ໜູນຊ່ວຍປະຊາຊົນ 10.000 ກວ່າຄົນຢູ່ ນິງທ້ວນ ແລະ ກ່າເມົາ ໄດ້ເຂົ້າເຖິງນ້ຳສະອາດ ແລະ ການຫາລ້ຽງຊີບ
![]() | ເຫດການລົດຖີບ, ຕິດພັນມິດຕະພາບ ຫວຽດນາມ - ໂຮນລັງ ມີການເຂົ້າຮ່ວມ 400 ກວ່າຄົນ |
![]() | ໃນ 9 ເດືອນຕົ້ນປີ 2024, ຮ່າໂນ້ຍ ຕ້ອນຮັບນັກທ່ອງທ່ຽວກວ່າ 21 ລ້ານເທື່ອຄົນ |
ພາຍໃຕ້ການປະສານງານຂອງອົງການເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ສະຫະປະຊາຊາດ (UN Women), ການອຸປະຖຳຂອງລັດຖະບານຍີ່ປຸ່ນ ໃນໄລຍະ 1 ປີ 2024-2025, ໂຄງການ “ນ້ຳຄືການມີຊີວິດ” ໄດ້ສະໜອງອຸປະກອນນ້ຳທີ່ຈຳເປັນໃຫ້ແກ່ແມ່ຍິງ 1.500 ກວ່າຄົນ, ໂຮງຮຽນ ແລະ ສຸກສາລາ 10 ແຫ່ງ, ເຊີ່ງນຳຜົນປະໂຫຍດມາໃຫ້ແກ່ປະຊາຊົນຫຼາຍກວ່າ 10.000 ຄົນ.
![]() |
ນັກຮຽນແຂວງ ນິງທ້ວນ ກັບແຫຼ່ງນ້ຳສະອາດຈາກໂຄງການ “ນ້ຳຄືການມີຊີວິດ”. (ພາບ: UN Women) |
ໂຄງການດັ່ງກ່າວແມ່ນໄດ້ຮັບການຜັນຂະຫຍາຍຢູ່ 2 ແຂວງຂຶ້ນກັບເຂດພາກກາງຕອນເຫນືອ ແລະ ແຄມທະເລພາກກາງຕອນໃຕ້ ແລະ ເຂດທົ່ງພຽງແມ່ນ້ຳຂອງ, ໂດຍ 2 ຫົວໜ່ວຍປະຕິບັດຄື: ສະຫະພັນແມ່ຍິງແຂວງ ກ່າເມົາ ແລະ ສະຫະພັນແມ່ຍິງແຂວງ ນິງທ້ວນ.
ຂໍ້ລິເລີ່ມດັ່ງກ່າວ ຍັງຊ່ວຍຍົກສູງກຳລັງຄວາມສາມາດໃຫ້ແກ່ 60 ຊຸມຊົນທ້ອງຖິ່ນ, ຊ່ວຍໃຫ້ເຂົາເຈົ້າຮັບມືກັບໄພພິບັດຂອງໄພແຫ້ງແລ້ງ ແລະ ທະເລຊຶມເຂົ້າ. ນອກຈາກນັ້ນ, ໂຄງການກໍ່ຍັງຊຸກຍູ້ບັນດາມາດຕະການແບບຍືນຍົງ ເພື່ອປົກປັກຮັກສາການຫາລ້ຽງຊີບ ແລະ ຍົກສູງຄຸນນະພາບຊີວິດຜ່ານການສື່ສານກ່ຽວກັບການປ້ອງກັນ ແລະ ຮັບມືກັບການໃຊ້ຄວາມຮຸນແຮງທາງເພດໂດຍພື້ນຖານ.
ໃນຂອບເຂດທົ່ວໂລກ, ແມ່ຍິງໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດຍ້ອນບົດບາດຂອງຕົນໃນການຮັບປະກັນດ້ານອາຫານ, ນ້ຳ ແລະ ພະລັງງານ.
![]() |
ບັນດາຜູ້ແທນໄດ້ໄປຢ້ຽມຢາມບັນດາຄອບຄົວທີ່ໄດ້ຊົມໃຊ້ໂຄງການຢູ່ແຂວງ ນິງທ້ວນ. (ພາບ: UN Women) |
ອີງຕາມ UN Women ແລ້ວ, 80% ຂອງຄົວເຮືອນທີ່ບໍ່ມີນ້ຳປະປາແມ່ນອີງໃສ່ແມ່ຍິງ ແລະ ເດັກຍິງເພື່ອເກັບນ້ຳ, ເຮັດໃຫ້ເຂົາເຈົ້າມີຄວາມສ່ຽງຕໍ່ສຸຂະພາບ ແລະ ຄວາມຮຸນແຮງທາງເພດໂດຍພື້ນຖານ.
ຢູ່ຫວຽດນາມ, ໄພທຳມະຊາດທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ ພວມເພີ່ມຂຶ້ນ, ດ້ວຍ 40% ຂອງເນື້ອທີ່ເຂດທົ່ງພຽງແມ່ນ້ຳຂອງ ຖືກທະເລແຊກຊຶມເຂົ້າ ແລະ ປະຊາຊົນຫຼາຍກວ່າ 1,5 ລ້ານຄົນປະສົບກັບການຂາດແຄນນ້ຳໃນແຕ່ລະປີ. ແມ່ຍິງ, ເຊິ່ງເປັນຜູ້ດ້ອຍທາງດ້ານເສດຖະກິດຢູ່ແລ້ວນັ້ນ ແມ່ນໜຶ່ງໃນເປົ້າໝາຍທີ່ຕ້ອງແບກຫາບຜົນກະທົບໜັກທີ່ສຸດ.
ດ້ວຍວິທີຮັບປະກັນແຫຼ່ງນ້ຳທີ່ໝັ້ນຄົງ, ໂຄງການ “ນ້ຳຄືການມີຊີວິດ” ໄດ້ຊ່ວຍຍົກສູງຄວາມສາມາດປັບຕົວຂອງແມ່ຍິງທີ່ຖືກຄວາມສ່ຽງງ່າຍ (ທຸກຍາກ, ໃກ້ຂັ້ນທຸກຍາກ, ພິການ, ໂສດ, ເຈັບປ່ວຍໜັກ, ລ້ຽງເດັກຕ່ຳກວ່າ 18 ເດືອນ ແລະ ອື່ນໆ), ຊ່ວຍໃຫ້ເຂົາເຈົ້າມີຄວາມໝັ້ນຄົງທາງດ້ານການຫາລ້ຽງຊີບ ແລະ ໜູນຊ່ວຍຄອບຄົວ.
ໂຄງການດັ່ງກ່າວໄດ້ແຈກຢາຍຖັງເກັບນໍ້າທີ່ມີຄຸນນະພາບ, ລະບົບກອງນໍ້າ ແລະ ອຸປະກອນໃຊ້ນ້ຳຢ່າງປະຢັດ, ພ້ອມທັງຊຸກຍູ້ບັນດາມາດຕະການຄຸ້ມຄອງນໍ້າແບບຍືນຍົງ.
ນາງ ຫງວຽນທິອ໋ຽນ, ອາໄສຢູ່ເມືອງ ເຈີ່ນວັນເຖີຍ, ແຂວງ ກ່າເມົາ, ໄດ້ແບ່ງປັນວ່າ “ຄອບຄົວຂ້າພະເຈົ້າເຄີຍປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນຂາດນ້ຳ, ຖືກບັງຄັບໃຫ້ຊື້ນ້ຳ ຫຼື ນຳໃຊ້ແຫຼ່ງນ້ຳທີ່ບໍ່ປອດໄພ. ຍ້ອນການໜູນຊ່ວຍນີ້, ຊີວິດຂອງພວກຂ້າພະເຈົ້າ ໄດ້ປ່ຽນແປງຢ່າງໃຫຍ່ຫຼວງ ດ້ວຍນ້ຳສະອາດ ແລະ ການຫາລ້ຽງຊີບທີ່ໝັ້ນຄົງ”.
ສ່ວນນາງ ໂຕທິຍືງ່າ, ແມ່ຍິງຜູ້ໜຶ່ງມາຈາກເມືອງ ທ້ວນນາມ, ແຂວງ ນິງທ້ວນ, ເປົ້າໝາຍທີ່ໄດ້ຊົມໃຊ້ໂຄງການ, ໃຫ້ຮູ້ວ່າ “ຍ້ອນຂໍ້ລິເລີ່ມນີ້, ພວກຂາ້ພະເຈົ້າ ໄດ້ສາມາດຕິດຕັ້ງລະບົບທໍ່ນ້ຳ ແລະ ຫົດນ້ຳແບບຢອດ, ຮັບປະກັນແຫຼ່ງນ້ຳທີ່ໝັ້ນຄົງໃຫ້ແກ່ສວນຜັກ ແລະ ຕົ້ນໄມ້ກິນໝາກ”.
![]() |
ນາງ ໂຕທິຍືງ່າ ແບ່ງປັນກ່ຽວກັບຜົນປະໂຫຍດທີ່ໄດ້ຮັບຈາກໂຄງການ. (ພາບ: UN Women) |
ທີ່ພິທີອັດຢູ່ ນິງທ້ວນ, ບັນດາຄົວເຮືອນທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ, ການນຳທ້ອງຖິ່ນ, ຜູ້ຕາງໜ້າອົງການ UN Women, ສະຖານທູດຍີ່ປຸ່ນ ປະຈຳ ຫວຽດນາມ ແລະ ສະຫະພັນແມ່ຍິງ ຫວຽດນາມ ໄດ້ພ້ອມກັນຮັບຮູ້ບັນດາໝາກຜົນ ແລະ ບົດຮຽນປະສົບການຈາກຂໍ້ລິເລີ່ມນີ້.
ທ່ານເລຂາເອກ, ສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ Sasaki Shohei ໄດ້ເນັ້ນໜັກເຖິງຜົນປະໂຫຍດໄລຍະຍາວຂອງໂຄງການ ແລະ ຕີລາຄາວ່າ ໂຄງການ “ນ້ຳຄືການມີຊີວິດ” ແມ່ນຕົວແບບທີ່ມີຄວາມໝາຍທີ່ສຸດໃນການມອບສິດ ແລະ ຄວາມເຂັ້ມແຂງດ້ານເສດຖະກິດໃຫ້ແກ່ແມ່ຍິງ.
ກ່າວຄຳປາໄສທີ່ເຫດການນີ້, ທ່ານນາງ Caroline Nyamayemombe ຫົວໜ້າຜູ້ຕາງໜ້າ UN Women ປະຈຳຫວຽດນາມ ເນັ້ນໜັກເຖິງຄວາມຈຳເປັນຂອງບັນດາກະທຳຕໍ່ໄປ: “ສະພາບການຂາດແຄນນ້ຳ, ໄພແຫ້ງແລ້ງ ແລະ ທະເລຊຶມເຂົ້າ ຈະສືບຕໍ່ເກີດຂຶ້ນ. ແຕ່ແນວໃດກໍ່ຕາມ, ບັນດາວິທີແກ້ໄຂທີ່ໄດ້ຮັບການພັດທະນາໂດຍຜ່ານຂໍ້ລິເລີ່ມນີ້ ຈະສ້າງພື້ນຖານອັນໜັກແໜ້ນ ເພື່ອເປີດກ້ວາງການຍື່ນມືເຂົ້າມາຊ່ວຍທີ່ຄ້າຍຄືກັນນີ້ໃນຂົງເຂດທີ່ມີຄວາມສ່ຽງອື່ນໆ”.
![]() | ໜູນຊ່ວຍນັກສຶກສາລາວ ຮຽນພາສາຫວຽດ ຍສໝ - ໂດຍຕາງໜ້າໃຫ້ກະຊວງສຶກສາ ແລະ ບຳລຸງສ້າງ ປະຕິບັດນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ ກັບ 2 ປະເທດເພື່ອນມິດ ລາວ ແລະ ກຳປູເຈຍ, ໂຮງຮຽນມິດຕະພາບ 80 ໄດ້ເປີດເປີດຫຼັກສູດກຽມພາສາ ຫວຽດນາມ ເພື່ອໜູນຊ່ວຍນັກຮຽນຕ່າງປະເທດຢ່າງດີທີ່ສຸດ. |
ມີງດຶກ