ການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 55 ປີແຫ່ງການພົວພັນຫວຽດນາມ - ສີລັງກາ
![]() | ງານວາງສະແດງເອກະສານກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ສະຫະພັນຣັດເຊຍ |
![]() | ເປີດກວ້າງການພົວພັນ ຫວຽດນາມ - ຍີ່ປຸ່ນ |
ຫວ່າງມໍ່ໆມານີ້, ສະຖານທູດຫວຽດນາມ ປະຈຳ ສີລັງກາ ໄດ້ຈັດຕັ້ງກອງປະຊຸມຂ່າວ ເພື່ອສະໜອງຂໍ້ມູນໂດຍສັງເຂບກ່ຽວກັບບັນດາການເຄື່ອນໄຫວທີ່ຈະຈັດຂຶ້ນໃນຊຸມປີສະເຫຼີມສະຫຼອງການພົວພັນລະຫວ່າງສອງປະເທດ. ກອງປະຊຸມຂ່າວດັ່ງກ່າວໄດ້ເຂົ້າຮ່ວມໂດຍຫຼາຍອົງການສື່ມວນຊົນສີລັງກາ ແລະ ສາກົນ ເຊັ່ນ Colombo Times, Sri Lanka Rupavahini Corporation, Voice of Asia Network, AFP, Daily Mirror, The Island, LMD Magazine, Economy Next, Daily Financial Times, Daily Morning, Sunday Island, Daily News, Sunday Times, The Divaina Newspaper, Supreme TV, The Hindu ...
![]() |
ກອງປະຊຸມຂ່າວໄດ້ດຳເນີນໄປໂດຍມີການເຂົ້າຮ່ວມຂອງຫຼາຍອົງການສື່ມວນຊົນຂອງສີລັງກາ ແລະ ສາກົນ. (ພາບ: TTXVN) |
ກ່າວຄຳປາໄສທີ່ເຫດການ, ທ່ານນາງ ຈີ້ງທິເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສີລັງກາ ໄດ້ທວນຄືນບັນດາໄລຍະສຳຄັນຂອງການພົວພັນ ຫວຽດນາມ - ສີລັງກາ, ເນັ້ນໜັກວ່າ 2 ປະເທດມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ. ໃນໄລຍະເຄິ່ງສະຕະວັດທີ່ຜ່ານມາ, ການພົວພັນລະຫວ່າງ 2 ປະເທດໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ເປີດກ້ວາງໃນຫຼາຍຂົງເຂດ, ຈາກການເມືອງ, ຄວາມໝັ້ນຄົງ, ການປ້ອງກັນຊາດ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການປະມົງ, ວັດທະນະທຳ, ການສຶກສາ...ສອງປະເທດໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ, ພິເສດແມ່ນສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ (NAM), ເວທີປາໄສພາກພື້ນອາຊຽນ.
ຈາກບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງ, ຫວຽດນາມ ແລະ ສີລັງກາ ໄດ້ສ້າງຕັ້ງ 3 ກົນໄກຮ່ວມມືສອງຝ່າຍທີ່ສຳຄັນ ແລະ ໄດ້ລົງນາມໃນກ່ວາ 30 ສັນຍາຮ່ວມມືໃນຂົງເຂດຕ່າງໆ. ວົງເງິນການຄ້າສອງຝ່າຍໃນຊຸມປີມໍ່ໆມານີ້ ບັນລຸປະມານ 300 – 350 ລ້ານ USD/ປີ. ການລົງທຶນແມ່ນພວມເລີ່ມຕົ້ນສີສັນໃໝ່ປະມານ 30 ໂຄງການລົງທຶນຂອງ ສີລັງກາ ຢູ່ຫວຽດນາມ ແລະ ຮ້ານອາຫານຫວຽດນາມ 4 ແຫ່ງຢູ່ ສີລັງກາ. ການຮ່ວມມືດ້ານວັດທະນະທຳ, ພຸດທະສາສະໜາ ແລະ ການແລກປ່ຽນປະຊາຊົນນັບມື້ນັບພັດທະນາ, ກາຍເປັນເສົາຄ້ຳໃນການພົວພັນລະຫວ່າງສອງປະເທດ.
ທີ່ການປະຊຸມຂ່າວ, ສະຖານທູດຫວຽດນາມ ປະຈຳ ສີລັງກາ ໄດ້ປະກາດບັນດາລາຍການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດປີ 2025, ໃນນັ້ນມີ ຈັດຕັ້ງບັນດາການແຂ່ງຂັນສອບຖາມກ່ຽວກັບການພົວພັນລະຫວ່າງສອງປະເທດ (ແຕ່ເດືອນມັງກອນຮອດເດືອນມິຖຸນາ 2025); ການແຂ່ງຂັນອອກແບບ logo ສະເຫຼີມສະຫຼອງ (ແຕ່ເດືອນມີນາ - ພຶດສະພາ 2025); ຈັດຕັ້ງສັບປະດາຮູບເງົາຫວຽດນາມ ແລະ ສັບປະດາອາຫານຫວຽດນາມ ເພື່ອແນະນໍາວັດທະນະທໍາ, ປະເທດ, ປະຊາຊົນຫວຽດນາມ ເຖິງຊາວສີລັງກາ; ເປີດຈຳໜ່າຍຊຸດສະແຕມລວມ ຫວຽດນາມ - ສີລັງກາ...
ນອກຈາກນັ້ນ, ສະຖານທູດຍັງຈະຈັດພິທີສະເຫຼີມສະຫຼອງວັນບຸນໃຫຍ່ຂອງຊາດ ເຊັ່ນ ສະເຫຼີມສະຫຼອງ 95 ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາພັກການເມືອງ ສີລັງກາ ເພື່ອເຊີດຊູພັກ ຫວຽດນາມ ແລະ ການພົວພັນຮ່ວມມືຊ່ອງທາງຂອງພັກລະຫວ່າງສອງປະເທດ; ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ດ້ວຍການແຂ່ງຂັນຂຽນກ່ຽວກັບຊີວິດ ແລະ ອາຊີບຂອງປະທານ ໂຮ່ຈີມິນ ແລະ ຊຸກຍູ້ສີລັງກາ ສະໜັບສະໜູນການມີເສັ້ນທາງຢູ່ ໂກລົມໂບ ທີ່ມີຊື່ຕາມທ່ານ.
![]() |
ທ່ານນາງ ຈີ້ງທິເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສີລັງກາ. (ພາບ: TTXVN) |
ທ່ານນາງເອກອັກຄະລັດຖະທູດ ຈີ້ງທິເຕີມ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງ ຫວຽດນາມ - ສີລັງກາ ນັບມື້ນັບຈະພັດທະນາຢ່າງໝັ້ນຄົງ; ຢືນຢັນວ່າ ສະຖານທູດຫວຽດນາມ ປະຈຳ ສີລັງກາ ສືບຕໍ່ມີບົດບາດເປັນຂົວຕໍ່ຊຸກຍູ້ການພົວພັນສອງຝ່າຍບົນບັນດາເສົາຄ້ຳທາງການເມືອງ, ເສດຖະກິດ, ວັດທະນະທຳ ແລະ ການທູດປະຊາຊົນ.
ເນື່ອງໃນໂອກາດນີ້, ສະຖານທູດ ໄດ້ປຸກລະດົມການແຂ່ງຂັນອອກແບບ Logo ກ່ຽວກັບການພົວພັນລະຫວ່າງສອງປະເທດ (ແຕ່ເດືອນ ມີນາ ຫາເດືອນ ພຶດສະພາ ປີ 2025); ແນະນຳບົດເພງຍ້ອງຍໍສາຍພົວພັນລະຫວ່າງສອງປະເທດ ແຕ່ງໂດຍນັກດົນຕີສີລັງກາ Mohomed Iqbal; ມອບລາງວັນໃຫ້ແກ່ຜູ້ທີ່ໄດ້ຮັບລາງວັນການແຂ່ງຂັນສອບຖາມເດືອນກຸມພາ ກ່ຽວກັບການພົວພັນ ຫວຽດນາມ - ສີລັງກາ.
ພາຍຫຼັງການປະຊຸມຂ່າວ, ບັນດາຜູ້ແທນໄດ້ຊົມບັນດາອາຫານຫວຽດນາມ ແລະ ຊົມຊຸດສະສົມຮູບພາບກ່ຽວກັບ ຫວຽດນາມ ກໍ່ຄືການພົວພັນຫວຽດນາມ - ສີລັງກາ.
![]() | ປ່ຽນແປງໃໝ່ວິທີເຂົ້າເຖິງໃນການພັດທະນາການພົວພັນປະຊາຊົນຫວຽດນາມ - ລາວ ຍສໝ - ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານ ຄັ້ງທີ 2, ຊຸດທີ 5 ເພື່ອສະຫຼຸບ, ຕີລາຄາວຽກງານໃນປີ 2024 ແລະ ວາງອອກທິດທາງ, ໜ້າທີ່ໃນປີ 2025. |
![]() | ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ກວາງນິງ ຍສໝ - ຕອນເຊົ້າວັນທີ 7 ມັງກອນ, ຢູ່ນະຄອນ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ກວາງນິງ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ; 46 ປີແຫ່ງວັນໄຊຊະນະສົງຄາມປົກປັກຮັກສາເຂດຊາຍແດນຕາເວັນຕົກສຽງໃຕ້ຂອງປະເທດຊາດ ວັນທີ 7 ມັງກອນ (1979-2025) ແລະ ສະຫຼຸບວຽກງານຂອງສະມາຄົມໃນປີ 2024, ... |
ມີງດຶກ