ຊຸກຍູ້ການຕ່າງປະເທດ, ຍົກສູງທີ່ຕັ້ງຂອງທ້ອງຖິ່ນ
![]() | ທ່ານລັດຖະມົນຕີການຕ່າງປະເທດລາວ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ |
![]() | ກອງບັນຊາການທະຫານຊາຍແດນ ລ້າງເຊີນ: ເປັນເຈົ້າການ, ມີໄຫວພິບໃນວຽກງານການຕ່າງປະເທດ |
ຕິດຕາມແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ໃນໄລຍະມໍ່ໆມານີ້, ວຽກງານການຕ່າງປະເທດຂອງ ດານັງ ດ້ວຍຈຸດສຸມແມ່ນການທູດທາງດ້ານເສດຖະກິດ ໄດ້ດຳເນີນຢ່າງຟົດຟື້ນ, ແຜ່ລາມໄປທົ່ວທຸກຊ່ອງທາງ ແລະ ຫຼາຍຂົງເຂດ, ສະແດງໃຫ້ເຫັນບົດບາດຢ່າງຕັ້ງໜ້າໃນຫຼາຍເວທີປາໄສ ແລະ ກົນໄກຮ່ວມມືສອງຝ່າຍ, ຫຼາຍຝ່າຍທີ່ສຳຄັນ.
![]() |
ຜູ້ແທນຕ່າງປະເທດຢ້ຽມຢາມພິພິທະພັນດານັງ. |
ພາຍຫຼັງບັນດາການຈັບມືທີ່ມີມູນຄ່າຫຼາຍລ້ານ USD
ປີ 2024, ດານັງໄດ້ດຶງດູດທຶນ FDI ກວ່າ 213 ລ້ານ USD, ໃນນັ້ນມີໂຄງການໂຮງງານຜະລິດ ICT VINA III ໂດຍບໍລິສັດ Dentium ຈຳກັດ (ສ.ເກົາຫຼີ) ເປັນເຈົ້າລົງທຶນ, ດ້ວຍຍອດຈຳນວນທຶນຈົດທະບຽນ 177 ລ້ານ USD. ເພື່ອມີການຈັບມືທີ່ມີມູນຄ່າຫຼາຍລ້ານ USD, ນະຄອນໄດ້ເປັນເຈົ້າການໃນການ“ເຄາະປະຕູ” ແລະ “ເປີດປະຕູ” ເພື່ອຕ້ອນຮັບບັນດາຄູ່ຮ່ວມມືທີ່ມີທ່າແຮງໃນທົ່ວໂລກ. ໄລແຕ່ປິນີ້, ນະຄອນໄດ້ຈັດຕັ້ງຄະນະຜູ້ແທນການນຳ 12 ແຫ່ງຢ່າງສຳເລັດຜົນເພື່ອຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຢູ່ບັນດາປະເທດ, ເຂດແຄວ້ນທີ່ເປັນຄູ່ຮ່ວມມື, ທ້ອງຕະຫຼາດທີ່ສຳຄັນ ແລະ ມີທ່າແຮງຄື: ຈີນ, ອາເມລິກາ, ເອີລົບ, ສ.ເກົາຫຼີ, ຍີ່ປຸ່ນ,...; ພ້ອມກັນນັ້ນ, ໄດ້ລົງນາມໃນການເພີ່ມທະວີການຮ່ວມມືກັບນະຄອນ Daegu (ສ.ເກົາຫຼີ) ແລະ ລັດ Thuringia (ເຢຍລະມັນ). ການນຳນະຄອນຍັງໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະແຂກສາກົນປະມານ 100 ແຫ່ງທີ່ພົ້ນເດັ່ນເຊັ່ນ ກຸ່ມບໍລິສັດ Qualcomm, ກຸ່ມບໍລິສັດ NVIDIA, ກຸ່ມບໍລິສັດ ADANI,... ມາເພື່ອຮຽນຮູ້ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນໃນຂົງເຂດປະດິດສ້າງ, ເຕັກໂນໂລຢີສູງ, ເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ, ພັດທະນາເຂດການຄ້າເສລີ ແລະ ສູນການເງິນພາກພື້ນ.
ທີ່ວາລະບັນຫາສະເພາະພັດທະນາແບບຍືນຍົງຂອງເວທີປາໄສບັນດານະຄອນມິດຕະພາບ ແລະ ການຮ່ວມມື - ດານັງ 2025, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດານັງ ໂຮ່ກີມີງ ໃຫ້ຮູ້ວ່າ ໃນການດຶງດູດການລົງທຶນ ແລະ ການຮ່ວມມື, ດານັງ ໄດ້ກຳນົດສຸມໃສ່ບັນດາຂົງເຂດເສດຖະກິດສຳຄັນຄື: ການທ່ອງທ່ຽວ; ການບໍລິການ logistics ທີ່ຕິດພັນກັບທ່າເຮືອ ແລະ ສະໜາມບິນສາກົນ; ເຕັກໂນໂລຢີຂໍ້ມູນ; ອຸດສາຫະກໍາເຕັກໂນໂລຢີສູງ; ເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ; ການເງິນ - ທະນາຄານ. “ພວກຂາ້ພະເຈົ້າໄດ້ກໍ່ສ້າງບັນດານະໂຍບາຍສົມທົບກັນ ເພື່ອໜູນຊ່ວຍບັນດາວິສາຫະກິດໃນຂະບວນການຊອກຫາ ແລະ ຕັດສິນໃຈລົງທຶນເຂົ້າບັນດາຂົງເຂດທີ່ ດານັງ ໃຫ້ບຸລິມະສິດ.
ບັນດານະໂຍບາຍນີ້ ບໍ່ພຽງແຕ່ສ້າງຄວາມສະດວກເທົ່ານັ້ນ, ຫາກຍັງນຳມາເຊິ່ງທ່າໄດ້ປຽບຢ່າງແທດຈິງໃຫ້ແກ່ນັກລົງທຶນອີກດ້ວຍ”, ທ່ານ ມິງ ໃຫ້ຮູ້. ເພື່ອຜັນຂະຫຍາຍບັນດາເປົ້າໝາຍດັ່ງກ່າວ, ນະຄອນຍັງໄດ້ປະຕິບັດບັນດາມາດຕະການແກ້ໄຂຢ່າງເປັນລະບົບ ແລະ ສົມທົບກັນ, ເພື່ອປະຕິຮູບການບໍລິຫານຢ່າງເຂັ້ມແຂງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ. ໝາກຜົນດັ່ງກ່າວໄດ້ຮັບການຫັນເປັນລະອຽດ ດ້ວຍບັນດາອັນດັບສູງໃນການຈັດອັນດັບການປະຕິຮູບດ້ານບໍລິຫານ, ດັດຊະນີການຫັນເປັນດິຈິຕອນຂອງແຂວງ, ດັດຊະນີນະວັດຕະກໍາຊັ້ນທ້ອງຖິ່ນ.
ກຳລັງຜັກດັນຈາກການທູດປະຊາຊົນ
ຕາມທ່ານ ໂຮ່ກີ່ມິນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ແລ້ວ, ໜຶ່ງໃນບັນດາສິ່ງກີດຂວາງທີ່ ດານັງ ປະເສີດໜ້າໃນຂະບວນການເຊື່ອມໂຍງເຂົ້າກັບສາກົນ ແມ່ນວັດທະນະທຳ ແລະ ພາສາ. ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ, ການສື່ສານບໍ່ພຽງແຕ່ແມ່ນການແລກປ່ຽນຂໍ້ມູນທາງພາສາເທົ່ານັ້ນ, ຫາກຍັງແມ່ນຄວາມເຂົ້າໃຈ ແລະ ເຄົາລົບນັບຖືເຊີງກັນ ແລະ ກັນດ້ານວັດທະນະທຳ ແລະ ຮີດຄອງປະເພນີ. ຄຽງຄູ່ກັບວຽກງານການຕ່າງປະເທດຂອງພັກ ແລະ ການທູດແຫ່ງລັດ, ນະຄອນ ໄດ້ຊຸກຍູ້ວຽກງານທາງການທູດປະຊາຊົນ, ຖືນີ້ແມ່ນ “ກຳລັງແຮງທາງດ້ານຈິດໃຈ”, ເພື່ອເພີ່ມທະວີຄວາມຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈທີ່ໝັ້ນຄົງ, ຄວາມເຄົາລົບ, ຄວາມສະເໝີພາບລະຫວ່າງນະຄອນ ດານັງ ກັບເພື່ອນມິດສາກົນ. ຕາມນັ້ນແລ້ວ, ໃນໄລຍະມໍ່ໆມານີ້, ຈຸດສະຫວ່າງໃນຮູບການການທູດປະຊາຊົນ ແມ່ນການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງວຽກງານການຕ່າງປະເທດຊັ້ນເມື່ອງບົນບໍລິເວນນະຄອນ, ສ້າງການພົວພັນກັບບັນດາທ້ອງຖິ່ນຂອງ ສ.ເກົາຫຼີ, ເຊັ່ນ: ການພົວພັນຮ່ວມມືລະຫວ່າງເມືອງ ຮ່ວາວາງ ກັບເມືອງ Yeongyang ແລະ ເມືອງ Bonghwa; ເມືອງ ເຊີນຈາ ກັບເມືອງ Gurye ແລະ ເມືອງ ຫາຍເຈົ່າ ກັບນະຄອນ Uiwang.
“ປະຈຸບັນ, ການທູດປະຊາຊົນ ຍັງມຸ່ງໄປເຖິງການຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ແລະ ທ້ອງຖິ່ນ. ສະນັ້ນ, ວຽກງານການທູດປະຊາຊົນຂອງນະຄອນ ດານັງ ບໍ່ສາມາດຢືນຢູ່ຂ້າງນອກ, ແຕ່ຈະປະກອບສ່ວນຢ່າງມີປະສິດທິຜົນກວ່າອີກໃຫ້ແກ່ວຽກງານການທູດລວມ ແລະ ການພັດທະນາຂອງນະຄອນ”, ທ່ານ ຫງວຽນຫງອັກບິ່ງ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ແບ່ງປັນ.
ທີ່ເວທີປາໄສບັນດານະຄອນມິດຕະພາບ ແລະ ການຮ່ວມມື - ດານັງ 2025, ທ່ານເລຂາພັກນະຄອນ ດານັງ ຫງວຽນວັນກ໋ວາງ ເນັ້ນໜັກວ່າ ອີງຕາມພື້ນຖານຄວາມຮູ້ສຶກຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈທີ່ໝັ້ນຄົງ, ເຄົາລົບນັບຖືຄວາມສະເໝີພາບ ແລະ ເປົ້າໝາຍການຮ່ວມມື ເພື່ອມຸ່ງໄປເຖິງຄວາມຈະເລີນຮຸ່ງເຮືອງ, ນະຄອນ ໄດ້ກຳນົດການພົວພັນດ້ານການທູດເສດຖະກິດແມ່ນປາຍແຫຼມ, ຊຸກຍູ້ການທູດວິທະຍາສາດ - ເຕັກໂນໂລຢີເປັນຈຸດສຸມ, ສືບຕໍ່ເພີ່ມທະວີການຮ່ວມມືສາກົນ, ສຸມໃສ່ເຂົ້າໃນບັນດາຂົງເຂດບູລິມະສິດເຊັ່ນ: ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກໍາ, ເສດຖະກິດຄວາມຮູ້ ແລະ ຂົງເຂດການພັດທະນາແບບຍືນຍົງ.
![]() | ຜົນງານຫຼາຍຢ່າງໃນວຽກງານຊາວຫວຽດນາມ ຢູ່ຕ່າງປະເທດ ຍສໝ -ປີ 2024, ດ້ວຍ 2 ບາດກ້າວບຸກທະລຸໃຫຍ່ ແລະ 7 ໜ້າທີ່ຈຸດສຸມ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະຕິບັດລື່ນກາຍຄາດໝາຍທີ່ໄດ້ວາງອອກ. ໂດຍຕອບສຳພາດຕໍ່ວາລະສານຍຸກສະໄໝ, ທ່ານ ຫງວຽນແມ້ງດົງ, ຮອງປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ແບ່ງປັນກ່ຽວກັບໝາກຜົນພົ້ນເດັ່ນ ແລະ ການກຳນົດທິດວຽກງານຈຳນວນໜຶ່ງໃນໄລຍະຈະມາເຖິງ. |
![]() | ຫຼາຍເຫດການການຕ່າງປະເທດຫຼາຍຝ່າຍ ຈະໄດ້ຮັບການຈັດຕັ້ງໂດຍຫວຽດນາມ ໃນປີ 2025 ຍສໝ - ຕອນເຊົ້າວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ກ່າວຄຳປາໄສທີ່ກອງປະຊຸມພົບປະສື່ມວນຊົນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຍດນາມ ບຸຍແທງເຊີນ ໃຫ້ຮູ້ວ່າ ປີນີ້ ຫວຽດນາມ ຈະມີບັນດາການເຄື່ອນໄຫວທາງການທູດສອງຝ່າຍ, ຫຼາຍຝ່າຍທີ່ຟົດຟື້ນ, ພ້ອມກັນນັ້ນ ກໍຮັບຜິດຊອບການຈັດຕັ້ງເຫດການການທູດຫຼາຍຝ່າຍທີ່ສຳຄັນເຊັ່ນ: ເວທີປາໄສອະນາຄົດອາຊຽນ ຄັ້ງທີ 2, ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ... |
ມີງດຶກ