ເຊື່ອມຕໍ່ ຫວຽດນາມ ແລະ ຈີນ ຜ່ານການປູກຕົ້ນໄມ້ມິດຕະພາບ
![]() | ຊຸກຍູ້ການພົບປະແລກປ່ຽນລຸ້ນໜຸ່ມ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງຫວຽດນາມ ແລະ ກຳປູເຈຍ |
![]() | Global Times (ຈີນ): ຊຸກຍູ້ການຮ່ວມມືຢ່າງເເທດຈິງກັບຫວຽດນາມ ຈາກ 5 ດ້ານ |
ທີ່ເຫດການ, ບັນດາຜູ້ແທນໄດ້ປູກຕົ້ນຈິກນ້ຳຮ່ວມກັນ. ໃນວັດທະນະທໍາຂອງຫວຽດນາມ, ຕົ້ນຈິກນ້ຳແມ່ນສັນຍາລັກຂອງຄວາມໂຊກດີ, ປະສົບຜົນສໍາເລັດ ແລະ ການພັດທະນາແບບຍືນຍົງ. ດ້ວຍຄວາມໝາຍນັ້ນ, ຕົ້ນຈິກນ້ຳໄດ້ກາຍເປັນເຄື່ອງໝາຍສະແດງໃຫ້ເຫັນການພົວພັນລະຫວ່າງ 4 ແຂວງ ຫວຽດນາມ ແລະ ເຂດປົກຄອງຕົນເອງຊົນເຜົ່າ ຈວ້າງ ກວາງຊີ ເວົ້າສະເພາະ ແລະ 2 ປະເທດ ຫວຽດນາມ ແລະ ຈີນ ເວົ້າລວມ ໄດ້ຮັບການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ, ພັດທະນາແບບຍືນຍົງ, ພ້ອມກັນນັ້ນ ກໍ່ກາຍເປັນຂີດໝາຍແຫ່ງການພົວພັນມິດຕະພາບຂອງຄົນລຸ້ນຫຼັງເພື່ອລະນຶກເຖິງຄວາມຮັກແພງ ແລະ ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ.
![]() |
ບັນດາຜູ້ແທນ ໄດ້ປະຕິບັດພິທີປູກຕົ້ນໄມ້ຢູ່ສວນສາທາລະນະດອກໄມ້ ຮ້າລອງ. ພາບ: Quangninh.gov.vn |
ລາຍການປູກຕົ້ນໄມ້ມິດຕະພາບ ຈະປະກອບສ່ວນກໍ່ສ້າງພື້ນທີ່ວັດທະນະທຳ, ການທ່ອງທ່ຽວສີຂຽວຢູ່ນະຄອນ ຮ້າລອງ ແລະ ປະກອບສ່ວນເຂົ້າໃນການເຊື່ອມຕໍ່, ພັດທະນາສາຍພົວພັນມິດຕະພາບນັບມື້ນັບໃຫ້ສາມັກຄີ, ຕິດພັນລະຫວ່າງ ຫວຽດນາມ - ຈີນ ເວົ້າລວມ ແລະ 4 ແຂວງຄື: ກວາງນິງ, ລ້າງເຊີນ, ກ່າວບັງ, ຮ່າຢາງ ກັບເຂດປົກຄອງຕົນເອງຊົນເຜົ່າ ຈວ້າງ ກວາງຊີ.
ລາຍການພົບປະລະດູບານໃໝ່ປີ 2025 ລະຫວ່າງເລຂາຄະນະພັກຂອງ 5 ແຂວງ/ເຂດຄື: ກວາງນິງ, ລ້າງເຊີນ, ກ່າວບັງ, ຮ່າຢາງ (ຫວຽດນາມ), ກວາງຊີ (ຈີນ) ແລະ ກອງປະຊຸມຄະນະກຳມະການວຽກງານປະສົມ ຄັ້ງທີ 16 ໄດ້ດຳເນີນໄປແຕ່ວັນທີ 19 – 21 ກຸມພານີ້ ຢູ່ ກວາງນິງ.
ບັນດາການເຄື່ອນໄຫວຕົ້ນຕໍໃນຂອບເຂດລາຍການພົບປະລະດູບານໃໝ່ປີ 2025 ລວມມີ: ເລຂາຄະນະພັກແຂວງ ກວາງນິງ ພົບປະກັບເລຂາຄະນະພັກເຂດປົກຄອງຕົນເອງຊົນເຜົ່າ ຈວ້າງ ກວາງຊີ; ເລຂາຄະນະພັກ 3 ແຂວງຄື: ກ່າວບັງ, ລ້າງເຊີນ, ຮ່າຢາງ ພົບປະກັບເລຂາຄະນະພັກເຂດປົກຄອງຕົນເອງຊົນເຜົ່າ ຈ້ວາງ ກວາງຊີ; ກອງປະຊຸມພົບປະລະດູບານໃໝ່ປີ 2025; ກອງປະຊຸມຄະນະກຳມະການວຽກງານປະສົມ ຄັ້ງທີ 16; ງານວາງສະແດງ, ແນະນຳຜະລິດຕະພັນ OCOP ຂອງ 5 ແຂວງ/ເຂດ; ການສົ່ງເສີມການຄ້າການການລົງທຶນການທ່ອງທ່ຽວ…
![]() | ຜູ້ແທນສາກົນ 150 ກວ່າທ່ານໄດ້ປູກຕົ້ນໄມ້ມິດຕະພາບຢູ່ ດ່າໜັງ ຍສໝ - ຕອນເຊົ້າວັນທີ 18 ມັງກອນນີ້, ຢູ່ສວນສາທາລະນະມິດຕະພາບ ສວາຍງ່ວນ (ຫວ້ຍງ່ວນ - ທາງແຍກ ຮ່ວາງຊາ - ເລວັນເລືອງ - ເລືອງຫຶວແຂງ, ຕາແສງ ເຖາະກວາງ, ເມືອງ ເຊີນຈ່າ, ນະຄອນ ດ່າໜັງ)ໄດ້ດຳເນີນພິທີປູກຕົ້ນໄມ້ມິດຕະພາບ. ເຫດການດັ່ງກ່າວແມ່ນຢູ່ໃນຂອບເຂດຂອງລາຍການເວທີປາໄສ ບັນດານະຄອນ ມິດຕະພາບຮ່ວມມື ຈັດຂຶ້ນໂດຍ ... |
![]() | ເປີດຕົວປຶ້ມ ແລະ ຮູບເງົາກ່ຽວກັບນ້ຳໃຈມິດຕະພາບ ຈີນ - ຫວຽດນາມ ຍສໝ - ຫວ່າງມໍ່ໆມານີ້, ປຶ້ມ "ເລື່ອງເລົ່າ ແລະ ພັນລະນາ ກວາງຊີ ກ່ຽວກັບນ້ຳໃຈມິດຕະພາບ ຈີນ - ຫວຽດນາມ" ແລະ ຮູບເງົາ "ບຽນຮ່າຍ" ໄດ້ແນະນຳຢູ່ ຈີນ. |
ມີງດຶກ