ເພີ່ມພຸນຄຸນສ້າງການພົວພັນຮ່ວມມື 3 ປະເທດຈາກລຸ້ນໜຸ່ມ
![]() | ຊຸກຍູ້ການພົບປະແລກປ່ຽນລຸ້ນໜຸ່ມ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງຫວຽດນາມ ແລະ ກຳປູເຈຍ |
![]() | Global Times (ຈີນ): ຊຸກຍູ້ການຮ່ວມມືຢ່າງເເທດຈິງກັບຫວຽດນາມ ຈາກ 5 ດ້ານ |
ຊາວໜຸ່ມຂອງ 3 ປະເທດໄດ້ເກີດມາໃນສະໄໝສັນຕິພາບ, ໄດ້ສຶກສາກ່ຽວກັບປະຫວັດສາດ ແລະ ຮີດຄອງປະເພນີ, ໄດ້ເປັນຫຼັກຖານພະຍານ ແລະ ຮັບໝາກຜົນອັນດີງາມຈາກການພົວພັນລະຫວ່າງ 3 ຊາດ ທີ່ໄດ້ຮັບການເພີ່ມພຸນຄຸນສ້າງຈາກການນຳ ແລະ ປະຊາຊົນ 3 ປະເທດ. ເຖິງຢ່າງໃດກໍຕາມ, ໃນສະພາບການທີ່ພູມີສາດການເມືອງພາກພື້ນ ແລະ ໂລກຜັນແປໄປຢ່າງບໍ່ຢຸດຢັ້ງ, ການພັດທະນາຂອງເຄືອຂ່າຍສັງຄົມ ແລະ ໂດຍສະເພາະແມ່ນກຳລັງສັດຕູ, ໂອກາດມັກໃຊ້ກົນອຸບາຍບິດເບືອນປະຫວັດສາດ ແລະ ແບ່ງແຍກການພົວພັນລະຫວ່າງສາມປະເທດ ສະນັ້ນ, ຕ້ອງຊຸກຍູ້ບັນດາຄຸນຄ່າປະຫວັດສາດ, ຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ປະເທດ.
![]() |
ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຂອງສາມປະເທດອ້າຍນ້ອງ ຫວຽດນາມ - ລາວ - ກຳປູເຈຍ. (ພາບ: TTXVN) |
ທ່ານປະທານສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ດົ່ງນາຍ ເຈີ່ນແທງຮຸ່ງ ເນັ້ນໜັກວ່າ “ໃນສະພາບການຜັນແປຂອງສາກົນຫຼາຍຢ່າງໃນປະຈຸບັນ, ການພົວພັນທີ່ເປັນມູນເຊື້ອແລະ ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ ມີຄວາມໝາຍຍຸດທະສາດ, ມີຄວາມສຳຄັນເປັນພິເສດເຖິງພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ການພົວພັນສາມັກຄີມິດຕະພາບລະຫວ່າງ 2 ປະເທດພາຍໃຕ້ຄຳຂວັນ: “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ຕ້ອງປະຕິບັດຢ່າງມີປະສິດທິຜົນ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມື, ສ້າງເງື່ອນໄຂສະດວກເພື່ອຍົກສູງທີ່ຕັ້ງ ແລະ ອິດທິພົນຂອງແຕ່ລະປະເທດໃນໂລກ”.
ຢູ່ແຂວງ ດົ່ງນາຍ, ພ້ອມກັບການສ້າງຕັ້ງ ແລະ ເຄື່ອນໄຫວຢ່າງຕັ້ງໜ້າຂອງສະມາຄົມມິດຕະພາບແຂວງ ຫວຽດນາມ - ລາວ ແຂວງ, ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ, ແຂວງຍັງໄດ້ໜູນຊ່ວຍການບຳລຸງສ້າງນັກສຶກສາລາວ ແລະ ກຳປູເຈຍ 245 ຄົນຢູ່ບັນດາໂຮງຮຽນບົນບໍລິເວນ; ຈັດຕັ້ງການເຄື່ອນໄຫວທາງການທູດ, ພົບປະແລກປ່ຽນປະຊາຊົນ… ນີ້ແມ່ນຂົວເຊື່ອມຕໍ່ສຳຄັນ ເພື່ອປະກອບສ່ວນເພີ່ມພຸນຄຸນສ້າງການພົວພັນມິດຕະພາບ ກໍ່ຄືການຕໍ່ສູ້ຕ້ານການໂຕ້ຖຽງ ແລະ ທັດສະນະທີ່ຜິດພາດກ່ຽວກັບການເຊື່ອມຕໍ່ຂອງ 3 ປະເທດບ້ານໃກ້ເຮືອນຄຽງ “ສາຍພູເຊື່ອມຕໍ່ສາຍພູ, ແມ່ນ້ຳເຊື່ອມຕໍ່ແມ່ນ້ຳ”.
![]() | ນັກທ່ອງທ່ຽວຕ່າງປະເທດ ແຂ່ງຝົນເຂົ້າຮ່ວມງານບຸນ ເກົ່າບົງ ຢູ່ ໂຮ້ຍອານ ຍສໝ - ເຖິງວ່າຈະມີຝົນຕົກໜັກ, ແຕ່ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນຍັງໃສ່ເສື້ອກັນຝົນ ແລະ ມ່ວນຊື່ນກັບການເຂົ້າຮ່ວມງານບຸນ ເກົ່າບົງ ທີ່ບ້ານຜັກ ຈ່າເກ (ຕາແສງ ເກີມຮ່າ, ນະຄອນ ໂຮ້ຍອານ) - ເຊິ່ງແມ່ນບ່ອນທີ່ໄດ້ຮັບຮັບລາງວັນເປັນບ້ານທ່ອງທ່ຽວທີ່ດີທີ່ສຸດຂອງໂລກ 2024 ໂດຍອົງການທ່ອງທ່ຽວສະຫະປະຊາຊາດ (UN Tourism) ມອບ. |
![]() | ທິດນຳ “3 ຮ່ວມ” ໃນການຮ່ວມມືລະຫວ່າງຫວຽດນາມ ແລະບັນດາວິສາຫະກິດຈີນ ຍສໝ - ຕອນຄໍ່າວັນທີ 9 ທັນວາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນ 18 ວິສາຫະກິດ ວົງຕະກູນ ຈາງ ແລະຫງຽມ ທີ່ມາຈາກ 11 ແຂວງ, ນະຄອນຂອງຈີນ ນຳໂດຍທ່ານ Yan JieHe, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງປາຊີຟິກ ແລະກຸ່ມບໍລິສັດກໍ່ສ້າງ SuShang ... |
ມີງດຶກ