ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ບໍລິສັດໃຫຍ່ ເຕີນກາງ ໄຊງ່ອນ
![]() | ທ່ານເລຂາທິການໃຫຍ່ ໂຕເລີມ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ |
![]() | ກອງປະຊຸມໃຫຍ່ຄັ້ງທີ IIIຂອງໜ່ວຍພັກສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນໂຮ່ຈິມິນ |
Tiếp đoàn có Đại tướng Phan Văn Giang, Ủy viên Bộ Chính trị, Phó Bí thư Quân ủy Trung ương, Bộ trưởng Bộ Quốc phòng Việt Nam; Phó Đô đốc Trần Thanh Nghiêm, Tư lệnh Hải quân; Trung tướng Nguyễn Trường Thắng, Tư lệnh Quân khu 7, cùng đại diện các cơ quan Bộ Quốc phòng, Bộ Ngoại giao, Đại sứ quán Lào tại Việt Nam, Quân chủng Hải quân và Ban lãnh đạo Tổng Công ty Tân cảng Sài Gòn cùng các đơn vị thành viên.
ຕ້ອນຮັບຄະນະມີທ່ານ ພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ; ຜູ້ບັນຊາການທະຫານເຂດ 7, ພ້ອມກັບຜູ້ຕາງໜ້າບັນດາອົງການຂອງກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ສະຖານທູດລາວ ປະຈໍາ ຫວຽດນາມ, ເຫຼົ່າທັບເຮືອ, ຄະນະການນຳບໍລິສັດໃຫຍ່ ເຕີນກາງ ໄຊງ່ອນ ພ້ອມກັບບັນດາຫົວໜ່ວຍສະມາຊິກ.
![]() |
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄປຢ້ຽມຢາມ ບໍລິສັດໃຫຍ່ ເຕີນກາງ ໄຊງ່ອນ. |
ກ່າວຄຳປາໄສທີ່ການເຮັດວຽກ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂໃຫ້ລາວ ຂຸດຄົ້ນ, ເຄື່ອນໄຫວຢູ່ທ່າກຳປັ່ນ ຫວຸ້ງອາງ, ສິ່ງນີ້ໄດ້ສະແດງໃຫ້ເຫັນການໜູນຊ່ວຍຢ່າງສູງທີ່ມີຕໍ່ລາວ, ໜູນຊ່ວຍລາວ ຈາກປະເທດບໍ່ມີທະເລ ໄດ້ມີເສັ້ນທາງອອກສູ່ທະເລ, ປະກອບສ່ວນນຳວົງເງິນການຄ້າລະຫວ່າງສອງປະເທດມີການເຕີບໂຕຢ່າງປະທັບໃຈ, ພິເສດ ໃນຂົງເຂດການສົ່ງອອກຜະລິດຕະພັນກະເສດ, ແຮ່ທາດ ແລະ ພະລັງງານໄຟຟ້າ.
ຕາມທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ແລ້ວ, ໝາກຜົນດັ່ງກ່າວ ມີການປະກອບສ່ວນສຳຄັນຂອງບັນດາວິສາຫະກິດປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບຂອງ ຫວຽດນາມ, ພິເສດແມ່ນບໍລິສັດໃຫຍ່ ເຕີນກາງ ໄຊງ່ອນ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງຄື: ການສຳມະນາເຊື່ອມຕໍ່ການຄ້າກັບບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດທີ່ພວມເຄື່ອນໄຫວໃນດິນແດນຂອງລາວ, ພ້ອມກັນນັ້ນ ກໍ່ຜັນຂະຫຍາຍພາຫະນະຂົນສົ່ງສິນຄ້າຂອງລາວ ຢູ່ທ່າກຳປັ່ນ ຫວຸ້ງອາງ. ລາວ ຕີລາຄາສູງກ່ຽວກັບຮູບແບບວິສາຫະກິດກອງທັບເຂົ້າຮ່ວມການພັດທະນາເສດຖະກິດຂອງຫວຽດນາມ.
![]() |
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ພ້ອມກັບຄະນະປະຕິບັດງານ ໄດ້ໄປຢ້ຽມຢາມສູນບໍລິຫານການຜະລິດ ຢູ່ທ່າກຳປັ່ນ ເຕີນກາງ-ກາດຫຼາຍ. |
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ ກ່າວຕື່ມວ່າ: ປັດຈຸບັນ, ລາວ ກໍ່ພວມຢູ່ໃນຂະບວນການຜັນຂະຫຍາຍແຜນນະໂຍບາຍເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ. ຜ່ານການຢ້ຽມຢາມ ເຕີນກາງ ໄຊງ່ອນ ຄັ້ງນີ້ ຊ່ວຍໃຫ້ພວກຂ້າພະເຈົ້າໄດ້ຊອກຮູ້, ຮຽນຮູ້ປະສົບການໃນວຽກງານການຄຸ້ມຄອງ, ບໍລິຫານການຂຸດຄົ້ນທ່າເຮືອ ແລະ ການບໍລິການ logistics, ປະກອບສ່ວນເຂົ້າໃນການພັດທະນາການນຳເຂົ້າ ແລະ ສົ່ງອອກສິນຄ້າຕື່ມອີກ. ເພື່ອບັນລຸໄດ້ສິ່ງນັ້ນ, ພວກຂ້າພະເຈົ້າຫວັງວ່າ ລັດຖະບານ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ຈະເອົາໃຈໃສ່, ຕິດຕາມ ແລະ ຊີ້ນຳບັນດາເນື້ອໃນການຮ່ວມມື ເພື່ອບັນລຸໄດ້ປະສິດທິຜົນ, ພິເສດແມ່ນການຂຸດຄົ້ນທ່າກຳປັ່ນ ຫວຸ້ງອາງ ລາວ-ຫວຽດນາມ ລະຫວ່າງລັດຖະບານ ລາວ - ຫວຽດນາມ ທີ່ໄດ້ໃຫ້ຄຳໝັ້ນສັນຍາ.
![]() | ສະຖານທູດແຫ່ງ ລາຊະອານາຈັກ ມາຣົກ ເຄົາລົບ ແລະ ຕີລາຄາສູງບັນດາທ່ານໝໍ ຫວຽດນາມ ຍສໝ - ສະຖານທູດແຫ່ງ ລາຊະອານາຈັກມາຣົກ ປະຈຳ ຫວຽດນາມ ຫາກໍມີຈົດໝາຍສະແດງຄວາມຂອບໃຈຢ່າງຈິງໃຈເຖິງໂຮງໝໍມິດຕະພາບ ຫວຽດດຶກ ພາຍຫຼັງທີ່ໄດ້ເບິ່ງແຍງໃຫ້ແກ່ພົນລະເມືອງ ມາຣົກ ສອງຄົນທີ່ປະສົບອຸບັດຕິເຫດເມື່ອບໍ່ດົນມານີ້. |
![]() | ຄະນະຜູ້ແທນເຈົ້າແຂວງ ຈໍາປາສັກ - ສປປ ລາວ ຢ້ຽມຢາມ ແລະເຮັດວຽກຢູ່ ໂຮງໝໍສູນກາງ ເຫ້ວ ຍສໝ - ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະໄດ້ລົງໄປຢ້ຽມຢາມ ແລະ ເຮັດວຽກກັບໂຮງໝໍສູນກາງ ເຫ້ວ ທີ່ການຕ້ອນຮັບຄະນະຜູ້ແທນ ມີຄະນະອຳນວຍການ ແລະ ການນຳຂອງບັນດາພະແນກ, ພະແນກສະເພາະຂະແໜງ. |
ແທັງຮັ່ງ