ໜັງສືພິມ La Nacion (ອາກຊັງຕິນ): ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າກະສິກຳຫຼັກແຫຼ່ງ
![]() | ໜັງສືພິມ ອິນໂດເນເຊຍ ຕີລາຄາ ການທ່ອງທ່ຽວຂອງຫວຽດນາມ ໄດ້ຟື້ນຟູຢ່າງແຮງທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້ |
![]() | ສະໜິດຕິດພັນມິດຕະພາບ ຫວຽດນາມ - ອາກຊັງຕິນ ຜ່ານການພົບປະແລກປ່ຽນປະຊາຊົນ |
ຕົວເລກສະຖິຕິຂອງພື້ນຖານຕະຫຼາດຊື້ຂາຍທັນຍາພືດ Rosario (BCR) - ພື້ນຖານຕະຫຼາດຊື້ຂາຍຜະລິດຕະພັນກະເສດໃຫຍ່ທີ່ສຸດຂອງ ອາກຊັງຕິນ ໃຫ້ຮູ້ວ່າ ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືການຄ້າກະສິກຳຫຼັກແຫຼ່ງຂອງປະເທດນີ້.
ຕາມ BCR, ໃນ 6 ປີ ເມື່ອບໍ່ດົນມານີ້, ອາກຊັງຕິນ ໄດ້ສົ່ງອອກທັນຍາພືດ 536 ລ້ານໂຕນ, ມີມູນຄ່າ 189 ຕື້ USD. ໃນໄລຍະ 2019 – 2024, ຍົກເວັ້ນປີ 2023 ຍ້ອນໄພແຫ້ງແລ້ງຄັ້ງປະຫວັດສາດ, ແຕ່ລະປີ ອາກຊັງຕິນ ໄດ້ສົ່ງອອກທັນຍາພືດ ສະເລ່ຍເກືອບ 96 ລ້ານໂຕນ. ຫຼາຍກວ່າເຄິ່ງຫນຶ່ງຂອງສີນຄ້າສົ່ງອອກເຫຼົ່ານີ້ ໄດ້ໄປສົ່ງອອກໄປຍັງ ອາຊີ ແລະ ເກືອບຫນຶ່ງສ່ວນສີ່ແມ່ນສົ່ງໄປອາຊີຕາເວັນອອກສຽງໃຕ້.
ໜັງສືພິມ La Nacion ໃຫ້ມີບົດຂຽນວ່າ ໃນໄລຍະມໍ່ໆມານີ້, ເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ໄດ້ພັດທະນາຢ່າງວ່ອງໄວ ແລະ ຮູບແບບການບໍລິໂພກສະບຽງອາຫານຂອງບັນດາປະເທດໃນພາກພື້ນກໍ່ມີຄວາມຫຼາກຫຼາຍ. ອາຊີຕາເວັນອອກສ່ຽງໃຕ້ ໄດ້ກາຍເປັນຕະຫຼາດຍຸດທະສາດໃຫ້ຂະແໜງການກະສິກໍາ, ກວມເອົາ 28% ຂອງການຄ້າແປ້ງຖົ່ວເຫຼືອງຂອງໂລກ, ກວມເອົາ 10% ຈຳນວນການບໍລິໂພກຊີ້ນຫມູທົ່ວໂລກ ແລະ 9% ຈຳນວນຊີ້ນສັດປີກ. ໃນທ້ອງຕະຫຼາດອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ກວມເອົາເຄິ່ງຫນຶ່ງຂອງປະລິມານສາລີ ແລະ ແປ້ງຖົ່ວເຫຼືອງຂອງ ອາກຊັງຕິນ ສົ່ງອອກໄປພາກພື້ນ.
"ອາຊີຕາເວັນອອກສຽງໃຕ້ ໄດ້ກາຍເປັນຈຸດຫມາຍປາຍທາງທີ່ສໍາຄັນຂອງຜະລິດຕະພັນກະເສດ ອາກຊັງຕິນ ໃນທົດສະວັດທີ່ຜ່ານມາ. ປະຈຸບັນ, ການສົ່ງອອກຂອງປະເທດ ອາເມລິກາໃຕ້ ໄປຍັງອາຊີ ໄດ້ເພີ່ມຂຶ້ນ 2,7 ເທົ່າເມື່ອທຽບໃສ່ກັບ ປີ 2009, ແຕ່ໄປຍັງ ອາຊີຕາເວັນອອກສຽງໃຕ້ ໄດ້ເພີ່ມຂຶ້ນທົບ 4 ເທົ່າ," ຫນັງສືພິມ La Nacion ຂຽນ.
![]() |
ບົດລາຍງານຂອງໜັງສືພິມ La Nacion (ອາກຊັງຕິນ) ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າກະສິກຳທີ່ຫຼັກແຫຼ່ງ. (ຮູບໜ້າຈໍ) |
ການເຕີບໂຕດ້ານເສດຖະກິດຂອງພາກພື້ນມີບົດບາດຕັດສິນໃຈໃນຂະບວນການນີ້. ໃນໄລຍະ 2009 – 2023, GDP ສະເລ່ຍຕໍ່ຫົວຄົນຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 2 ເທົ່າ, ໃນຂະນະນັ້ນ ຢູ່ ອິນໂດເນເຊຍ ແລະ ຟີລິບປິນ ເພີ່ມຂຶ້ນກ່ວາ 60%. ຄວາມໄວໃນການເຕີບໂຕສະເລ່ຍຂອງອາຊີຕາເວັນອອກສ່ຽງໃຕ້ ແມ່ນ 3,2%/ປີ, ເກີນກວ່າ 2,1% ຂອງໂລກ. ນອກຈາກນັ້ນ, ຕົວເລກການພັດທະນາມະນຸດ (HDI) ຍັງໄດ້ປັບປຸງຢ່າງຫຼວງຫຼາຍ. ໃນປີ 2022, 7 ປະເທດຈະບັນລຸໄດ້ລະດັບການພັດທະນາສູງ ແລະ 4 ປະເທດຈະບັນລຸໄດ້ລະດັບການພັດທະນາສູງຫຼາຍ.
ບົດລາຍງານໄດ້ສະຫຼຸບວ່າ ຄວາມຕ້ອງການຂອງອາຫານລ້ຽງສັດໃນອາຊີຕາເວັນອອກສຽງໃຕ້ ຄາດວ່າຈະເພີ່ມຂຶ້ນ. ພາກພື້ນນີ້ ຈະກວມເອົາ 20% ອັດຕາສ່ວນແບ່ງຕະຫຼາດການນໍາເຂົ້າສາລີໃນທົ່ວໂລກ ແລະ 70% ອັດຕາສ່ວນແບ່ງຕະຫຼາດແປ້ງຖົ່ວເຫຼືອງ. ຫວຽດນາມ ຈະສືບຕໍ່ແມ່ນຄູ່ຮ່ວມມືການຄ້າຕົ້ນຕໍຂອງຂະແໜງການກະສິກຳຂອງ ອາກຊັງຕິນ. ຄາດວ່າຮອດປີ 2034, ຫວຽດນາມ ຈະນຳເຂົ້າສາລີເພີ່ມອີກ 6 ລ້ານໂຕນ ແລະ ແປ້ງຖົ່ວເຫຼືອງ 1,7 ລ້ານໂຕນ, ກວມ 7% ຈຳນວນການນຳເຂົ້າສາລີໃນທົ່ວໂລກ ແລະ 9% ຈຳນວນການນຳເຂົ້າແປ້ງຖົ່ວເຫຼືອງໃນທົ່ວໂລກ.
![]() | ການແລກປ່ຽນບົດຮຽນວິຊາການ ລະຫວ່າງ ໜັງສືພິມ ແຮງງານ (ລາວ) ແລະ ໜັງສືພິມ ລາວດົ້ງ ຍສໝ - ໃນເດືອນມິຖຸນາ, ຄະນະປະຕິບັດງານຂອງໜັງສືພິມ ແຮງງານ (ລາວ) ໄດ້ມາເຮັດວຽກຢູ່ສຳນັກງານຂອງໜັງສືພິມ ລາວດົ້ງ ເພື່ອແລກປ່ຽນບົດຮຽນວິຊາການລະຫວ່າງສອງຝ່າຍ. |
![]() | ສື່ມວນຊົນ ອາກຊັງຕິນ: ໄຊຊະນະດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ ຍສໝ - ບັນດາໜັງສືພິມໃຫຍ່ຂອງ ອາກຊັງຕິນ ໄດ້ລົງພິມບົດຄວາມກ່ຽວກັບການໄຊຊະນະດ້ຽນບຽນຝູ, ຢືນຢັນວ່າການໄຊຊະນະນີ້ບໍ່ພຽງແຕ່ໄດ້ສົ່ງຜົນສະທ້ອນເຖິງປະຫວັດສາດຂອງຫວຽດນາມເທົ່ານັ້ນ, ຫາກຍັງປ່ຽນແປງສະພາບການໂລກອີກດ້ວຍ. |
ແທັງຮັ່ງ