Plan International ນຳຫ້ອງຮຽນຖາວອນໃຫ້ນັກຮຽນທີ່ດ້ອຍໂອກາດຢູ່ ກວາງຈີ້
![]() | ການພົບປະ, ແລກປ່ຽນກັບບັນດາອະດີດນັກສຶກສາຫວຽດນາມ ທີ່ຮ່ຳຮຽນຢູ່ກວາງຊີ, ຈີນ |
![]() | ນັກຮຽນ, ນັກສຶກສາ 50 ຄົນຈາກ ກ່າເມົາ ໄດ້ຮັບທຶນການສຶກສາ The Corea Peace3000 |
ໂດຍກໍ່ສ້າງດ້ວຍມູນຄ່າທັງໝົດ 1,88 ຕື້ດົ່ງ, ຕົວແບບໂຮງຮຽນປະຖົມ ທ້ວນ 1 ລວມມີ 3 ຫ້ອງຮຽນຖາວອນ, ຫ້ອງນ້ຳຍິງ-ຊາຍ ແລະ ຂອບເຂດທີ່ມີຕົ້ນໄມ້ຫຼາຍແຫ່ງ, ໄດ້ຕອບສະໜອງມາດຕະຖານຂອງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ. ນອກຈາກແຫຼ່ງທຶນຕົ້ນຕໍຈາກບໍລິສັດ1&D Holdings ຍີ່ປຸ່ນ, ອົງການ Plan International ແລະ ຄະນະກຳມະການປະຊາຊົນເມືອງ ເຮື໋ອງຮວ໋າ, ໂຮງຮຽນຍັງໄດ້ລະດົມແຫຼ່ງທຶນເພີ່ມເຕີມ ເພື່ອປະກອບໂຕະ, ຕັ່ງ, ຕູ້ຫ້ອງສະໝຸດ, ພັດລົມໄຟຟ້າ ແລະ ເຄື່ອງຕົບແຕ່ງຕ່າງໆ, ເພື່ອສ້າງສະພາບແວດລ້ອມແຫ່ງການຮຽນຮູ້ຢ່າງຄົບຖ້ວນໃຫ້ແກ່ນັກຮຽນ.
![]() |
ຕົວແບບໂຮງຮຽນປະຖົມ ທ້ວນ 1 ນຳມາພື້ນທີ່ຮ່ຳຮຽນທີ່ປອດໄພ ແລະ ໝັ້ນຄົງໃຫ້ແກ່ນັກຮຽນປະຖົມຢູ່ເຂດດ້ອຍໂອກາດຂອງເມືອງ ເຮື໋ອງຮວ໋າ, ແຂວງ ກວາງຈີ້ໃ ພາບ: Xuan Thuy |
ພາຍຫຼັງໃຊ້ເວລາກໍ່ສ້າງ 10 ເດືອນ (ແຕ່ເດືອນເມສາ 2024 ຫາ ເດືອນກຸມພາ 2025), ກິດຈະກຳໄດ້ສຳເລັດຕາມກຳນົດເວລາ ແລະ ໄດ້ນຳໃຊ້ຢ່າງເປັນທາງການ. ໂຮງຮຽນແຫ່ງໃໝ່ແຫ່ງນີ້ ຈະຊ່ວຍໃຫ້ນັກຮຽນ ມ.1 ຫາ ມ4 ຈຳນວນ 77 ຄົນ ມີຫ້ອງຮຽນກວ້າງຂວາງ, ຢຸດຕິສະພາບທີ່ຕ້ອງໄດ້ຮໍ່າຮຽນຮ່ວມກັນ, ຮຽນເພິ່ງຢູ່ເຮື່ອນຊຸມຊົນໝູ່ບ້ານ. ພິເສດ, ກິດຈະກຳປະກອບສ່ວນຮັບປະກັນຄວາມປອດໄພຕໍ່ກັບໄພທຳມະຊາດເຊັ່ນ: ພະຍຸ ແລະ ໄພນໍ້າຖ້ວມ, ຊ່ວຍໃຫ້ເດັກນ້ອຍມີເງື່ອນໄຂການຮຽນຮູ້ທີ່ໝັ້ນຄົງກວ່າ.
ກ່າວຄຳປາໄສທີ່ພິທີ, ທ່ານ ຫງວຽນວັນຕື່ - ຮອງປະທານຄະນະກຳມະການປະຊາຊົນເມືອງ ເຮື໋ອງຮວ໋າ ໃຫ້ຮູ້ວ່າ “ຕົວໂຮງຮຽນປະຖົມຕາແສງ 1 ບໍ່ພຽງແຕ່ແມ່ນກິດຈະກຳທີ່ມີຄວາມໝາຍສຳຄັນ ເພື່ອປະກອບສ່ວນເຂົ້າໃນການສຳເລັດພື້ນຖານວັດຖຸສຶກສາບົນບໍລິເວນເມືອງ ເຮື໋ອງຮວ໋າ ເທົ່ານັ້ນ, ຫາກຍັງແມ່ນຂອງຂວັນທີ່ມີຄວາມໝາຍຢ່າງແທ້ຈິງ, ແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງຕໍ່ໝູ່ຄະນະພະນັກງານ, ຄູອາຈານ, ນັກຮຽນ ແລະ ປະຊາຊົນທີ່ດຳລົງຢູ່ໝູ່ບ້ານ 1, ຕາແສງທ້ວນ, ເມືອງ ເຮື໋ອງຮວ໋າ”.
ແບ່ງປັນທີ່ເຫດການ, ທ່ານ TokaJi Hiroshi - ຜູ້ຕາງໜ້າບໍລິສັດ 1&D Holdings ຍີ່ປຸ່ນ – ເນັ້ນໜັກວ່າ “ພວກຂາ້ພະເຈົ້າຫວັງວ່າເດັກນ້ອຍຈະສືບຕໍ່ໄດ້ຮ່ຳຮຽນ, ຫຼິ້ນກັບໝູ່ເພື່ອນ ແລະ ສ້າງຄວາມຊົງຈຳທີ່ສວຍງາມຮ່ວມກັນຢູ່ໂຮງຮຽນແຫ່ງນີ້. ພ້ອມກັນນັ້ນ, ພວກຂ້າພະເຈົ້າຍັງເຊື່ອອີກວ່າ ບັນດາປະສົບການການຮຽນຮູ້ ແລະ ການຫຼິ້ນຢູ່ທີ່ນີ້ ຈະຊ່ວຍໃຫ້ເດັກນ້ອຍໄດ້ບຳລຸງສ້າງຄວາມຝັນຂອງຕົນໃຫ້ມີອະນາຄົດທີ່ສົດໃສ ແລະ ຮຸ່ງໂຮດຂຶ້ນ. ພວກຂາ້ພະເຈົ້າຍັງຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ອົງການ Plan International, ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ ຍ້ອນການຮ່ວມມືຢ່າງສຸດຈິດສຸດໃຈໃນຕະຫຼອດຂະບວນການຜັນຂະຫຍາຍໂຄງການ”.
![]() | ອົງການ ReSurge International ແລະ VUFO ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍເດັກນ້ອຍທີ່ພິການມາແຕ່ກຳເນີດ ຍສໝ - ວັນທີ 11 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Claire Lachance, ປະທານ ແລະ ຜູ້ອຳນວຍການຝ່າຍບໍລິຫານອົງການ ReSurge International (ອາເມລິກາ). |
![]() | ນັກຮຽນ, ນັກສຶກສາ ດົງທ໋າບ ພົບປະແລກປ່ຽນກັບນັກສຶກສາລາວ ແລະ ກຳປູເຈຍ ຍສໝ - ວັນທີ 7 ກຸມພາ, ຄະນະປະຈໍາຄະນະຊາວໜຸ່ມແຂວງ, ສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ດົງທ໋າບ ໄດ້ສົມທົບກັນຈັດຕັ້ງໂຄງການພົບປະ, ແລກປ່ຽນລະຫວ່າງນັກສຶກສາ ລາວ, ກຳປູເຈຍ ກັບສະຫະພັນກຳມະບານ, ຄະນະຕິດຕໍ່ພົວພັນນັກສຶກສາ ແລະ ນັກຮຽນ, ນັກສຶກສາ ແຂວງ ດົງທ໋າບ ເນື່ອງໃນໂອກາດລະດູບານໃໝ່ປີມະເສັງ 2025. |
ມີງດຶກ