຫວັນ (ຈີນ) ແມ່ນຕະຫຼາດສົ່ງນັກທ່ອງທ່ຽວໃຫຍ່ອັນດັບສາມທີ່ມີ 218 ພັນເທື່ອຄົນ, ອາເມລິກາ ເປັນອັນດັບທີ 4 ດ້ວຍນັກທ່ອງທ່ຽວ 180 ພັນເທື່ອຄົນ. ນອກຈາກນັ້ນ, ຍີ່ປຸ່ນ, ກຳປູເຈຍ, ອົດສະຕາລີ, ມາເລເຊຍ, ອິນເດຍ ກໍ່ແມ່ນບັນດາປະເທດທີ່ມີນັກທ່ອງທ່ຽວມາ ຫວຽດນາມ ເປັນຈຳນວນຫຼວງຫຼາຍ. ເປັນໜ້າສົນໃຈແມ່ນ, ດ້ວຍນັກທ່ອງທ່ຽວ 79 ພັນເທື່ອຄົນ, ລັດເຊຍ ໄດ້ກັບຄືນສູ່ 10 ຕະຫຼາດທີ່ສົ່ງນັກທ່ອງທ່ຽວແຖວໜ້າຂອງຫວຽດນາມ ໃນສອງເດືອນຕົ້ນປີນີ້.
![]() |
ນັກທ່ອງທ່ຽວສາກົນໄປທ່ອງທ່ຽວຢູ່ຫວຽດນາມ. |
ບັນດາຕະຫຼາດໃກ້ຄຽງໃນພາກພື້ນ ອາຊີຕາເວັນອອກສ່ຽງ ໃຕ້ເຕີບໂຕເປັນຢ່າງດີ, ໃນນັ້ນ ມີຟີລິບປິນ ເພີ່ມຂຶ້ນ 99,8%, ໄທ ເພີ່ມຂຶ້ນ 93,2%, ກຳປູເຈຍ ເພີ່ມຂຶ້ນ 79,6%, ອິນໂດເນເຊຍ ເພີ່ມຂຶ້ນ 18,5%, ແລະ ມາເລເຊຍ ເພີ່ມຂຶ້ນ 12,5%. ສ່ວນຕະຫຼາດ ສິງກະໂປ ພຽງແຕ່ຫຼຸດລົງ 8,2%.
ບັນດາຕະຫຼາດໃນ ເອີລົບ ສືບຕໍ່ມີລະດັບການເຕີບໂຕທີ່ໜ້າປະທັບໃຈ, ພິເສດແມ່ນບັນດາປະເທດທີ່ໄດ້ຊົມໃຊ້ນະໂຍບາຍຍົກເວັ້ນວີຊາຝ່າຍດຽວເຊັ່ນ: ອັງກິດ, ຝະລັ່ງ, ເຢຍລະມັນ, ລັດເຊຍ, ເດນມາກ, ຊູແອດ, ນອກແວ...
ຄ່ຽງຄູ່ກັນນັ້ນ, ຕະຫຼາດ ໂປແລນ ແລະ ສະວິດ ກໍ່ຍັງໄດ້ຮອງຮັບຈຳນວນນັກທ່ອງທ່ຽວເພີ່ມຂຶ້ນ 54,2% ແລະ 14,2% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ການຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 4 ລ້ານເທື່ອຄົນໃນ 2 ເດືອນຕົ້ນປີ 2025 ໄດ້ສະແດງໃຫ້ເຫັນເຖິງບາດກ້າວພັດທະນາຢ່າງຕັ້ງໜ້າຂອງຂະແໜງການທ່ອງທ່ຽວ ຫວຽດນາມ ພາຍຫຼັງໄລຍະຟື້ນຟູໃນປີ 2024. ກົມການທ່ອງທ່ຽວແຫ່ງຊາດ ຫວຽດນາມ ພິນິດໄສວ່າ ໝາກຜົນນີ້ບັນລຸໄດ້ຍ້ອນບັນດານະໂຍບາຍວີຊາທີ່ສະດວກ, ຍຸດທະສາດເຜີຍແຜ່ຢ່າງມີປະສິດທິຜົນພ້ອມກັບການຮັບຮູ້ຈາກບັນດາອົງການທ່ອງທ່ຽວສາກົນ. ໃນຊຸມເດືອນຈະມາເຖິງ ຈະແມ່ນລະດູຈຸດສູງຂອງການທ່ອງທ່ຽວພາຍໃນປະເທດພ້ອມກັບການເຄື່ອນໄຫວເພື່ອດຶງດູດນັກທ່ອງທ່ຽວຢູ່ຕ່າງປະເທດຫຼາຍຢ່າງ, ຂະແໜງການຕ້ອງສຸມໃສ່ຜັນຂະຫຍາຍລາຍການກະຕຸກຊຸກຍູ້ຄວາມຕ້ອງການພັດທະນາການທ່ອງທ່ຽວ ເພື່ອຫັນເປັນຕົວຈິງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 22-23 ລ້ານເທື່ອຄົນໃນປີນີ້.
![]() | ຮ່າໂນ້ຍ ເກັບລາຍຮັບໄດ້ກວ່າ 2,18 ຕື້ດົ່ງ ໃນໂອກາດບຸນວັນຊາດທີ 2 ກັນຍາ ຍສໝ - ໃນໄລຍະພັກບຸນວັນຊາດ ວັນທີ 2 ກັນຍາ 4 ວັນ (ແຕ່ວັນທີ 31 ສິງຫາ ຫາວັນທີ 3 ກັນຍາ), ນະຄອນຫຼວງຮ່າໂນ້ຍ ໄດ້ຕ້ອນຮັບນັກທ່ອງທ່ຽວ 672.900 ເທື່ອຄົນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ລວມຍອດລາຍຮັບຈາກນັກທ່ອງທ່ຽວບັນລຸກວ່າ 2,18 ຕື້ດົ່ງ; ... |
![]() | ກວາງອານ (ຮ່າໂນ້ຍ) ນອນໃນ top 30 ຖະໜົນທີ່ສວຍງາມ, ໜ້າຈັບໃຈທີ່ສຸດໃນໂລກ 2024 ຍສໝ - ຫວ່າງມໍ່ໆມານີ້, ວາລະສານ Time Out ຂອງ ອັງກິດ ໄດ້ຄັດເລືອກເອົາ ກວາງອານ, ຮ່າໂນ້ຍ, ຫວຽດນາມ ນອນໃນ top 30 ຖະໜົນທີ່ສວຍງາມ, ໜ້າຈັບໃຈທີ່ສຸດໃນໂລກ 2024. |
ແທັງຮັ່ງ