ປະຊາຄົມຊາວຫວຽດນາມ ຢູ່ລາວ ມຸ່ງໄປເຖິງກົກເຄົ້າເຫງົ້າກໍໃນໂອກາດບຸນວັນເພັງເດືອນຈຽງ
![]() | ປະຊາຄົມຊາວ ຫວຽດນາມ ຢູ່ Osaka (ຍີ່ປຸ່ນ) ສະເຫຼີມສະຫຼອງບຸນປີໃໝ່ປີມະເສັງ |
![]() | ຫາຍເຢືອງ ແລະ ແທັງຮ໋ວາ ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຂອງບັນດາກອງທັບອາສາສະໝັກ ຫວຽດນາມ ຢູ່ລາວ |
![]() |
ບັນດາພຸດທະສາສະນິກະຊົນປະຕິບັດພິທີຂໍຄວາມສະຫງົບ, ສູດມົນ, ສວດພະທຳໃນບຸນວັນເພັງເດືອນຈຽງ. (ພາບ: ຊວນຕູ້/ສຳນັກຂ່າວສານ ຫວຽດນາມ) |
ຕາມນັກຂ່າວສຳນັກຫວຽດນາມ ປະຈຳ ລາວ ແລ້ວ, ວັນທີ 12 ກຸມພາ, ວັດ ເຟິດຕິກ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີບຸນບູຊາເທວະດາຟ້າແຖນ, ບັນພະບູລຸດ, ຂໍຄວາມສະຫງົບສຸກ, ຫຼື ຍັງເອື້ນວ່າ ບຸນວັນເພັງເດືອນຈຽງ ເພື່ອມຸ່ງໄປເຖິງບັນພະບຸລຸດ, ເຄົ້າກຳເນີດ.
ແຕ່ຮຸ່ງເຊົ້າ, ພຸດທະສາສະນິກະຊົນ, ປະຊາຄົມຊາວຫວຽດນາມ ພວມອາໄສຢູ່ລາວ ເປັນຈຳນວນຫຼວງຫຼາຍ ໄດ້ມີໜ້າຢູ່ວັດ ເຟິດຕິກ ເພື່ອໄປຖະຫວາຍທູບທຽນໄຫວ້ພະພຸດທະເຈົ້າ, ພ້ອມກັນພາວະນາຂໍໃຫ້ສອງປະເທດ ຫວຽດນາມ ແລະ ລາວ ພັດທະນາ, ຈະເລີນຮຸ່ງເຮືອງ, ຂໍໃຫ້ທຸກໆຄອບຄົວໄດ້ຢູ່ຢ່າງສະຫງົບ, ມີຄວາມສຸກໃນປີໃໝ່.
ພາຍໃຕ້ການຊີ້ນຳຂອງ ພຣະອາຈານ ທິກມິງກວາງ, ເຈົ້າອາວາດວັດ ເຟິດຕິກ, ບັນດາພຸດທະສາສະນິກະຊົນ ໄດ້ພ້ອມກັນປະຕິບັດບັນດາພິທີຂໍໄດ້ຢູ່ຢ່າງສະຫງົບ, ສູດມົນ, ສວດພະທຳ, ພາວະນາໃຫ້ມະນຸດຢູ່ຢ່າງສະຫງົບ, ໂຊກດີ; ປະເທດຈະເລີນຮຸ່ງເຮືອງ, ພັດທະນາ; ປະຊາຊົນມີປີທີ່ດິນຟ້າອາກາດເອື້ອອຳນວຍ, ອີ່ມໜຳສຳລານ, ມີຄວາມສຸກ, ວຽກງານສະດວກ, ເດີນແລ່ນແມ່ນສະດວກ ແລະ ມຸ່ງໄປເຖິງສິ່ງທີ່ດີ.
ພຣະອາຈານ ທິກມິນກວາງ ປາດຖະໜາວ່າຊາວພຸດທະສາສະນິກະຊົນຈະເສີມຂະຫຍາຍນ້ຳໃຈເມດຕາ, ສາມັກຄີຫລາຍກວ່າເກົ່າ ແລະ ສືບຕໍ່ສະໜັບສະໜູນວຽກງານພຸດທະສາສະໜາຂອງວັດ, ມຸ່ງໄປເຖິງບ້ານເກີດເມືອງນອນ, ປະເທດຊາດ.
ພາຍຫຼັງພິທີ, ບັນດາຜູ້ແທນ ແລະ ປະຊາຄົມຊາວຫວຽດນາມ ຢູ່ລາວ ໄດ້ຮັບປະທານອາຫານເຈຫຼາຍເຍື່ອງທີ່ເຕັມໄປດ້ວຍສີສັນ, ພ້ອມກັບລົດຊາດທີ່ໜ້າສົນໃຈ ແລະ ມີທາດບຳລຸງທີ່ໄດ້ປຸງແຕ່ງໂດຍພໍ່ຄົວຂອງວັດ.
ຕາມແຜນການຂອງວັດ ເຟິດຕິກ, ວັນທີ 14 ກຸມພາ, ພຣະອາຈານ ທິກມິນກວາງ ພ້ອມກັບບັນດາພຸດທະສາສະນິກະຊົນ ແລະ ຊາວຫວຽດນາມ ທີ່ພວມດຳເນີນທຸລະກິດ, ອາໄສຢູ່ລາວ ປະຕິບັດພິທີປ່ອຍສັດຢູ່ເມືອງວັງວຽງ, ແຂວງ ວຽງຈັນ, ຫ່າງຈາກນະຄອນຫຼວງວຽງຈັນ 140 ກິໂລແມັດ.
![]() | ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມສູນເຕັກນິກການບິນ Vietjet ຢູ່ລາວ |
![]() | ປະຊາຄົມຊາວ ຫວຽດນາມ ຢູ່ລັດ Connecticut, ອາເມລິກາ ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນຂອງຕົນ. |
ແທັງຮັ່ງ