ການຟື້ນຟູຢູ່ເຂດດິນເໜືອສຸດຂອງປະເທດຊາດ
![]() | ຊາວຫວຽດນາມຢູ່ຕ່າງປະເທດແຕ່ລະຄົນລ້ວນແຕ່ກຽມພ້ອມຈິດໃຈ ແລະ ທ່ວງທ່າທີ່ຈະປະກອບສ່ວນພັດທະນາປະເທດຊາດ |
![]() | ປະເທດຊາດຈະຫັນປ່ຽນຕົນໄປສູ່ສັງກາດໃໝ່ |
ໃນຖານະເປັນແນວໜ້າໃນສົງຄາມປົກປັກຮັກສາຊາຍແດນພາກເໜືອໃນປີ 1979, ລ້າງເຊີນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ທົດສະວັດພາຍຫຼັງສົງຄາມ, ຮ່ອງຮອຍອັນໂຫດຮ້າຍຍັງຄົງປະກົດຢູ່ຫຼາຍບ່ອນ, ພິເສດແມ່ນຢູ່ປ້ອມ ດົ່ງດັງ, ແມ່ນໜຶ່ງໃນບັນດາສະຖານທີ່ເກີດສົງຄາມເມື່ອວັນທີ 17 ກຸມພາ 1979.
![]() |
ຮູບພາບຂອງທະຫານຈັບປືນ B41 ມຸ່ງໃສ່ສັດຕູຜູ້ຮຸກຮານ, ຢູ່ຂ້າງຫຼັກໝາຍຊາຍແດນ ລ້າງເຊີນ KM 0, ຕອນເຊົ້າວັນທີ 17 ກຸມພາ 1979, ແມ່ນສັນຍາລັກຂອງບັ້ນຮົບປ້ອງກັນຊາຍແດນພາກເໜືອ ປີ 1979. |
ປະຈຸບັນ, ເມື່ອເບິ່ງຈາກລະດັບຄວາມສູງ 339, ເມືອງ ດົ່ງດັງ ເປັນຄືພາບແຕ້ມທິວທັດທີ່ມີສະເໜ່. ຕຶກອາຄານສູງໃນຄຸ້ມບ້ານ, ເທິງເນີນພູທີ່ວະຫຼັບກັນດ້ວຍຕົ້ນໝາກຄາຍທີ່ເບັ່ງບານໃນລະດູໃບໄມ້ປົ່ງ. ຖະໜົນຫົນທາງມີສີແດງດ້ວຍທຸງ ແລະດອກໄມ້. ຮ້ານອາຫານ, ຮ້ານກິນດື່ມ, ບັນເທີງ ແລະ ສະຖານທີ່ຊື້ເຄື່ອງແມ່ນເພີ່ມຂຶ້ນເລື້ອຍໆ. ຕະຫຼາດ ແລະ ສູນການຄ້າຂາຍທັງກາງເວັນ ແລະ ກາງຄືນ ໄດ້ສ້າງບັນຍາກາດຄຶກຄື້ນ, ເປັນການດຶງດູດນັກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ...
ຄັດຄຳເວົ້າຂອງ ທ່ານປະທານຄະນະກຳມະການປະຊາຊົນນະຄອນ ດົ່ງດັງ ສາຍວິ້ງຈຸ່ງ ໃຫ້ຮູ້ວ່າ ດ້ວຍທີ່ຕັ້ງສະດວກເປັນເມືອງຊາຍແດນ, ມີເສັ້ນທາງຄົມມະນາຄົມຕົ້ນຕໍຄື: ທາງລົດໄຟ ຮ່າໂນ້ຍ - ລ້າງເຊີນ, ເສັ້ນທາງຫຼວງແຫ່ງຊາດ 1A, 1B, ເສັ້ນທາງຫຼວງແຫ່ງຊາດ 4A ແລ່ນຜ່ານ, ປະຈຸບັນ, ຢູ່ເຂດດັ່ງກ່າວມີ 3 ໂຄງການສຳຄັນທີ່ໄປຜ່ານຄື: ໂຄງການທາງດ່ວນດ່ານຊາຍແດນ ຮືວງີ້ - ຈີລັງ , ຄາດວ່າຈະເປີດໃຫ້ການສັນຈອນໃນປີ 2025; ໂຄງການຜັນຂະຫຍາຍເສັ້ນທາງຂົນສົ່ງສິນຄ້າພິເສດຢູ່ຫຼັກໝາຍ 1119-1120 ຂອງດ່ານຊາຍແດນສາກົນ ຮືວງີ້ ແລະ ໂຄງການສ້ອມແປງສະຖານີລົດໄຟສາກົນ ດົ່ງດັງ. ບັນດາໂຄງການດັ່ງກ່າວເມື່ອສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວແລ້ວ, ຈະເປີດໂອກາດໃນການພັດທະນາ ແລະ ບຸກທະລຸໃຫ້ແກ່ທ້ອງຖິ່ນ, ໂດຍສະເພາະແມ່ນການຄ້າຂາຍສິນຄ້າ, ການພັດທະນາການບໍລິການ ແລະ ການຄ້າ. ພ້ອມກັນນັ້ນ, ເທດສະບານ ດົ່ງດັງ ຍັງມີຄວາມສາມາດພັດທະນາການທ່ອງທ່ຽວເຂດຊາຍແດນ ແລະ ຢ້ຽມຢາມທັດສະນະດ່ານຊາຍແດນ; ທ່ອງທ່ຽວທາງດ້ານຈິດວິນຍານ, ທ່ອງທ່ຽວທາງປະຫວັດສາດ.
ຍ້ອນມີການລະດົມແຫຼ່ງກຳລັງຈາກສູນກາງ ແລະ ແຂວງ; ຜ່ານການຂຸດຄົ້ນບັນດາທ່າແຮງ ແລະ ກຳລັງແຮງຂອງຕົນຢ່າງມີປະສິດທິຜົນ, ເມືອງ ດົ່ງດັງ ໄດ້ເລັ່ງລັດພັດທະນາເສດຖະກິດ, ວັດທະນະທຳ - ສັງຄົມຢ່າງເຂັ້ມແຂງ, ຮັກສາສະຖຽນລະພາບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ການເຄື່ອນໄຫວການຄ້າ, ການບໍລິການ ແລະ ການທ່ອງທ່ຽວໄດ້ຮັບການພັດທະນາ. ປີ 2024, ລາຍຮັບງົບປະມານແຫ່ງລັດບັນລຸກວ່າ 1 ຕື້ດົ່ງ, ເທົ່າກັບ 130% ຂອງແຜນການ. ຄາດຄະເນວ່າ, ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ 70.000 ກວ່າເທື່ອຄົນມາທ່ອງທ່ຽວ ດົ່ງດັງ. ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນປະມານ 50-55 ລ້ານດົ່ງ/ຄົນ/ປີ.
ພາຍຫຼັງສົງຄາມ, ກາວບັ່ງ ໄດ້ທຳຄວາມພະຍາຍາມເພື່ອຟື້ນຟູ ແລະ ພັດທະນາຢ່າງແຮງ. ແຂວງໄດ້ກຳນົດເສດຖະກິດດ່ານຊາຍແດນ ແລະ ເສດຖະກິດການທ່ອງທ່ຽວເປັນສອງປາຍແຫຼມພັດທະນາທີ່ສຳຄັນ. 3 ດ່ານຊາຍແດນທີ່ສຳຄັນຂອງແຂວງຄື: ຕາລຸງ, ຈ່າລິງ ແລະ ຊອັກຢາງ ນັບມື້ນັບມີການເຄື່ອນໄຫວນຳເຂົ້າ ແລະ ສົ່ງອອກທີ່ຄຶກຄັກ. ປີ 2024, ວົງເງິນການນຳເຂົ້າ-ສົ່ງອອກຂອງ ກາວບັ່ງ ບັນລຸ 952,18 ລ້ານ USD, ດ້ວຍບັນດາສິນຄ້າຫຼັກແຫຼ່ງຄື: ອາຫານທະເລ, ຜັກໝາກໄມ້, ໄມ້, ແຮ່ທາດ, ກົນຈັກ ແລະ ອຸປະກອນ...
ບໍ່ພຽງແຕ່ພັດທະນາເສດຖະກິດເທົ່ານັ້ນ, ກາວບັ່ງ ຍັງໝູນໃຊ້ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ພິເສດແມ່ນການທ່ອງທ່ຽວຄົ້ນຫາຢູ່ເຂດຊາຍແດນ ແລະ ເຂດຮ່ອງຮອຍປະຫວັດສາດ. ເສັ້ນທາງທີ່ເປີດໃໝ່ໄດ້ຊ່ວຍເຊື່ອມຕໍ່ບັນດາສະຖານທີ່ທີ່ມີຊື່ສຽງຄື: ນ້ຳຕົກບ້ານ ຢົກ, ຖ້ຳເງື່ອມງາວ, ພ້ອມກັບບັນດາສະຖານທີ່ປະຫວັດສາດຕິດພັນກັບການຕໍ່ສູ້ປົກປັກຮັກສາຊາຍແດນ.
ຮ່າຢາງ ແມ່ນສະຖານທີ່ທີ່ມີຄວາມເສຍສະຫຼະຊີວິດ ແລະ ຄວາມເສຍຫາຍຫຼາຍຢ່າງໃນສົງຄາມປົກປັກຮັກສາເຂດຊາຍແດນພາກເໜືອ. ໃນໄລຍະປີ 1979 – 1989, ມີນາຍ ແລະ ພົນທະຫານ 4.000 ກວ່າຄົນໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ສະໜາມຮົບທີ່ດຸເດືອດນີ້. ວິຊວຽນ, ຈຸດຮ້ອນທີ່ຮ້າຍແຮງໃນອະດີດ, ໃນປັດຈຸບັນໄດ້ບືນຕົວຂຶ້ນຢ່າງແຮງ.
ແຕ່ປີ 2011, ຮ່າຢາງ ໄດ້ປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ຫັນບັນດາຕາແສງເຂດຊາຍແດນຈາກເຂດທຸກຍາກໃຫ້ກາຍເປັນຊົນນະບົດທີ່ອຸດົມຮັ່ງມີ. ຜົນສຳເລັດອັນໃຫຍ່ຫຼວງທີ່ສຸດຈາກໂຄງການນີ້ແມ່ນລະບົບຄົມມະນາຄົມຊົນນະບົດທີ່ສອດຄ່ອງ ແລະ ເປີດກ້ວາງ. ບັນດາຕາແສງ, ເທດສະບານລ້ວນແຕ່ມີເສັ້ນທາງລົດໄປຮອດສູນກາງ; 100% ຂອງຕາແສງ, ເທດສະບານມີລະບົບຕາຂ່າຍໄຟຟ້າແຫ່ງຊາດ... ເມືອງ ວິຊວຽນ ກໍ່ຈັດຕັ້ງການແຂ່ງຂັນກໍ່ສ້າງເສັ້ນທາງຕົວແບບ, ເຮືອນວັດທະນະທຳຕົວແບບຢູ່ 24 ຕາແສງ, ເທດສະບານ, ໄດ້ມອບລາງວັນ ແລະ ຍ້ອງຍໍບັນດາທ້ອງຖິ່ນທີ່ມີຜົນງານດີເດັ່ນ.
![]() | ປະຊາຄົມຊາວຫວຽດນາມ ຢູ່ ແບນຊິກ ສະຫຼອງບຸນປີໃໝ່ປະຈຳຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ ຍສໝ - ຕອນບ່າຍວັນທີ 2 ກຸມພາ (ເປັນວັນທີ 5 ເດືອນຈຽງ ຈັນທະປະຕິທິນ ປີມະເສັງ), ສະມາຄົມໃຫຍ່ຊາວຫວຽດນາມ ປະຈຳ ແບນຊິກ (UGVB) ໄດ້ຈັດຕັ້ງງານບຸນປີໃໝ່ປະຈຳຊາດ, ດຶງດູດຊາວຫວຽດນາມຢູ່ຕ່າງປະເທດ ເປັນຈໍານວນຫຼວງຫຼາຍທີ່ພວມອາໄສ, ຮໍ່າຮຽນ ແລະ ເຮັດວຽກຢູ່ ແບນຊິກ ກໍ່ຄືຈາກບັນດາປະເທດໃກ້ຄຽງມາຮ່ວມມ່ວນຊື່ນ. |
![]() | ຊາວຫວຽດນາມຢູ່ຕ່າງປະເທດແຕ່ລະຄົນລ້ວນແຕ່ກຽມພ້ອມຈິດໃຈ ແລະ ທ່ວງທ່າທີ່ຈະປະກອບສ່ວນພັດທະນາປະເທດຊາດ ຍສໝ - ຊາວຫວຽດນາມຢູ່ຕ່າງປະເທດໄດ້ກາຍເປັນແຫຼ່ງກຳລັງທີ່ສຳຄັນໃນຂະບວນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ. ຊາວຫວຽດນາມຢູ່ຕ່າງປະເທດ ຍັງມີບົດບາດເປັນຂົວຕໍ່ເພີ່ມພູນຄູນສ້າງມິດຕະພາບ, ຊຸກຍູ້ການພົວພັນຮ່ວມມືດ້ານການລົງທຶນກັບບັນດາປະເທດ. |
ມີງດຶກ