ຍີ່ປຸ່ນ ອຸປະຖຳ 51 ຕື້ດົ່ງ ເພື່ອຊຸກຍູ້ນະວັດຕະກໍາຢູ່ຫວຽດນາມ
![]() | ລົບລ້າງສິ່ງຂ້ອງຄາໃຫ້ໂຄງການສາຍພານສົ່ງຖ່ານຫີນຈາກລາວ ໄປຫວຽດນາມ, ດ້ວຍຍອດທຶນເກືອບ 1.500 ຕື້ດົ່ງ |
![]() | ປີ 2024, ຂະແໜງການທ່ອງທ່ຽວຂອງຫວຽດນາມ ມີລາຍຮັບປະມານ 840.000 ຕື້ດົ່ງ |
ພິທີລົງນາມມີການເຂົ້າຮ່ວມຂອງທ່ານ Ito Naoki ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ; ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ ແລະ ທ່ານ ຫວູກວກຮຸ່ຍ, ຜູ້ອຳນວຍການສູນນະວັດຕະກຳແຫ່ງຊາດ (NIC).
![]() |
ພິທີລົງນາມໃນສັນຍາແລກປ່ຽນເພື່ອຜັນຂະຫຍາຍຂໍ້ລິເລີ່ມ ຍົກສູງຄວາມສາມາດໜູນຊ່ວຍນະວັດຕະກໍາຂອງສູນນະວັດຕະກຳແຫ່ງຊາດ. (ພາບ: ສະຖານທູດ ຍີ່ປຸ່ນ ປະຈໍາ ຫວຽດນາມ) |
ໂຄງການດັ່ງກ່າວຈະໄດ້ຮັບການປະຕິບັດເປັນເວລາ 18 ເດືອນ, ໂດຍສຸມເຂົ້າໃນ 3 ຈຸດປະສົງຕົ້ນຕໍຄື:
ກ່ອນອື່ນໝົດ, ແມ່ນສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກ: ໜູນຊ່ວຍການສ້າງຕັ້ງກອງທຶນນະວັດຕະກຳ ຫວຽດນາມ (VIF) ຂຶ້ນກັບ NIC, ສ້າງຕົວແບບດຳເນີນຕາມບັນດາຕົວແບບສາກົນຢ່າງໝັ້ນແກ່ນ, ໃນນັ້ນ ລວມມີ ບັນດາຕົວຊີ້ວັດແທກຄວາມຄືບໜ້າຢ່າງຈະແຈ້ງ.
ທີສອງ, ປັບປຸງລະບົບນິເວດນະວັດຕະກໍາແຫ່ງຊາດ: ໂດຍຜ່ານການເພີ່ມທະວີການຮ່ວມມື ແລະ ການເຊື່ອມຕໍ່ລະຫວ່າງບັນດາອົງການຂອງລັດຖະບານ, ວົງການສຶກສາ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດຜ່ານບັນດາການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືສາກົນ.
ທີສາມ, ຍົກສູງທັກສະ ແລະ ຄວາມສາມາດດ້ານນະວັດຕະກໍາ: ຜັນຂະຫຍາຍບັນດາໂຄງການບຳລຸງສ້າງລົງເລິກຂະແໜງກ່ຽວກັບການຄຸ້ມຄອງນະວັດຕະກໍາ ແລະ ຈິນຕະນາການອອກແບບ, ຮ່ວມມືກັບບັນດາອົງການຈັດຕັ້ງແຖວໜ້າ, ເພື່ອປະກອບໃຫ້ວິສາຫະກິດ, ສູນນະວັດຕະກໍາ ແລະ ພະນັກງານລັດຖະບານມີເຄື່ອງມືທີ່ຈໍາເປັນເພື່ອຊຸກຍູ້ນະວັດຕະກໍາ.
ຂໍ້ລິເລີ່ມນີ້ແມ່ນເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ບັນລຸເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045, ພ້ອມກັນນັ້ນ ກໍ່ປະກອບສ່ວນເຂົ້າໃນບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ພິເສດແມ່ນ SDG 8 - ວຽກເຮັດແບບຍືນຍົງ ແລະ ການເຕີບໂຕເສດຖະກິດ; SDG 9 - ອຸດສາຫະກໍາ, ນະວັດຕະກໍາ ແລະ ໂຄງລ່າງ ແລະ SDG 12 - ການຜະລິດ ແລະ ການບໍລິໂພກທີ່ມີຄວາມຮັບຜິດຊອບ.
ໂຄງການດັ່ງກ່າວຍັງຖືເປັນສຳຄັນເຖິງການມອບສິດໃຫ້ແກ່ແມ່ຍິງໃນຂົງເຂດນະວັດຕະກໍາ, ດ້ວຍເປົ້າໝາຍທີ່ຈະມີຄວາມດຶງດູດວິສາຫະກິດຫນ້ອຍສຸດ 30% ຂອງການ startup ໂດຍແມ່ຍິງນຳພາເຂົ້າໃນບັນດາຂໍ້ລິເລີ່ມທີ່ສຳຄັນ, ເກັບໂຮມບັນດາທັດສະນະທີ່ຫຼາກຫຼາຍເຂົ້າໃນຂະບວນການນະວັດຕະກໍາ.
ກ່າວຄຳປາໄສທີ່ພິທີລົງນາມ, ທ່ານເອກອັກຄະລັດຖະທູດ Ito Naoki ໃຫ້ຮູ້ວ່າ: “ຍີ່ປຸ່ນ ກຳນົດການຫັນເປັນດີຈີຕອນ ແລະ ນະວັດຕະກຳເປັນໜຶ່ງໃນບັນດາຂົງເຂດສຳຄັນຂອງການຮ່ວມມືຈຸດສຸມ, ເຊິ່ງໝາຍຄວາມວ່າ ພວກຂ້າພະເຈົ້າຈະສຸມໃສ່ການຮ່ວມມືກັບ NIC - ເປັນອົງການທີ່ມີລັກສະນະເປັນສັນຍາລັກການຊຸກຍູ້ຂະບວນການນີ້”.
ທ່ານຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ Ramla Khalidi ໃຫ້ຮູ້ວ່າ: ໂຄງການໄດ້ຮັບການຜັນຂະຫຍາຍໃນເວລາອັນເໝາະສົມ ເຊິ່ງ ຫວຽດນາມ ພວມໃຫ້ບຸລິມະສິດການລົງທຶນ ແລະ ສ້າງບາດກ້າວບຸກທະລຸໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຊຸກຍູ້ການເຕີບໂຕສູງ ແລະ ຍືນຍົງ. ໂດຍການເປີດກວ້າງໂອກາດການເຂົ້າເຖິງແຫຼ່ງທຶນ, ຍົກສູງທັກສະ ແລະ ຊຸກຍູ້ການຮ່ວມມື, ໂຄງການຈະຊ່ວຍໃຫ້ເສີມຂະຫຍາຍກຳລັງບົ່ມຊ້ອນສູງສຸດຂອງບັນດາວິສາຫະກິດ startup ຢູ່ ຫວຽດນາມ.
ທ່ານ ຫວູກວກຮຸ່ຍ, ຜູ້ອຳນວຍການໃຫຍ່ NIC ໃຫ້ຂໍ້ສັງເກດວ່າ: ໂຄງການເປັນຂີດໝາຍບາດກ້າວບຸກທະລຸທີ່ສຳຄັນໃນການຮ່ວມມືໄລຍະຍາວລະຫວ່າງບັນດາຄູ່ຮ່ວມມື ຍີ່ປຸ່ນ, UNDP ແລະ NIC. ບັນດາໝາກຜົນຂອງໂຄງການຕອບສະໜອງໄດ້ຄວາມຮຽກຮ້ອງຂອງ NIC ໃນປີ 2025 ແລະ 2026, ພິເສດແມ່ນການເຮັດສົມບູນຕົວແບບກອງທຶນນະວັດຕະກຳແຫ່ງຊາດ ແລະ ການສ້າງເຂດເຮັດວຽກຮ່ວມກັນຢູ່ NIC ຮວ່າຫຼາກ, ດ້ວຍວິໄສທັດເຮັດໃຫ້ NIC ຮວ່າຫຼາກ ກາຍເປັນຈຸດໝາຍປາຍທາງຂອງນະວັດຕະກຳແຫ່ງຊາດ ແລະ ພາກພື້ນ.
![]() | 51 ປີແຫ່ງວັນເຊັນສັນຍາ ປາຣີ໊: ຫຼັກໝາຍໃນໜ້າປະຫວັດສາດຄຳຂອງການປະຕິວັດ ຫວຽດນາມ ຍສໝ - ຫຼັງຈາກນັ້ນ, ວັນທີ 28 ມັງກອນ 1973, ຂໍ້ຕົກລົງຢຸດຍິງຢູ່ ຫວຽດນາມ ມີຜົນສັກສິດ. ວັນທີ 29 ມີນາ 1973, ທະຫານ ອາເມລິກາ ຄົນສຸດທ້າຍ ໄດ້ຖອນຕົວອອກຈາກ ຫວຽດນາມ. |
ແທັງຮັ່ງ