ສ້າງເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ສັນຕິພາບ, ມິດຕະພາບ ແລະພັດທະນາ
ສະຫະພັນມິດຕະພາບແຂວງ ດົ່ງນາຍ ບັນລຸໄດ້ບັນດາໝາກຜົນຕັ້ງໜ້າໃນການພັດທະນາບັນດາສະມາຄົມມິດຕະພາບສະມາຊິກ | |
ຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ |
ຄ້າຍທະຫານຊາຍແດນຈ່ຽງເຕືອງ ມີໜ້າທີ່ຮັບຜິດຊອບຄຸ້ມຄອງ ແລະປົກປັກຮັກສາເສັ້ນທາງຊາຍແດນຕິດກັບປະເທດເພື່ອນລາວ ຢູ່ຕາແສງຈ່ຽງເຕືອງ, ລ໊ອງພຽງ ຂອງເມືອງອຽນເຈົາ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍ ແລະພັດທະນາເສດຖະກິດສັງຄົມ.
ຄ້າຍທະຫານຊາຍແດນຈ່ຽງເຕືອງ ສົມທົບກັບຄະນະພັກ, ອໍານາດການປົກຄອງ 2 ຕາແສງຜັນຂະຫຍາຍຂະບວນການ “ທົ່ວປວງຊົນເຂົ້າຮ່ວມປົກປັກຮັກສາອະທິປະໄຕ, ຄວາມສະຫງົບເຂດຊາຍແດນໃນສະພາບການໃໝ່” ຢ່າງມີປະສິດທິຜົນ; ໂຄສະນາ, ຂົນຂວາຍປະຊາຊົນປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບຊາຍແດນ; ກຳແໜ້ນສະພາບການໃນບໍລິເວນ, ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ຮາກຖານຢ່າງທັນການ; ເພີ່ມທະວີການຕໍ່ສູ້ຕ້ານອາດຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກຳທີ່ກ່ຽວຂ້ອງເຖິງຢາເສບຕິດ.
![]() |
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນຈ່ຽງເຕືອງ ສົມທົບກັບປະຊາຊົນລາດຕະເວນຊາຍແດນ. ພາບ: ຫງວຽນໂຮ່ |
ທ່ານພັນຕີ ທ່າວຫງວຽນໂຮ່, ຮອງຫົວໜ້າຫ້ອງການເມືອງຄ້າຍທະຫານຊາຍແດນຈ່ຽງເຕືອງ ໃຫ້ຮູ້ວ່າ: ປີ 2024, ກົມກອງໄດ້ຈັດຕັ້ງການໂຄສະນາ 20 ຄັ້ງໃຫ້ແກ່ປະຊາຊົນ 1.554 ເທື່ອຄົນຂອງສອງຕາແສງກ່ຽວກັບແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ຂໍ້ກຳນົດຂອງທ້ອງຖິ່ນ; ສົມທົບກັບຫ້ອງການຍຸຕິທຳ, ຄະນະຊາວໜຸ່ມເມືອງອຽນເຈົາ ຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍໄດ້ 7 ຄັ້ງໃຫ້ແກ່ປະຊາຊົນ 545 ເທື່ອຄົນ. ສົມທົບກັບກອງຮ້ອຍທະຫານຊາຍແດນ 213 (ສປປ ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ 4 ຄັ້ງ ແລະປະຕິບັດການລາດຕະເວນຝ່າຍດຽວເປັນປະຈຳ, ເປັນຕົ້ນແມ່ນໃນ ວັນບຸນ, ບຸນເຕັດ, ວັນພັກທີ່ແກ່ຍາວ, ຄຸ້ມຄອງລະບົບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດຢ່າງເຂັ້ມງວດ. ນອກຈາກນັ້ນ, ກົມກອງກໍ່ໄດ້ເຮັດລະບຽບການເຂົ້າ-ອອກເມືອງໃຫ້ພົນລະເມືອງໄດ້ 4.266 ກວ່າເທື່ອຄົນ ຕາມຂໍ້ກຳນົດ.
ເດັດດ່ຽວໃນວຽກງານປ້ອງກັນ ແລະຕ້ານອາຊະຍາກຳ, ໃນປີຜ່ານມາ, ຄ້າຍທະຫານຊາຍແດນຈ່ຽງເຕືອງ ໄດ້ຈັບ ແລະຄົ້ນພົບຄະດີທີ່ກ່ຽວກັບຢາເສບຕິດ 9 ຄະດີ, ຍຶດຢາເສບຕິດໄດ້ 47.748 ເມັດ, ເຮໂຣອິນ 2 ກ້ອນ ພ້ອມກັບຂອງກາງຫຼາຍລາຍການ. ກົມກອງ ໄດ້ປະສານສົມທົບກັບກໍາລັງທີ່ກ່ຽວຂ້ອງທ້ອງຖິ່ນກວດພົບ ແລະແກ້ໄຂຄົນເຂົ້າ-ອອກເມືອງຜິດກົດໝາຍ, ການຄ້າເຖື່ອນ ແລະການສໍ້ໂກງການຄ້າ.
ບ້ານຊາຍແດນປາໂຄມມີ 82 ຄອບຄົວ, ພົນລະເມືອງ 370 ຄົນ, ໄດ້ຕັ້ງໜ້າສົມທົບກັບທະຫານຊາຍແດນເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດເປັນຢ່າງດີ. ທ່ານ ຟ່າງລາວແຈງ, ເລຂາໜ່ວຍພັກ, ນາຍບ້ານ ໃຫ້ຮູ້ວ່າ: ບ້ານໄດ້ສ້າງຕັ້ງ 4 ກຸ່ມປ້ອງກັນຊາຍແດນ, ດ້ວຍສະມາຊິກ 82 ຄົນ. ໃນປີ 2024, ບັນດາກຸ່ມໄດ້ສົມທົບກັບພະນັກງານ, ນັກຮົບຄ້າຍທະຫານຊາຍແດນຈ່ຽງເຕືອງ ຈັດຕັ້ງການລາດຕະເວນຊາຍແດນ 8 ຄັ້ງ, ສົມທົບກັບການໂຄສະນາກ່ຽວກັບອະທິປະໄຕເຂດຊາຍແດນໃຫ້ປະຊາຊົນ. ຍ້ອນແນວນັ້ນ, ບ້ານຍາມໃດກໍມີຄວາມໝັ້ນຄົງ, ສະຫງົບ, ເປັນລະບຽບຮຽບຮ້ອຍ, ຊ່ວຍໃຫ້ປະຊາຊົນອຸ່ນອ່ຽນໃຈອອກແຮງງານທໍາການຜະລິດ.
ນອກຈາກນີ້, ຄ້າຍທະຫານຊາຍແດນຈ່ຽງເຕືອງ ກໍ່ໄດ້ຕັ້ງໜ້າຊ່ວຍເຫຼືອປະຊາຊົນທີ່ຢູ່ໃນບໍເວນຄຸ້ມຄອງການພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ໃນຊຸມປີຜ່ານມາ, ກົມກອງໄດ້ຈັດຕັ້ງ 8 ຄັ້ງ, ດ້ວຍແຮງງານທີ່ຊ່ວຍປະຊາຊົນເກັບກ່ຽວເຂົ້າ, ປູກເຂົ້າ; ປູກ, ບົວລະບັດພືດ ແລະຂຸດຄອງເໝືອງ 115 ວັນ... ຈັດຕັ້ງບັນດາລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນສ້າງຄວາມອົບອຸ່ນໃຫ້ແກ່ຊາວບ້ານ”; "ຊ່ວຍນ້ອງໄປໂຮງຮຽນ"; "ລູກລ້ຽງຄ້າຍທະຫານຊາຍແດນ"; ... ແລະໂຄງການ “ພະນັກງານ, ນັກຮົບກອງທັບຊ່ວຍນ້ອງໄປໂຮງຮຽນ”, ໄດ້ມອບຂອງຂວັນ ແລະທຶນສຶກສານັບຮ້ອຍພູດ, ດ້ວຍຍອດມູນຄ່າເກືອບ 900 ລ້ານດົ່ງໃຫ້ນັກຮຽນ ແລະຄອບຄົວທຸກຍາກ; ກວດພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນເກືອບ 300 ເທື່ອຄົນຂອງ 2 ຕາແສງ... ປະກອບສ່ວນຮັດແໜ້ນນໍ້າໃຈທະຫານ-ປະຊາຊົນຢູ່ເຂດຊາຍແດນ.
ເພື່ອປົກປັກຮັກສາອະທິປະໄຕຄວາມໝັ້ນຄົງເຂດຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ, ຄ້າຍທະຫານຊາຍແດນຈ່ຽງເຕືອງ ໄດ້ເພີ່ມທະວີການລາດຕະເວນ, ຄວບຄຸມເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດ. ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະກຳລັງທີ່ກ່ຽວຂ້ອງກຳແໜ້ນສະພາບການພາຍໃນ ແລະນອກຊາຍແດນ, ແກ້ໄຂບັນດາກໍລະນີຢ່າງທັນການ, ບໍ່ປະໃຫ້ເກີດເປັນຈຸດຮ້ອນເຮັ່ງ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະພັດທະນາ.
![]() | ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາຮ່ວມກັນ ຍສໝ - ກຳລັງທະຫານຊາຍແດນ ຫວຽດນາມ ແລະ ລາວ ໄດ້ເປັນເຈົ້າການ, ຕັ້ງໜ້າໃນການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະ ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນໃນການຄຸ້ມຄອງປ້ອງກັນຊາຍແດນ, ຮັກສາຄວາມປອດໄພ, ກໍ່ສ້າງເສັ້ນຊາຍແດນສາມັກຄີ, ສັນຕິພາບ, ມິດຕະພາບຂອງສອງປະເທດ. |
![]() | ກອງບັນຊາການທະຫານຊາຍແດນແຂວງເງະອານ: ຍູ້ແຮງວຽກງານພົວພັນຕ່າງປະເທດເຂດຊາຍແດນ ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ ຍສໝ - ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ເປັນເຈົ້າການ, ຕັ້ງໜ້າເປັນເສນາທິການໃຫ້ແກ່ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງເງະອານ ວາງອອກມາດຕະການໃນການຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ; ຮັກສາການປະຕິບັດສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກ; ອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນສອງປະເທດ ຫວຽດນາມ-ລາວ; ... |